ແທນນໍ້ານົມແມ່

ແທນນໍ້ານົມແມ່
ຈະເຣີນພອນທ່ານຜູ້ທີ່ສົນໃຈໃນທັມທັງຫຼາຍ
ການປາຖະຄາຖາທັມໃນວັນນີ້.
ຈະບັນຍາຍໃນຫົວຂໍ້ທີ່ວ່າ
ພຣະຄຸນຂອງແມ່ ດັ່ງຈະກ່າວໄປໃນຕອນນີ້.
ນະໂມ
ຕັສສັຕຖູ ລໍາດັບທັມມະເທສນາ ຈາຍັງ ພຣະພຸດທະເຈົ້າ ເທສນາແທນນໍ້ານົມແມ່ ມາຮອດນີ້
ຍັງບໍ່ບໍຣິບວນ ສົມຄວນນັກປຣາຊເຈົ້າຜູ້ມີຜະຍາເພິ່ງຮູ້ເທີ້ນ ຈັຕຕາໂຣ ມຫາຣາຊາ
ອັນວ່າພຣະຍາຈຕຸໂລກະບານທັງສີ ຄະເຫຕວາ ກໍຖືເອົາ ຄັນທິງຍັງນໍ້າເຕົ້າທັມມະກະຣົກ
ຄະເຫຕວາ ກໍຖືເອົາ ທີຄັງ ຍັງທຽນ ແລະດອກໄມ້ ປະທູບ ປະທີບເຂົ້າຕອກດອກໄມ້
ອັນເປັນເຄື່ອງສັກກາຣະບູຊາທັງຫຼາຍ ຜາຍຫວ່ານໄປ ມາກນັກ ຕະໂຕ ຖັດນັ້ນ ພຣະຍາຍົມພິບານ
ຄະເຫຕວາ ກໍຖືເອົາ ທັນດັງ ຍັງໄມ້ເທົ້າ ຄະໂຕ ກໍໄປ ປຸຣະໂຕ ກ່ອນໜ້າ
ແຫ່ງພຣະພຸດທະເຈົ້າກໍມີແລ ເທວະຄະນາ ອັນວ່າໝູ່ແຫ່ງເທວະດາທັງຫຼາຍ ຄະເຄຕະວາ ກໍຖືເອົາ
ຕາລປັຕຕັງ ຍັງຕາລະບັດແລ້ວ ເຂົາກໍໃຫ້ສັດທັງຍັງສຽງສາທຸການມາກນັກ ທົ່ວອາກາດກາງຫາວ ທັງ
ອັນວ່າສຽງອັນດັງ ດັ່ງສຽງຣະຄັງ ສົມກັບດ້ວຍຫອຍສັງຕຸຣິຍະນົນຕຣີມາກນັກ ຊນາ
ອັນວ່າຄົນທັງຫຼາຍ ທິສວາກຳເຫັນ ເທວເຕ ຍັງເທວະດາທັງຫຼາຍ ໃນກາລະຍາມນັ້ນ
ເຂົາກໍສາທຸການມາກນັກເຂົາກໍຫວ່ານເຂົ້າຕອກ ດອກໄມ້ບູຊາ ແກ່ພຣະພຸດທະເຈົ້າ ມາກນັກ
ກໍມີແລ ພະຫຸສັທທັງ ອັນວ່າສຽງອຸກຂະຫຼຸກມາກນັກ ເປັນຕົ້ນວ່າ ພິນພາດຄ້ອງ ສຽງຊ້າງຮ້ອງ
ແລະຄົນນັນ ອັດສະຈັນຄືກຄື່ນ ຟ້າຟາດຕື່ນເນື່ອງນອງແຜ່ນດິນພອງໄຫວຫວັ່ນ
ນ້ຳສະໝຸດປັ່ນຕີຟອງ ເຂົາສະເໝນທອງອ່ອນນ້ອມ ເສັ້ນຂົນຄ້ອມທາວໆ ສາທຸການ ມາກນັກ ຕະໂຕ
ເທວະ ຄະນາ ສັກກະຮາຊາ ຄັນຕະວາ ປະຣະມະສັນໂຕ ວາມະຫັຕຖັງ ສັງຄັສສະຕາວະຕິງ ສະພວເນ
ເທວະຄະນາ ປັຈຈຸຄຄັນຕະວາມະຫາສັທທັງ ສຸຕະວາ ດັ່ງນີ້ ເປັນເຄົ້າ ເທວະຄະນາ
ອັນວາຫມູ່ເທວະດາ ທັງຫຼາຍ ໝາຍມີພຮະຍາອິນເປັນເຄົ້າ ອະນຸພັນ ທິຕະວາ
ໄປກັບດອມພຣະພຸດທະເຈົ້າ ຕາວະຕິງສັງ ສູ່ຊັ້ນຟ້າຕາວະຕິງສາສະວັນເທວະໂລກ ປະໂຍຊະນັງ
ຍັງປຣະໂຍຊນະ ຄຸນະມາຕຸຍາ ແຫ່ງຄຸນແຫ່ງແມ່ ພຣະພຸດທະເຈົ້າ ກໍມີແລ
ເທວະດາອັນຢູ່ໃນຊັ້ນຟ້າ ຕາວະຕິງສານັ້ນ ສຸຕະວາໄດ້ຍິນແລ້ວ ວີຕະນະຍັງ ຍັງສຽງພາດ ແລະພິນ
ສັມປັນນັງ ເປັນສຽງອັນຄົມກົມກ່ອມ ສັທທິງ ກັບດ້ວຍສຽງຣະຄັງ ແລະຫອຍສັງ
ດັ່ງທົ່ວທ້ອງກ້ອງເມືອງຕາວະຕິງສາທັງມວນ ກໍມີແລ ເທວະດາທັງຫຼາຍ ວະສັນຕິ
ອັນຢູ່ໃນຕາວະຕິງສາທີ່ນັ້ນ ກໍກະທຳຍັງສຽງສາທຸການມາກນັກ ຄັນທະມາລາ ທິຫັຕຖາ
ກໍມີມືຖືເອົາຕອກດອກໄມ້ຄັນທະຮົສະຂອງຫອມມາບູຊາ ມາຕ້ອນມາຮັບ ສັພພັນຍູເຈົ້າແລ້ວ
ນິມັນຕິຕາ ກໍອາຣາທະນາພຮະພຸດທະເຈົ້າ ໃຫ້ເຂົ້າເມື່ອສູ່ເມືອງ ສວັນເທວະໂລກ ອັນເທວະດາ
ຫາກປູແປງໄວ້ຍັງອາສະນະອັນສົມຄວນແກ່ພຣະພຸດທະເຈົ້າ ສັກໂກ ອັນວ່າພຣະຍາອິນທິຮາດ
ຕົນເປັນອາດແກ່ເທວະດາທັງຫຼາຍ ຄະເຫຕະວາ ກໍຖືເອາເສຕສັຕຕັງ ຍັງເສຕະສັດ ອຸປະຮິ ຖິໂຕ
ຕັ້ງໄວ້ ພາຍບົນແຫ່ງພຣະພຸດທະເຈົ້າ ມຸກຂະສັກໂກ ອັນວ່າພຣະຍາອິນ ກໍເປົ່າຫອຍສັງ ເສວະຕິ
ກໍເສບຍັງສັພພັນຍູເຈົ້າ ຈັຕຕາໂຮ ມະຫາຮາຊາ ອັນວ່າພຣະຍາທັງ 4 ຕົນ ຄະເຫຕະວາ ກໍຖືເອາຕະມະຣັງ ຍັງພັດຈັມມອນ
ແກວ່ງໄກວວີ ພະຄະວັນຕັງ ຍັງພຣະພຸດທະເຈົ້າ ພະຫູ ຊະນາ ອັນວ່າຄົນທັງຫຼາຍເປັນອັນມາກ
