ພິກຂຸສັທທະວິນິຈໄສ l ໂດຍ: ປ.ປັນດິຕາຈາຣຍ໌ ແຮ່ສະຫວັນ ສີລາຈັນ
ພິກຂຸສັທທະວິນິຈໄສ
ພິກຂຸຄຳນີ້ເປັນນາມມະສັບອຸກາຣັນຕ໌ໃນປຸງລິງຄ໌ທີ່ມີຄວາມໝາຍຫຼາຍຢ່າງເຊັ່ນ ຜູ້ມີຄວາມພຽນ, ຜູ້ເຜົາບາບ (a mendicant, an ascetic.), ຜູ້ຂໍ, ຜູ້ເຫັນໄພໃນວັດຕະ ແລະຜູ້ບໍລິໂພກອະມະຕະຣົດເປັນຕົ້ນ ເປັນນາມມະສັບທີ່ປາກົດຢູ່ເດຍລະດາດທົ່ວໄປຕາມວັນນະກຳບາລີທັງຊັ້ນຕົ້ນແລະຊັ້ນຫຼັງ ເຊັ່ນພຣະໄຕຣປິດົກ, ອັດຖະກະຖາ ແລະສັທທາວິເສດເປັນຕົ້ນ ໂດຍສະເພາະຜູ້ທີ່ເຄີຍອ່ານພຣະໄຕຣປິດົກຈະຄຸ້ນກັບຄຳນີ້ເປັນຢ່າງຍິ່ງ ເພາະເປັນພຸດທະດຳຣັດທີ່ພຣະຜູ້ມີພຣະພາກຊົງໃຊ້ຕັດຮຽກສະຕິພິກຂຸດ້ວຍວິພັຕອາຣະປະນະ ພະຫຸພົຈນ໌ວ່າ ພິກຂະເວ (ດູກ່ອນພິກຂຸທັງຫຼາຍ) ເປັນຕົ້ນ ແລະພິກຂຸສັບນີ້ມີເລື່ອງເລົ່າຫຼາຍຢ່າງຕາມຫຼັກພາສາສາດເຊິ່ງຜູ້ຮຽບຮຽງຈະພາທ່ານຜູ້ອ່ານມາທຳຄວາມຮູ້ຈັກກັບນາມມະສັບໃກ້ຕົວຕາມລຳດັບດັ່ງຕໍ່ໄປນີ້
I. ພິກຂຸສັບຕາມຫຼັກພາສາສາດ
ພິກຂຸສັບຈາກຄຳພີອະພິທານັປປະທີປິກາ ຫຼືວັດຈະນານຸກົມທີ່ສະແດງນາມມະສັບຫຼືຊື່ສິ່ງຂອງຕ່າງໆ ທີ່ຣິດຈະນາໂດຍພຣະໂມກຄັນລານະມະຫາເຖຣະ ປະມານສະຕະຫວັດທີ 17 ທີ່ເກາະສິງຫົນ ໄດ້ແກ່ປະເທດສີລັງກາໃນປັດຈຸບັນ ໄດ້ຮວບລວມນາມມະສັບຄຳວ່າ ພິກຂຸ ໄວ້ໃນຄາຖາທີ 409, 415, 433, 438 ເຊິ່ງບູຮານບັນດິດໄດ້ນຳມານິຍາມຄວາມໝາຍແລະວິເຄາະສັບໄວ້ດັ່ງນີ້
1. ຜູ້ຂໍ (ດ້ວຍກາຍວິນຍັດ) ມີວິເຄາະສັບວ່າ “ພິກຂະຕີຕິ ພິກຂຸ” ແລະທີ່ຊື່ວ່າພິກຂຸ ເພາະເປັນຜູ້ຂໍນີ້ມີອະທິບາຍໃນສະມັນຕະປາສາທິກາ ອັດຖະກະຖາພຣະວິນັຍປິດົກ ປາຣາຊິກກັນ ພິກຂຸປະທະພາຊະນີຍະວັນນະນາ ໜ້າ 350 ມຈຣ. ວ່າ “ຈະໄດ້ຫຼືບໍ່ໄດ້ກໍຂໍດ້ວຍອາການຂອງພຣະອະຣິຍະ” ສະນັ້ນ ຈຶ່ງຊື່ວ່າພິກຂຸຫຼືຜູ້ຂໍ ເຊິ່ງການຂໍດ້ວຍອາການຂອງພຣະອະຣິຍະໃນທີ່ນີ້ຄືບໍ່ອອກປາກຂໍເໝືອນຄົນກຳພ້າ ຄົນເດີນທາງໄກ ວະນິພົກຫຼືຍາຈົກ (ຈາກສາຣັຕຖະ.ດີກາ (ບາລີ) 2/45/62)
2. ຜູ້ເຫັນໄພໃນສັງສາຣະວັຕ ມີວິເຄາະສັບວ່າ “ສັງສາເຣ ພະຍັງ ອິກຂະຕີຕິ ພິກຂຸ”
3. ຜູ້ທໍາລາຍບາບອະກຸສົນກັມ ມີວິເຄາະສັບວ່າ “ພິນທະຕິ ປາປະເກ ອະກຸສະເລ ທັມເມຕິ ພິກຂຸ”
4. ຜູ້ຄອງຜ້າທີ່ຖືກທໍາລາຍແລ້ວ ມີວິເຄາະວ່າ “ພິນນະປະຕະທະໂຣຕິ ພິກຂຸ” ເຊິ່ງໃນຄໍາພີສະມັນຕະປາສາທິກາຂະຫຍາຍຄວາມໄວ້ໃນພິກຂຸປະທະພາຊະນີຍະວັນນະນາວ່າ “ທີ່ຊື່ວ່າພິກຂຸຜູ້ໃຊ້ຜື່ນຜ້າທີ່ຖືກທໍາລາຍນັ້ນຄືທຳລາຍດ້ວຍອາການ 3 ຢ່າງໄດ້ແກ່ (1) ທຳລາຍດ້ວຍລາຄາ ເພາະການໃຊ້ສາດຕຣາດຕັດ ໃຫ້ເປັນທ່ອນນ້ອຍທ່ອນໃຫຍ່ ຈາກແຜ່ນຜ້າທີ່ມີລາຄາ 1,000 ເມື່ອຖືກຕັດແລ້ວລາຄາຍ່ອມຕົກເຮັດໃຫ້ບໍ່ໄດ້ລາຄາເຄິ່ງໜຶ່ງຈາກລາຄາເດີມ ນີ້ຊື່ວ່າທຳລາຍດ້ວຍລາຄາ (2) ທໍາລາຍດ້ວຍສໍາຜັດ ເພາະການໃຊ້ເສັ້ນດ້າຍຫຍິບ ແຜ່ນຜ້າທີ່ມີສໍາຜັດນຸ້ມນວນເປັນສຸກ ເມື່ອໃຊ້ເສັ້ນດ້າຍຫຍິບເນື້ອຜ້າຍ່ອມມີສຳຜັດກະດ້າງ ນີ້ຊື່ວ່າ ທຳລາຍດ້ວຍສຳຜັດ ແລະ (3) ພຶ່ງຊາບການທໍາລາຍດ້ວຍສີເພາະມີຂີ້ໝ້ຽງເຂັ້ມ ແລະດ້ວຍການຍ່ອມດ້ວຍນໍ້າຝາດເປັນຕົ້ນ ເພື່ອໃຫ້ລະສີຕາມປົກກະຕິ ຕະຫຼອດຈົນການທຳຕຳໜິຜ້າດ້ວຍການວິກັບ ນີ້ຊື່ວ່າ ການທຳລາຍດ້ວຍສີ ແລະຜູ້ໃຊ້ຜ້າດ້ວຍການທຳລາຍ 3 ຢ່າງນີ້ລວມຮຽກວ່າພິກຂຸ ຫຼືຜູ້ຄອງຜ້າທີ່ຖືກທໍາລາຍແລ້ວ
5. ຜູ້ບໍລິໂພກອະມະຕະຣົສ (ຄືນິບພານ) ມີວິເຄາະວ່າ “ອະມະຕະຣະສັງ ພັກຂະຕິ ພຸນຊະຕີຕິ ພິກຂຸ”
🙏ນອກຈາກຄຳພີອະພິທານັປປະທີປິກາແລ້ວ ຄຳວ່າພິກຂຸ ຕາມຫຼັກພາສາສາດໃນວັດຈະນານຸກົມ ສັບສາສະໜາສາກົນ ອັງກິດ-ໄທ ສະບັບຣາຊະບັນດິຕະຍະສະຖານ ພິມຄັ້ງທີ 3 ພ.ສ.2552 ໜ້າ 96 ໄດ້ຮິບໂຮມສັບທະສາດຄຳວ່າພິກຂຸໄວ້ໃຫ້ງ່າຍຕໍ່ການສຶກສາຄົ້ນຄວ້າຂອງຜູ້ສົນໃຈ ເຊິ່ງໃນທີ່ນີ້ຜູ້ຮຽບຮຽງຈະນໍາສະເໜີແຕ່ບາງປະເດັ່ນດັ່ງນີ້:
🙏“Bhiksu ແປວ່າ ພິກຂຸ ເປັນຄຳທີ່ຮຽກນັກບວດຜູ້ຊາຍໃນສັງຄົມອິນເດຍບູຮານ ພຣະພຸດທະເຈົ້າຊົງນໍາມາໃຊ້ຮຽກສາວົກຂອງພຣະອົງຄັ້ງທຳອິດຕອນສະເດັດໄປໂຜດປັນຈະວັກຄີ ແລະຄໍາວ່າພິກຂຸນີ້ເປັນຄໍາສັບມາຈາກພາສາສັນສະກິດ ກົງກັບພາສາບາລີວ່າ ພິກຂຸ ເຊິ່ງມີຄວາມໝາຍຫຼາຍຢ່າງ ແລະນອກຈາກພຣະພຸດທະເຈົ້າຈະຊົງຮຽກສາວົກຂອງພຣະອົງວ່າ ພິກຂຸ ແລ້ວ ຍັງຊົງໃຊ້ຄຳອື່ນອີກເພື່ອຂະນານນາມສາວົກຂອງພຣະອົງ ເຊັ່ນ ບັນພະຊິດ, ສະມະນະ, ພຣາມ, ລືສີ, ມຸນີ ເປັນຕົ້ນ”
II.ພິກຂຸສັບຈາກພຣະໄຕຣປິດົກ
ສະຫລຸບແລ້ວພິກຂຸສັບຕາມຫຼັກພາສາສາດມີຄວາມໝາຍຫຼາຍຢ່າງ ແລະຄວາມໝາຍແຕ່ລະຢ່າງນັ້ນລ້ວນແລ້ວແຕ່ບົງບອກເຖິງການດຳເນີນຊີວິດ ໜ້າທີ່ ການເປັນຢູ່ຕາມລັກສະນະແຫ່ງຄຸນສົມບັດຂອງບຸຣຸດຜູ້ຖືບັນພະຊິດເພດໃນພຸດທະສາສະໜາ ດັ່ງເຊັ່ນໃນພຣະວິນັຍປິດົກ ມະຫາວິພັງ ພາກ 1 ໂດຍມະຫາວິທະຍາໄລ ມະຫາຈຸຣາລົງກອນ ຣາຊະວິທະຍາໄລ ໜ້າ 33 ຂໍ້ 45 ສະຫລຸບພິກຂຸສັບໄວ້ຕັ້ງແຕ່ລະດັບພິກຂຸປຸຖຸຊົນຈົນເຖິງອະຣິຍະພິກຂຸດັ່ງນີ້
“ຊື່ວ່າພິກຂຸ (ເພາະເປັນຜູ້ຂໍ, ເພາະອາໄສການທ່ຽວຂໍ, ເພາະໃຊ້ຜື່ນຜ້າທີ່ເຮັດໃຫ້ເສຍລາຄາ, ເພາະຮຽກກັນໂດຍໂວຫານ, ເພາະການປະຕິຍານຕົນ, ເພາະພຣະພຸດທະເຈົ້າຊົງບວດໃຫ້, ເພາະເປັນຜູ້ບວດດ້ວຍໄຕຣສະຣະນະຄົມ, ເພາະເປັນຜູ້ຈະເລີນ, ເພາະເປັນຜູ້ມີສາຣະ, ເພາະເປັນຜູ້ຍັງຕ້ອງສຶກສາ, ເພາະເປັນຜູ້ບໍ່ຕ້ອງສຶກສາ) ແລະ ຊື່ວ່າພິກຂຸ ເພາະເປັນຜູ້ທີ່ສົງພ້ອມພຽງກັນອຸປະສົມບົດໃຫ້ດ້ວຍຍັດຕິຈະຕຸດຖະກັມທີ່ຖືກຕ້ອງ ສົມຄວນແກ່ເຫດ” (ສາມາດເບິ່ງອັດຖາທິບາຍຂະຫຍາຍຄວາມໂດຍລະອຽດໃນສະມັນຕະປາສາທິກາ ປະຖະມະປາຣາຊິກ ພິກຂຸປະທະພາຊະນີຍະວັນນະນາ ມຈຣ.ແປ ໜ້າ 353)
