ທັມມະນູນຊີວິດ. ຕອນ 2

ທັມມະນູນຊີວິດ ຕອນ 2
ວິນັຍຊາວພຸດ: ພາກ 2
ວິນັຍໝວດທີ 2 : ສັດຈະທັມສອງດ້ານ
ອະນັນຕະຣິຍະກັມ 5
ວິນັຍໝວດທີ 2 : ສັດຈະທັມສອງດ້ານ
ອະນັນຕະຣິຍະກັມ 5
ອະນັນຕະຣິຍະກັມແປວ່າ ກັມໃຫ້ຜົນໃນພົບເປັນລຳດັບ ແລະ ກັມ 5 ຢ່າງນີ້ເປັນບາບອັນໜັກທີ່ສຸດ
ຫ້າມສະຫວັນ ຫ້າມນິພານຕົກຢູ່ໃນຖານປາຣາຊຶກຂອງຜູ້ນັບຖືສາສນາ
ຫ້າມບໍ່ໃຫ້ເຮັດເປັນເດັດຂາດ.
1. ມາຕຸຄາດ: ຂ້າມານດາ 2. ປິຕຸຄາຕ: ຂ້າບິດາ
3. ອະຣະຫັນຕະຄາດ: ຂ້າພຣະອະຣະຫັນ 4. ໂຣຫິຕຸປບາດ: ປອງຮ້າຍພຣະພຸດທະເຈົ້າ ຈົນພຣະໂລຫິດຫໍ້ຂຶ້ນໄປ
5. ສັງຄະເພທະ: ເຮັດໃຫ້ສົງແຕກຈາກກັນ
ກຸສົນມູນ 3 ຢ່າງ
ເມື່ອກຸສົນມູນເຫຼົ່ານີ້ມີຢູ່ແລ້ວ ກຸສົນອື່ນທີ່ຍັງບໍ່ເກີດ ກໍ່ເກີດຂຶ້ນ ທີ່ເກີດແລ້ວກໍຈະະເຣີນຫຼາຍຂຶ້ນເຫດນັ້ນ ຄວນພໍ່າເພັງໃຫ້ເກີດມີໃນຕົນ.
1. ອະໂລພະ: ຄວາມບໍ່ໂລບຢາກໄດ້
2. ອະໂທສະ: ຄວາມບໍ່ຄິດປອງຮ້າຍຜູ້ອື່ນ
3. ອະໂມຫະ: ຄວາມບໍ່ຫຼົງໄຫລ ມີປັນຍາດີ

ຄຳອະທິບາຍ: ອະໂລພະ: ຄວາມບໍ່ໂລບຢາກໄດ້ຫຼາຍກໍຈະຄິດເພື່ອແຜ່ວັດຖຸເຂົ້າຂອງໆຕົນ
ໃຫ້ແກ່ຜູ່ອື່ນໄດ້ດັງບາລີວ່າ“ອະໂລໂພ ທາເຫຕຸ” ຄວາມບໍ່ໂລບເປັນເຫດໃຫ້ໄດ້ບໍຣິຈາກທານ.
ອະໂທສະ: ຄວາມບໍ່ຄິດປອງຮ້າຍຜູ້ອື່ນນັ້ນ
ເປັນເຫດໃຫ້ມີເມດຕາກະຣຸນາ ຕໍ່ຄົນ ແລະ ສັດທັງຫຼາຍໄດ້ ຄົນເຮົາຈະມີຄວາມຮັກແພງກັນໄດ້
ກໍເພາະມີຄວາມເມດຕາຕໍ່ກັນ ແລະ ເປັນປັດຈັຍໃຫ້ມີການຮັກສາສິນ ດັງບາລີວ່າ “ອະໂທໂສ ສິລເຫຕຸ” ຄວາມບໍ່ໃຈຮ້າຍເປັນເຫດໃຫ້ຮັກສາສິນດັ່ງນີ້.
