ເປັນ ກະເທີຍ ບວດໃນພຸດທະສາດສະໜາໄດ້ບໍ່?
ຄໍາວ່າກະເທີຍ ຄື ຄົນທີ່ມີອະໄວຍະວະທັງຊາຍແລະຍິ່ງ, ຄົນທີ່ມີຈິດໃຈ ແລະ ກິຣິຍາອາການຕົງຂາມກັບເພດຂອງຕົນ. ສວນຄວາມໝາຍທາງການແພດໝາຍເຖິ່ງ ຄົນທີ່ມີອະໄວຍະວະຂອງເພດຊາຍ ແລະ ຍິ່ງຢູ່ໃນຄົນໆດຽວກັນ ສ່ວນກະເທີຍທີ່ມີຈິດໃຈຕົງກັນຂາມກັບເພດຕົນ ທາງການແພດຮຽກກຸ່ມນີ້ວ່າ “ລັກເພດ” ແລະໃນຈຸດປະສົງຂອງບົດຄວາມນີ້ກໍຄືຢາກຈະກາວເຖິ່ງກະເທີຍໃນມຸມມອງທາງພຸດທະສາສະໜາ ວ່າຈະມີ່ມຸມມອງແນວໃດ
ມຸມມອງທາງພຸດທະສາດສະໜາ
ສາດສະໜາພຸດຮຽກ ກະເທີຍວ່າ “ ບັນເທາະ ” ໃນພຣະວິນັຍປີດົກ ໃຊ້ຄໍານີ້ໝາຍເຖິ່ງບຸລຸດທີ່ພໍໃຈມີເພດສັມກັບບຸຣຸດ ໂດຍມີຄວາມຮູ້ສຶກວ່າຕົນເອງເປັນເພດຍິ່ງ ໃນສະໄໝພຸດທະການໄດ້ມີກະເທີຍບວດເປັນພິຂຸ (ພຣະ) ແລ້ວໄປຊວນພິຂຸ ສາມະເນນ ມີເພດສັມພັນ ແຕ່ຖືກພິຂຸສາມະເນນເຫຼົ່ານັ້ນຂັບໄຫຼ ພິສຸອົງນັ້ນຈຶ່ງໄປຊວນຄົນລຽງຊ້າງ ແລະ ມ້າມີເພດສັມພັນກັນ ເມື່ອຄົນລຽງຊ້າງມ້ານັ້ນມີເພດສັມພັນກັບພິຂຸກະເທີຍແລ້ວກໍນໍາເລື່ອງໄປໂຄສະນາປາວປະກາດວ່າ ພິຂຸໃນພຸດທະສາດສະໜານີ້ຖ້າບໍ່ແມ່ນກະເທີຍ ກໍເຄີຍມີເພດສັມພັນກັບກະເທີຍ ພິຂຸໄດ້ຍິນຈຶ່ງນໍາເລື່ອງນີ້ໄປກາບທູນພຣະພຸດທະເຈົ້າ ພຣະອົງຈິ່ງຕຣັດ(ບອກ) ແກ່ສາວົກວ່າ " ຫ້າມກະເທີຍບວດໃນພຸດທະສາດສະໜາ ພວດທີ່ບວດແລ້ວຕ້ອງສິກອອກເສຍ" ສະນັ້ນແລ້ວ ກະເທີຍຈຶ່ງເປັນບຸກຄົນຈໍາພວກທໍາອິດໃນບຸກຄົນ11 ຈໍາພວກທີ່ບໍ່ອະນຸຍາດບວດໃນພຸດທະສາດສະໜາ " (ພິຂຸອົງໃດບວດໃຫ້ຕ້ອງອາບັດ)
ຕໍມາມີຄໍາພີ ສະມັນຕະປາສາທິກາ (ສມັນຕປາສາທິກາ) ເຊິ່ງແຕ່ຂຶ້ນໃນຊວງພຸດທະສັດຕະວັດທີ່ 10 ໄດ້ຕີຄວາມກະເທີຍໃໝ່ໂດຍ ຈໍາແນກກະເທີຍ(ບັນເທາະ) ໄວ້ 5 ປະເພດໄດ້ແກ່
