ອະຄະຕິ 4

0


ອະຄະຕິ 4
1.  ສັນທາຄະຕິ: ຄວາມລໍາອຽງໄປເພາະຮັກ
2.  ໂທສະຄະຕິ: ຄວາມລໍາອຽງໄປເພາະຊັງກັນ
3.  ໂມຫະຄະຕິ: ຄວາມລໍາອຽງໄປເພາະຄວາມໂງ່ງາວ
4.  ພະຍາຄະຕິ: ຄວາມລໍາອຽງໄປເພາະຄວາມຢານ

ຄຳອະທິບາຍ: ອະຄະຕິແປວ່າ ກິຣິຍາທີ່ບໍ່ຄວນປະພຶດ ຫຼື ບໍ່ຄວນເຂົ້າໄປເຖິງ ອັນທຸກຄົນເຮັດອັນໃດ ບໍ່ໝັ້ນທ່ຽງຢູ່ໃນຄວາມຍຸດຕິທັມຜ່າຍດຽວ ຄົດຄ້ຽວລໍາອຽງໄປໃນຕົນເອງ ແລະ ຄົນອື່ນໆ ເພາະຄວາມຮັກກັນແດ່ ເພາະຄວາມຊັງກັນແດ່ ເພາະຄວາມໂງ່ງ່າວຂອງຕົນເອງແດ່ ແລະ ເພາະຄວາມຢານອໍານາດອິທິພົນຂອງຜູ້ໃຫຍ່ແດ່ ເປັນຕົ້ນນີ້ ຊື່ວ່າ ຕົກຢູ່ໃນອໍານາດຂອງອະຄະຕິ ແລະ ເປັນເຫດໃຫ້ຜູ້ປະພຶດ ໄດ້ຮັບທຸກໂທດແລະເວນໄພ ທັງເປັນເຫດພາໃຫ້ຜູ້ອື່ນຮັບຄວາມເດຶອດຮ້ອນ ເພາະຄວາມບໍ່ຍຸດຕິທັມ ສະເມິກັນ ອີກດ້ວຍ ເພາະເຫດນັ້ນຈຶ່ງເປັນກິດບໍ່ຄວນປະພຶດ.