ກໍປະດັບປະດາປະທູບປະທີບ ດອກໄມ້ຄັນທະຣັສຂອງ ຫອມບູຊາ ພະຄະວະໂຕ ແກ່ພຣະພຸດທະເຈົ້າ
ກໍມີແລ ສັຕຖາ ອັນວ່າ ພຣະສັມພັນຍູເຈົ້າ ໄດ້ຍິນສຽງ ຕຸຣິຍະມົນຕີທິບ ແຫ່ງເທວະດາ
ໃນສວັນເທວະໂລກ ປັຄໄຄຫະ ພຣະສັມຍູເຈົ້າກໍຍົກຂື້ນເອັງຄະຊຸລີ ຍັງກະພຸ້ມມືທັງ 10 ນິ້ວ ຕັ້ງໄວ້ເໝືອຫວ່າງຄິ້ວແຫ່ງ ຕົນ
ແລ້ວກໍໄຫວ້ທິດທັງ 8 ດ້ານ
ແຫ່ງພຣະເກດແກ້ວຈຸລາມະນີ້ແລ ນິສິທິ ກໍນັ່ງຢູ່ຊື່ນບານສໍາຣານມາກນັກໜາ ເທວະຄະນາ ອັນວ່າ
ໝູ່ແຫ່ງເທວະດາທັງຫຼາຍກໍດີ ອາຄະມະນັງ ຍັງການມາຕ້ອນມາຮັບ ພະຄະວັນຕັງ
ຍັງພຣະພຸດທະເຈົ້າ ໃນຂ່ວງເຂດພຣະເກດແກ້ວເຈດີ ນິສິທິງສຸ ກໍນັ່ງຢູ່ ເທນຕິ ກໍໃຫ້ ມາລັງ
ຍັງດອກໄມ້ບູຊາ ເທວັສສຣາ ອັນວ່າ ນາງເທວະດາທັງຫຼາຍ ອາຄັນຕະວາ ກໍມາ
ສິຣິມະຫາມາຍາເທວະບຸຕເຕນະ ກັບດອມສິຣິມະຫາມາຍາເທວະບຸດ ປະວິສິຕະວາ ກໍເຂົ້າໄປ ເຈຕິຍັງ
ສູ່ຂ່ວງເຂດພຣະເກດແກ້ວເຈດີ ນິສິ
ທັນຕາ ກໍນັ່ງຢູ່ ເທນຕິ
ກໍໃຫ້ ຄັນທະມາລັງ ຍັງດອກໄມ້ບູຊາ ພະຄະວະໂຕ ແກ່ພຣະພຸດທະເຈົ້າ ຕາ ເທວັສສຣາ
ອັນວ່ານາງຟ້າທັງຫຼາຍ ຝູງນັ້ນ ນິສິທິງສຸ ກໍນັ່ງຢູ່ ສັທທິງ ກັບ
ສິຣິມະຫາມາຍາເທວະປຸຕເຕນະ ດອກສິຣິມະຫາມາຍາເທວະບຸດປະມຸກເຂນະ
ອັນມິສິຣິມະຫາມາຍາເທວະບຸດຕໂຕ ອັນວ່າສິຣິມະຫາມາຍາເທວະບຸຕ ຫາກເປັນໃຫຍ່ເປັນປະທານ
ແກ່ນາງຟ້າທັງຫຼາຍຊະແລ ສິຣິມະຫາມາຍາເທວະບຸດ ທິສະວານະ ຄັນວ່າເຫັນແລ້ວພະຄະວັນນັງ
ຍັງພຣະພຸດທະເຈົ້າ ປິຍະຕຕັງ ອັນເປັນລູກຮັກແຫ່ງຕົນປຸພເພຊາຕັງ
ອັນເກີນແຕ່ໃນກາລະເມື່ອກ່ອນນັ້ນ ກັລະຍານະຜຸສສະຕິມາຕະຣັງ ປະຣິໂຍສາເນ
ອັນມີຜຸສສດີຫາກເປັນແມ່ໃນຊາດທີ່ແລ້ວອັນສິ້ນແລ ເທວະຄະນາ ສັນຖະຣິຕະວາ ເສຕຖັງ ກະໂຣນຕາ
ເສນາສະນັງ ເທນຕິ ອິຕິ ດັ່ງນີ້ ສັພເພ ເທວະຄະນາ ອັນວ່າ ໝູ່ເທວະດາທັງຫຼາຍ ທັງມວນ
ກະໂຣນຕາ ເຂົ້າກໍກະທໍາ ສັນຖະຣິຕະວາ ແລະ ປູແປງໄວ້ ອາສະນັງ ຍັງອາສະນະອັນງາມ
ແກ່ພຣະພຸດທະເຈົ້າແລ ພະຄະວາ ສະຫະທັມມາ ສະຕິສັມໂພຊຊັງຄະ ທັມມະວິຈຍະສັມໂພຊຊັງຄະ
ປັສສັທທິສັມໂພຊຊັງຄະ ວິຣິຍະສັມໂພຊຊັງຄະ ປິຕິສັມໂພຊຊັງຄະ ສະມາທິສັມໂພຊຊັງຄະ ອຸເປກຂາສັມໂພຊຊັງຄະ
ສັຕຕະໂພຊຊັງຄະ 7 ປຣະການ
ອັນເປັນອົງຄະແຫ່ງພຣະພຸດທະເຈົ້າ ສມາທາຍະ
ເຫດພຣະພຸດທະເຈົ້າຖືເອົາຍັງວິປັສສະນາທັມເຈົ້າອັນປະເສີດ ສະຕິສັມໂພຊຊັງຄະ
ເຫດພຣະພຸດທະເຈົ້າມີຄວາມ ນຶກຄິດພິຈາຣນາ
ໃນການກະທໍາທາງກາຍ ວາຈາ ແລະ ໃຈ ທັມມະວິຈຍະສັມໂພຊຊັງຄະ ເຫຕພຣະພຸດທະເຈົ້າມີປົກຕິ
ຄົ້ນຄວ້າທັມມະຄື ຊອກຫາແຕ່ຄວາມຈິງ ວິຣິຍະສັມໂພຊຊັງຄະ ເຫດພຣະພຸດທະເຈົ້າໃຊ້
ແຕ່ຄວາມພຽນຢ່າງດຽວ ເພື່ອຂ້າມໂດຄະສົງສານໄດ້ສໍາເຣັດເປັນພຣະພຸດທະເຈົ້າ
ປີຕິສັມໂພຊຊັງຄະ ເຫດມີປົກຕິອັນເຫຼື້ອມໃສໃນອັນໃຫ້ທານ ບໍ່ຂາດທຸກຊາດ
ປັສສັທທິສັມໂພຊຊັງຄະ ເຫດພຣະພຸດທະເຈົ້າມີປປົກຕິ ຫ້າງຫູທັງສອງຝັງທັມມາກນັກແລ
ພຣະພຸດທະເຈົ້າມັກຍັງປາຣະມີຍານອັນປະເສີດ ອຸເປກຂາສັມໂພຊຊັງຄະ
ອັນພຣະພຸດທະເຈົ້າມັກສມາປັຕຕິຊານຍານອັນປະເສີດສັມມາອາຊີໂວ
ເປັນພຣະພຸດທະເຈົ້າລ້ຽງຊີວິດໂດຍຊອບ ປະກອບດ້ວຍອາຫານອັນດີ ຄືວ່າ
ພຣະພຸດທະເຈົ້າບໍ່ມັກຂ້າສັດມາລ້ຽງຕົນ ແລະທ່ານທັງຂົນຂວາຍຫາກິນດ້ວຍຊອບ ສັມມາວາຍາໂມ ມີຄວາມພຽນຊອບສັມມາວາຈາ
