ບຸກຄົນຫາໄດ້ຍາກ 2 ຢ່າງ
ບຸກຄົນຫາໄດ້ຍາກ 2 ຢ່າງ
1. ປຸພະກາລີ: ບຸກຄົນຜູ້ເຮັດ
ອຸປະກາຣະມາກ່ອນ
2. ກະຕັນຍູກະຕະເວທີ: ບຸກຄົນຜູ້ຮູ້ອຸປະກາຣະທີ່ທ່ານໄດ້ເຮັດມາກ່ອນແລ້ວ
ຕອບແທນ
ຄຳອະທິບາຍ: “ບຸກຄົນຫາໄດ້ຍາກ” ເພາະອັນວ່າຍາກທີ່ຈະໄດ້ພ້ອມກັນ ໂດຍອະທິບາຍວ່າ
ເພາະສັດທັງຫຼາຍເປັນຜູ້ມີອະວິຊາຕັນຫາ ຄອບງຳປະຈຳຢູ່ໃນສັນດານ
ຄອຍຫາແຕ່ປະໂຍດຕົນບໍ່ຫລຽວແລເບິ່ງຜູ້ອື່ນ ຈິ່ງຍາກຈະເຮັດໃຫ້ຕົນ
ເປັນຄົນມີປຸພະກາລີໄດ້ສ່ວນບຸກຄົນທີ່ໄດ້ຮັບອຸປະກາຣະຈາກຜູ້ອື່ນແລ້ວ
ບໍ່ໄດ້ຣະນຶກເຖິງອຸປະກາຣະຄຸນ ທີ່ເພິນເຮັດມາແລ້ວ ແລະ ຄິດຕອບແທນນັ້ນ
ເປັນຜູ້ມີອະວິຊາຄວາມບໍ່ຮູ້ເຂົ້າຄອບງຳ ຈິ່ງຍາກຈະເຮັດໃຫ້ຄົນ ກະຕັນຍູກະຕະເວທີ
ຕໍ່ບຸກຄົນອື່ນໄດ້ ສະນັ້ນຈິງຊື່ວ່າ ຫາໄດ້ຍາກ.
ໂດຍ: ໂພທິນັນທະ........

