ລັກສະນະຄົນທີ່ບໍ່ສົມຄວນບວດເປັນສາມະເນນມີ 32 ຢ່າງ

0


1.   ຄົນມີມືຂາດ
2.   ຄົນມີຕີນຂາດ
3.   ຄົນມີທັງມື ແລະຕີນຂາດ
4.   ຄົນມີຫູຂາດ
5.   ຄົນມີດັງຂາດ ຫຼື ດັງແຫວ່ງ
6.   ຄົນມີທັງຫູຂາດ ຫຼື ດັງແຫວ່ງ
7.   ຄົນມີນິ້ວມື ນິ້ວຕີນຂາດ
8.   ຄົນມີນິ້ວຫົວແມ່ມືຂາດ
9.   ຄົນມີເອັນຂາດ
10. ຄົນມີມືເປັນແຜ່ນ ຄືນິ້ວມື ບໍ່ໄດ້ຈັກເປັນງ່າມ ມີໜັງຕິດກັນ
11. ຄົນມີຫລັງກ່ອມ
12. ຄົນຕຳເກີນໄປ ຫຼື ສູງເກີນໄປ
13. ຄົນຄໍໂຕ້ ຫຼື ຄໍໜຽງ
14. ຄົນທີ່ຖືກລົງໂທດໃນການນາບດ້ວຍເຫລັກແດງຈົນເສິຍຮູບຮ່າງ
15. ຄົນທີ່ຖືກຕີດ້ວຍແສ້ ມີຮ້ອຍບາດແຜ
16. ຄົນທີ່ຖືກໝາຍຈັບໃຫ້ຂ້າ ເມື່ອຖືກພົບເຫັນ
17. ຄົນທີ່ມີຝາຕີນແຄງ ຫຼື ແຫຍ່ງ
18. ຄົນທີ່ເປັນໂຣຄ໌ຊຳເຮື້ອຕ່າງໆ ເຊັນ ໂຣຄ໌ຂີ້ກາກ, ໂຣຄ໌ຝີ ເປັນຕົ້ນ
19. ຄົນປະທຸກສະຮ້າຍບໍຣິສັດ
20. ຄົນຕາບອດຂ້າງດຽວ ຫຼື ສອງຂ້າງ
21. ຄົນກະຈອກ ( ມີຕີນພິການ ຍ່າງດ້ວຍຫຼັງຕີນ ເປັນຕົ້ນ)
22. ຄົນເປັນງ່ອຍ ຄື ມີຕີນ ຫງິກງໍ ຫຼື ມີນິ້ວມື ນີ້ວຕີນ ຫງິກງໍ
23. ຄົນເປັນອຳມະພາດ ( ມີຮ່າງກາຍຕາຍໄປແລ້ວຊີກໜຶ່ງ)
24. ຄົນເປັ້ຍ ຄືຄົນມີອິຣິຍາບົດຂາດ
25. ຄົນຊະຣາ ມີຮ່າງກາຍບໍ່ສົມປະກອບ
26. ຄົນຕາບອດມາແຕ່ກຳເນີດ ຫຼື ຄົນຕາບອດຕາໃສ
27. ຄົນໃບ້
28. ຄົນຫູໜວກ
29. ຄົນທັງບອດ ທັງໃບ້
30. ຄົນທັງບອດ ທັງໜວກ
31. ຄົນທັງໃບ້ ທັງໜວກ
32. ຄົນທັງໃບ້ ທັງບອດ ທັງໜວກ

 ບຸກຄົນທັງ 32 ຢ່າງນີ້ ຜູ້ບວດໃຫ້ຕ້ອງອາບັດທຸກກົດ ຈຶ່ງກຳນົດຂໍ້ຫ້າມບໍ່ໃຫ້ບຸກຄົນ 32 ຢ່າງນີ້ ບວດເປັນສາມະເນນ ແລະ ບວດເປັນພຣະພິຂຸກດ້ວຍ.