ການບວດຮຽນ

ການຮຽນ
ເມື່ອບວດເເລ້ວ
ຕ້ອງມີການຮຽນ ຜູ້ບວດຈະຕ້ອງເປັນຜູ້ຄົງເເກ່ຮຽນສົມກັບຊາວບ້ານ ເຂົານິຍົມນັບຖື ວ່າ:
ບວດຮຽນຂຽນອ່ານ ພຣະທັມວິນັຍ (ພຣະສູຕຣ໌, ພຣະວິນັຍ,
ພຣະອະພິທັມ)
ໃຫ້ຮູ້ຂໍ້ວັດປະຕິບັຕິ. (ຖ້າບວດເເລ້ວບໍ່ຮຽນເຂົາວ່າ: ບວດລັບບວດຫລີີ້ນ ບວດລອງ
ບວດຄອງປະເພນີ ບວດບໍ່ໜີສົງສານ ບວດຂີ້ໃສ່ຖານ ບວດຜານເຂົ້າສຸກ ບວດສຸບຫົວນອນ
ບວດເພື່ອສະນຸກສະໜານ ບວດຜານຄອງວັດ. ສໍາຫລັບບວດມາເພື່ອສຶກສາຮໍ່າຮຽນນັ້ນ:
ສະໄໝກ່ອນເພິ່ນເເບ່ງຊັ້ນຮຽນອອກເປັນ 3 ຕອນຄື ບັ້ນຕົ້ນ, ບັ້ນກາງ,
ບັ້ນປາຍ
ເເຕ່ລະຂັ້ນມີດັ່ງນີ້:
ບັ້ນຕົ້ນ:
1. ສູຕຣ໌ມົນຕ໌ນ້ອຍ: ຄື
ຕັ້ງມຸງຄຸນນ້ອຍໄດ້ເເກ່ເຈັດຕໍານານ ສູຕຕ໌ມົຕຕ໌
ຫລວງ ຄື ຕັ້ງມຸງຄຸນຫລວງ ໄດ້ເເກ່ 12 ຕໍານານ ໄຊຍ໌ນ້ອຍ ໄຊຍ໌ໃຫຍ່ ທ່ອງຈົນໄດ້ຕິດປາກ
ຕິດຄໍ ຈົນຈົບບໍຣິບູນ.
2. ສູຕຣ໌ມົນຕ໌ກາງ: ຄື ທັມມະຈັກກັບປະວັດຕະນະສູຕຣ໌
ມະຫາສະມະຍະສູຕຣ໌ ອະທິດຕະປະຣິຍະສູຕຣ໌ ອະນັດຕະລັກຂະນະສູຕຣ໌ ມາຕິການ ເເຈ້ກ
ອະພິທັມເຈັດຄັມພີຣ໌ ພຣະວິນັຍ, ພຣະສູຕຣ໌.
3. ສູຕຣ໌ມົນຕ໌ປາຍ ຄື ສັດທາ (ປາລີມູລະກັດຈາຍນະສູຕຣ໌
ອະພິທັມມັດຖະສັງຄະຫະປາລີ) ປາຕິໂມກຂ໌ບາລີທ່ອງໃຫ້ໄດ້.
ບັ້ນກາງ:
1. ຮຽນສູຕຣ໌ ມູລກັຈຈາຍນະ ເຣີ່ມຈາກ
ສະມັນຍາພິທານສົນທິ ເປັນຕົ້ນໄປເໝືອນຮຽນ ບາລີໄວຍາກຣນ໌ໃນປັດຈຸບັນ.
2. ເເປຄັມພີຣ໌ບາລີ ອັດຖະກະຖາທັງ 5 ຄື ວິນັຍອັດຖະກະຖາ ອາທິກັມ ອັດຖະກະຖາປາຈິຕຕິຍ໌
ອັດຖະກະຖາຈຸລະວັກ ອັດຖະກະຖາມະຫາວັກ ອັດຖະກະຖາປະຣິວາຣວັກ.
3. ອັດຖະກະຖາທັມມະບົທບາລີ 8 ພາກ.
ບັ້ນປາຍ:
1) ຄັມພີຣ໌ທະສະຊາຕິບາລີ 2. ມັງຄະລັດຖະທີປະນີບາລີ 3. ອັດຖະກະຖາວິສຸດທິມັກບາລີ 4. ອັດຖະກາຖາອະພິທັມມັດຖະສັງຄະຫະບາລີ.