ເຫດພຣະພຸດທະເຈົ້າບໍ່ກ່າວຖ້ອຍຄໍາໃຫ້ທ່ານຈິບຫາຍ ທໍ່ກ່າວແຕ່ຖ້ອຍຄໍາມັ່ງມູນ
ອັນເປັນມັງຄະລະສິ່ງດຽວ ສັມມາອາຊີໂວ
ມັກລ້ຽງຊີວິດຕິດກັບສາສນາແຫ່ງພຣະພຸດທະເຈົ້າທັງຫຼາຍເມື່ອກ່ອນ ສັມມາສັງກັບໂປ
ເຫດພຣະພຸດທະເຈົ້າມີໃຈອັນຢໍາແຢງຄືວ່າ ພຣະພຸດທະເຈົ້າບໍ່ຫ່ອມຄຽດບຽດບຽນໃຜ ສັມມາທິດຖິ
ເຫດພຣະພຸດທະເຈົ້າມັກຖືເອົາແຕ່ຄວາມດີຄວາມຊອບ ບໍ່ມັກຖືເອົາມິດສາທິດຖິອັນຮ້າຍຄື
ເວັ້ນຈາກອັນດູດກິນຍັງນໍ້າມົວເມົາ
ອັນໃຫ້ມ້າງເສັຍຈາກສີນແຫ່ງຕົນພຣະພຸດທະເຈົ້າມັກຖືເອົາອັນດີຄືວ່າ
ມັກປາຖນາສັພພະຍຸດຕະຍາອັນປະເສີດ ເສຍໂຍ ປະສັງສັຕຖະຕະຣັງ ອັນຄົນ ແລະເທວະດາທັງຫຼາຍ
ຫາກສັນຣະເສີນຍ້ອງຍໍ ພະຄະວາອັນວ່າພຣະພຸດທະເຈົ້າ ອະນຸຕຕະໂຣ ອັນປະເສີດຍິ່ງນັກ
ທັກຂິເນຍໂຍ ປາຫຸນເນຍໂຍ ຄວາມຮັບເອົາຍັງທານອັນວິເສດ ແຫ່ງຄົນ ແລະເທວະດາທັງຫຼາຍ ພະຄະວາ
ອັນວ່າພຣະພຸດທະເຈົ້າ ປະຣາມະສັນໂຕ ວິຍະ ເປັນປະດຸຈຈະດັ່ງລູກປຄໍາທັກຂິນນະຫັດຖັງ
ຍັງແຂນ ເບື້ອງຂວາ ວາມະຫັດຖັງ ຍັງແຂນເບື້ອງຊາຍ ປາຕຸຣະໂຫສິ ກໍເມື່ອຜາກົດຕາວະຕິງ
ສະພະວະເນ ໃນຊັ້ນຟ້າຕາວະຕິງສາສວັນເທວະໂລ ນິສິທິ ກໍນັ່ງຢູ່ ອາສະເນ ເທິງອາສະນະ
ເທວານັງ ກາເຣຕິ ສັນຖະຣິຕະວາ ສິຣິມະຫາມາຍາເທວະບຸຕໂຕ ອັນວ່າສິຣິມະຫາມາຍາເທວະບຸດ
ທິສະວານະ ຄັນວ່າເຫັນແລ້ວ ພະຄະວັນຕັງ ຍັງພຣະພຸດທະເຈົ້າ ສຸວັນນະຣູປັງ
ອັນມີຮູບກາຍອັນງາມ ສະເໝີດັ່ງກ້ອນຄໍາ ສິຣິມະຫາມາຍາເທວະບຸຕໂຕ ອັຕຕະມະໂນ ສັງສະຣັນຕິ
ປຸພເພ ຈິຣັງ ມະມະສັທທິງ ພະຄະວາ ອັຕຕະປຸເຕນະ ກັບດອມພຣະພຸດທະເຈົ້າ ອັນເປັນລູກກັບຕົນ
ຈິຣັງສິ້ນກາລະນາານັກ ອັຕຕະມະໂນ ມີຄໍານ້ອຍໃຈ ຊາໂຕ ອັນເກີດມາທຸກຊາດກໍມີແລ
ສິຣິມະຫາມາຍາເທວະປຸຕໂຕ ອັຕຕະຈິຕຕັງ ອັຕຕະໂນ ມາ ຜາສຸ ດ້ວຍຄໍາວ່າ
ສິຣິມະຫາມາຍາເທວະບຸດ ໄດ້ແລ້ວ ຍັງລັດທິສະມາທິຈິດອັນດີ ມະມະ ແຫ່ງຕົ່ນ ຄືວ່າ
ມ້າງເສັຍຍັງຄໍາທຸກ ປຸພເພໃນກາລະເມື່ອກ່ອນ ບັດນີ້ ກໍມີຄໍາສຸກຫາກມາເຖິງ ນິສິທິ
ກໍນັ່ງຢູ່ດ້ວຍດີ ດ້ວຍທານະປາຣະມີ ເປັນອັນຜາສຸກສໍາຣານດີມາກນັກ ສິຣິມະຫາມາຍາເທວະບຸດ
ມີໃຈອັນຊື່ນບ້ານເໝືອນດັ່ງຜ້າເພດານອັນແຜ່ໄປເໜືອອາອາກາດ ດູວິລາດໂສດໃສງາມ
ດ້ວຍບຸນສົມພານ ແຫ່ງພຣະສັມພັນຍູເຈົ້າກໍມີແລ ຄຸນະມາຕຣັງ ອະປະຣິມານັງໂປເສກັງ ສັດຖາຣັງ
ອາຄະຕະຄຸນະສັມປັນໂນ ສັທທາຂີຣະທາຣະພະຫຸໂນ ມາຕະໂຣ ວິຍະສະມຸທທະໂຕ ອຸທະກະນະທິໂຍ
ອັປປະກັງ ອັຊຊະ ມະຍາ ປະຕິສັງຂາໂຍ ຄິລານະປັຈຈະຍະເພສັຊຊະປະຣິກຂາຣະທາຣາມະທຸ
ອະນຸສສະຣະມາໂນ ພຣະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ ພຸນຊິງສຸ ປະທັງ ວິຍະ ກຸນຊະໂຣ
ອັຄຄະຍາຄາຣັງ ກະຕັນຍຸຕາ ຄຸນະສັມປັນໂນ ພະຫຸລີກະໂຕ ມາຕະຣັງ ອັຕຕະໂນ ປຸພເພ ຊາໂຕ
ອະປະຣິມາໂນ ສັງສະຣະຕິ ມາຕຸຍາ ສັທທິງ ພະຄະວະໂຕ ຕາຣະຍັນໂຕ ເທວານັງ ມາຕຸຍາສັທທິງ
ມະຫາວິຣະ ປະສັງສັຕຖະຕະຣັງ ອິຕິ ດັ່ງນີ້ ຕະໂຕ ມາກກວ່າ ຕະທານັນຕະຣັງ ຖັດນັ້ນ
ພຣະພຸດທະເຈົ້າ ກໍມາຮັບເອົາຍັງຄຸນຕອບແມ່ແຫ່ງຕົນກໍມີແລ ອັນພຣະພຸດທະເຈົ້າຫາກເຫັນແລ້ວ
ສິຣິມະຫາມາຍາເທວະປຸຕຕັງ ຍັງສິຣິມະຫາມາຍາເທວະບຸດ ອັນເປັນແມ່ແຫ່ງຕົນ
