ຄຳວ່າ"ກັນລະຍານາມິດ"
ກັນລະຍານາມິດ: ມິດທີດີ,ບຸກຄົນທີໃຫ້ຄຳແນະນຳທີ່ຖືກຕ້ອງ, ຄື ມີຜູ້ແນະນຳ ສັ່ງສອນ ທີ່ປຶກສາ ໃຫ້ຄຳແນະນຳໃນທຸກເລືອງ ຫຼື ບຸກຄົນຜູ້ມີຄວາມຮູ້ຄວາມສາມາດໃນການແກ້ໄຂບັນຫາ, ຜູ້ທີ່ມີປັນຍາ ເຊິ່ງຈະຊ່ວຍສະນັບສະໜຸນ ຊັກຈູງຊີ່ທາງ ເປັນແບບຢ່າງທີ່ດີ ແລະ ສັງຄົມໃຫ້ການຍ່ວມຮັບວ່າເປັນປຣາດ ເປັນຄົນດີ.
ຕົວຢ່າງ: ພໍ່ແມ່,ຄຣູ, ໝູ່ເພື່ອນທີດີ, ຍາດມິດທີໃຫ້ການອຸບປະຖຳ ດັ່ງພູດທະວະຈະນະວ່າ: ພິກຂຸທັ້ງຫຼາຍ ເມື່ອດວງອາທິດຍັງອຸທັຍມີຢູ່ ຍ່ວມມີແສງອະຣູນຂຶ້ນມາກ່ອນ ( ຍ່ວມມີເຊິ່ງແສງອາທິດຂຶ້ນກ່ອນ ) ເປັນບຸບພະນິມິດ ສັນໃດ ຄວາມມີກັນລະຍານະມິດເປັນຕົວນຳ ເປັນບຸບພະນິມິດ ແຫ່ງການເກິດຂຶ້ນຂອງຫົນທາງແຫ່ງການຄົ້ນພົບ ແກ່ພິສຸກ ສັນນັ້ນ. ( ສໍ.ມ.19/-129/2-36;ອັງ.ເອກະ)

