ສີລ 5 ອຸບາຍສ້າງຄວາມຮັກ

0


ສີລ 5 ອຸບາຍສ້າງຄວາມຮັກ 
        ເປັນຫຍັງພຣະພຸດທະເຈົ້າຈຶ່ງຢໍາໜັກຢໍາໜາວ່າໃຫ້ເຮົາປະຕິບັດສີລ 5 ໂດຍວິສັຍຂອງພຣະພຸດທະເຈົ້າຊົ່ງໄວ້ເຊິ່ງພຣະມະຫາກະລຸນາທິຄຸນ ຊົ່ງເມດຕາສົງສານສັດໂລກ ທີ່ພຣະພຸດທະເຈົ້າສັກຈູງໃຫ້ເຮົາປະຕິບັດສີລ 5 ກໍເພາະປາດຖະ ໜາຄວາມຮັກ ຄົນເຮົາທຸກຄົນຕ້ອງການຄວາມຮັກ ພຣະພຸດທະເຈົ້າປາດຖະໜາໃຫ້ມະນຸດມີຄວາມຮັກກັນ ຈຶ່ງຊັກຊວນໃຫ້ປະຕິບັດສີລ 5 ເພາະການບໍຂ້າກໍ່ເປັນເຫດໃຫ້ຮັກກັນ ການບໍ່ລັກຂະໂມຍຈີ້ປົ້ນສໍ້ໂກງກໍ່ເປັນເຫດໃຫ້ຮັກກັນ ການງົດເວັນມຸສາວາດ ສຸຣາ ກໍປັນເຫດເປັນປັດຈັຍໃຫ້ເກີດຄວາມຮັກກັນ ເມື່ອມະນຸດຕ່າງມີຄວາມຮັກຕໍ່ກັນ ກໍ່ມີແຕ່ຄວາມສະຫງົບສຸກ ດັງນັ້ນ ສີລ 5 ຈຶງເປັນຄຸນທັມປ້ອງກັນບໍ່ໄຫ້ມະນຸດເກີດມີການຂ້າກັນ ແລະ ສີລ 5 ປະການນີ້ເປັນຄຸນນະທໍາສໍາລັບຕັດກັມຕັດເວນ ຕັດຜົນເພີມຂອງກິເລດ ເມື່ອເວົ້າເຖິ່ງການຕັດກໍາຕັດເວນບາງທ່າອາດມີຄວາມສົງສັຍວ່າ ກັມນີ້ມັນຕັດໄດ້ຫຼືບໍ່ກໍາທີ່ເຮັດທໍາລົງໄປແລ້ວ ດີກໍຕາມ ຊົວກໍຕາມບໍ່ມີທາງທີ່ຈະຕັດກໍາຕັດເວນນັ້ນໄດ້ ຄໍາວ່າການຕັດກໍາຕັດເວນເປັນພຽງອຸບາຍເພື່ອທີ່ຈະເຮັດໃຫ້ຈິດໃຈຮູ້ສຶກດີຂື້ນເຖົ່ານັ້ນແທ້ທີຈິ່ງແລ້ວ ບໍ່ສາມາດຕັດໄດ້ ແຕ່ຫາກວ່າສິ່ງທີ່ສໍາຄັນ ແລະຄວນທີ່ຈະກະທໍານັ້ນກໍຄື ສີລ 5, ສີລ 5 ແຕ່ລະຂໍ້ລົງທ້າຍດ້ວຍ ເວຣະແປ່ວ່າ ເວນເວນກໍຄືສິ່ງທີ່ເປັນເຫດເປັນປັດຈັຍໃຫ້ພູກພະ
ຍາບາດ ເມື່ອມີການພູກພະຍາບາດອາຄາດຕ້ອງມີການຂ້າກັນປະທຸກສະຮ້າຍເຊິ່ງກັນແລະກັນ ຖ້າໃຜຢາກໝົດກັມໝົດເວນຕ້ອງມີສີລ 5 ເພາະສີລ 5 ເປັນສິ່ງທີ່ສໍາຄັນຫຼາຍກວ່າສິ່ງອືນໃດ..
ກົດຄວາມຈິງຂອງສັງຄົມໂລກ ທັ້ງອະດີດ ປັດຈຸບັນ ແລະອະນາຄົດ ມະນຸດເຮົາມີຄວາມຕ້ອງການຢູ່ພຽງ 4 ຢ່າງຄື
1.
ຄວາມມີລາບ
2.
ຄວາມມີຍົດ
3.
ຄວາມມີສັນລະເສີນ
4.
ຄວາມມີສຸກ
ໃນທາງຕົງກັນຂ້າມ ເຮົາບໍ່ປາດຖະໜາຄວາມບໍ່ມີລາບ (ເຊີອມລາບ) ບໍ່ມີຍົດ ນິນທາ ຄວາມທຸກ ຈິ່ງແທ້ຫຼືບໍເຮົາລອງພິດຈາລະນາເບີ່ງວ່າຄວາມຈິ່ງເປັນແບບໃດ ຄົນເຮົາທຸກຄົນມີສິດທິ ເສລີພາບໃນການສະແຫວງຫາລາບ ຍົດ ສັນລະເສີນດ້ວຍກັນທັງໝົດທຸກຄົນ ໃຜມີຄວາມຄິດສະຕິປັນຍາ ພຽງໃດ ເຖົ່າໃດຍ່ອມມີຄວາມທະເຍີທະຍານ ກັນໄປແຕ່ວ່າການສະແຫວງຫາລາບ ຍົດ ສັນລະເສີນ ສຸກນັ້ນ ຄວນມີຂອບເຂດ ແລະ ຂອບເຂດຂອງ ການສະແຫວງຫາສິ່ງເຫຼົ່ານີ້ກໍຄື ສີລ 5 ແລະ ໃນບັນດາ ສີລ 5 ນີ້ມີຄື
1. ປານາຕິປາຕາ ເວຣະມະນີ: ເວັ້ນຈາກການຂ້າສັດໃຫ້ຕາຍ
2.
ອະທິນນາທານາ ເວຣະມະນີ: ເວັ້ນຈາກການຖືເອົາສິ່ງຂອງທີ່ເຈົ້າຂອງເຂົ້າບໍ່ໄດ້ໃຫ້ ດ້ວຍອາການເປັນຂະໂມຍ
3.
ກາເມສຸມິດສາຈາຣາ ເວຣະມະນີ: ເວັ້ນຈາກການປະພຶດຜິດໃນກາມ
4.
ມຸສາວາທາ ເວຣະມະນີ: ເວັ້ນຈາກການເວົ້າຄໍາຕົວະ
5.
ສຸຣາເມຣະຍະມັຊຊະປະມາທັດຖານາ ເວຣະມະນີ: ເວັ້ນຈາກການດື່ມນໍ້າເມົາ ຄື ສຸຣາ ແລະ ເມຣັຍອັນເປັນທີ່ຕັ້ງຄວາມປະມາດ.
    