III. ຈະໄດ້ຄວາມເປັນພິກຂຸດ້ວຍວິທີໃດ?
ບຸກຄົນທີ່ຈະເປັນພິກຂຸພາວະໃນພຣະພຸດທະສາສະໜາໄດ້ນັ້ນຕ້ອງຜ່ານການອຸປະສົມບົດດ້ວຍວິທີ 8 ຢ່າງນີ້ເທົ່ານັ້ນ ເຊິ່ງໃນຍຸກຕົ້ນພຣະຊົນຊີບຂອງພຣະຜູ້ມີພຣະພາກນັ້ນບໍ່ໄດ້ຈຳກັດເພດ ອາຍຸ ວັນນະ ການສຶກສາຂອງຜູ້ທີ່ຈະເຂົ້າມາເປັນພິກຂຸ ຂໍພຽງບຸກຄົນນັ້ນມີວຸດທິພາວະຄຸນນະທໍາຂັ້ນສູງພໍທີ່ຈະຮອງຮັບຢາດພຣະສັທທັມໄດ້ ພຣະບໍຣົມມະໄຕຣໂລກະນາຖກໍຊົງປະທານການອຸປະສົມບົດໃຫ້ເປັນພິກຂຸພາວະ ດັ່ງເຊັ່ນພຣະມະຫາເຖຣະນ້ອຍໜ້າໃສ່ໄວງາມນາມກະເດືອງຮຸ່ງເຮືອງແລ້ວໃນສາສະນາຂອງພຣະຊິນະວອນຕອນອາຍຸໄດ້ 7 ປີ ມີນາມມະກອນວ່າທັບພະມັນລະບຸດ ພຣະພຸດທະອົງກໍຊົງປະທານການອຸປະສົມບົດໃຫ້ພ້ອມກັບຕຳແໜ່ງເອຕະທັກຄະດ້ານຈັດແຈງເສນາສະນະ ແລະຕໍ່ມາອຸປະສົມບົດແບບຕ່າງໆ ກໍທະຍອຍກັນອອກມາຕາມພຸດທານຸຍາດໂດຍລໍາດັບດັ່ງປາກົດໃນສະມັນຕະປາສາທິກາ ແລະອັດຖະກະຖາພຣະສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ທຸກະນິບາຕ ມຈຣ.ແປ ໜ້າ 95 ເປັນຕົ້ນແລະທີ່ອື່ນໆ ດັ່ງນີ້
IV ອຸປະສົມບົດ 8 ຢ່າງໄດ້ແກ່
1. ເອຫິພິກຂຸອຸປະສັມປະທາ ເປັນການປະທານອຸປະສົມບົທແກ່ພຸດທະສາວົກໃນຊ່ວງປະຖົມໂພທິການດ້ວຍພຸດທະດຳລັດພຽງວ່າ “ທ່ານຈົ່ງມາເປັນພິກຂຸເຖີດ” ເທົ່ານີ້ ພຸດທະສາວົກທັງໝົດເຫຼົ່ານັ້ນຈໍານວນ 27300 ອົງ ມີພຣະເຖຣະປັນຈະວັກຄີ 5 ອົງເປັນຜູ້ອຸປະສົມບົດດ້ວຍວິທີນີ້ເປັນຄັ້ງແຮກ ມີພຣະຍະສະກຸນລະບຸດພ້ອມດ້ວຍສະຫາຍ 54 ອົງ ພຣະພັດທະວັກຄີ 30 ອົງ ພຣະປຸຣານະຊະດິນ 1000 ອົງ ພຣະປະຣິພາຊົກ 250 ອົງ ພຣະອັກຄະຣະສາວົກ 2 ອົງ ພຣະອົງຄຸລິມານ 1 ອົງ ເປັນຕົ້ນ ຜູ້ເຖິງພ້ອມດ້ວຍບາຣະມີຍານເຫຼົ່ານັ້ນກໍສຳເລັດເປັນພິກຂຸພາວະທັນທີ່ພ້ອມອັດຖະບໍລິຂານອັນເກີດດ້ວຍອຳນາດແຫ່ງລິດ ແມ້ອິຣິຍາບົດຂອງທ່ານເຫຼົ່ານັ້ນເມື່ອຄັ້ງບວດເຂົ້າມາໃໝ່ໆ ກໍຮຽບຮ້ອຍເໝືອນພຣະມະຫາເຖຣະ 60 ພັນສາເລີຍທີ່ດຽວ (ເບິ່ງລາຍລະອຽດໃນ ສະມັນຕະປາສາທິກາ ປາຣາຊິກກັນ ພິກຂຸປະທະພາຊະນີຍະວັນນະນາ ມຈຣ.ແປ ໜ້າ 353)
2. ສະຣະນະຄະມະນູປະສັມປະທາ ເປັນການອຸປະສົມບົດດ້ວຍໄຕຣສະຣະນະຄົມ ກ່າວຄືຜູ້ອຸປະສົມບົດຕ້ອງເປັງວາຈາຮັບເອົາພຣະຣັຕຕະນະໄຕຣວ່າເປັນທີ່ເພິງທີ່ລະນຶກເຖິງ 3 ຄັ້ງ ໂດຍທໍານອງວ່າ “ພຸທທັງ ສະຣະນັງ ຄັຈສາມິ” ຜູ້ບວດດ້ວຍວິທີນີ້ເປັນຄົນທໍາອິດ ໄດ້ແກ່ ພຣະປຸນນະມັນຕານີບຸດ ເຊິ່ງຕໍ່ມາພາຍຫຼັງການບວດດ້ວຍການເຂົ້າເຖິງໄຕຣສະຣະນະຄົມນີ້ມີພຸດທານຸຍາດປະທານໃຫ້ເປັນວິທີການບວດຂອງສາມະເນນ ແມ້ອຸບາສົກອຸບາສິກາໃນປັດຈຸບັນກໍກຳໜົດເອົາວິທີນີ້ເພື່ອປະກາດຕົນເປັນພຸດທະມາມະກະ ຖືເອົາພຣະຣັດຕະນະໄຕຣວ່າເປັນທີ່ເພິ່ງທີ່ລະນຶກເຖິງດ້ວຍວິທີການຢ່າງໃດຢ່າງໜຶ່ງໃນບັນດາວິທີເຂົ້າເຖິງສະຣະນະ 4 ຢ່າງເຫຼົ່ານີ້ຄື (1) ດ້ວຍການມອບຕົນ (2) ດ້ວຍການມີພຣະຣັດຕະນະໄຕຣນັ້ນເປັນທີ່ເພິ່ງ (3) ດ້ວຍການຍ່ອມເປັນສິດ ແລະ(4) ດ້ວຍການຂາບໄຫວ້ (ເບິ່ງລາຍລະອຽດໃນ ກະຖາວ່າດ້ວຍການເຖິງສະຣະນະຄົມ ຈາກ ອັດຖະກະຖາພຣະສຸຕຕັນຕະປິດົກ ອັງຄຸຕຕຣະນິກາຍ ທຸກະນິບາຕ ມຈຣ.ແປ ໜ້າ 27-28 ແລະໂດຍພິສະດານໃນ ສະຣະນັຕຕະຍະວັນນະນາ ຈາກ ອັດຖະກະຖາ ພຣະສຸຕຕັນຕະປິດົກ ຂຸ.ຂຸ. ມຈຣ. ໜ້າ 9)
3. ໂອວາທະປະຕິຄຄະຫະນູປະສັມປະທາ ເປັນການອຸປະສົມບົດທີ່ພຣະຜູ້ມີພຣະພາກຊົງອະນຸຍາດແກ່ພຣະມະຫາກັດສະປະເຖຣະຮັບໂອວາດທຳນອງວ່າ “ກັດສະປະ! ເຈົ້າຈົ່ງສຶກສາຢ່າງນີ້ວ່າ ‘ເຮົາຈັກເຂົ້າໄປຕັ້ງຫິຣິແລະໂອບຕັບປະຢ່າງແຮງກ້າໃນພິກຂຸທັງຫຼາຍຜູ້ເປັນເຖຣະ ຜູ້ເປັນນະວະກະ ຜູ້ເປັນມັດຊິມະ’ ເປັນຕົ້ນ ດັ່ງນີ້”
4. ປັນຫາພະຍາກະຣະນູປະສັມປະທາ ເປັນການອຸປະສົມບົດທີ່ພຣະຜູ້ມີພຣະພາກຊົງປະທານແກ່ໂສປາກະສາມະເນນຜູ້ໄດ້ບັນລຸເປັນພຣະອະຣະຫັນຕັ້ງແຕ່ອາຍຸ 7 ປີ ເມື່ອພຣະບໍຣົມມະສາສະດາຈະຊົງປະທານອຸປະສົມບົດໃຫ້ຈຶ່ງຕັດຖາມປັນຫາ 10 ຂໍ້ ຕາມລຳດັບທຳນອງວ່າ “ແມ່ນຫຍັງຊື່ວ່າໜຶ່ງ” ຈົນເຖິງ “ແມ່ນຫຍັງຊື່ວ່າສິບ” ເມື່ອໂສປາກະສາມະເນນນັ້ນໄດ້ຕອບປັນຫາຄົບແລ້ວກໍສໍາເລັດການອຸປະສົມບົດດ້ວຍປັນຫາພະຍາກະຣະນູປະສັມປະທານັ້ນ (ດັ່ງປາກົດລາຍລະອຽດແລ້ວໃນ ສາມະເນນປັນຫາວັນນະນາ ອັຕ.ຂຸ.ຂຸ ໜ້າ 111)
5. ຄະຣຸທັມມະປະຕິຄຄະຫະນູປະສັມປະທາ ໄດ້ແກ່ ອຸປະສົມບົດທີ່ພຣະຜູ້ມີພຣະພາກຊົງອະນຸຍາດແກ່ພຣະແມ່ນ້ານາງມະຫາປະຊາບໍດີໂຄຕະມີ ດ້ວຍການໃຫ້ຮັບຄຸຣຸທັມ 8 ປະການ
6. ທູເຕນູປະສັມປະທາ ໄດ້ແກ່ ການອຸປະສົມບົດທີ່ພຣະພຸດທະອົງຊົງປະທານພຸດທານຸຍາດບວດຍິງຄະນິກາຊື່ອັດຖະກາສີ ເປັນການອຸປະສົມບົດດ້ວຍການສົ່ງທູດໄປຮັບການບວດ ເນື່ອງຈາກມີໄພທີ່ອາດຈະເກີດຂຶ້ນໃນລະຫວ່າງການເດີນທາງໄປຮັບການບວດ
7. ອັຕຖະວາຈິກູປະສັມປະທາ ໄດ້ແກ່ ການອຸປະສົມບົດຂອງພິກຂຸນີດ້ວຍກັມແລະສົງ 2 ຝ່າຍຄື ຍັຕຕິຈະຕຸຕຖະກັມຈາກພິກຂຸນີສົງແລະຍັຕຕິຈະຕຸຕຖະກັມຈາກພິກຂຸສົງ
