ວິມຸຕຕິ 2

ວິມຸຕຕິ 2
1.ເຈໂຕວິມຸຕຕິ ຄວາມຫລຸດພົ້ນດ້ວຍອໍານາດແຫ່ງໃຈ
2. ປັຍຍາວິມຸດຕິ ຄວາມຫລຸດພົ້ນດ້ວຍອໍານາດແຫ່ງປັນຍາ
ວິມຸຕິ ແປວ່າ ຄວາມຫລຸດພົ້ນຈາກອຳນາດຂອງກິເລດແຫ່ງຈິດ ມີ 2 ດ້ວຍ ມີ 5 ດ້ວຍ.
1. ເຈໂຕວິມຸຕຕິ ຄວາມທີ່ຈິດຫລຸດພົ້ນຈາກອຳນາດກິເລດ ດ້ວຍການ ຝຶກຈິດ ຮຽກວ່າສມຖກັມມັດຖານ ຄື ການງານທີ່ຕ້ອງທຳທາງໃຈ ໂດຍຣະນຶກເຖິງຄຸນຂອງພຣະພຸດທະເຈົ້າ ຫຼື ການທຳສະມາທິ ໃຫ້ຈິດໃຈສະຫງົບ ດ້ວຍການກຳນົດຮູ້ລົມຫາຍໃຈເຂົ້າ ອອກ ຮຽກວ່າ ອານາປານສຕິກັມມຖານ( ອານາປານະສະຕິກັມມະຖານ ) ການບໍາເພັນສະມະຖະກັມມະຖານນີ້ທຳໃຫ້ສະງົບຈາກຣາຄະເປັນຕົ້ນໄດ້.
1. ເຈໂຕວິມຸຕຕິ ຄວາມທີ່ຈິດຫລຸດພົ້ນຈາກອຳນາດກິເລດ ດ້ວຍການ ຝຶກຈິດ ຮຽກວ່າສມຖກັມມັດຖານ ຄື ການງານທີ່ຕ້ອງທຳທາງໃຈ ໂດຍຣະນຶກເຖິງຄຸນຂອງພຣະພຸດທະເຈົ້າ ຫຼື ການທຳສະມາທິ ໃຫ້ຈິດໃຈສະຫງົບ ດ້ວຍການກຳນົດຮູ້ລົມຫາຍໃຈເຂົ້າ ອອກ ຮຽກວ່າ ອານາປານສຕິກັມມຖານ( ອານາປານະສະຕິກັມມະຖານ ) ການບໍາເພັນສະມະຖະກັມມະຖານນີ້ທຳໃຫ້ສະງົບຈາກຣາຄະເປັນຕົ້ນໄດ້.
2. ປັນຍາວິມຸຕິ
ຄວາມຫລຸດພົ້ນຈາກກິເລດ ດ້ວຍການໃຊປັນຍາ ພິຈາລະນາ ດ້ວຍການປະຕິບັດວິປັດສະນາກັມມະຖານ
ທຳຈິດຂອງຜູ້ປະຕິບັດໃຫ້ຫລຸດພົ້ນຈາກອະວິຊາເປັນທີ່ສຸດ
ທຳໃຫ້ເຂົ້າໃຈສິ່ງທັງປວງຄວາມເປັນຈິງ ບໍ່ຢຶດຕິດໃນສິ່ງເຫົ່ານີ້ດ້ວຍອຳນາດຕັນຫາ ວ່າ
ນັ້ນຕົວຕົນຂອງເຮົາ ທຳວິຊາ ຄື ຄວາມຮູ້ໃຫ້ເກິດຂຶ້ນ ກຳຈັດອະວິຊາ ຄື
ຄວາມບໍ່ຮູ້ໃຫ້ໝົດໄປ.
ຖາມ: ວິມຸຕຕິ ມີຄວາມໝາຍວ່າຢ່າງໃດ ໄດ້ໃນທີ່ສຸດໃດ
ວິມຸດຕຕິກັບວິໂມກ ຕ່າງກັນຫຼື ບໍ່ພຣະອະຣິຍະບຸກຄົນຈຳພວກໃດໄດ້ບັນລຸທັມ 2 ປະເພດນີ້ ?
ຕອບ: ວິມຸຕຕິ ໝາຍເຖິງຄວາມຫລຸດພົ້ນຈາກກິເລດສາວະ
ໂດຍນິປປຣິຍາຍ ຄື ໂດຍກົງ ຮຽກວ່າ ວິມຸດຕິ ໄດ້ໃນນິປປຣິຍາຍສຸກວິມຸດຕິ
ວິມຸດຕິກັບວິໂມກຕ່າງກັນໂດຍພະຍັນຊະນະ ເໝືອນກັນໂດຍອັດ
ພຣະອະເສຂະບຸກຄົນເປັນຜູ້ໄດ້ບັນລຸ.