ມານັ່ງຢູ່ເທິງອາສະນະ ກັນດ້ວຍໝູ່ນາງເທວະບຸດທັງຫຼາຍ ຫາກມາແວດລ້ອມອ້ອມເປັນປະຣິວານ
ຕະທາໃນກາລະເມື່ອນັ້ນ ຄັນວ່າພຣະພຸດທະເຈົ້າ ຮູ້ຍັງຄຸນແມ່ແຫ່ງຕົນແລ້ວ
ຈຶ່ງຄະນິງໃນໃຈວ່າດັ່ງນີ້ ອະຍັງກາໂລ ອັນວ່າກາລະອັນນີ້ ປັຕຕະກາໂລ ເປັນກາລະອັນ ຄວາມເຖິງອັນກູຈະໃຊ້ແທນຍັງນໍ້າມົມແມ່ແຫ່ງກູ
ຕາວະກ່ອນແລ ພຣະພຸດທະເຈົ້າອຸປະມາດັ່ງນີ້ ສາຄະໂຣ
ອັນວ່ານໍ້າສະມຸດສາຄອນ ອັນເລິກ ແລະກ້ວາງມານັກ ຄືວ່າ ຄຸງຄາຍົມມະນາ ອະເຈວະດີ
ສະຣະພູມະຫິງສາ ທັງຫຼາຍຝູງນີ້ ອັນໄຫຼມາແຕ່ທ້ອງເຂົ້າປ່າຫິນມະພານ ພຫູມານັກ ອັນປປະກັງ
ກໍເປັນອັນ້ອຍນັກ ຂີຣະທາຣາ ອັນວ່າຖ່ອງແຖວນໍ້ານົມອັນຫວານພຫູ ກໍມີມາກນັກ
ກວ່ານໍ້າມະຫາສະມຸດທັງຫຼາຍຝູງນັ້ນແລ ຄຸນະມາຕະຣັງ ຄຸນແຫ່ງແມ່ກໍດີ
ກໍອຸບປະມາດັ່ງນັ້ນແລ ສັຕຕະ ມະຫາເສລາ ອັນວ່າ ເຂົາສັຕຕະບົວຣະພັນ 7 ຊັ້ນ ອັນມີ ເຂົາຍຸຄັນທອນເປັນໃຫຍ່ກໍດີ
ອັບປະກັງ ກໍເປັນອັນນ້ອຍ ສິເນຣຸ ອັນວ່າເຂົາສະເໝັນ ອັນເປັນໃຫຍ່ກວ່າເຂົານ້ອຍທັງຫຼາຍ
ອັປປະກັງ ກໍເປັນອັນນ້ອຍນັກ ຄຸນນັງ ອັນວ່າ ຄຸນມາຕຸຍາ ແຫ່ງຕຸຍາ ແຫ່ງແມ່ຕົນ
ພະຫຸລີກະຕາຍະ ອັນມາກກວ່ານັ້ນແລ ອາຫາຣັງ ອັນວ່າ ອາຫານອັນຄວນກິນທັງຫຼາຍ ຄືວ່າ ໝາກໄມ້
ຫົວບົວ ແລະຫົວມັນເປັນເຄົ້າ ອັນເປັນຂອງເດັກນ້ອຍ ອັນພໍ່ ແລະແມ່ຫາກນໍາມາຊູ່ກິນທຸກຊາດ
ຣຸກຂາ ອັນວ່າໄມ້ ທັງຫຼາຍ ອັນເປັນ ໝາກອັນໃຫ້ມີໃນຊຸມພູທະວີບ ອັປປະກັງ ກໍເປັນອັນນ້ອຍນັກ
ອິມານິ ນັກຂັຕຕານິ ອັນວ່າ ນັກຂັຕຕະຣືກທັງຫຼາຍ ອັນຢູ່ໃນທ້ອງຟ້າ ອັປປະກັງ
ກໍເປັນອັນນ້ອຍນັກກວ່າອາຫານອັນພໍ່ ແລະ ແມ່ຫາກມານໍາເພື່ອປະໂຍດແກ່ລູກແຫ່ງຕົນທຸກຊາດ
ອັຕຖິ ກໍມີແລ ປະຖະວີ ອັນວ່າແຜ່ນດິນອັນກ້ວາງຂວາງ ພຣະພຸດທະເຈົ້າເຫັນທີ່ຕົນຕາຍ
ອັນຊິດຊອນຂອນກະດູກກອງໄວ້ທົ່ວແຜ່ນດິນ ພຣະພຸດທະເຈົ້າສັງຂະຍາຍັງຊາດຕົນ ຫາອັນຈັກ
ເປັນຫວ່າງພໍຫຼົມເຫັ້ມເຂັມແທງກໍ່ບໍ່ມີໄດ້ ພຣະພຸດທະເຈົ້າຄະນະນາຄວາມທຸກດ້ວຍ
ອັນຕາຍມຫາສະມຸທທັງ ອັນວ່ານໍ້າມະຫາສະມຸດທັງຫຼາຍຝູງນັ້ນ ອັປປະກັງ
ກໍເປັນອັນນ້ອຍນັກກວ່ານ້າຊຕາທັງຫຼາຍຝູງນັ້ນແລ ອິມານິ ຣຸກຂະປັຕຕານິ ອັນວ່າໃບໄມ້ທັງຫຼາຍ
ອັຕຖິອັນມີ ອິທະໂລເກ ໃນໂລກອັນນີ້ ອັປປະກັງ ກໍເປັນອັນນ້ອຍນັກ ວັຕຖານິ ອັນວ່າ
ຜ້າທັງຫຼາຍ ມາຕຸຍາ ອາຫຣິຕານິ ອັນແມ່ຫາກຂົນຂວາຍນໍາມາ ເພື່ອອຸປະຖາກແກ່ລູກແຫ່ງຕົນ ຄື
ພຣະພຸດທະເຈົ້າ ກໍເປັນອັນມາກກວ່າໃບໄມ້ໃນໂລກນີ້ແລ ເສລາ ອັນວ່າ ກ້ອນຫິນທັງຫຼາຍ ອິທະ
ໂລເກ ໃນໂລກອັນນີ້ ອັປປະກັງ ກໍເປັນອັນນ້ອຍນັກ ທານັງອັນວ່າເຂົ້າຂອງເງິນຄໍາ ປິຕຸໂນ
ແຫ່ງພໍ່ຫາກນໍາມາອຸປະຖາກ ເພື່ອລ້ຽງຊີວິດແຫ່ງພຣະພຸດທະເຈົ້າ
ມີມາກກວ່າຫິນທັງຫຼາຍໃນໂລກນີແລ ມາຕາອັນວ່າ ແມ່ ຕັສສະພະຄຸວະໂຕແຫ່ງພຣະພຸດທະເຈົ້ານັ້ນ
ພຸນຊິ ກໍໄດ້ກິນ ຄູຖມຸຕຕັງ ຍັງນໍ້າມູດ ແລະອາຈົມ ຄື ວ່າຂີ ແລະຍ່ຽວ ໂຖກັງ ໂຖກັງ
ອາຫາຣັງ ແກມອາຣັງ ແກມອາຫານເທື່ອລະນ້ອຍໆ ສິເນຣຸ ອັນວ່າເຂົາສະເໝນ ອັປປະກັງ ກໍເປັນອັນ ນ້ອຍນັກກວ່າ ແລະລິອາຈົມ ທັງຫຼາຍນັ້ນແລ
ປຸຕຕັສສະ ອັຕຕະໂນ ແຫ່ງລູກຕົນ ໂຫຕິ ກໍມີແລ ມະຫາວິໂຣ ອັນວ່າ
ພຣະພຸດທະເຈົ້າຕົນມີຄວາມຄວາມພຽນອັນມາກ ພຸຊຊິ ຕົນໄດ້ຕັສສະຮູ້ ນິພານະປະທັງ ຍັງຄອງແຫ່ງພຣະນິພານ