ອະໂທສະ: ຄວາມບໍ່ຫຼົງໄຫຼ ມີປັນຍາດີນັ້ນ ຍ່ອມສາມາດເຮັດວຽກງານທຸກຢ່າງ
ທັງທາງກາຍ ວາຈາ ແລະ ຈິດໃຈບໍ່ໃຫ້ຜິດພາດເປັນຜູ້ສະລາດເຮັດຄວາມດີໃຫ້ຍິ່ງຂຶ້ນ ນັບວ່າ
ເປັນພາວະນາມັຍສ່ວນໜຶ່ງດັງບາລີວ່າ “ອະໂມໂຫ
ພາວະນາເຫຕຸ” ຄວາມບໍ່ຫຼົງເປັນເຫດໃຫ້ຈເຣີນພາວະນາ ດັ່ງນີ້.
ມະລະ
ຫຼື ມົນທິນ 9 ຢ່າງ
1. ໂກທະ: ຄວາມໃຈຮ້າຍ 2. ມັກຂະ: ດູມິນບຸນຄຸນທ່ານ 3. ອິສສາ: ຣິສະຍາ
4. ມັດສະຣິຍະ: ຄວາມຂີ້ຖີ່ 5. ມາຍາ: ມີມາຍາ 6. ສາໄຖຍະ: ມັກອວດ
7. ມຸສາວາດ: ເວົ້າຄວາມຕົວະ 8. ປາປິດສາ: ມີຄວາມປາຖະນາລາມົກ 9. ມິດສາທິດຖິ: ມີຄວາມ
1. ໂກທະ: ຄວາມໃຈຮ້າຍ 2. ມັກຂະ: ດູມິນບຸນຄຸນທ່ານ 3. ອິສສາ: ຣິສະຍາ
4. ມັດສະຣິຍະ: ຄວາມຂີ້ຖີ່ 5. ມາຍາ: ມີມາຍາ 6. ສາໄຖຍະ: ມັກອວດ
7. ມຸສາວາດ: ເວົ້າຄວາມຕົວະ 8. ປາປິດສາ: ມີຄວາມປາຖະນາລາມົກ 9. ມິດສາທິດຖິ: ມີຄວາມ
ເຫັນຜິດ
ຄຳອະທິບາຍ: ມະລະ ແປວ່າ ຄວາມເສົ້າໝອງ
ເປັນຊື່ຂອງສັງກິເລດ 8 ປະການ ມີໃຈຮ້າຍເປັນຕົ້ນ ໄດ້ຊື່ວ່າ ມະລະ ( ຄືມົນທິນ )
ກໍເພາະເປັນທັມອັນຍັງຈິດໃຈຂອງບຸກຄົນໃຫ້ເສົ້າໝອງ ຄືວ່າ ເມື່ອສັງກິເລດທັມເຫຼົ່ານັ້ນ
ຢ່າງໃດຢ່າງນຶ່ງເກິດຂຶ້ນແລ້ວ ດວງຈິດອັນຜ່ອງໃສ ເໝືອນກັບນໍ້າໃສສະອາດ
ກໍກາຍເປັນທັມມະຊາດຂຸ່ນມົວ ເໝືອນນໍ້າໃສທີ່ຄົນກວນໃຫ້ຂຸ້ນໄປສັນນັ້ນ.
ໃນລັກສະນະຂອງມົນທິນເຫຼົ່ານັ້ນ, ປາປິດສາ
ຄວາມປາຖະນາລາມົກນັ້ນ ໄດ້ແກ່ຄວາມຢາກໄດ້ທຸກສິ່ງທຸກຢ່າງ
ເຖິງຈະໄດ້ມາໂດຍອາການຢ່າງໃດກໍຕາມ ຕະລອດຈົນການປາຖະນາ ຄວາມເປັນຜູ້ມີຊື່ສຽງ
ເຊິ່ງປາສະຈາກຄຸນສົມບັດ ອັນເປັນເຫດໃຫ້ມີຊື່ສຽງຢ່າງນັ້ນ.