8. ຍັຕຕິຈະຕຸຕຖະກັມມູປະສັມປະທາ ໄດ້ແກ່ ການອຸປະສົມບົດດ້ວຍຍັຕຕິຈະຕຸຕຖະກັມມະວາຈາ ເປັນການບວດຂອງພິກຂຸທັງຫຼາຍໃນສະໄໝພຸທທະການເລີ່ມຈາກພຣະຣາທະເຖຣະຈົນເຖິງພິກຂຸທົ່ວໄປໃນປັດຈຸບັນ
V ຄາລະວາດອະຣິຍະບຸກຄົນ
ຄວນໄຫວ້ພິກຂຸປຸຖຸຊົນດ້ວຍຫຼື?
ປັນຫາຂໍ້ນີ້ມີປາກົດລາຍລະອຽດແລ້ວໃນຄຳພີມິລິນທະປັນຫາ ໃນສ່ວນຂອງເມນດະກະປັນຫາ ປະນາມິຕະວັກ ຕອນເສຕຖະທັມມະປັນຫາ (ປັນຫາວ່າດ້ວຍທັມເປັນສິ່ງປະເສີດສຸດ) ເຊິ່ງພຣະຍາມິຣິນທະຣາດຊົງຕັດຖາມຄວາມຂໍ້ນີ້ກັບພຣະນາຄະເສນເຖຣະວ່າ
“ພຣະຜູ້ເປັນເຈົ້ານາຄະເສນ! ພຣະຜູ້ມີພຣະພາກຊົງພາສິດຕວາມຂໍ້ນີ້ໄວ້ວ່າ ‘ທ່ານວາເສດຖະ ພຣະທັມເປັນສິ່ງປະເສີດສຸດໃນໝູ່ຊົນນີ້ ທັງອັດຕະພາບນີ້ ທັງໃນພາຍພາກໜ້າ’ ແລະຊົງຕັດອີກວ່າ ‘ອຸບາສົກຄະລືຫັດແມ້ເປັນພຣະໂສດາບັນຜູ້ປິດອະບາຍໄດ້ແລ້ວ ເຖິງເຊິ່ງສັມມາທິດຖິແລ້ວ ຮູ້ແຈ້ງພຣະສາສະໜາແລ້ວ ກໍຍັງຕ້ອງຂາບໄຫວ້ລຸກຮັບພິກຂຸຫຼືສາມະເນນຜູ້ເປັນປຸຖຸຊົນ’ ຖ້າຫາກພຣະຜູ້ມີພຣະພາກຕັດວ່າ ‘ທ່ານວາເສດຖະ! ພຣະທັມເປັນສິ່ງປະເສີດສຸດໃນໝູ່ຊົນນີ້ ທັງໃນອັດຕະພສບນີ້ ທັງໃນພາຍພາກໜ້າ’ ເປັນຄວາມຈິງ ຖ້າຢ່າງນັ້ນ ຄໍາເວົ້າທີ່ວ່າ ‘ອຸບາສົກຄະລືຫັດແມ້ເປັນພຣະໂສດາບັນຜູ້ປິດອະບາຍໄດ້ແລ້ວ ເຖິງເຊິ່ງສັມມາທິດຖິແລ້ວ ຮູ້ແຈ້ງພຣະສາສະໜາແລ້ວ ກໍຍັງຕ້ອງຂາບໄຫວ້ລຸກຮັບພິກຂຸຫຼືສາມະເນນຜູ້ເປັນປຸຖຸຊົນ’ ກໍຕ້ອງຜິດ, ຖ້າຫາກຕັດວ່າ ‘ອຸບາສົກຄະລືຫັດແມ້ເປັນພຣະໂສດາບັນຜູ້ປິດອະບາຍໄດ້ແລ້ວ ເຖິງເຊິ່ງສັມມາທິດຖິແລ້ວ ຮູ້ແຈ້ງພຣະສາສະໜາແລ້ວ ກໍຍັງຕ້ອງຂາບໄຫວ້ລຸກຮັບພິກຂຸຫຼືສາມະເນນຜູ້ເປັນປຸຖຸຊົນ’ ເປັນຄວາມຈິງ ຖ້າຢ່າງນັ້ນຄຳກ່າວທີ່ວ່າ ‘ທ່ານວາເສດຖະ! ພຣະທັມເປັນສິ່ງປະເສີດສຸດໃນໝູ່ຊົນນີ້ ທັງໃນອັດຕະພສບນີ້ ທັງໃນພາຍພາກໜ້າ’ ກໍຕ້ອງຜິດ, ບັນຫານີ້ມີ 2 ເງື່ອນຕົກເຖິງທ່ານແລ້ວ ຂໍພຣະຜູ້ເປັນເຈົ້າຈົ່ງແກ້ໄຂປັນຫານີ້ເຖີດ”
ລຳດັບນັ້ນ ພຣະນາຄະເສນເຖຣະຖວາຍວິສັດຊະນາວ່າ “ຂໍຖວາຍພຣະພອນ ມະຫາບໍພິດ! ພຣະຜູ້ມີພຣະພາກຊົງພາສິດຄວາມຂໍ້ນີ້ວ່າ ‘ທ່ານວາເສດຖະ! ພຣະທັມເປັນສິ່ງປະເສີດສຸດໃນໝູ່ຊົນນີ້ ທັງໃນອັດຕະພສບນີ້ ທັງໃນພາຍພາກໜ້າ’ ຈິງ ແລະຕັດໄວ້ອີກວ່າ ‘ອຸບາສົກຄະລືຫັດແມ້ເປັນພຣະໂສດາບັນຜູ້ປິດອະບາຍໄດ້ແລ້ວ ເຖິງເຊິ່ງສັມມາທິດຖິແລ້ວ ຮູ້ແຈ້ງພຣະສາສະໜາແລ້ວ ກໍຍັງຕ້ອງຂາບໄຫວ້ລຸກຮັບພິກຂຸຫຼືສາມະເນນຜູ້ເປັນປຸຖຸຊົນ’ ກໍຈິງ ແຕ່ໃນເລື່ອງນັ້ນ ມີເຫດຜົນຢູ່ ເຫດຜົນນີ້ຄືຫຍັງ?