ກຸນຊະໂຣ ວິຍະ ເປັນເໝືອນດັ່ງຊ້າງສານ ອະນຸດທັງໄສຍະ ແລມາກໍາຈັດເສັຍຍັງອັນເມືດມົວ
ອັຄຄະຍາຄາຣັງ ຍັງເຮືອນໄຟນັ້ນແລ ຕາຣະຍັນໂຕ ອັນຕົນໄດ້ຂ້າມພົ້ນຈາກສົງສານ ອະນຸຕຕະໂຣ
ອັນປະເສີດລໍ້າກວ່າຄົນ ແລະເທວະດາທັງຫຼາຍກະຕັນຍຸຕາ ອັນຮູ້ຈັກຄຸນ ມາຕາປິຕູນັງ ແຫ່ງແມ່
ແລະພໍ່ທັງຫຼາຍ ປຸພເພ ຊາໂຕ ອັນເກີດມີໃນກາລະເມື່ອກ່ອນ ຊານາມິ ກໍຮູ້ບັດນີ້ ຊາໂຕ
ອັນເກີດມາ ເທເວສຸ ຈະ ໃນເມື່ອງຟ້າກໍດີ ມະນຸສເສສຸ ຈະ ໃນເມືອງຄົນກໍດີ ສັທທິງ
ກັບດອກແມ່ແຫ່ງຕົນ ຊາໂຕ ອັນເກີດ ສັຕຕານັງ ລໍ້າສັດເດັຍຣະສານ ທັງຫຼາຍ ປຸນັປປຸນັງ
ສັທທິງ ກັບດອກແມ່ແຫ່ງຕົນຫຼາຍເຫົ່າຫຼາຍ ຫຼືມໃຈ້ໆ ໂຫຕິ ກໍມີແລ ອະຖະໂຂ ຊານະສັມປັນໂນ
ມະລະວິມະລັງ ມາຕາສຸຂັງ ອິຈສາ ຕັມຫາ ພະຄະວາ ເທເສສິ ຄຸນະສັມປັນໂນ ອາຣພິສສັງ ຂິຣັງ
ມາຕຸຍາ ປະຕິສັງຂາມິ ອັຊຊະ ມະຍາ ອະປັຈຈະເວກຂິຕະວາ ໂຍ
ຄິລານະປັຈຈະຍະເພສັຊຊະຂີຣທາຣະສັມປັນໂນ ສັຕຖາ ປະກາເສນໂຕ ຄຸນນັງ ຈະ ມາຕາປິຕູນັງ
ມະຫາຣາຊາ ປະນະ ປຸພເພເຍວ ອິທານິ ສິໂລ ປະຣິຈາຄັງ ພິກຂູນັງ ວາ ຂີນາສະວານັງ ພຸທທັງ ວາ
ທັມມະເທຍັງ ວາ ທາເຣຫິ ຈະ ຍາຕະການັງ ສາມະເນໂຣ ວາ ສັມປັນໂນ ຣະໂສ ວາ ພິກຂູນັງ
ອິສີນັງ ວາ ສັພພະຍຸຕະຍານັງ ຄັນຫາຕຸ ປະຣະມັງ ຂັນຕີຕິໂຍ ພະຫູຫິ ໂຍ ມະຍາ ປຸນຍັນຈະ
ປັຕຕະສັງຄະໂຫ ມາຕຸຍາ ປັຈສະໂຕ ທັມໂມ ສຸຂິໂຕ ປຸນຍະຜະເລ ວະຣຸນນະເຍ ຄັນຫາຕິ ວິປັສສະນາ
ສັຄຄະໂມກຂະທັງ ສະວາກຂາໂຕ ພະເລ ພະຄະວະຕາ ທັມໂມ ມາຕາປິຕູນັງ ສັພພັງ ໂຫຕິ
ທຸຕິຍະຊານັສສະ ຊານອຸຕຕະມັງ ຕະຕິຍະຊານັສສະຈະ ຈະຕຸຕຖະຊານັງ ຜະລັງ ອິທັງ
ປັນຈະຂີຣະທາຣັງ ມະຫາວິໂຣ ມາຕຸຍາ ປະມັຕຕານັງ ປະມຸນຈະຖະ ມະຫາວິໂຣ ມາຕຸຍາ ປະມັຕຕານັງ
ປະມຸນຈະເຣ ທຸຂະສັນຕັງ ຍາວະພົມມະປະຣິສັຊຊານັງ ນິພານັງ ສຸຂັງ ລພັນຕິ ພຸທທະເຕເຊນະ
ອັຊຊະ ມະຍາ ສຸຂິຕາ ໂຫຕຸ ອິຕິ ດັ່ງນີ້ ພະຄະວາ ອັນວ່າ ພຣະພຸດທະເຈົ້າ ປະກາສິໂຕ
ຈັກສໍາແດງບຸນຄຸນ ສັພເພສັງ ມາຕາປິຕຸນັງ ແຫ່ງພໍ່ ແລະແມ່ທັງມວນ ອາຣັພພິສສັງ
ພຣະພຸດທະເຈົ້າກໍຜາຣົພ ເຊິ່ງອັນໃຊ້ແທນນໍ້ານົມແມ່ ໂຍ ຂີຣຸທາໂຣ ອັນວ່າ
ຖ່ອງແຖວນໍ້ານົມໃດອະຫັງອັນວ່າກູ ພຣະຕະຖາຄົດ ປິວິງ ອັນໄດ້ດູດກິນ ຂີຣທາຣັງ
ຍັງຖ່ອງແຖວນໍ້ານົມ ສັນຕິເກ ໃນສໍານັກແມ່ແຫ່ງກູ ອັຊຊະ ໃນວັນນີ້ ກໍດີ ປະໂມທະຕິ
ອັນຈັກໄດ້ຊົມຊື່ນຍິນດີພາຍໜ້າກໍດີ ກາມະຕິ ແມ່ນວ່າມັກສິ່ງໃດກໍດີ ປາຕຸ ຂິປປັງ
ກໍຈົ່ງໃຫ້ໄປໃຊ້ຂີຣັງຍັງນໍ້ານົມອັນນັ້ນທ່ຽວພະລັນເທີ້ນ ພະຄະວາ ອັນວ່າ ພຣະພຸດທະເຈົ້າ
ຊານາຕິ ກໍຮູ້ບັດນີ້ ອັຊຊາສະຍັງ ຍັງຫົວໃຈ ມະມະມາຕຸຍາ ແຫ່ງແມ່ກູ ກາມາ ອັນມັກສັງຂະຍາ
ວະສິອາຣຍຫິ ຈະຣິສສັງ ຍາວະ ນິພພານັງ ອຸປະຣິ ຖິໂຕ ມາຕາ ອັນວ່າ ແມ່ແຫ່ງ ພຣະພຸດທະເຈົ້າ
ມັກເພື່ອວ່າ ປາຖນາ ຂຶ້ນສູ່ຊັ້ນຟ້າ ຍາວະ ນິພພານັງ ຕາບຕໍ່ເທົ່າໄດ້ເຖິງ ພຣະນິພານ
ພາຍບົນຊັ້ນຟ້າອັນສຸດຄື ວ່າ ແມ່ແຫ່ງສັພພັນຍູເຈົ້າ ປາຖນາມັກລໍາດັບຊັ້ນຟ້າຂຶ້ນໄປ
ບໍ່ຢາກລົງມາສູ່ມະນຸສສະໂລກເມືອງຄົນຈັກຊາດ ອາຈະຣິເຍນະ
ອັນອາຈານເຈົ້າຝູງສະລາດດ້ວຍປັນຍາ ຈຶ່ງແປງຕັ້ງໄວ້ເປັນນິໃສ ຕາມລໍາດັບຊັ້ນຟ້າ
ສຣິມະຫາມາຍາເທວະປຸຕໂຕ ຄືວ່າ ສິຣິມະຫາມາຍາເທວະບຸດ ອັນເປັນແມ່ແຫ່ງພຣະຕະຖາຄະຕະມັກຄື