ຖາມ: ເຈໂຕວິມຸຕຕິກັບປັນຍາວິມຸຕຕິ ຕ່າງກັນຢ່າງໃດ
ຜູ້ໄດ້ບັນລຸໄດ້ຜົນສະເໝີກັນ ຫຼື ບໍ່ ?
ຕອບ: ວິມຸຕຕິທັງ 2 ຢ່າງນັ້ນ ຕ່າງກັນຢ່າງນີ້ ເຈໂຕວິມຸຕຕິໄດ້ ແກ່ວິມຸຕຕິມີສະມາທິ
ເປັນປະທັດຖານ ຄື ທ່ານຜູ້ບັນລຸໄດ້ຍານມາກ່ອນແລ້ວ ຈິ່ງບຳເພັນວິປັດສະນາຕໍ່ໄປ
ປັນຍາວິມຸດຕິ ໄດ້ແກ່ ວິມຸຕຕິທີ່ໄດ້ບັນລຸດ້ວຍລຳພັງບຳເພັນວິປັດສະນາຕໍ່ ປັນຍາວິມຸດຕິ
ໄດ້ແກ່ ວິມຸດຕິທີ່ໄດ້ບັນລຸດ້ວຍລຳພັງບຳເພັນວິປັດສະນາລ້ວນສະເມີກັນ ໂດຍສິ້ນອາສະວະ
ຕ່າງກັນໂດຍຄຸນສົມບັດ ຜູ້ໄດ້ບັນລຸເຈໂຕວິມຸດຕິ ເປັນພຣະອະຣະຫັນຕ໌ ຜູ້ສົມບູນດ້ວຍວິໍາ
ແລະ ອະພິນຍາ ຜູ້ໄດ້ບັນລຸປັນຍາວິມຸດຕິເປັນພຣະອະຣະຫັນສຸກຂະວິປັດສະກະ ບໍ່ໄດ້ວິຊາ ແລະ
ອະພິນຍາ.
ຖາມ: ວິມຸຕຕິ (ວິມຸດຕິ) ວ່າໂດຍຈິດ ແລະ ປັນຍາ
ຢ່າງໃດຮຽກວິມຸດຕິອັນໃດ ເພາະອະຣະຫັນທີ່ໄດ້ວິຊາ 3 ອະພິນຍາ 6
ປະຕິສັມພິທາ 4 ທ່ານປະຕິບັດທາງວິມຸດຕິອັນໃດ
ພຣະອະຣະຫັນອີກຝ່າຍໜຶ່ງນັ້ນເດ ພຣະອະຣະຫັນທັງ 2 ຝ່າຍນັ້ນວ່າໂດຍຜົນຕ່າງກັນບ່ອນໃດເໝືອກັນທີ່ບ່ອນໃດ ?
ຕອບ: ວິມຸຕຕິ (ວິມຸດຕິ) ວ່າໂດຍຈິດຮຽກເຈໂຕວິມຸດຕິ
ວ່າໂດຍປັນຍາ ຮຽກປັນຍາວິມຸດຕິ ພຣະອະຣະຫັນທີ່ໄດ້ວິຊາ 3 ອະພິນຍາ 6
ປະຕິສັມພິທາ 4 ທ່ານປະຕິບັດທາງເຈໂຕວິມຸດຕິ
ພຣະອະຣະຫັນອີກຝາຍໜຶ່ງນັ້ນ ທ່ານປະຕິບັດທ່າງປັນຍາວິມຸດຕິ ພຣະອະຣະຫັນທັງ 2 ຝ່າຍນັ້ນ ວ່າໂດຍຜົນຕ່າງກັນ ຄື ພຣະອະຣະຫັນຝ່າຍເຈໂຕວິມຸດຕິ
ໄດ້ຄຸນທັມ 3
ຄື ວິຊາ 3 ອະພິນຍາ 6 ປະຕິສັມພິທາ 4 ສ່ວນພຣະອະຣະຫັນຝ່າຍປັນຍາວິມຸດຕິ ບໍ່ໄດ້ຊົງຄຸນທັມຢ່າງນັ້ນ
ທີ່ເໝືອນກັນຄື ເປັນພຣະຂີນາສົບ ຈົບພຣົມມະຈັນເຊັ່ນດຽວກັນ.