ຄື ທັມເຄື່ອງສ້າງຄວາມເປັນສະມະນະແຫ່ງຜູ້ເປັນສະມະນະ 20 ປະການ ແລະ ເພດ 2 ຢ່າງ ຍ່ອມເປັນເຫດໃຫ້ສະມະນະເປັນຜູ້ຄວນແກ່ການຂາບໄຫວ້ ການລຸກຮັບ ນັບຖື ບູຊາ ທັມເຄື່ອງສ້າງຄວາມເປັນສະມະນະແຫ່ງຜູ້ເປັນສະມະນະ 20 ປະການ ແລະເພດ 2 ຢ່າງ ມີຫຍັງແດ່ ຄື
1. ທັມມາຣາໂມ ມີຄວາມຍິນດີໃນທັມ
2. ອັຄໂຄ ນິຍະໂມ ມີຄວາມນິຍົມອັນເລີດ
3. ຈາໂຣ ມີຄວາມປະພຶດດີ
4. ວິຫາໂຣ ມີວິຫາຣະທັມ
5. ສັງຍະໂມ ມີຄວາມສຳລວມ
6. ສັງວະໂຣ ມີທັມເຄື່ອງປ້ອງກັນ
7. ຂັນຕິ ມີຄວາມອົດກັ້ນ
8. ໂສຣັຈໂຈ ມີຄວາມສະຫງົບສະຫງຽມ
9.ເອກັຕຕະຈະຣິຍາ ປະພຶດໃນອາລົມທີ່ມີຄວາມເປັນໜຶ່ງ
10.ເອກັຕຕາພິຣະຕັງ ຍິນດີໃນອາລົມທີ່ມີຄວາມເປັນໜຶ່ງ
11. ປະຕິສັລລານັງ ມີຄວາມປະພຶດຫຼີກເລັ້ນ
12. ຫິຣິໂອຕຕັປປັງ ມີຄວາມລະອາຍແລະຢ້ານກົວບາບ
13. ວີຣິຍັງ ມີຄວາມພຽນ
14. ອັປປະມາໂທ ມີຄວາມບໍ່ປະມາດ
15. ສຸກກາວະທານັງ ມີສິກຂາສະມາທານ
16. ອຸທເທໂສ ມີການຮຽນພຣະບາລີ
17. ປະຣິປຸຈສາ ມີການສອບຖາມ
(ຫຼືການຮຽນອັດຖະກະຖາ)
18.ສີລາທິອະພິຣະຕິ ມີຄວາມຍິນດີໃນຄຸນມີສິນເປັນຕົ້ນ
19. ນິຣາລະຍະຕາ ບໍ່ມີອາໄລ
20. ສິກຂາປະທະປາຣິປູຣິຕາ
ເປັນຜູ້ກະທຳສິກຂາໃຫ້ບໍລິບູນ ເພດ 2 ຢ່າງ ຄື
1. ກາສາວະທາຣະນັງ ຊົງຜ້າກາສາວະພັດ
2. ພັນດຸພາໂວ ມີຫົວໂລ້ນ
ທັມເຄື່ອງສ້າງຄວາມເປັນສະມະນະແຫ່ງຜູ້ເປັນສະມະນະມີ 20 ປະການເຫຼົ່ານີ້ ແລະເພດມີ 2 ຢ່າງເຫຼົ່ານີ້ແລ ພິກຂຸຍ່ອມສະມາທານປະພຶດຄຸນນະທັມເຫຼົ່ານີ້ ພິກຂຸນັ້ນ ເພາະຄວາມທີ່ມີທັມເຫຼົ່ານັ້ນບໍ່ບົກຜ່ອງ ບໍລິບູນ ເຖິງພ້ອມ ພຽບພ້ອມ ກໍຍ່ອມກ້າວລົງສູ່ອະເສຂະພູມ ອະຣະຫັນຕະພູມ ຍ່ອມກ້າວລົງສູ່ລຳດັບພູມອັນປະເສີດ ຊື່ວ່າເປັນຜູ້ໄປສູ່ທີ່ໃກ້ຄວາມເປັນພຣະອະຣະຫັນຕ໌ ເພາະເຫດນັ້ນ ອຸບາສົກຜູ້ເປັນພຣະໂສດາບັນ ຈຶ່ງຄວນເພື່ອການຂາບໄຫວ້ ລຸກຮັບພິກຂຸຜູ້ເປັນປຸຖຸຊົນ
ອຸບາສົກຜູ້ເປັນພຣະໂສດາບັນຄວນຈະຂາບໄຫວ້ ລຸກຮັບພິກຂຸຜູ້ເປັນປຸຖຸຊົນ ດ້ວຍຄິດວ່າ ‘ທ່ານຜູ້ນັ້ນເຂົ້າເຖິງຄວາມເປັນຜູ້ສະເໝີເໝືອນກັບພຣະຂີນາສົບທັງຫຼາຍ ເຮົາບໍ່ມີສະໄໝ (ໂອກາດ) ນັ້ນ’
