ການບວດໃນ ພຸດທະສາດສະໜາ

0
ການບວດ 


      ຊີວິດຂັ້ນທີ່ສອງຮອງຈາກເກີດມາກໍຄື ການບວດ ຜູ້ຊາຍທຸກຄົນ ເມື່ອອາຍຸຄົບກໍາໜົດເເລ້ວຈະຕ້ອງບວດ ການບວດຖືວ່າເປັນການອົບຮົມບົ່ມນິໄສໃຈຄໍ ໃຫ້ມີສີລທັມເປັນພື້ນຖານ ເເລະ ເປັນການຊົດໃຊ້ຕອບເເທນໜີ້ບຸນຄຸນຂອງບິດາມາຣດາຜູ້ໃຫ້ກໍາເນີດ. ດັ່ງນັ້ນ ການບວດຈຶ່ງຖືເປັນປະເພນີລາວເຮົາອີກທີ່ຈໍາເປັນສໍາຫລັບລູກຜູ້ຊາຍທຸກຄົນ. 
ການບວດມີ 2 ຢ່າງ 

       ການບວດ: ການບວດນັ້ນ ຖ້າບວດເປັນສາມະເນນເອີ້ນວ່າ ‘‘ບັບພະຊາ’’ ບວດເປັນພຣະພິກຂຸ ເອີ້ນວ່າ ‘‘ອຸປະສົມບົດ’’ ການອຸປະສົມບົດມີ 3 ວິທີຄື: 

1. ວິທີພຣະພຸດທະເຈົ້າຊົ່ົງບວດໃຫ້ເອງ ໂດຍພຣະພຸດທະອົງຄ໌ ຊົງເປັ່ງວາຈາວ່າ: ມາເຖີດພິກຂຸ ທັມເຮົາຕັດດີເເລ້ວ ທ່ານຈົ່ງມາປະພຶດພົຣມມະຈັນ ເພື່ອພົ້ນທຸກຂ໌ ໂດຍຊອບເຖີ້ນ. ເອີ້ນວ່າ ‘‘ເອຫິພິກຂຸ ອຸປະສັມປະທາ’’. 

2. ວິທີໃຫ້ພຣະສົງຄ໌ສາວົກບວດໃຫ້ (ເປັ່ງວາຈາວ່າ) ພຸດທັງສະຣະນັງ ຄັດສາມິ, ທັມມັງ ສະຣະນັງ ຄັດສາມິ, ສັງຄັງ ສະຣະນັງ ຄັດສາມິ ຯ. 

ພຽງທໍ່ນີ້ກໍຊື່ວ່າ ໄດ້ສໍາເລັດເປັນພຣະພິກຂຸ ໃນທາງພຣະພຸດທະສາສນາໄດ້ເເລ້ວ ວິທີນີ້ເອີ້ນວ່າ ‘‘ຕິສະຣະນະຄະມະນູ ປະສັມປະທາ’’. 

3. ພຣະສົງຄ໌ 5 ອົງຄ໌ ໂຮມທັງພຣະອຸປັດຊາບວດໃຫ້ ດ້ວຍການສູຕຍັດຕິ 1 ຄັ້ງ ອະນຸສານ 3 ຄັ້ງ ໂຮມເປັນ 4 ຄັ້ງ ເອີ້ນຍັດຕິຈະຕຸຖະກັມມະວາຈາ ການບວດຂໍ້ທີ 3 ນີ້ ເປັນການບວດທີ່ເຮັດກັນຢູ່ໃນປັດຈຸບັນນີ້. (ເເຕ່ໃນເມືອງລາວເຮົານິຍົມກັນທຸກວັນນີ້ພຣະສົງຄ໌ 25 ອົງຄ໌ຂື້ນໄປ). 

      ມູນເຫຕຸເເຫ່ງການບວດ ໃນສະໄມບູຮານ ຄົນທີ່ອອກບວດຍ່ອມບວດເພາະຊາຣາເຈັບເປັນ ຈົນຊັບ ສິ້ນຍາຕິຂາດມິດ ສໍາຫລັບພຣະພຸດທະເຈົ້າ ພຣະອົງຄ໌ຜາຣົບຄວາມເກີດ ເເກ່ ເຈັບ ຕາຍ ຈຶ່ງອອກບວດ 
ສ່ວນຄົນທຸກວັນນີ້ ບວດຕາມປະເພນີ ເມື່ອອາຍຸຄົບກໍາໜົດບວດ ບວດເເກ້ບະບົນກໍມີ ບວດຊົດໃຊ້ນີ້ບຸນຄຸນຂອງພໍ່ເເມ່ກໍ່ມີ. 
ຄົນທີ່ຄວນໃຫ້ບວດ 

    ຜູ້ຈະບວດ (ບວດພຣະ) ຕ້ອງມີອາຍຸຄົບ 20 ປີບໍຣິບູນ 1 ເປັນຄົນມີອາຊີບຊອບທັມ ມີຫລັກຖານບໍ່ມີໜີ້ສີນ 1 ມີຄວາມປະພຶດດີ ບໍ່ສູບຝິ່ນກິນຢາມາ ສຸຣາ ຢາເສບຕິດ ເເລະອື່ນໆ 1 ມີຄວາມຮູ້ອ່ານອອກຂຽນໄດ້ 1 ເປັນຜູ້ປາດສະຈາກໂທດ ມີຮ່າງກາຍສົມບູນ: ບໍ່ຊະຣາທຸບພົລພາບ ຫຼື ພິການ 1 ມີສະມະນະບໍຣິຂານຄົບຖືກຕ້ອງຕາມພຣະວິນັຍ 1 ກ່າວຄໍາຂໍບວດໄດ້ຖືກຕ້ອງດ້ວຍຕົວເອງ. ຜູ້ບໍ່ມີລັກສະນະດັ່ງກ່າວນີ້ຈຶ່ງຄວນໃຫ້ບວດ 
ຄົນທີ່ບໍ່ຄວນໃຫ້ບວດ 

ຄົນທີ່ບໍ່ຄວນໃຫ້ບວດ:
     ຄືຄົນທີ່ມີອາຍຸບໍ່ຄົບ 20 ປີ1 ຜູ້ມີຄວາມຜິດໜີອາຍາເເຜ່ນດິນ1 ຄົນຫລົບໜີຣາຊການ1 ຄົນມີຄະດີຄ້າງໂຮງຄ້າງສານ1 ຄົນທີ່ຖືກຕັດສິນຈໍາຄຸກຖານເປັນຜູ້ຮ້າຍສໍາຄັນ1 ຄົນຖືກຫ້າມອຸປະສົມບົດໂດຍເດັກຂາດທາງພຣະພຸດທະສາສນາ1 ຜູ້ມີພະຍາອັນຕິດຕໍ່ໄປໂດຍງ່າຍ1 ຄົນມີອະໄວຍະວະພິການໄຮ້ຄວາມສາມາດ ຈົນບໍ່ອາດປະຕິບັຕິສາສນະກິຈ ໄດ້ສະດວກ1. ບໍ່ມີບາດ ເເລະ ຈີວອນ1 ເເລ້ວຍັງຕ້ອງຫ້າມຕາມປະເພນີຄືວັນຂຶ້ນ ຫຼື ເເຮມ 14 ຄໍາ ຫ້າມບວດນາກ ຫຼື ທໍາກິຈະກັມອັນໃດຕ່າງໆ ກ່ຽວກັບພຣະ ທ່ານວ່າໄວ້ດັ່ງນີ້ຄື ສົງຄ໌ 14 ນາຣິ 11 ສົມຣົດ 7 ປົງສົບ 15 ດັ່ງນີ້ເປັນຕົ້ນ. 
ຄາຖາເເຖຫົວນາກ 
    ວ່າ ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ ວ່າ 3 ເທື່ອ ເເລ້ວເສກໃສ່ມີດເເຖວ່າ: ຕຸຍຫັງ ເກສາ ເມ ອຸປະສິນນາພຸດທະສາສະເນ ປັບພະຊາຍະ ສັບພະກິເລສາ ອຸປະຊີຍັນຕຸ ເເປວ່າ: ເຈົ້ານາກເອີຍ ຂ້າພະເຈົ້າຂໍເເຖຜົມໃຫ້ເຈົ້າ ເພາະໄດ້ບວດໃນພຣະພຸດທະສາສນາ ຂໍໃຫ້ກິເລສທຸກຢ່າງຂອງເຈົ້າຈົງໝົດໄປ ສາທຸ. 
ການຮຽນ 