ວ່າຊັ້ນຟ້າຕາມລໍາດັບຄື ຈາຕຸມມະຫາຣາຊິກາ ຕາວະຕິງສາ ຍາມາ ຕຸສິດາ ນິມານະຣະຕິ
ປະຣະນິມມິຕະວະຕີ ພຣົມມະປາຣິສັຊຊາ ພຣົມມະປະໂຣຫິຕາ ມະຫາພຣົມມາ ປະຣິຕຕາພາ ອັປປະມານາພາ
ອາພັສສະຣາ ປະຣິຕຕາສຸພາ ອັບປະມານາສຸພາ ສຸພະຄິມຫາ ເວຫັປຜະລາ ອະເວຫາ ອະຕັປປາ ສຸທັສສາ
ສຸທັສສີ ອະກະນິດຖາ ດັ່ງນີ້ ສິຣິມະຫາມາຍາເທວະບຸດ ອັນເປັນແມ່ແຫ່ງພຣະພຸດທະເຈົ້າ
ອິຈສະມະໂນ ອັນມີໃຈມັກຢູ່ຊັ້ນຟ້າທັງຫຼາຍຝູງນີ້ຄືວ່າ ຈາຕຸມມະຫາຣາຊິກາເປັນຕົ້ນ ອັຕຖິ
ກໍມີອັນ 1 ຊື່ວ່າ ຊັ້ງຟ້າຕາວະຕິງສາ
ອັຕຖິກໍມີອັນ 1 ຊື່ວ່າ ຊັ້ນຟ້າຍາມາ ອັນ 1 ຊື່ວ່າ ຕຸສິດາ ອັຕຖິ ກໍມີແລ ພຸທທະວະສະນັງ
ອັນເປັນທີ່ຢູ່ແຫ່ງບຸຄຄົນຜູ້ມີສົມພານອັນ ມາກແລ ມາຕຸຄາດ ປິຕຸຄາດ ກາເມສຸ ມິຈສາຈານ
ຄົນທັງຫຼາຍຝູງຫຼິ້ນຊູ້ກັບເມຍທ່ານ ອັນເປັນປາຣາຊິກ ຂ້າພໍ່ ຕີແມ່ ຂ້າຊີຕີພຣາມ
ຂ້າເຈົ້າເອົາຂອງ ມ້າງຮູບພຣະເຈົ້າ ແລະເຈດີ ຕັດໄມ້ສີມະຫາໂພດ ແລະໃຫ້ເລືອດຕີນພຣະເຈົ້າອອກ
ເຂົ້າທັງຫຼາຍ 10 ຄົນນີ້ ບໍ່ໄດ້ເຫັນຊັ້ນ
ຟ້າທັງຫຼາຍຝູງນີ້ແລ ພຣະພຸດທະເຈົ້າກໍອຸປະມາດັ່ງນີ້ ກາໂກ ຍັງມີກາໂຕ 1 ມະຫາອິຈສະຕິ ມັນກໍມັກມາກ ພຸນຊິ ມັນກໍຢາກກິນ
ມັງສັງ ຍັງຊີ້ນແຫ່ງໝາຂີ້ເຮື້ອນ ອັນບໍທັນຕາຍ ໂສ ສຸນັກໂຂ ອັນວ່າໝາຂີ້ເຮື້ອນໂຕນັ້ນ
ນິສິທິ ມັນກໍນອນຢູ່ ສາຍາຍໃນຮົ່ມໄມ້ ດ້ວຍອັນເຈັບປວດພິດຂີ້ເຮື້ອນນັ້ນ ກາໂກ ໃນເມື່ອ
ກາໂຕນັ້ນ ຖິໂຕ ມັນກໍຈັບຢູ່ ສາເຂ ເທິງງ່າໄມ້ຕົ້ນນັ້ນ ທິສະວາ ມັນກໍເຫັນ
ສຸນັກຂັງຍັງໝາໂຕນັ້ນ ກໍເປັນອັນ ຢາກໝາກນັກ ໂອຕະຣິຕະວາ ມັນກໍບິນລົງຈາກປາຍໄມ້ຕົ້ນນັ້ນ
ສິນທິຕະວາ ມັນກໍສັບຕອດຍັງໝາໂຕນັ້ນ ໂສ ສຸນັກໂຂ ອັນວ່າໝາໂຕນັ້ນ ມະຣະໂຕ
ມັນກໍບໍ່ທັນຕາຍ ຂາທິມັນກໍຂົບ ກາກສີສັງ ຍັງຫົວກາໂຕນັ້ນ ຈັກຂູນິ ອັນວາ ຕາທັງສອງ
ພິນທິງສຸ ກໍແຕກໄປ ກາໂກ ອັນວ່າກາໂຕນັ້ນ ນິກຂັນໂຕ ກໍອອກໄປໄດ້ ມຸກຂະໂຕ ຈາກປາກ
ໝາໂຕນັ້ນຄັນຕະວາ ຖິໂຕ ຈາກປາກໝາໂຕນັ້ນ ຄັນຕະວາ ຖິໂຕ ມັນກໍບິນໄປຈັບທີ່ງ່າໄມ້ຕົນ 1 ຕະໂຕ ຖັດນັ້ນ ກາເກ ໃນເມື່ອກາໂຕນັ້ນ ອິຈສັນເຕ
ມັນກໍມັກໄຄ່ ພຸນຊິຕຸງ ເພື່ອຢາກກິນອາຫານ ອັນໄຟໄໝ້ຢູ່ນັ້ນ ສຸຄັນທັງ ສມີກິ່ນຫອມມາກນັກ
ຈິນເຕສິ ມັນກໍຕິ ຄະນິງດັງນີ້ແລ້ວ ນິປະຕະຕິ ມັນກໍບິນລົງມາຈາກງ່າໄມຕົ້ນນັ້ນ
ໄປຕາມອັຊຊາຍາໄສ ອັນຕາບໍເຫັນຮຸ່ງ ເຫດມີຕາ ອັນບອກເສັຍທັງສອງກໍ້ານັ້ນ ປະຕະຕິ ມັນກໍຕົກໄປ ອັຄຄິຍັງໃນແປວໄຟທີ່ນັ້ນ
ມະຣະນັປປັຕໂຕ ກາໂຕນັ້ນ ກໍເຖິງເຊິ່ງມະຣະນະຄວາມຕາຍໄປດັ່ງນັ້ນແລ່ ພຣະຕະຖາຄະຕະ
ກໍອຸປະມາດັ່ງຄົນບາບ 10 ຄົນນັ້ນ ທະສະປາປະກາ ຊະນາ
ອັນວ່າ ຄົນບາບ 10 ຄົນນັ້ນ ມະຣິຕະວາ
ຄັນວ່າຕາຍໄປແລ້ວ ປະຕັນຕິ ກໍໄປໃນແປວໄຟ ຄືນະຣົກ ຕະຖາກາເກ ກໍອຸປະມາດັ່ງກາ
ອັນຕົກໄປມນແປວໄຟນັ້ນແລ ສິຣິມະຫາມາຍາເທວະປຸຕໂຕ ອິຕິ ຕັສະມາ ເຫດດັ່ງນັ້ນ ຍະຖາ ສຸຂັງ
ຈິ່ງປາຖນາສັງຂະຍາ ລໍາດັບຊັ້ນຟ້າຂຶ້ນໄປກໍມີແລ ພະຄະວາ ອັນວ່າພຣະພຸດທະເຈົ້າ ຍຸຊຊິຕະວາ
ກໍສັງຣວມມາແລ້ວ ຍັງທານະປາຣະມີແຫ່ງ ຕົນອັນໄດ້ 30 ທັດ ສສິກຂິໂຕ ອັນຕົນໄດ້ຮ້ຽນເອົາດີແລ້ວ ທັມມັນຈະ ຍັງທັມກໍດີ