ສິລ 5 ປະການນີ້ ຮ້ອງວ່າ ເປັນສິລຂອງຄະຫັດ ຫຼື ເປັນ( ມະນຸດສະທັມ ) ເພາະເປັນທັມປະຈໍາໂລກ ເຊິ່ງມະນຸດຈະຕ້ອງຮັກສາ ແລະ ປະຕິບັດຕາມ ເພື່ອໃຫ້ເປັນເຫດເປັນປັດໃຈກໍ່ໃຫ້ເກີດຄວາມສຸກ, ຄວາມຮັກ ໃນສັງຄົມ.
[ພຣະພຸດທະເຈົ້າປາດຖະໜາໃຫ້ມະນຸດມີຄວາມຮັກກັນ ຈຶ່ງຊັກຊວນໃຫ້ປະຕິບັດ ສີລ 5 ເພາະການບໍ່ຂ້າກໍ່ເປັນເຫດໃຫ້ຮັກກັນ ການບໍ່ລັກຂະໂມຍຈີ້ປົ້ນສໍ້ໂກງກໍ່ເປັນເຫດໃຫ້ຮັກກັນ ການງົດເວັນມຸສາວາດ ສຸຣາ ກໍປັນເຫດເປັນປັດຈັຍໃຫ້ເກີດຄວາມຮັກກັນ ເມື່ອມະນຸດຕ່າງມີຄວາມຮັກຕໍ່ກັນ ກໍ່ມີແຕ່ຄວາມສະຫງົບສຸກ]