     ເມື່ອບວດເເລ້ວ ຕ້ອງມີການຮຽນ ຜູ້ບວດຈະຕ້ອງເປັນຜູ້ຄົງເເກ່ຮຽນສົມກັບຊາວບ້ານ ເຂົານິຍົມນັບຖື ວ່າ: ບວດຮຽນຂຽນອ່ານ ພຣະທັມວິນັຍ (ພຣະສູຕຣ໌, ພຣະວິນັຍ, ພຣະອະພິທັມ) ໃຫ້ຮູ້ຂໍ້ວັດປະຕິບັຕິ. (ຖ້າບວດເເລ້ວບໍ່ຮຽນເຂົາວ່າ: ບວດລັບບວດຫລີີ້ນ ບວດລອງ ບວດຄອງປະເພນີ ບວດບໍ່ໜີສົງສານ ບວດຂີ້ໃສ່ຖານ ບວດຜານເຂົ້າສຸກ ບວດສຸບຫົວນອນ ບວດເພື່ອສະນຸກສະໜານ ບວດຜານຄອງວັດ. ສໍາຫລັບບວດມາເພື່ອສຶກສາຮໍ່າຮຽນນັ້ນ: ສະໄໝກ່ອນເພິ່ນເເບ່ງຊັ້ນຮຽນອອກເປັນ 3 ຕອນຄື ບັ້ນຕົ້ນ, ບັ້ນກາງ, ບັ້ນປາຍ ເເຕ່ລະຂັ້ນມີດັ່ງນີ້: 

ບັ້ນຕົ້ນ: 

1. ສູຕຣ໌ມົນຕ໌ນ້ອຍ: ຄື ຕັ້ງມຸງຄຸນນ້ອຍໄດ້ເເກ່ເຈັດຕໍານານ ສູຕຕ໌ມົຕຕ໌ ຫລວງ ຄື ຕັ້ງມຸງຄຸນຫລວງ ໄດ້ເເກ່ 12 ຕໍານານ ໄຊຍ໌ນ້ອຍ ໄຊຍ໌ໃຫຍ່ ທ່ອງຈົນໄດ້ຕິດປາກ ຕິດຄໍ ຈົນຈົບບໍຣິບູນ. 

2. ສູຕຣ໌ມົນຕ໌ກາງ: ຄື ທັມມະຈັກກັບປະວັດຕະນະສູຕຣ໌ ມະຫາສະມະຍະສູຕຣ໌ ອະທິດຕະປະຣິຍະສູຕຣ໌ ອະນັດຕະລັກຂະນະສູຕຣ໌ ມາຕິການ ເເຈ້ກ ອະພິທັມເຈັດຄັມພີຣ໌ ພຣະວິນັຍ, ພຣະສູຕຣ໌. 

3. ສູຕຣ໌ມົນຕ໌ປາຍ ຄື ສັດທາ (ປາລີມູລະກັດຈາຍນະສູຕຣ໌ ອະພິທັມມັດຖະສັງຄະຫະປາລີ) ປາຕິໂມກຂ໌ບາລີທ່ອງໃຫ້ໄດ້. 

ບັ້ນກາງ: 

1. ຮຽນສູຕຣ໌ ມູລກັຈຈາຍນະ ເຣີ່ມຈາກ ສະມັນຍາພິທານສົນທິ ເປັນຕົ້ນໄປເໝືອນຮຽນ ບາລີໄວຍາກຣນ໌ໃນປັດຈຸບັນ. 

2. ເເປຄັມພີຣ໌ບາລີ ອັດຖະກະຖາທັງ 5 ຄື ວິນັຍອັດຖະກະຖາ ອາທິກັມ ອັດຖະກະຖາປາຈິຕຕິຍ໌ ອັດຖະກະຖາຈຸລະວັກ ອັດຖະກະຖາມະຫາວັກ ອັດຖະກະຖາປະຣິວາຣວັກ. 

3. ອັດຖະກະຖາທັມມະບົທບາລີ 8 ພາກ. 

ບັ້ນປາຍ: 

1) ຄັມພີຣ໌ທະສະຊາຕິບາລີ 2. ມັງຄະລັດຖະທີປະນີບາລີ 3. ອັດຖະກະຖາວິສຸດທິມັກບາລີ 4. ອັດຖະກາຖາອະພິທັມມັດຖະສັງຄະຫະບາລີ. 
ສະມານະສັກດ໌ຜູ້ຮຽນຈົບ 
     ເມື່ອທ່ານໃດໄດ້ທ່ອງຈົ່ມຈົນໄດ້ຈົນຈົບຫັລກສູຕຣ໌ດັ່ງກ່າວມານັ້ນໆ ເເລະ ສຶກສາຮໍ່າຮຽນຫັລກສູຕຣ໌ທີ່ທ່ອງຈົ່ມ ໄດ້ກັບອາຈາຣຍ໌ຊັ້ນນັ້ນໆເເລ້ວ ກໍຈະໄດ້ເປັນຜູ້ຊົງຄຸນວຸທິ ມີຄວາມເເຕກສານທາງດ້ານປະຣິຍັຕິທັມ. 

1. ສົມເດັດ​ 2. ຊາ 3. ຄູ 4. ຣາຊຄູ 5.ຄູຝ່າຍ 6. ຄູດ້ານ 7. ຄູຫລັກຄຳ 8. ຄູລູກເເກ້ວ. 9. ຄູຍອດເເກ້ວ. 

ສະມະນະສັກດ໌ຕັ້ງເເຕ່ 1-4 ເປັນຝ່າຍປະຣິຍັດຕິ ຕັ້ງເເຕ່ຂໍ້ 5​-9 ເປັນຝ່າຍບໍຣິຫານ (ທັມນຽມສະມະນະສັກດ໌ ພຣະ ນະຄອນວຽງຈັນ ມູລມໍຣະດົກຊົນຊາດອ້າຍລາວ ໜ້າ 245) 


ຄໍາວ່ານາກ 
     ຜູ້ທີ່ຈະບວດນັ້ນ ເອີ້ນວ່າ ‘‘ນາກ’’ ເມື່ອເເປຕາມຕົວເເລ້ວໄດ້ເເກ່ຜູ້ບໍ່ທໍາບາບ ໝາຍຄວາມວ່າຜູ້ທີ່ຈະບວດນັ້ນ ເປັນຜູ້ບໍຣິສຸດຜຸດຜ່ອງ ກ່ອນຈະເອີ້ນ ຊື່ວ່ານາກນັ້ນ ມີຕໍານານກ່າວໄວ້ວ່າ: 
-ຍັງມີພຣະຍານາກຕົວໜຶ່ງ ມີຄວາມເຫຼື້ອມໃສໃນພຣະພຸດທະສາສນາ ເເລ້ວ ໄດ້ປອບກາຍເປັນ ມະນຸດມາເປັນມະນຸດມາບວດໃນພຣະພຸດທະສາສນາ ເເຕ່ພໍພຣະພິຂຸຕົນນັ້ນນອນຫລັບໄປ ຮ່າງກາຍເລີຍກັບເປັນນາກຕາມເດີມ ວັນໜຶ່ງພິກຂຸທັງຫຼາຍໄດ້ໄປເຫັນ ດັ່ງນັ້ນ, ຈຶ່ງນໍາເອົາເລື່ອງນັ້ນໄປຂາບທູນເເດ່ພຣະພຸດທະເຈົ້າ ພຣະພຸດທະອົງຄ໌ຊົງສອບຖາມ ເຫັນເປັນຄວາມຈິງ ຈຶ່ງໄດ້ສັ່ງໃຫ້ສິກອອກໄປເສຍໂດຍຕັດວ່າ ເຈົ້າເປັນສັດເດັຍຣະສານຈະມາບວດເປັນພິກຂຸໃນພຣະພຸດທະສາສນານີ້ບໍ່ໄດ້ ພຣະຍານາກມີຄວາມອາໄລໃນເພດບວດຫຼາຍທີ່ສຸດ ຈຶ່ງໄດ້ຂາບທູນພຣະພຸດທະອົງຄ໌ໄວ້ວ່າ ເຖິງເເມ່ນຈັກບໍ່ໄດ້ຄອງເພດເປັນພຣະສົງຄ໌ກໍ່ຕາມເເຕ່ຂໍຝາກຊື່ໄວ້ ຫລືຜູ້ໃດຈະເຈົ້າບວດໃນພຣະບຸດທະສາສນາໃຫ້ເອີ້ນຊື່ວ່ານາກ ສະນັ້ນຄໍາວ່າ ‘‘ນາກ’’ ຈຶ່ງເປັນຊື່ຂອງຜູ້ທີ່ຈະບວດຕັ້ງເເຕ່ບັດນັ້ນເປັນຕົ້ນມາຈົນເຖິງທຸກວັນນີ້. 