ທັມຂອງຄາຣະວາດ 4 ຢ່າງ
1. ສັຈຈະ: ສັດຊື່ຕໍ່ກັນ 2. ທະມະ: ຮູ້ຈັກຂົ່ມຈິດຂອງຕົນ 3. ຂັນຕິ: ຄວາມອົດທົນ
4. ຈາຄະ: ສະລະແບ່ງປັນສິ່ງຂອງໆ ຕົນແກ່ຄົນທີ່ຄວນໃຫ້ປັນ
ຄໍາອະທິບາຍ: ທັມຂອງຄາຣະວາດນີ້ເປັນທັມຂອງຜູ້ຄອງເຮຶອນທີ່ຄວນປະພຶດປະຕິບັດໃຫ້ຄົບ
ມິດແທ້ຄືຄົນຄວນຄົບ 4 ຈໍາພວກ
1. ມິດມີອຸປະກາຣະຄຸນ 2. ມິດຮ່ວມສຸກຮ່ວມທຸກ 3. ມິດແນະນຳປະໂຍດ 4. ມິດມີຄວາມຮັກແພງກັນ
ຄຳອະທິບາຍ: ມິດແທ້ຄືບໍ່ແມ່ນມິດທຽມມິດປອມ
ຕາມທີ່ກ່າວມາຂ້າງຕົ້ນນັ້ນແລ້ວ ມິດແທ້ນີ້ ພຣະຜູ້ມີພຣະພາກເຈົ້າຊົງສະແດງໄວ້ 4 ຈໍາພວກຄື ມິດທີ່ມີອຸປະກາຣະຄຸນ ໄດ້ແກ່ມິດເຮັດຄຸນປະໂຍດອັນດີໃຫ້ຈຳພວກ
1 ມິດແນະນຳປະໂຍດຄື ແນະນຳບອກສອນໃນສິ່ງທີ່ຄວນ ແລະ ບໍ່ຄວນ 1 ມິດຮ່ວມສຸກຮ່ວມທຸກນໍາກັນ 1 ມິດທີ່ມີຄວາມຮັກແພງສະນິດສະນົມກັນ
1 ເຊິ່ງມີລັກສະນະຕາງກັນດັ່ງຕໍ່ໄປນີ້ຄື:
ກ. ມິດມີອຸປະກາຣະ ມີລັກສະນະ 4 ຢ່າງ
1. ປ້ອງກັນໝູ່ເພື່ອນຜູ້ມີຄວາມປະມາດແລ້ວ 2. ປ້ອງກັນຊັບສົມບັດຂອງໝູ່ເພື່ອນຜູ້ມີຄວາມປະມາດແລ້ວ
3. ເມື່ອມີໄພເປັນທີ່ເພິ່ງພາອາສັຍໄດ້ 4. ເມື່ອມິກິດທຸຣະຊ່ອຍຊັບສົມບັດໃຫ້ເກີດກວ່າທີ່ອອກປາກ
ຂ.
ມິດຮ່ວມສຸກຮ່ວມທຸກມີລັກສະນະ 4ຢ່າງ
1. ໄຂຄວາມລັບຂອງຕົນຕໍ່ໝູ່ເພື່ອນ 2. ປົກປິດຄວາມລັບຂອງໝູ່ເພື່ອນໄວ້ບໍ່ໄຫ້ແຜ່ຜາຍ
3. ບໍ່ທອດຖິ້ມໃນຍາມວິບັດ 4. ເຖິງຊີວິດກໍອາດສະລະແທນໝູ່ເພື່ອນໄດ້
1. ໄຂຄວາມລັບຂອງຕົນຕໍ່ໝູ່ເພື່ອນ 2. ປົກປິດຄວາມລັບຂອງໝູ່ເພື່ອນໄວ້ບໍ່ໄຫ້ແຜ່ຜາຍ
3. ບໍ່ທອດຖິ້ມໃນຍາມວິບັດ 4. ເຖິງຊີວິດກໍອາດສະລະແທນໝູ່ເພື່ອນໄດ້
ຄ. ມິດແນະນໍາປະໂຍດມີລັກສະນະ 4ຢ່າງ
1. ຫ້າມບໍ່ໃຫ້ເຮັດຄວາມຊົ່ວ 2. ແນະນໍາໃຫ້ຢູ່ໃນຄວາມດີ
3. ໃຫ້ຟັງສິ່ງທີ່ຍັງບໍ່ເຄີຍຟັງ
4. ບອກທາງໄປສະຫວັນໃຫ້
ງ. ມິດມີຄວາມຮັກແພງ ມີລັກສະນະ 4ຢ່າງ