ຄັນຖະທຸຣັນຈະ ຍັງຄັນຖະທຸຣະແຫ່ງພຣະວິໄນກໍດີ ປັນຍາສະຊາ ໂຕ ອັນເກີດແຕ່ໃນ 50 ຊາຕິພາຍຫຼັງ ພະຄະວາ ອັນພຣະພຸດທະເຈົ້າ
ກໍປາຖນາ ເອົາຍັງປະຖົມມະຊານ ທຸຕິຍະຊານ ຕະຕິຍະຊານ ຈະຕຸຕຖະຊານ ອັນມີວິປັດສະຍາຫາກ
ເປັນກໍາລັງອັນ 1 ອັນດຽວກັນ ນິຈຈະຣິຕະວາ
ເລັ່ງເປັນອອກຍັງວິປັສສະນາອັນມາກ ຕັສສະສິຣິມະຫາມາຍາ ເທວະປຸຕຕັສສະ
ແກ່ສິຣິມະຫາມາຍາເທວະບຸດມາກນັກ ຕັສສະມາ ເຫດດັ່ງນັ່ນ ອາຈະຣິເຍນ ອັນອາຈານເຈົ້າ ສັນໂຕ
ແຕ່ອັນແກວກົດໝາຍຮູ້ດ້ວຍ ໄນຍະອັຕຖະ ປາລີ ແຫ່ງພຣະພຸດທະເຈົ້າ ນິປັນຍັຕເຕ ກໍຈິ່ງແຕ່ແປງ
ນິສສະຍັງ ໃຫ້ເປັນນິສໄສ ໄວ້ວ່າ ອິມັງ ກັມມັງ ມາຕາ ໂຍ ຕະຖາຄະໂຕ ອັນພຣະພຸດທະເຈົ້າ
ເທສະນາແທນນໍ້ານົມແມ່ ອັນນີ້ ດ້ວຍອະທິຍາຍມາກວ່າ ພຣະພຸດທະເຈົ້າເທສະນາ ຍຸຊຊະຕິ
ກໍໂຮມຊຸມນຸມຍັງຄຸນ ປະຕິຊາຍະມາໂນ ສັມມາສັມພຸທໂທ ອັນພຣະພຸດທະເຈົ້າ ກໍປົງຍັງຄາຖາ
ທ່ຽວພະລັນນັກ ສິຣິມະຫາມາຍາເທວະບຸຕໂຕ ອັນວ່າ ສິຣິມະຫາມາຍາ ເທວະບຸດຕົ້ນນັ້ນ
ອະທິບາຍມາກກວ່າ ພຣະພຸດທະເຈົ້າ ເທສິໂຕ ເທສະນາແທ່ນນໍ້ານົມແມ່ ອີຕິ ດ້ວຍປະການດັ່ງນີ້
ອິທັງ ຂີຣທາຣັງ ອັນວ່າຖ່ອງແຖວນໍ້ານົມ ເອກັງ ອັນໜຶ່ງ ເປັນນໍ້ານົມອັນຂົມແຫ່ງແມ່
ພຣະຕະຖາຄະຕະ ລ້ຽງຊີວິດ ມີນໍ້ານົມອັນຂາວກັບເຫຼືອງທໍ່ກັນ ອະຍັງກາໂລ ອັນວ່າ ກາລະນີ້
ມັຊຊິມກາໂລ ເປັນກາລະພໍປານກາງ ແຫ່ງພຣະພຸດທະເຈົ້າຕົນນັ້ນ ຫາກເທສນາແທນນໍ້ານົມແມ່ທັງມວນຝູງນີ້
ເອກັງ ຂີຣທາຣັງ ອັນວ່າ ຖ່ອງແຖວ ນໍ້ານົມອັນ 1 ປິຕັງ ຂີຣທາຣັງ ອັນວ່າ ຖ່ອງແຖວນໍ້ານົມອັນເຫຼືອງ ມັຊຊິມະ
ປະຣິໂຍທາຕັງ ມີນໍ້ານົມອັນຂາວເຫຼື່ອງທໍ່ກັນ ອະຍັງ ກາໂລ ອັນວ່າ ກາລະນີ້
ເປັນກາລະອັນພຣະພຸດທະເຈົ້າເທສະນາຄຸນແທນນໍ້ານົມແມ່ຫຼາຍຊາດພາຍຫຼັງ ພຸດທານັງ ແຫ່ງພຣະພຸດທະດເຈົ້າທັງຫຼາຍ
ທຸຕິຍະຂີຣະທາຣະໂຕ ອັນມີຖ່ອງແຖວນໍ້ານົມອັນໜຶ່ງ ມາຕຸຍາ ແຫ່ງແມ່ ເຕສັງວິນຍູນັງ
ແຫ່ງນັກປາດທັງຫຼາຍຝູງນັ້ນ ປະຣິໂຍທາຕັງ ອັນຂາວບໍຣິສຸດສະ ເໝີດັ່ງ ເງິນລຽງປຣິສຸທທັງ
ອັນບໍຣິສຸດ ຖນຂັນທັງມີເຕົ້າ ນົມທັງ 2 ອັນງາມ ມະທຸ ອັນຫວານສົມສະຖານດັ່ງນໍ້າ ເຜິ້ງ ນໍ້າມິ້ມ ໂຫຕິ ຍ່ອມມີ ຕັສສະ ພຸທທັສສະ
ແກ່ມະຫາວີຣະເຈົ້າ ຕົນເປັນລູກນັ້ນ ພຸນຊິຕກາໂມ ອັນມັກໃຄ່ດູ່ດກິນ ມາກນັກ ປັນຍາສະຊາໂຕ
ອັນເກີດມາໃນ 50 ຊາດ
ເທົ່າຮອດໄດ້ເປັນນາງສີສຸພັນ ຜຸສສະດີ ບູຣົມສິສົນໄຊຕົນພໍ່ ອັນເປັນທີ່ແລ້ວ
ແຕ່ຊາດທັງມວນດັ່ງນັ້ນ ພຣະພຸດທະເຈົ້າ ກໍໄດ້ດູດກິນຍັງນໍ້ານົມແມ່ໃນ 50 ຊາດນັ້ນ ມີນໍ້ານົມກໍຂາວງາມບໍຣິສຸດ
ມີຣົສກໍຫວານ ເຫດວ່າພໍ່ ແລະແມ່ແຫ່ງພຣະພຸດທະເຈົ້າ ໄດ້ເປັນທ້າວພະຍາຕົນປຣະເສີດ
ກວ່າພະຍາທັງໃນໂລກ ໄດ້ສະເຫວີຍເຂົ້ານໍ້າໂພຊະນະອາຫານ ອັນມີໃນໄຕຄໍາທັງມວນ ມະທຸຂີຣັງ
ມີນໍ້ານົມອັນຫວານແລ ອະຍັງ ກາໂລ ອັນວ່າ ກາລອັນນີ້ ທັມມະເທສະນະກາໂລ ເປັນ ກາລອັນພຣະພຸດທະເຈົ້າເທສະນາທັມແລ
ພະຫຸປໂຖມະນາເປຕະວາ ພຣະພຸດທະເຈົ້າ ກໍເທສນາແທນນໍ້ານົມແມ່ແຫ່ງຕົນທຸກໆຊາດ
ເປັນນໍ້ານົມອັນຫວານ ແລະເປັນທີ່ຖືກເນື້ອ ເພິ່ງໃຈຍິ່ງນັກ ສິຣິມະຫາມາຍາເທວະປຸຕໂຕ
ອັນວ່າສິຣິມະຫາມາຍາເທວະບຸດ ປະໂມທະຕິ ກໍຊົມຊື່ນຍິນດີດ້ວຍຣົສທັມມະເທສະນາ
ແຫ່ງພຣະພຸດທະເຈົ້າ ອັນເທສະນາແທນນໍ້ານົມແມ່ອັນປຣະເສີດ ເພາະວ່າພຣົມມາ