ການເຄນນາກ 
      ກ່ອນຈະເຖິງມື້ບວດປະມານ 15 ມື້ ຫຼືເດືອນ 1 ພໍ່ເເມ່ ຫຼື ຍາພີຕິພີ່ນ້ອງ ຫຼື ບໍ່ກໍເຈົ້າສັດທາຜູ້ຈະເອົ້າບວດ ຈະຈັດເອົາຂັນ 5 ເເລະ ພາຜູ້ຈະບວດນັ້ນໄປວັດເເລ້ວເຄນຂັນ 5 ເເລະ ມອບໝາຍນາກນັ້ນໃຫ້ຮຽນທໍາວັດສູຕຣ໌ມົນຕ໌ ຮຽນຄອງນາກ ທໍາພິນທຸ ປັນຈຸອະທິດຖານ ຮຽນໜັງສືທັມ ເເລະ ຂໍ້ວັດປະຕິບັດອື່ນໆທີ່ຈໍາເປັນເພຶ່ອຈະໄດ້ໃຊ້ໃນເມື່ອບວດເເລ້ວ ການມອບໝາຍນາກໃຫ້ຄຣູບາອາຈານ ໃຫ້ຮຽນຄອງນີ້ເອີ້ນວ່າ ເຄນນາກພໍເມື່ອຮັບເເຂັນເເລ້ວ ມີການຫລັ່ນຄ້ອງກອງ ເພື່ອປະກາດໃຫ້ຮູ້ ເເລະ ອະນຸໂມທະນາສາທຸການເອົາບຸນນໍາກັນ ນີ້ເອີ້ນວ່າ ການເຄນນາກ... 
ການປ່ອຍນາກ 

         ເມຶ່ອນາກໄດ້ຮຽນຄອງນາກ ຫຼື ຄອງວັດປະຕິບັດອື່ນໆໄດ້ພໍສົມຄວນເເລ້ວ ກ່ອນຈະບວດອີກ 2-3 ມື້ ເປີດໂອກາດໃຫ້ນາກນັ້ນໄປຄາລະວະສົມມາພໍ່ເເມ່ພີ່ນ້ອງ ຫຼື ໄປຂະມາລາໂທດຜູ້ຫລັກຜູ້ໃຫຍ່ທີ່ຕົນ ເຄົາລົບນັບຖື ເເລະ ບອກລາໝູ່ເພຶ່ອນ ຕະຫຼອດຈົນການໄປຊໍາລະໜີ້ສິນເສັຍ ເພື່ອຈະໄດ້ເປັນຄົນບໍຣິສຸດຂາວສະອາດ ການປ່ອຍນາກໃຫ້ໄປໃສມາໃສໄດ້ມີກໍາໜົດ 3 ມື້ ເອີ້ນວ່າ ປ່ອຍນາກ ທັງນີ້ເພຶ່ອໃຫ້ນາກໄດ້ມີໂອກາດເວລາບວດເເລ້ວ ຈະໄດ້ຕັ້ງໜ້າພໍ່າເພັງບຸນກຸສົນຕໍ່ໄປ. 
ກອງບວດ ເຄື່ອງໃຊ້ທີ່ຈະນໍາມາບວດ ເອີ້ນວ່າກອງບວດ ເຄື່ອງຈໍາເປັນຂາດບໍ່ໄດ້ມີບໍຣິຂານຢູ່ 8 ຢ່າງຄື: ມີຜ້ານຸ່ງ ຜ້າບ່ຽງ ຜ້າຄຸມ ຜ້າສັງຄາຕິ ບາຕຣ ມີດເເຖ ເຂັມ ຜ້າມັດເເອວ (ປະຄົດເເອວ) ຜ້າກອງນໍ້າ ນອກຈາກບໍຣິຂານເຫຼົ່ານີ້ມີ ເສື່ອ ສາດ ອາສະນະ ຈ້ອງ (ຄັນຮົ່ມ) ເກີບ ເຕົ້ານໍ້າ ຈອກນໍ້າ ໂຖນ ປີ່ນໂຕ ຕຽງ ຕັ່ງ ສິ່ງເຫຼົ່ານີ້ ຈະມີ ຫຼື ບໍ່ກໍໄດ້ບໍ່ຈໍາເປັນ ຖ້າເຮັດພ້ອມກັນຫຼາຍກອງ ໃຫ້ຂົນມາຮ່ວມກັນທີ່ວັດ ຕອນຄໍ່ານິມົນຕ໌ພຣະສົງຄ໌ມາສູຕຣ໌ພຣະປະຣິຕະມຸງຄຸນ ຈົບເເລ້ວບັງສະກຸລ ອຸທິສສ່ວນກຸສົລ ເເດ່ຍາຕິທີ່ລ່ວງລັບໄປເເລ້ວ ຕອນກາງຄືນຄົບງັນຕາມປະເພນີ ຕອນເຊົ້າຖວາຍອາຫານບິນທະບາຕຣ໌. 

        ຖ້າເຮັດຢູ່ທີ່ເຮືອນໃຜເຮືອນມັນ ຕອນຄໍ່າ ນິມົມຕ໌ພຣະມາສູຕຕ໌ພຣະປະຣິຕະມຸງຄຸນທີ່ເຮືອນມີຟັງເທສນ໌ຕອນກາງຄືນຄົບງັນກອງບວດ ຕອນເຊົ້າຖວາຍບິນທະບາຕຣ ເເລ້ວເເຫ່ກອງບວດພ້ອມທັງນາກ ໄປຮ່ວມກັນຢູ່ທີ່ສາລາໂຮທັມວັດທີ່ຈະບວດ ກອງບວດໃຊ້ເມັງຄືຕຽງຫາມອອກໄປ ຕຽງນັ້ນໃຊ້ເປັນຕຽງນອນຂອງຂອງພຣະບວດໃໝ່ ເມື່ອງກອງບວດມາຮ່ວມກັນເເລ້ວ ກ່ອນຈະສູ່ຂວັນນາກ ຕ້ອງບັງສະກຸນອຸທິສສ່ວນກຸສົລ ໃຫ້ຜູ້ຕາຍເເລ້ວກ່ອນດ້ວຍ. 

ການເເຫ່ນາກ 
        ການເເຫ່ນາກນັ້ນ ເຮັດຕາມຖານະຂອງເຈົ້າສັດທາ ລາງຄົນກໍເອົາລົຖເເຫ່ ລາງຄົນກໍເອົາມ້າເເຫ່ ຫຼື ບໍ່ກໍເເຫ່ກັນທາງຍ່າງ ພວກທີ່ເອົາມ້າເເຫ່ນັ້ນຄົງຈະຖືເອົາຕາມທີ່ເຈົ້າຊາຍສີທັດຖະກຸມມານ ຕອນສະເດັດອອກບວດກໍເປັນໄດ້ໂດຍຊົງຂີ່ມ້າກັນຖະກະສະເດັດອອກບວດ ຖ້າຕັ້ງກອງຢູ່ບ້ານກໍເເຫ່ຈາກບ້ານໄປວັດ ຖ້າຕັ້ງຢູ່ວັດກໍເເຫ່ອ້ອມສີມໂລດ. 


ການສູ່ຂັວນນາກ 
     ເມື່ອເເຫ່ອ້ອມສາລາເເລ້ວ ນາກທຸກຄົນຕຽມເຂົ້າພາຂັວນຍາຕິພີນ້ອງນັ່ງລ້ອມອອ້ມພາຂັວນ ພຣາມເຣີ່ມເຮັດພິທີສູ່ຂັວນຈົບເເລ້ວ ຜູກເເຂນນາກເເລ້ວນໍາເຂົ້າພິທີບວດຕໍ່ໄປ. 
ການບວດ ເວລາຈະເຂົ້າສີມ(ໂບສຖ໌) ພໍ່ຈູງມືຊາຍ ເເມ່ຈູງມືຂວາ ຖ້າພໍ່ເເມ່ບໍ່ມີ ໃຫ້ຍາຕິຣ໌ພີນ້ອງເປັນຜູ້ຈູງຈັບຈອງຕາມຫລັງເຖິງພາຍໃນສິມ ເເລ້ວນາກຈະນໍາດອກໄມ້ ທູນທຽນໄປບູຊາພຣະ ສໍາເຮັດເເລ້ວກັບມານັ່ງບ່ອນ ພໍ່ເເມ່ຈະຍົົກຜ້າໄຕຣສົ່ງ ໃຫ້ນາກ ກ່ອນຈະຮັບຜ້າໄຕຣ ນາກຕ້ອງຂາບພໍ່ເເມ່ກ່ອນຈຶ່ງຮັບເອົາຜ້າໄຕຣ ເເລ້ວອູ້ມຜ້າໄຕຣຄຸກເຂົ່າ ໄປທ່າມກາງສົງຄ໌ເຂົ້າຫາອຸປັດຊາວາງຜ້າໄວ້ເເລ້ວຂາບພຣະອຸປັດຊາ 3 ເທື່ອ ເເລ້ວຈັບເອົາຜ້າຂື້ນມາກ່າວຄໍາຂໍບັນພຣະອຸປັດຊາຕໍ່ພຣະອຸປັດຊາຍ໌ ເມື່ອຂໍບັນພະຊາເເລ້ວອອກມາຄອງຜ້າ ເເລ້ວຕໍ່ຈາກນັ້ນພາຍບາຕຣເຂົ້າໄປຫາພຣະອຸປັດຊາຍ໌ ກ່າວຄໍາຂໍນິໄສ ເມື່ອເພິ່ນເອົາບາຕຣຄ້ອງຄໍເເລ້ວມອບ ບາຕຣ ຈີວອນໃຫ້ຂໍສີລກັບພຣະອາຣຍ໌ ເປັນອັນວ່າໄດ້ບວດເປັນສາມະເນນ ເເລ້ວຕໍ່ຈາກນັ້ນພາຍ ບາຕຣເຂົ້າໄປຫາພຣະອຸປັດຊາຍ໌ ກ່າວຄໍາຂໍນິໄສ ເມື່ອເພິ່ນເອົາບາຕຣຄ້ອງຄໍເເລ້ວມອບ ບາຕຣ ຈີວວນໃຫ້ ໃຫ້ອອກໄປຢືນຢູ່ຂ້າງນອກ ຕໍ່ນີ້ພຣະອາຈານຣ໌ຄູ່ສູຕຕ໌ ຈະສົມມຸຕຕິຕົນ ເປັນຜູ້ສອນ ເເລະ ຊັກຊ້ອມນາກ(ນາກ) ເເລ້ວອອກໄປຊັກຖາມນາກ ພໍຖາມເເລ້ວກໍເອີ້ນ ນາກເຂົ້າມາຖາມຕໍ່ໜ້າສົງຄ໌ ພຣະອຸປັດຊາຍ໌ເຮັດໜ້າທີ່ບອກເລົ່າສົ່ງຄ໌ຊາບ ເເລ້ວອາຈາຣຍ໌ ສູຕຕ໌ເປັນຜູ້ຖາມ ພໍຖາມສໍາເລັດເເລ້ວ ກໍສູຕຕ໌ຍັຍຕິ 1 ຄັ້ງ ເເລະ ອະນຸສາວະນາ 3 ຄັ້ງ ເອີ້ນວ່າຍັດຕິຈະຕຸດຖະກັມມະວາຈາ ເປັນອັນວ່ານາກນັ້ນໄດ້ບວດເປັນພຣະພິຂຸ ໂດຍສົມບູນເເລ້ວ. 