1. ເມື່ອໄດ້ທຸກກໍທຸກດ້ວຍ 2. ຍາມໄດ້ສຸກກໍສຸກດ້ວຍ
3. ໂຕ້ຖຽງຄົນທີ່ເວົາຕິຕຽນໝູ່ເພື່ອນ 4. ຮັບຮອງຄົນທີ່ເວົ້າສັນລະເສີນໝູ່ເພື່ອນ
ທິດ 6
1. ປຸຣັສຖິມະທິສ: ທິດເບື້ອງໜ້າຄື ມາຣດາ ບິດາ 2. ທັກຂິນະທິສ: ທິດເບຶ້ອງຂວາຄື ອາຈານ
3. ປັຈສິມທິສ: ທິດເບຶ້ອງຫຼັງຄື ບຸດ ພັນຣະຍາ 4. ອຸຕຕະຣະທິສ: ທິດເບຶ້ອງຊາຍຄື ມິດສະຫາຍ
5. ເຫຕຖິພະທິສ: ທິດເບຶ້ອງຕໍ່າຄື ບ່າວໄພ່ 6. ອຸປະຣິມະທິສ: ທິດເບຶ້ອງບົກຄື ສະມະນະພາມ

ຄຳອະທິບາຍ: ທິສ ຫຼື ທິດ ໝາຍຄວາມວ່າ ຂ້າງ ຜ່າຍ
ແປຕາມສັບວ່າ ຂ້າງທີ່ເຫັນ ຫຼື ຂ້າງທີ່ປາກົດເຫັນໝາຍຄວາມວ່າ ບຸກຄົນ 6 ຈໍາພວກເປັນຕົ້ນ
ບຸດເພິ່ງບໍາລຸງ 5 ສະຖານ
1. ທ່ານໄດ້ລ້ຽງມາແລ້ວ ລ້ຽງທ່ານຕອບແທ່ນ 2. ເຮັດວຽກງານຂອງທ່ານ
3. ຮັກສາວົງຕະກູນ 4. ປະພຶດຕົນໃຫ້ເປັນຄົນຄວນຮັບຊັບມໍຣະດົກ
5. ເມື່ອທ່ານລ່ວງລັບໄປແລ້ວ ເຮັດບຸນອຸດທິດໃຫ້ທ່ານ
ສາມີຕ້ອງປະຕິບັດຕໍ່ພັນລະຍາ 5 ຢ່າງ
1. ດ້ວຍຄວາມຍົກຍ້ອງ ນັບຖືວ່າ ເປັນພັນລະຍາ 2. ບໍ່ມີຄວາມດູໝິ່ນ ດູແຄນ
3. ບໍ່ປະພຶດລ່ວງເກີນ ຈິີດໃຈ 4. ມອບຄວາມເປັນໃຫຍ່ໃຫ້ໃນຄອບຄົວ
5. ໃຫ້ເຄື່ອງແຕ່ງຕົວ
ພັນລະຍາຕ້ອງປະຕິບັດຕໍ່ສາມີ 5 ຢາງ
1. ເຮັດວຽກງານດີ 2. ສົງເຄາະຄົນໃນບ້ານໃກ້ເຮືອນຄຽງຂອງຜົວດີ
3. ບໍ່ປະພຶດລ່ວງເກີນໃຈຜົວ 4. ຮັກສາຊັບ ທີ່ຜົວຫາມາໄດ້ໄວ້ໃຫ້ດີ
5. ດຸໝັ່ນ ບໍ່ຂີ້ຂານ ເຮັດວຽກງານທັງປວງ
ໂລກະທັມ 8
ທັມທີ່ຄອບງຳສັດໂລຢູ່ ແລະ ສັດໂລກຍ່ອມເປັນໄປຕາມທັມນັ້ນຊື່ວ່າ ໂລກທັມ ໂລກທັມນັ້ນມີ 8 ຢ່າງຄື:
1. ລາໂພ: ມີລາບ # 2. ອະລາໂພ: ບໍ່ມີລາບ
3. ຍະໂສ: ມີຍົດ # 4. ອະຍະໂສ: ບໍ່ມີຍົດ
5. ນິນທາ: ຕິຕຽນ # 6. ປະສັງ: ສັນເສີນ
7. ສຸຂັງ: ມີຄວາມສຸກ # 8. ທຸກຂັງ: ມີຄວາມທຸກ
ວິນັຍຊາວພຸດ: ພາກ 3
ວິນັຍໝວດທີ 3 : ຫຼັກແຫ່ງການປະຕິບັດ
___________ອ່ານຕໍ່ສະບັບໜ້າ.............