ອັນວ່າພຣົມທັງຫຼາຍ ສັນຕຸຕຖະມະຈິຕຕາ ມີໃຈຊົມຊື່ນ ຍິນດີຕັງທັມມັງ ເຊິ່ງທັມນັ້ນ
ອັກຂະມັນຕິ ກໍເຂົ້າໃຈ ເທວາ ອັນວ່າເທວະດາທັງຫຼາຍ ກໍດີ ອະພິນັນທັນຕິ
ກໍຊົມຊື່ນຍິນດີມາກນັກ ເທວັສສະຣາ ອັນວ່ານາງຟ້າທັງຫຼາຍ ປະສັນນາກໍເຫຼື້ອມໃສມາກນັກ
ພຸທທານັງ ເຊິ່ງພຣະພຸດທະເຈົ້າທັງຫຼາຍ ເຂົ້າກໍຍໍມືຂຶ້ນຕັ້ງໄວ້ ເໜືອຫົວ
ທັງເຄື່ອງບູຊາພຣະພຸດທະເຈົ້າແລ້ວແລ ໄກວຍັງແຂນທັງສອງ ເໝືອນດັ່ງປາຍງວງຊ້າງ
ເມື່ອທຽນແຫນແຫ່ໄປມາ ກໍອ່ອນທໍຣະທວນມາກນັກ ສັກໂກ ອັນວ່າ ພຣະຍາອິນທຣ໌ ເທວິນໂທ
ອັນເປັນໃຫຍ່ກວ່າເທວະດາທັງຫຼາຍ ກໍສັນຣະເສີນຍ້ອງຍໍໍຊົມຊື່ນ ຍິນດີ ທັມມະກະຖັງ
ເຊິ່ງທັມມະກະຖາອັນປຣະເສີດ ດວງແກ້ວເລີດສັພພັນຍູກໍມີແລ
ໂລກຸຕຕະຣະທັມຄໍາແຫ່ງພຣະພຸດທະເຈົ້າ ເຂົ້າກໍເປົ່າຫອຍສັງບູຊາ
ທັມມະຂີຣະທາຣັງຍັງທັມມະເທສະນາ ອັນພຣະພຸດທະເຈົ້າເທສນາແທນນໍ້ານົມແມ່ອັນປະເສີດ
ເພື່ອຕອບບຸນແທນຄຸນແຫ່ງມານດາ ໃຫ້ໄດ້ນັບລໍາຊັ້ນຟ້າຂຶ້ນໄປ ຍາວະນິພພານັງ ຕາບຕໍ່ເທົ່າ
ອະກະນິດຖາ ຖິໂຕ ອັນຕັ້ງຢູ່ໃນທີ່ສຸດສິ້ນລວດ ໄປສູ່ພຣະນິພານ
ອັນບໍ່ຮູ້ເຖົ້າບໍ່ຮູ້ເຂົ້າພະຍາດ ແລະບໍ່ຮູ້ຕາຍນັ້ນແລ ສິຣິມະຫາມາຍາເທວະປຸຕໂຕ ອິຕິ
ຈິ່ງໄດ້ຊື່ວ່າ ສິຣິມະຫາມາຍາເທວະບຸດແລ ສາຕຖິກາ ທັມມະເທສະນາ ປະຣິໂຍສາເນ ຂີຣະທາຣະໂຕ
ໂສຕຸງ ປາປຸນິງສຸ ບັນດິດຕະຊະນາຕິ ຂີຣະທາຣະໂຕ ຄຸນະປິຕຸວັນນະນາ ປັພພະຊິຕັພພັງ
ນິພພັຕເຕ ປັນເຕຫິ ອັນນັກປາດເຈົ້າທັງຫຼາຍ ເທວິຕັພພັງ ກໍເພິ່ງຮູ້ບັນນີ້
ສຸນາຕຸຈົ່ງຟັງ ຂີຣະທາຣະຊາຕະກັງ ຍັງຊາດົກ ອັນພຣະພຸດທະເຈົ້າເທສະນາແທນນໍ້ານົມແມ່
ໂຍປຸຄຄະໂລ ອັນວ່າ ບຸຄຄະລະຜູ້ໃດ ປັພພະຊິຕະວາ ໄດ້ບວດແລ້ວ ຈິ່ງໄດ້ຊື່ວ່າແທນນໍ້ານົມແມ່ແລ
ເທສນາ ປະຣິໂຍສາເນ ໃນເມື່ອແລ້ວຣົສະ
ທັມມະເທສະນາ ສາຕຖິກາ
ທຽນຍ່ອມເປັນໄປກັບດ້ວຍ ປະໂຍຊນ໌ສິຣິມະຫາມາຍາເທວະບຸຕຕັສສະ
ແກ່ສິຣິມະຫາມາຍາເທວະບຸດຕົນເປັນແມ່ ປະມຸກຂັສສະ ອັນເປັນໃຫຍ່ເປັນປະທານ ເທວານັງ
ແຫ່ງເທວະດາ ທັາປຸນິ ກໍໄດ້ເຖິງ ໂສຕາປັຕຕິຜະລັງ ຍັງໂສດາປັຕຕິຜະລະຍານ
ກໍມີແລແມ່ນວ່າບຸຄຄະລະຜູ້ໃດ ໄດ້ສ້າງ ຂີຣະທາຣະຊາຕະກັງ ຍັງຊາດົກ
ອັນພຣະພຸດທະເຈົ້າເທສະນາແທນໍ້ານົມອັນແມ່ວ່າ ບຸຄຄະລະ ຜູ້ນັ້ນຈິ່ງໄດ້ຊຶ່ວ່າ
ບຸຄຄົລຜູ້ນັ້ນໄດ້ ແທນນໍ້ານົມແມ່ແຫ່ງຕົນ ເໝິດທຸກໆຊາດ ກໍມີແລ ຍ້ອນຍໍຍັງຊາດົກ
ອັນພຣະພຸດທະເຈົ້າ ເທສະນາແທນນໍ້ານົມແມ່ ກໍສະເດັດບໍຣະບວນ ສົມຄວນທໍ່ນີ້ກ່ອນແລ....
ໝາຍເຫດ: ບົດເທດສະໜາແທ່ນນໍ້ານົມແມ່ກັນນີ້
ກ່າວເຖິງຄຸນງາມຄວາມດີຂອງແມ່ ທີ່ລູກທັງຫຼາຍຄວນໃຫ້ການອຸປະກາຣະຄຸນທ່ານ
ເມື່ອທ່ານລຽງເຮົາມາແລ້ວຕ້ອງຕອບແທນທ່ານຄືນຈິ່ງວ່າເປັນລູກທີ່ດີ ຣິຈະນາແລ້ວ ວັນເສົາ
ຂຶ້ນ 13 ຄໍ່າ ເດືອນ 5 ມື້ຮ້ວງເປົ້າ ທວ້າຍປາວ
ປີເຖາະ ພ.ສ. 2553 ກົງກັບວັນທີ 16 ເດືອນ ເມສາ ຄ.ສ. 2011 ຈ.ສ. 1372-43 ຖ່າຍທອດໂດຍ ພຣະ ລົດສ໌
ຕົ້ນສະບັບ ຈາກ ມະຫາແກ້ວ ສຸວັນພົງ ຖ່າຍທອດຈາກໜັງສືໃບລານ ຈັດພິມເຂົ້າຄອມພີວເຕີໂດຍ
ທ່ານອາຈາຣຍ໌ ວິໄລສັກ ບຸນມາດາ ຜູ້ຮ່ວມງານ ດ້ວຍຄວາມຂະຍັນໝັ່ນພຽນ ເພື່ອປະໂຍຊນ໌
ແກ່ປະເທດຊາດ ສາສນາ ໃຫ້ຈະເຣີນຮຸ່ງເຮືອງຕໍ່ໆໄປຍັງກາລະຂ້າງໜ້າ.