ການບອກອານຸສາສນ໌ (ອະນຸສາດ) 
         ເມື່ອບບວດເເລ້ວ ພຣະອຸປັດຊາຍ໌ຈະບອກອະນຸສາດຄື ບອກກິຈະທີ່ພຣະຄວນທຳ ເເລະ ບໍ່ຄວນທໍາ ກິຈທີ່ຄວນທໍາ 4 ຄື ນຸ່ງຫົ່ມຜ້າບັງສະກຸນ 1 ທ່ຽວບິນທະບາຕຣ 1 ຢູ່ເຄົ້າໄມ້ 1 ສັນຢາດອງດວ້ຍນໍ້າບູດເໜົາ 1 ກິດທີ່ບໍ່ຄວນທໍາມີ 4 ຄື ເສບເມຖຸນ 1 ລັກຂອງເຂົາ 1 ຂ້າສັຕວ໌ 1 ເວົ້າອວດຄຸນວິເສດທີ່ບໍ່ມີໃນຕົນ1. 


ການຢາດນໍ້າ 
         ເມຶ່ອພຣະອຸປັດຊາຍ໌ ບອກອານຸສາດຈົບເເລ້ວ ຖືວ່າສໍາເຮັດການບັນພະຊາອຸປະສົມບົດເເລ້ວ ຕໍ່ນັ້ນພຣະໃໝ່ຈະນໍາຈະຕຸປັດໄຈ ໄປຖວາຍພຣະອຸປັດຊາຍ໌, ອາຈານຍ໌, ພຣະສົງຄ໌ ເເລ້ວອອກໄປນັ່ງທ້າຍອາສນະ ເພຶ່ອຮັບອັດຖະບໍຣິຂານ ຖ້າຜູ້ຊາຍຖວາຍໃຫ້ຮັບດ້ວຍມື ຖ້າຜູ້ຍິງຖວາຍໃຫ້ໃຊ້ຕາຣະບັຕ ຫຼື ຜ້າມົນຮັບ ເເລ້ວເຂົ້າມານັ່ງທີ່ເດີມຕຽມນໍ້າຢາດໄວ້ ເພື່ອພຣະອຸປັດຊາຍ໌່ວ່າຍະຖາ ພຣະໃໝ່ເຮີ່ມຢາດນໍ້າ ພໍທ່ານວ່າເຖຶງມະນີໂຊຕິຣະໂສຍະຖາ ໃຫ້ຢາດນໍ້າໃຫ້ໝົດ ຢາດນໍ້າໃຫ້ໝົດ ຢາດນໍ້າໃນພິທີນີ້ຖືວ່າເປັນການເເຜ່ສ່ວນກຸສົນໃຫ້ເເດ່ຍາຕິພີນ້ອງທີ່ລວງລັບໄປເເລ້ວ ເປັນອັນສໍາເລັດພິທີບວດພຽງເທົ່ານີ້. ເມື່ອຄົບ 5 ວັນເເລ້ວ ຈະມີການສະລອງພຣະບວດໃໝ່ຄື ຈັດອາຫານຄາວຫວານມາຖວາຍພຣະສົງຄ໌ ເເລະ ສູ່ຂັວນໃຫ້ພຣະບວດໃໝ່. 

ການລາສິກຂາ 
      ຜູ້ບວດໃນສະໄມບູຮານ ເປັນຜູ້ເບື່ອຕໍ່ໂລກ ຈຶ່ງບໍ່ມີການລາສິກຂາ ຄັ້ນຕໍ່ມາການບວດໄດ້ຫັນປ່ຽນມາເປັນປະເພນີ້ ໂດຍຖືວ່າຜູ້ຊາຍທຸກຄົນຈະຕ້ອງບວດເມຶ່ອການບວດກາຍມາເປັນປະເພນີເເລ້ວ ຜູ້ບວດບໍ່ປະສົງຈະຢູ່ສືບຕໍ່ໄປຕະລອດຊີວິດ ກໍຕ້ອງລາສິກຂາ ການລາສິກຂາກໍຕ້ອງເຮັດເປັນກິຈະລັກສະນະ ພິທີເຮັດມີດັ່ງນີ້: ຜູ້ຈະລາສິຂາຈັດຕຽມດອກໄມ້ ທູບທຽນໄປຄາຣະວະພຣະອຸປັດຊາຍ໌ອາຈາຣຍ໌ ເມື່ອເຖິງວັນກໍາໜົດເເລ້ວ ໃຫ້ຈັດສະຖານທີ່ ນິມົນຕ໌ພຣະສົງຄ໌ມາພ້ອມກັນເເລ້ວ ພຣະພິຂຸຜູ້ຈະລາສິກຂານັ້ນ ຕ້ອງສະເເດງອາບັຕິກ່ອນ ເເລ້ວວ່າອະດີຕະປັດຈະເວກຂະນະ1 ເທື່ອ ເເລ້ວວ່າ 

ຄໍາລາສິກຂາ ວ່າ: ສິກຂັງ ປັດຈັກຂາມິ ຄິຫິຕິມັງ ທາເລຖະ ຂ້ານ້ອຍຂໍລາສິຂາ ຂໍທ່ານທັງຫຼາຍຈົງຈົດຈໍາຂ້ານ້ອຍໄວ້ວ່າ ເປັນຄະລຶຫັດເເຕ່ບັດນີ້ເປັນຕົ້ນໄປ ວ່າ 3 ເທື່ອ ເເລ້ວພຣະເຖຣະຈະດຶງເອົາຜ້າສັງຄາອອກ ຈຶ່ງອອກໄປເເກ້ຜ້າເຫລືອງອອກໝັດ ເເລ້ວນຸ່ງຫົ່ມຜ້າຂາວເຂົ້າມາ ກ່າວຄໍາຂໍສະຣະນະຄົມນ໌ ເເລະ ສີລ 5 ເເລ້ວກ່າວຄໍາປະຕິປະຕິຍານຕົກເປັນພຸດທະມາມະກະວ່າ ອະຫັງ ພຸດທັນຈະ ທັມມັນຈະ ສັງຄັນຈະ ສະຣະນັງຄະໂຕ ສາທຸ ພັນເຕ ພິຂຸ ສັງໂຄ ພຸດທະມາມະໂກຕິ ມັງ ທາເຣຖະ ພຣະສົງຄ໌ນັ່ງ ເປັນປະທານ ຮັບສາທຸພ້ອມກັນ ເເລ້ວຜູ້ລາສິຂາຂາບ 3 ເທື່ອ ເເລ້ວຜູ້ລາສິກຂາເອົາເຄື່ອງສັກກາຣະໄປຖວາຍ ພຣະສົງຄ໌ອະນຸໂມທະນາເປັນອັນຈົບພິທີ. (ສ່ວນການສິກຂາຂອງສາມະເນນບໍ່ມີຄົງອະນຸໂລມຕາມຢ່າງພຣະພິຂຸ). 
ຄໍາອາຣາດທະນາສີນ 5 ດັ່ງນີ້: 

ສາທຸ ອຸກາສະ ! 

ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັດຖາຍະ 

ຕິສະຣະເນນະ ສະຫະ ປັນຈະ ສິລານິ ຍາຈາມະ. 

ທຸຕິຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັດຖາຍະ 

ຕິສະຣະເນນະ ສະຫະ ປັນຈະ ສິລານິ ຍາຈາມະ. 

ຕະຕິຍັມປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັດຖາຍະ 

ຕິສະຣະເນນະ ສະຫະ ປັນຈະ ສິລານິ ຍາຈາມະ. 

(ຖ້າຜູ້ດຽວໃຫ້ປ່ຽນ ມະຍັງ ເປັນ ອະຫັງປ່ຽນຍາຈາມະເປັນຍາຈາມິ ອາຣາດທະນາສີນ 8 ກໍປ່ຽນເໜືອກັນ ຕ່າງເເຕ່ວ່າ ປັນຈະເປັນ ອັດຖະ ເທົ່ານັ້ນ) 

ພຣະເຖຣະຜູ້ເປັນປະທານເພິ່ງ ຈັບຄັນຕາລະບັດ ດ້ວຍມືຂວາຂຶ້ນຕັ້ງເເລ້ວ ໃຫ້ສິນດັງຕໍ່ໄປນີ້: 

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ 

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ 

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ 

ພຸດທັງ ສະຣະນັງ ຄັດສາມິ 

ທັມມັງ ສະຣະນັງ ຄັດສາມິ 

ສັງຄັງ ສະຣະນັງ ຄັດສາມິ 

ທຸຕິຍັມປິ ພຸດທັງ ສະຣະນັງ ຄັດສາມິ 

ທຸຕິຍັມປິ ທັມມັງ ສະຣະນັງ ຄັດສາມິ 

ທຸຕິຍັມປິ ສັງຄັງ ສະຣະນັງ ຄັດສາມິ 

ຕະຕິຍັມປິ ພຸດທັງ ສະຣະນັງ ຄັດສາມິ 

ຕະຕິຍັມປິ ທັມມັງ ສະຣະນັງ ຄັດສາມິ 

ຕະຕິຍັມປິ ສັງຄັງ ສະຣະນັງ ຄັດສາມິ 

ພຣະເຖຣະເພິ່ງບອກວ່າ ຕິສະຣະນະຄະມະນັງ ນິຖິຕັງເເປວ່າ ສະຣະນະຄົມ 3 ສຸດ 

ເເລ້ວ ອຸບາສົກອຸບາສິກາຮັບວ່າ ສາທຸ ອາມະ ພັນເຕເເລ້ວສະມະທານສິນ 5 ຕໍ່ໄປນນີ້: 

1. ປານາຕິປາຕາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ

2. ອະທິນາທານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ. 

3. ກາເມສຸ ມິດສາຈາຣາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ. 

4. ມຸສາວາທາ ເວຣະມະນີ ສິກຂາປະທັງ ສະມາທິຍາມ. 

5.ສຸຣາເມຣະຍະມັດຊະປະມາທັດຖານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ. 

ພຣະເຖຣະມ້ວນສິນວ່າ ອິມານິ ປັນຈະສິຂາປະທານິ ນິດ ຈະສິລະວະເສນະ ສາທຸກັງ ອັບປະມາເຫນະ ຣັກຂິຕັບພານິ” 

ອຸບາສິກາຮັບວ່າ ສາທຸ ອາມະ ພັນເຕເເລ້ວພຣະເຖຣະຈຶ່ງວ່າຕໍ່ໄປອິກວ່າ ສິເລນະ ສຸຄະຕິງ ຍັນຕິ, ສິເລນະ ໂພຄະສັມປະທາ

ສິເລນະ ນິບພຸຕິງ ຍັນຕິ ຕັສມາ ສີລັງ ວິໂສ ທະເຍ

ອຸບາສົກ ອຸບາສິກາ ຮັບວ່າ 

ສາທຸ ພັນເຕພ້ອມກັນເເລ້ວຂາບ 3 ເທື່ອ ເປັນ 

ອັນວ່າເເລ້ວພິທີ ສະມະທານສິນ 5 ພຽງທໍ່ນີ້. 

ຖ້າຈະໃຫ້ສິນ 8 ຈົງວ່າ ນະໂມ ເເລະ ສະຣະນະຄົມເໝືອນກັນກັບສິນ 5 ຕ່າງເເຕ່ສິນຂໍ້ ທີ 3 ໃຫ້ປ່ຽນເປັນ ອະພົຣມະຈະຣິຍາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ. 

ນອກຈາກນີ້ເໝືອນກັນ ເເລ້ວຈຶ່ງວ່າ ສີນຂໍ້ທີ 6 ຕໍ່ໄປດັ່ງນີ້: 

6. ວິກາລະໂພຊະນາ ເວຣະມະນີສິກຂາປະທັງ ສະມາທິຍາມິ. 

7. ນັດຈະຄີຕະວາທິຕະວິສູກະທັດສະນາ ມາລາຄັນທະວິເລ ປະນະທາຣະ ນະມະມັນດະນະ  ວິພູສະນັດຖານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ. 

8. ອຸດຈາສະຍະນະມະຫາສະຍະນາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ. 

ເເລ້ວອຸບາສົກອຸບາສິກາເພິ່ງຕັ່ງໃຈກໍາໜົດ ເເລະ ປະຕິຍານຕົນວ່າ : 

ອິມັງ ອັດຖັງ ຄະສະມັນນາຄະຕັງ ພຸດທະປັນຍັດຕັງ ອຸໂປສະຖັງ, ອິມັນຈະ ຣັຕິງ 

ອິມັນຈະ ທິວະສັງ ສັມມະເທວະ ອະພິຣັກຂິຕຸງ ສະມາທິຍາມິ ດັ່ງນີ້. 

ພຣະເຖຣະຈຶ່ງມ້ວນສິນວ່າ: ອິມານິ ອັດຖະ ສິກຂາປະທານິ ອຸໂປສະຖະສິລະວະເສນະ 

ສາທຸກັງກັຕວາ ອັບປະມາເທນະ ຣັກຂິຕັບພານິ, ອຸບາສົກອຸບາສິກາຮັບວ່າ :ສາທຸ ອາມະ 

ພັນເຕເເລ້ວພຣະເຖຣະຈຶ່ງວ່າຕໍ່ໄປອິກ 

ສິເລນະ ສຸຄະຕິງ ຍັນຕິ, ສິເລນະ ໂພຄະສັມປະທາ, ສີເລນະ ນິບພຸຕິງ ຍັນຕິ, ຕັສມາ ສີລັງ ວິໂສທະເຍ. 

ອຸບາສົກອຸບາສິກາຮັບວ່າ : ສາທຸ ພັນເຕພ້ອມກັບເເລ້ວຂາບ 3 ເທື່ອ ເປັນອັນເເລ້ວພິທີສະມາທານສິນ 8 ພຽງທໍ່ນີ້. 
ຄໍາຂໍບວດເປັນຈົວ-ພິກຂຸ(ບັນພະຊາ-ອຸປະສົມບົດ) 

ຄໍາຂໍບວດເປັນຈົວ(ບັນພະຊາ) 

     ອູ້ມຜ້າໄຕຣເຂົ້າໄປເຄນໃຫ້ພຣະອຸປັດຊາຍະ ເເລະຂາບ 3 ເທື່ອ ພຣະ ອຸປັດຊາຍະມອບຜ້າໄຕຣໃຫ້ເເລ້ວຮັບເອົາຜ້າໄຕຣອູ້ມໄວ້ ເເລ້ວກ່າວຄໍາຂໍບວດວ່າ: (ຢືນ)1. ອຸກາສະ ວັນທາມິ ພັນເຕ ສັບພັງ ອະປະຣາທັງ ຂະມະຖະເມ ພັນເຕ ມະຍາ ກະຕັງ ປຸນຍັງ ສາມິນາ ອະນຸໂມທິຕັບພັງ ສາມິນາ ກະຕັງ ປຸນຍັງມັຍຫັງ ທາຕັບພັງ ສາທຸ ສາທຸ ສາທຸ ອະນຸໂມທາມິ. 

(ຢືນ)2. ອຸກາສະ ກະຣຸນຍັງ ກັດຕະວາ ປັບພັດຊັງ ເທຖະ ເມ ພັນເຕ ອະຫັງ ພັນເຕ ປັບພະຊັງ ຍາຈາມິ. ທຸຕິຍັມປິ ອະຫັງ ພັນເຕ ປັບພັດຊັງ ຍາຈາມິ. 