ອຸບາສົກຜູ້ເປັນພຣະໂສດາບັນຄວນຈະຂາບໄຫວ້ ລຸກຮັບພິກຂຸຜູ້ເປັນປຸຖຸຊົນ ດ້ວຍຄິດວ່າ ‘ທ່ານຜູ້ນັ້ນເຂົ້າເຖິງຄວາມເປັນຍອດບໍລິສັດ ເຮົາບໍ່ແມ່ນຜູ້ເຂົ້າເຖິງຖານະນັ້ນ’
ອຸບາສົກຜູ້ເປັນພຣະໂສດາບັນຄວນຈະຂາບໄຫວ້ ລຸກຮັບພິກຂຸຜູ້ເປັນປຸຖຸຊົນ ດ້ວຍຄິດວ່າ ‘ທ່ານຜູ້ນັ້ນໄດ້ຟັງພຣະປາຕິໂມກຂຸທເທສ ເຮົາບໍ່ໄດ້ຟັງພຣະປາຕິໂມກຂຸທເທສນັ້ນ’
ອຸບາສົກຜູ້ເປັນພຣະໂສດາບັນຄວນຈະຂາບໄຫວ້ ລຸກຮັບພິກຂຸຜູ້ເປັນປຸຖຸຊົນ ດ້ວຍຄິດວ່າ ‘ທ່ານຜູ້ນັ້ນໃຫ້ບຸກຄົນອື່ນບັນພະຊາອຸປະສົມບົດກໍໄດ້ ກະທຳພຣະສາສະໜາຂອງພຣະຊິນະວອນພຣະພຸດທະເຈົ້າໃຫ້ຈະເລີນກໍໄດ້ ກິດທີ່ວ່ານີ້ເຮົາເຮັດບໍ່ໄດ້’
ອຸບາສົກຜູ້ເປັນພຣະໂສດາບັນຄວນຈະຂາບໄຫວ້ ລຸກຮັບພິກຂຸຜູ້ເປັນປຸຖຸຊົນ ດ້ວຍຄິດວ່າ ‘ທ່ານຜູ້ນັ້ນເປັນຜູ້ມີປົກກະຕິທຳໃຫ້ພຽບພ້ອມໃນສິກຂາບົດທັງຫຼາຍ ອັນຫາປະມານບໍ່ໄດ້ ເຮົາບໍ່ໄດ້ປະພຶດໃນສິກຂາບົດທັງຫຼາຍເຫຼົ່ານັ້ນ’
ອຸບາສົກຜູ້ເປັນພຣະໂສດາບັນຄວນຈະຂາບໄຫວ້ ລຸກຮັບພິກຂຸຜູ້ເປັນປຸຖຸຊົນ ດ້ວຍຄິດວ່າ ‘ທ່ານຜູ້ນັ້ນເຂົ້າເຖິງເພດສະມະນະ ດຳລົງຢູ່ໃນຖານະທີ່ພຣະພຸດທະເຈົ້າປະສົງ ເຮົາຫ່າງໄກຈາກເພດນັ້ນ’
ອຸບາສົກຜູ້ເປັນພຣະໂສດາບັນຄວນຈະຂາບໄຫວ້ ລຸກຮັບພິກຂຸຜູ້ເປັນປຸຖຸຊົນ ດ້ວຍຄິດວ່າ ‘ທ່ານຜູ້ນັ້ນບໍ່ປ່ອຍຂົ່ນຂີ້ລັງແຮ້ຍາວລຸງລັງ ບໍ່ຫຍອດຕາ ບໍ່ປະດັບປະດາຮ່າງກາຍ (ແຕ່ວ່າ) ລູບໄລ້ກິ່ນສີນ ສ່ວນເຮົາຍັງຍິນດີໃນການປະດັບ ການແຕ່ງຕົວ’
ອີກຢ່າງໜຶ່ງ ອຸບາສົກຜູ້ເປັນພຣະໂສດາບັນຄວນຈະຂາບໄຫວ້ ລຸກຮັບພິກຂຸຜູ້ເປັນປຸຖຸຊົນ ດ້ວຍຄິດວ່າ ‘ທັມເຄື່ອງສ້າງຄວາມເປັນສະມະນະ 20 ປະການ ແລະເພດ 2 ຢ່າງ ເຫຼົ່າໃດ ທັມທັງໝົດນີ້ຍ່ອມມີແກ່ພິກຂຸ ກໍພຣະພິກຂຸນັ້ນເອງຊົງທັມເຫຼົ່ານັ້ນໄວ້ໄດ້ ທັງຍັງໃຫ້ຜູ້ອື່ນໄດ້ສຶກສາໃນທັມເຫຼົ່ານັ້ນ ແຕ່ເຮົາບໍ່ມີຄວາມຮູ້ແລະການສຶກສານັ້ນ’
ປຽບເໝືອນພຣະຣາຊະກຸມານຊົງຮຽນວິຊາ ຊົງສຶກສາຂັດຕິຍະທັມໃນສຳນັກຂອງປຸໂຣຫິ ໃນສະໄໝຕໍ່ມາ ພຣະຣາຊະກຸມານຊົງໄດ້ຮັບການອະພິເສກແລ້ວ ກໍຍັງຊົງຂາບໄຫວ້ ລຸກຮັບອາຈານ ດ້ວຍຄິດວ່າ ‘ທ່ານຜູ້ນີ້ເປັນຜູ້ໃຫ້ເຮົາໄດ້ສຶກສາ’ ສັນໃດ ອຸບາສົກຜູ້ເປັນພຣະໂສດາບັນຄວນຈະຂາບໄຫວ້ ລຸກຮັບພິກຂຸຜູ້ເປັນປຸຖຸຊົນ ດ້ວຍຄິດວ່າ ‘ພຣະພິກຂຸເປັນຜູ້ໃຫ້ຄົນທັງຫຼາຍໄດ້ສຶກສາ ຊົງໄວ້ເຊິ່ງວົງຂອງພຣະສາສະດາ’ ສັນນັ້ນເໝືອນກັນ