1. ອາສິຕຕບັນເທາະ ໝາຍເຖິ່ງ ກະເທີຍທີ່ໄຊ້ປາກອົມອົງຄະຊາດຂອງຜູ້ຊາຍເພື່ອສໍາເລັດຄວາມໃຄຣ
2. ອຸສຸຍຍບັນເທາະ ໝາຍເຖິ່ງ ກະເທີຍທີ່ ເບິ່ງການມີເພດສັມພັນຂອງບຸກຄົນອື້ນເພື່ອສໍາເລັດຄວາມໄຄຣຂອງ ຕົນເອງ (ສະໄໝ່ປະຈຸບັນກໍອາດຈະໄຊ້ເຄື່ອງມີເຊັນ ໂທລະທັດ, ມືຖື ຫຼື ສິ່ງທີ່ເຫັນພາບອືນໆ)
3. ໂອປັກກະມິຍບັນເທາະ ໝາຍເຖິ່ງ ຂັນທີ (ຄົນທີ່ຖືກຕອນແລ້ວ)
4. ປັກຂະບັນເທາະ ໝາຍເຖິ່ງ ຄົນທີ່ເປັນກະເທີຍສະເພາະຂ້າງແຮມ
5. ນະປຸສະກະບັນເທາະ ໝາຍເຖິ່ງ ຄົນທີ່ບໍ່ມີເພດ
ໃນຄໍພີ ສະມັນຕະປາສິກາຣະບຸກວ່າ ສະເພາະກະເທີຍສອງປະເພດທໍາອິດນັ້ນ ບວດໄດ້ ສາມປະເພດດ້ານຫຼັງຫ້າມບວດເດັດຂາດ.
ສະນັ້ນແລ້ວໃນບົດຄວາມນີ້ ຜູ້ຂຽນຢາກຈະຊີໃຫ້ເຫັນເຖິ່ງທັດສະນະຄະຕິຂອງພຸດທະສາດສະນາທີ່ມີຕໍ່ກະເທີຍ ຫຼື ບັນເທາະ ວ່າ ນອກຈາກກະເທີຍສອງປະເພດຂາງຕົ້ນແລ້ວ ຈໍາພວກ ທີ່ສາມຂາງຫຼັກຫ້າມບວດໃນພຸດທະສາດສະນາເດັດຂາດ ໃນສັງຄົມປະຈຸບັນນີ້ ບໍ່ວ່າຈະຢູ່ຕ່າງປະເທດຫຼື ບ້ານເຮົາກໍເຊັນກັນ ກະເທີຍທີ່ບວດເຂົ້າມາໃນພຸດທະສາດສະໜາແມ່ນມີຈໍານວນຫຼາຍ ສ້າງທັງຄວາມດີງາມ ຫຼື ເສີມເສຍ ກະມີຫຼາຍຂຶ້ນຢູ່ກັບແຕ່ລະບຸກຄົນ ແຕ່ເຖີ່ງຢ່າງໃດກໍຕາມ ບຸກຄົນທີ່ບວດໃນພຸດທະສາດສະໜາໄດ້ຫຼືບໍ່ນັ້ນຕ້ອງອີງໃສພຣະວິນັຍທີ່ພຸດທະອົງບັນຍັດໄວ້ແລ້ວ ດັງທີ່ວ່າມາຂາງເທິ່ງແລ້ວນັ້ນ
ພຸດທະເຈົ້າຕຣັດຫ້າມກະເທີຍບວດໃນພຸດທະສາດສະໜາ
------
ໝາຍເຫດ: ອ້າງອີງຈາກ http://www.84000.org/tipitaka/pitaka
ໂດຍ: ໂພທິນັນທະ