ຕະຕິຍັມປິ ອະຫັງ ພັນເຕ ປັບພັບຊັງ ຍາຈາມິ. 

ສັບພະທຸກຂະນິດສະຣະນະນິບພານະສັດສິກະຣະນັດຖາຍະ ອິມັງ ກາສາວັງ 

ຄະເຫຕະວາ ປັບພະເຊຖະ ມັງ ພັນເຕ ອະນຸກັມປັງ ອຸປາທາຍະ( 3 ເທື່ອ) 

ເຄນຜ້າໄຕຣໃຫ້ພຣະອຸປັດຊາຍະເເລ້ວ ຈິ່ງກ່າວຄໍາຕໍ່ໄປວ່າ: 

ສັບພະທຸກຂະນິດສະຣະນະນິບພານະສັດສິກະຣະນັດຖາຍະເອຕັງ ກາສາວັງ 

ທັດຕະວາ ປັບພາເຊຖະ ມັງ ພັນເຕ ອະນຸກັມປັງ ອຸປາທາຍະ ( 3 ເທື່ອ ) 

ພຣະອຸປັດຊາຍະເອົາຜ້າບ່ຽງໃສ່ໃຫ້ຜູ້ຂໍບວດ ເເລ້ວເວົາຕາມພຣະອຸປັດຊາຍະບອກ ຕະຈະປັນຈະກະກັມມັດຖານ 5 ໂດຍອະນຸໂລມ ເເລະ ປະຕິໂລມ່າ: 

ເກສາ ໂລມາ ນະຂາ ທັນຕາ ຕະໂຈ. 

ຕະໂຈ ທັນຕາ ນະຂາ ໂລມາ ເກສາ ( 3 ເທຶ່ອ ) ເເລ້ວອອກໄປ ຂ້າງນອກ ພຣະອຸປັດຊາຍະບອກໃຫ້ພິຂຸອົງໜຶ່ງຄຸມຜ້າໃຫ້ ເເລ້ວເອົາດອກໄມທູບທຽນເຂົ້າຂາບອາຈານ ຂໍສະຣະນະຄົມ ເເລະ ສິນວ່າ: 

3.ອຸກາສະ ກາຣຸນຍັງ ກັດຕະວາ ຕິສະຣະເນນະ ສະຫະ ສິລານິ ເທຖະເມ 

ພັນເຕ, ອະຫັງ ພັນເຕ ສະຣະນະສິລັງ ຍາຈາມິ. 

ທຸຕິຍັມປິ ອະຫັງ ພັນເຕ ສະຣະນະສິລັງ ຍາຈາມິ. 

ຕະຕິຍັມປິ ອະຫັງ ພັນເຕ ສະຣະນະສິລັງ ຍາຈາມິ. ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ ( 3ເທື່ອ ) 

ເມຶ່ອພຣະອຸປັດຊາະກ່າວວ່າ: ມະມະຫັງ ວະທາມິ ຕັງ ວະເທຫິ. 

ຜູ້ບວດຮັບວ່າ :ອາມະ ພັນເຕ. 

ຕໍ່ໄປນີ້ໃຫ້ເວົ້າຕາມຫລັງພຣະອຸປັດຊາຍະ ຫຼື ອາຈານວ່າ: 

ພຸດທັງ ສະຣະນັງ ຄັດສາມິ 

ທັມມັງ ສະຣະນັງ ຄັດສາມິ 

ສັງຄັງ ສະຣະນັງ ຄັດສາມິ 

ທຸຕິຍັມປິ ພຸດທັງ ສະຣະນັງ ຄັດສາມິ 

ທຸຕິຍັມປິ ທັມມັງ ສະຣະນັງ ຄັດສາມິ 

ທຸຕິຍັມປິ ສັງຄັງ ສະຣະນັງ ຄັດສາມິ 

ຕະຕິຍັມປິ ພຸດທັງ ສະຣະນັງ ຄັດສາມິ 

ຕະຕິຍັມປິ ທັມມັງ ສະຣະນັງ ຄັດສາມິ 

ຕະຕິຍັມປິ ສັງຄັງ ສະຣະນັງ ຄັດສາມິ 

ເມຶ່ອພຣະອຸປັດຊາຍະ ຫຼື ອາຈານວ່າ: ຕິສະລະເນນະຄະມະນັງ ນິຖິຕັງ. 

ຜູ້ບວດຮັບວ່າ: ອາມະ ພັນເຕ. ເເລ້ວຕໍ່ໄປນີ້ເວົ້າຕາມຫລັງພຣະອຸປັດຊາຍະ ຫຼື ອາຈານ ໃຫ້ສິນ 10 ວ່າດັງນີ້: 

1. ປານາຕິປາຕາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ

2. ອະທິນາທານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ. 

3. ອະພົຣມມະຈາຣິຍາ ເວຣະມະນີ ສິຂາປະທັງ ສະມາທິຍາມິ. 

4. ມຸສາວາທາ ເວຣະມະນີ ສິຂາປະທັງ ສະມາທິຍາມິ. 

5. ສຸຣາເມຣະຍະມັດຊະປະມາທັດຖານາ ເວຣະມະນີ ສິຂາປະທັງ ສະມາທິ ຍາມິ. 

6. ວິກາລະໂພຊະນາ ເວຣະມະນີ ສິຂາປະທັງ ສະມາທິຍາມິ. 

7. ນັດຈະຄີຕະວາທິຕະວິສຸກະທັດສະນາ ເວຣະມະນີ ສິຂາປະທັງ ສະມາທິ ຍາມິ. 

8. ມາລາຄັນທະວິເລປະນະທາຣະນະມັນທະນະວິພູສະນັດຖານາ ເວຣະ ມະນີ ສິຂາປະທັງ ສະມາທິຍາມິ. 

9. ອຸຈາຍະນະມະຫາສະຍະນາ ເວຣະມະນີ ສິຂາປະທັງ ສະມາທິຍາມິ. 

10.ຊາຕະຣູປະຣະຊະຕະປະຕິກຄະຫານາ ເວຣະມະນີ ສິຂາປະທັງ ສະມາທິ ຍາມິ. 

ອິມານິ ທະສະ ສິກຂາປະທານິ ສະມາທິຍາມິິ. 

ທຸຕິຍັມປິ ອິມານິ ທະສະ ສິກຂາປະທານິ ສະມາທິຍາມິິ. 

ຕະຕິຍັມປິ ອິມານິ ທະສະ ສິກຂາປະທານິ ສະມາທິຍາມິິ. 

(ເວົ້າຄືຂໍ້ 1 ສຸດເເລ້ວຂາບລົງ ໝູບຢູ່ເພຶ່ອຮັບພອນ) 

ເມຶ່ອພຣະອຸປັດຊາຍະ ຫຼື ອາຈານໃຫ້ພອນວ່າ: ຍະຖາ ວາຣິວະຫາ........... 

ສຸດເເລ້ວຂາບລົງ 3 ເທຶ່ອ ເເລະນັ່ງຟັງໂອວາດຄໍາສອນຕໍ່ໄປ............ 

ວິທີບວດຈົວ (ບັນພຊາ) ສຸດພຽງເທົ່ານີ້. 

ຄໍາຂໍບວດເປັນພິຂຸ( ອຸປະສົມບົດ) 

      ໃນການບວດກຸນລະບຸດໃຫ້ເປັນພິຂຸ ພຣະອຸປັດຊາຍະ ເເລະ ອາຈານສູດພ້ອມທັງຄະນະສົງ ທີ່ເຈົ້າສັດທານິມົນມາ ຕ້ອງປະຊູມກັນຢູ່ໃນສິມາ ເບຶ້ອງຕົ້ນ ພຣະອຸປັດຊາຍະບອກພຣະສົງຜູ້ຕ້ອງອາບັດ ສະເເດງອາບັດໃຫ້ບໍຣິສຸດກອນເເລ້ວ ນໍາພາຄະນະສົງໄຫວພຣະຣັຕນະໄຕຣ ໂດຍສັງເຂບ ຫຼື ພິສະດານ ຕາມເເຕ່ໂອກາດອໍານວຍໃຫ້ ຕໍ່ນັ້ນໄປພຣະອາຈານສູດນໍາພາຄະນະສົງໄຫ້ວພຣະອຸປັດຊາຍະ ຈາກນັ້ນນຍາດໂຍມໄຫ້ວພຣະ ຮັບສິນ. 