ອີກຢ່າງໜຶ່ງ ຂໍພຣະອົງຊົງຊາບເຖີດວ່າ ‘ພູມຂອງພິກຂຸຍິ່ງໃຫຍ່ ມີຄວາມໄພບູນ ທີ່ຫາພູມຄາຣາວາດສະເໝີເໝືອນບໍ່ໄດ້ໂດຍປະລິຍາຍນີ້ ຖ້າຫາກອຸບາສົກຜູ້ເປັນພຣະໂສດາບັນທຳອະຣະຫັຕຕະຜົນໃຫ້ແຈ້ງໄດ້ ອຸບາສົກຜູ້ເປັນພຣະໂສດາບັນນັ້ນ ຈະມີຄະຕິຢູ່ 2 ຢ່າງ ຄື ຈະຕ້ອງປະຣິນິບພານໃນວັນນັ້ນແນ່ນອນຢ່າງໜຶ່ງ ຕ້ອງເຂົ້າເຖິງຄວາມເປັນພິກຂຸຢ່າງໜຶ່ງ,
ຂໍຖວາຍພຣະພອນ ມະຫາບໍພິດ! ການບວດເປັນຖານະທີ່ບໍ່ຫວັ່ນໄຫວ ພູມພິກຂຸນີ້ຈຶ່ງເປັນພູມທີ່ຍິ່ງໃຫຍ່ ສູ່ງສົງຍິ່ງນັກ”
ເມື່ອພຣະນາຄະເສນເຖຣະຖວາຍພຣະພອນວິສັດຊະນາແກ້ປັນຫານີ້ແລ້ວ ພຣະເຈົ້າມິລິນທ໌ຊົງຊື່ນຊົມສາທຸການດ້ວຍພຣະດຳຣັດວ່າ “ພຣະຜູ້ເປັນເຈົ້ານາຄະເສນ! ປັນຫາທີ່ຕ້ອງໃຊ້ກຳລັງຍານ ຕົວທ່ານຜູ້ຊົງກໍາລັງຍານ ມີຄວາມຮູ້ຍິ່ງ ໄດ້ແກ້ດີແລ້ວ ເວັ້ນຜູ້ມີຄວາມຮູ້ເຊັ່ນທ່ານ ຜູ້ອື່ນບໍ່ອາດຈະເປື້ອງປັນຫານີ້ໄດ້ຢ່າງນີ້” ເສດຖະທັມມະປັນຫາທີ 1 ຈົບ
VI ສະຫລຸບ
ສະຫລຸບແລ້ວພິກຂຸສັບນີ້ມີຄວາມໝາຍຫຼາຍຢ່າງເປັນນາມມະສັບທີ່ບົ່ງບອກເຖິງວິຖີຊີວິດທັມມະຈັນຍາຂອງບັນພະຊິດເພດທັງຫຼາຍຜູ້ເປັນພຸດທະສາວົກຂອງພຣະພຸທທະ
ຣັດຕະນະຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ໂດຍລວມແລ້ວທີ່ຊື່ວ່າພິກຂຸ ເພາະເປັນຜູ້ຂໍ, ເພາະອາໄສການທ່ຽວຂໍ, ເພາະໃຊ້ຜື່ນຜ້າທີ່ເຮັດໃຫ້ເສຍລາຄາ, ເພາະຮຽກກັນໂດຍໂວຫານ, ເພາະການປະຕິຍານຕົນ, ເພາະພຣະພຸດທະເຈົ້າຊົງບວດໃຫ້, ເພາະເປັນຜູ້ບວດດ້ວຍໄຕຣສະຣະນະຄົມ, ເພາະເປັນຜູ້ຈະເລີນ, ເພາະເປັນຜູ້ມີສາຣະ, ເພາະເປັນຜູ້ຍັງຕ້ອງສຶກສາ, ເພາະເປັນຜູ້ບໍ່ຕ້ອງສຶກສາ) ແລະ ຊື່ວ່າພິກຂຸ ເພາະເປັນຜູ້ທີ່ສົງພ້ອມພຽງກັນອຸປະສົມບົດໃຫ້ດ້ວຍຍັດຕິຈະຕຸດຖະກັມທີ່ຖືກຕ້ອງ ສົມຄວນແກ່ເຫດ ທັງໝົດນີ້ແລຊື່ວ່າພິກຂຸ
ທັມມາຣາໂມ ທັມມະຣະໂຕ
ທັມມັງ ອະນຸວິຈິນຕະຍັງ
ທັມມັງ ອະນຸສສະຣັງ ພິກຂຸ
ສັທທັມມາ ນະ ປະຣິຫາຍະຕິ
ພິກຂຸຜູ້ຢູ່ໃນທັມ ຍິນດີໃນທັມ
ພິນິດພິຈາລະນາທັມ
ແລະລະນຶກເຖິງທັມສະເໝີ
ຍ່ອມບໍ່ເສື່ອມຈາກພຣະສັທທັມ
ຮຽບຮຽງໂດຍ: ພຣະປັນດິຕາຈາຣຍ໌ ແຮ່ສະຫວັນ ສີລາຈັນທຣ໌
ບໍ່ແກ້ວ 13/7/2018