ຜູ້ຈະບວດເປັນພິຂຸ ຖ້າເປັນຈົວຢູ່ກ່ອນ ເເລະ ບໍ່ໄດ້ສິກ ກໍໃຫ້ຖ່າຍເເຕ່ຜ້າເກົ່າ ນຸ່ງຫົ່ມ ໃສ່ຜ້າສັງຄາຕິໃໝ່ທັງໝົດເເລ້ວ ປະຕິບັດຕັ້ງເເຕ່ຂໍ້ທີ 1 ເເລະ ຂໍ້ທີ 3 ຊ່ວ່າເປັນຈົວບໍຣິສຸດເເລ້ວ. ຖ້າຜູ້ຍັງບໍ່ເປັນຈົວ ກໍໃຫ້ປະຕິບັດຕົນໃຫ້ເປັນຈົວກ່ອນ ຄື ປະຕິບັດເເຕ່ຂໍ້ 1 ເຖິງຂໍ້ 4 ເເລ້ວຈິ່ງປະຕິບັດຕໍ່ໄປນີ້. 

ພາຍເອົາບາດ ຖືທໍ່ອຸປັດຊາຍະ ເຂົ້າໄປຖວາຍພຣະອຸປັດຊາຍະ ຂາບ 3 ເທຶ່ອເເລ້ວວ່າ. 

4. ເວົ້າຄືອນຂໍ້ 1. 

5. ອຸກາສະ ກາຣຸຍັງ ກັດຕະວາ ນິດສະຍັງ ເທຖະເມ ພັນເຕ ອະຫັງພັນເຕ ນິດສະຍັງຍາຈາມິ. ທຸຕິຍັມປິ ອະຫັງພັນເຕ ນິດສະຍັງ ຍາຈາມິ. 

ຕະຕິຍັມປິ ອະຫັງ ພັນເຕ ນິດສະຍັງ ຍາຈາມິ. 

ອຸປັດຊາໂຍ ເມ ພັນເຕ ໂຫຫິ. ( 3 ເທຶ່ອ ) 

ເມຶ່ອພຣະອຸປັດຊາຍະວ່າ: ປະຕິຣູປັງນາກຮັບວ່າ: 

ອຸກາສະ ສັມປະຕິສາມິ” 

ເມຶ່ອພຣະອຸປັດຊາຍະວ່າ: ປະຕິຣູປັງນາກຮັບວ່າ: 

ອຸກາສະ ສັມປະຕິ” 

ເມຶ່ອພຣະອຸປັດຊາຍະວ່າ: ໂອປາຍິກັງນາກຮັບວ່າ: 

ສັມປະຕິສາມິ” 

ເມຶ່ອພຣະອຸປັດຊາຍະວ່າ: ປາສາທິເກນະ ສັມປາເທຫິນາກຮັບວ່າ 

ສັມປະຕິສາມິ” 

ອັດຊະຕັນເຄທານິ ເຖໂຣ ມັຍຫັງ ພາໂຣ ອະຫັມປິ ເຖຣັດສະພາໂຣ 

( 3 ເທຶ່ອ ) ເເລ້ວຂາບລົງໝູບຮັບພອນ. 

ເມຶ່ອພຣະອຸປັດຊາຍະໃຫ້ພອນວ່າ: ຍະຖາ ວາຣິວະຫາ ປູຣາ ປະຣິປູເຣນຕິ ສາຄະຣັງເອວະເມວະ ອິໂຕ ທິນນັງ ເປຕານັງ ອຸປະກັບປະຕິ ອິດທິຕັງ ປັດຖິຕັງ ຕຸມຫັງ ຂິບປະເມວະ ສະມິດຊະຕຸ ສັບເພ ປູເຣນຕຸ ສັງກັບປາ ຈັນໂທ ປັນນະໂສ ຍະຖາ ມະນິໂສ ຕິຣະໂສ ຍະຖາ. 

ສັບພີຕິໂຍ ວິວັດຊັນຕຸ ສັບພະໂຣໂຄວິນັດຕຸມາເຕ ພະວັຕວັນຕະຣາໂຍ ສຸຂີ ທິຄາຍຸໂກ ພະວະ ອະພິວາທະນະສີລິດສະ ນິດຈັງ ວຸດທາປະຈານິໂນ ຈັດຕາໂຣ ທັມມາ ວັດທັນຕິ ອາຍຸ ວັນໂນ ສຸຂັງ ພະລັງ. 

ເມຶ່ອພຣະອຸປັດຊາຍະໃຫ້ພອນເເລ້ວ ໃຫ້ນາກວ່າ: 

( ເວົ້າຄືຂໍ້ 1 ) ສຸດເເລ້ວນັ່ງຟັ່ງຄໍາສອນ ເມຶ່ອພຣະອຸປັດຊາຍະຕັ້ງຊື່ໃຫ້ຕົນ ເເລະ ບອກ 

ຊື່ພຣະອຸປັດຊາຍະ ໃຫ້ຈ່ໄວ້ເເລ້ວຂາບ 3 ເທື່ອ ອອກໄຂ້າງສົງ 12 ສອກ ຮັບເອົາຊອງ 

ດອກໄມ້ທີ່ຍາດໂຍມເຂົາຖວາຍເເລ້ວ ຢືນນົບຫັນໜ້າຕໍ່ພຣະອຸປັດຊາຍະ ຕໍ່ຈາກນັ້ນ ພຣະ 

ອາຈານສູດຜູ້ໜຶ່ງ ຫຼື ສອງອົງ ຂາບໄຫ້ວພຣະອຸປັດຊາຍະ ຕໍ່ຈາກນັ້ນ ພຣະອຸປັດຊາຍະ 3 ເທຶ່ອເເລ້ວ ອອກໄປສູດທັກເອົາຜູ້ບອກວ່າ: 

ສົງສົມມຸດຕິວ່າທ່ານນີ້ ຫຼື ຊື່ວ່າ ນາຄະນາກຮັບວ່າ: ອາມະພັນເຕ” 

ອາຈານສູດທັກອີກວ່າ: ພຣະອຸປັດຊາຍະຂອງທ່ານນີ້ ຫຼື ຊື່ວ່າພຣະມະຫາຕິດສະເຖຣະ” 

ນາກຮັບວ່າ: ອາມະ ພັນເຕ” 

ອາຈານສູດນໍາພາເຂົ້າຫາສົງ ( ສູດທັກເເລະຮັບດັ່ງເກົ່າເຖິງ 3 ທຶ່ອ ) 

ເຖິງພຣະອຸປັດຊາຍະເເລ້ວ ພາກັນນັ່ງລົງຕໍ່ໜ້າພຣະອຸປັກຊາຍະ ທັງອາຈານສູດເເລະນາກ 

ພາກັນເຂົ້າຂາບໄຫ້ວພຣະອຸປັດຊາຍະ 3 ເທຶ່ອ ເເລ້ວອາຈານສູດເອົາດອກໄມ້ທູບທຽນຍົກ 

ນົບໄຫ້ວເເລ້ວສູດວ່າ: ( ສູດຄືຂໍ້ 1 ) ເເລ້ວນ້ອມຖວາຍພຣະອຸປັດຊາຍະ ເເລະ ສູດຕໍ່ໄປ 

ວ່າ: ປະຖະມັງ ອຸປັດຊັງ ຄາຫາເປຕັບໂພ ອຸປັດຊັງ ຄາຫາເປຕະວາ ປັດຕະຈີວະຣັງ ອາ 

ຈິກຂິຕັບພັງເເລ້ວອາຈານສູດຫັນໜ້າລົງມາ ທັງອາຈານສູດເເລະ ນາກນັ່ງກໍໄດ້ ຢືນກໍໄດ້ 

ເເລ້ວເເຕ່ສົມຄວນ. ເເລ້ວອາຈານສູດຈັບບາດຂອງນາກ ສູດວ່າ: 

ອະຍັນເຕ ປັດໂຕນາກຮັບວ່າ: ອາມະພັນເຕ” 

ອາຈານຈັບຜ້າສັງຄາຕິ ເເລ້ວສູດວ່າ: 

ອະຍັງ ສັງຄາຕິນາກຮັບວ່າ: ອາມະພັນເຕ” 

ອາຈານຈັບຜ້າຄຸມ ສູດວ່າ: ອະຍັງ ອຸດຕະຣາສັງໂຄນາກຮັບວ່າ: 

ອາມະ ພັນເຕ” 

ອາຈານຈັບຜ້າສະບົງ ສູດວ່າ: ອະຍັງ ອັນຕະຣະວາສະໂກນາກຮັບວ່າ: 

ອາມະ ພັນເຕ” 

ອາຈານສູດວ່າ: ຄັດສະ ອະມຸມຫິ ໂອກາເສ ຕິດຖາຫິນາກຫັນໜ້າໄປທາງເບຶ້ອງຊາຍ 

ຂອງຕົນເອງ ເເລະ ຍ່າງອອກໄປທາງດ້ານຫັລງໃຫ້ຫວິດເເຖວສົງໃຫ້ໄກສົງ 12 ສອກ ຫັນ 

ໜ້າຄືນຢຶນນົບພຣະອຸປັດຊາຍະຢູ່ ພຣະອາຈານສູດສົມມຸດຕົນເອງໃນທາມກາງສົງວ່າ: 

ສຸນາຕຸ ເມ ພັນເຕ ສັງໂຄ, ນາກໂຄ ອາຍັສມະໂຕ ຕິດສັດສະ ອຸປະ 

ສັມ ປະທາ ເປກໂຂ, ຍະທິ ສັງຄັດສະ ປັດຕະກັນລັງ, ອະຫັງ ນາຄັງ ອະນຸສາ ເສຍຍັງ” 

ເເລ້ວຍ່າງອອກໄປເຖິງນາກ ສູດວ່າ: ສຸນະສິ ນາຄະ ອະຍັນເຕ ສັດຈະ ກາໂລ ພູຕະກາໂລ ຍັງ ຊາຕັງ ຕັງ ສັງຄະມັດເຊ ປຸດສັນເຕ ສັນຕັງ ອັດຖິຕິ ວັດຕັບພັງ ອະສັນຕັງ ນັດຖິຕິ ວັດຕັບພັງ ມາໂຂ ວິດຖາສິ ມາໂຂ ມັງກຸ ອະໂຫສິ ເອວັນຕັງ 

ປຸດສິດສັນຕິ ສັນຕິ ເຕ ເອວະຣູປາ ອາພາທາ ກຸດຖັງ

ນາກຮັບວ່າ: ນັດຖິ ພັນເຕ” 

ອາຈານສູດຖາມວ່າ: ຄັນໂທ ?” ນາກປະຕິເສດວ່າ: ນັດຖິ ພັນເຕ” 

ອາຈານສູດຖາມວ່າ: ກິລາໂສ ?” ນາກປະຕິເສດວ່າ: ນັດຖິ ພັນເຕ” 

ອາຈານສູດຖາມວ່າ: ໂສໂສ ?” ນາກປະຕິເສດວ່າ: ນັດຖິ ພັນເຕ” 

ອາຈານສູດຖາມວ່າ: ອະປະມາໂຣ ?”ນາກປະຕິເສດວ່າ: ນັດຖິ ພັນເຕ” 

ອາຈານສູດຖາມວ່າ: ມະນຸດໂສສິ ?” ນາກຮັບວ່າ: ອາມະ ພັນເຕ” 

ອາຈານສູດຖາມວ່າ: ປຸຣິໂສສິ ?” ນາກຮັບວ່າ: ອາມະ ພັນເຕ” 

ອາຈານສູດຖາມວ່າ: ພຸຊິດໂສສິ ?” ນາກຮັບວ່າ: ອາມະ ພັນເຕ” 

ອາຈານສູດຖາມວ່າ: ອະນະໂນສິ ? ນາກຮັບວ່າ: ອາມະ ພັນເຕ” 

ອາຈານສູດຖາມວ່າ: ນະສິ ຣາຊະພະໂຕນາກຮັບວ່າ: ອາມະ ພັນເຕ” 

ອາຈານສູດຖາມວ່າ: ອະນຸນຍາໂຕສິ ມາຕາປິຕູຫິ ?” ນາກຮັບວ່າ: 

ອາມະ ພັນເຕ” 

ອາຈານສູດຖາມວ່າ: ປະຣິປຸນນະວິສະຕິວັດໂສສິ ?” ນາກຮັບວ່າ: 

ອາມະ ພັນເຕ” 

ອາຈານສູດຖາມວ່າ: ກິນະໂມສິ?” ນາກບອກວ່າ: ອະຫັງ ພັນເຕ ນາໂຄ ນາມະ” 

ອາຈານສູດຖາມວ່າ: ໂກ ນາມະ ເຕອຸປັດຊາໂຍ?” ນາກຮັບວ່າ: ອຸປັດຊາໂຍ ເມ ພັນເຕ ອາຍັສມາ ຕິດສັດເຖໂຣ ນາມະ” 

ພຣະ ອາຈານຍ່າງເຂົ້າຫາພຣະອຸປັດຊາຍະ ນັງ ຫຼື ຢືນຢູ່ທ່າມກາງສົງ ເເລ້ວສູດຮ້ອງ 

ນາກເຂົ້າມາທ່າມກ່າງສົງເເລ້ວສູດວ່າ: ສຸນາ ຕຸເມ ພັນເຕ ສັງໂຄ, ນາໂຄ ອາຍັສ ມະໂຕ ຕິດສັດສະ ອຸປະສັມປະທາເປກໂຂ ອະນຸສິດໂຖ ໂສ ມະຍາ ຍະທິ ສັງຄັດ ສະ ປັດຕະກັນລັງ, ນາໂຄ ອາຄັດເສຍຍະ ອາຄັດສາຫິຕິ ວັດຕັບໂພ ອາຄັດສາຫິ” 

ນາກຮັບເອົາຫໍ່ສໍາລັບຖວາຍອາຈານຍາດໂຍມເເລ້ວ ຍ່າງເຂົ້າເຖິງ ພຣະອາຈານ 

ນັ່ງນ້ອມຫໍ່ນັ້ນຖວາຍພຣະອາຈານ ເເລ້ວວ່າຄໍາຂໍບວດເປັນພິກຂຸກວ່າ: 

ສັງຄັມພັນເຕ ອຸປະສັມປະທັງ ຍາຈາມິ ອຸນລຸມປະຕຸ ມັງ ພັນເຕ ສັງໂຄ ອະນຸກັມ ປັງ ອຸປາທາຍະ

ທຸຕິຍັມປິ ພັນເຕ ສັງຄັງ ອຸປະສັມປະທັງ ຍາຈາມິ ອຸນລຸມປະຕຸ ມັງ ພັນເຕ ສັງໂຄ ອະນຸກັມປັງ ອຸປາທາຍະ

ຕະຕິຍັມປິ ພັນເຕ ສັງຄັງ ອຸປະສັມປະທັງ ຍາຈາມິ ອຸນລຸມປະຕຸ ມັງ ພັນເຕ ສັງໂຄ ອະນຸກັມປັງ ອຸປາທາຍະ

ຕໍ່ໄປນີ້ ພຣະອາຈານກໍສູດສົມມຸດຕົນເອງ ເເລະ ອື່ນໆວ່າ : 

Ø “ສຸນາຕຸ ເມ ພັນເຕ ສັງໂຄ, ອະຍັງ ນາໂຄ ອາຍັດສະມະໂຕ ຕິດສັດສະອຸປະ ສັມປະທາເປກໂຂຍະທິ ສັງຄັດສະ ປັດຕະກັນລັງ, ອະຫັງນາຄັງ ອັນຕະຣາ ຍິເກ ທັມເມ ປຸດເສຍຍັງ. ສຸນະສິ ນາຄະ ອະຍັນເຕ ສັດຈະກາໂລ ພູຕະກາໂລ ຍັງຊາ ຕັງ ຕັງ ປຸດສາມິ ສັນຕັງ ອັດຖິຕິ ວັດຕັບພັງ ອະສັນຕັງ ນັດຖິຕິ ວັດຕັບພັງ ສັນຕິເຕ ເອວະຣູປາ ອາພາທາ ກຸດຖັງ ?” ນາກຮັບວ່າ: ນັດຖິ ພັນເຕ” 

ພຣະອາຈານຖາມ ນາກຕອບໄປເປັນລໍາດັບຄືດັ່ງທີ່ກ່າວມາເເລ້ວນັ້ນ ພຣະອາຈານຈິ່ງສູດຕໍ່ໄປວ່າ: 

Ø ສຸນາຕຸ ເມ ພັນເຕ ສັງໂຄ ອາຍັສມະໂຕ ຕິສັດສະ ອຸປະສັມປະທາ ເປກໂຂ ປະຣິສຸດໂທ ອັນຕະຣາຍິເກຫິ ທັມເມຫິ ປະຣິປຸນນັດສະ ປັດຕະນາໂຄ ສັງຄັງ ອຸປະສັມປະທັງ ຍາຈະຕິ ອາຍັສມະຕາ ຕິດເສນະ ອຸປັດຊາເຍນະຍະທິ ສັງຄັດສະ ປັດຕະກັນລັງ, ສັງໂຄ ນາຄັງ ອຸປະສັມປາເທຍຍະ ອາຍັສມະຕາ ຕິດເສນະ ອຸປັດຊາເຍນະ ເອສາ ຍັດຕິ. 

Ø ສຸນາຕຸ ເມ ພັນເຕ ສັງໂຄ, ອະຍັງນາໂຄ ອາຍັສມະໂຕ ຕິສັດສະອຸປະສັມປະທາເປກໂຂ ປະຣິສຸດໂທ ອັນຕະຣາຍິເກຫິ ທັມເມຫິ ປະຣິປຸນນັດສະ ປັດຕະຈີວະຣັງ, ນາໂຄ ສັງຄັງ ອຸປະສັມປະທັງ ຍາຈະຕິ ອາຍັສມະຕາ ຕິດເສນະ ອຸປັດຊາເຍນະ ສັງໂຄ ນາຄັງ ອຸປະສັມປາເທຕິ ອາຍັສມະຕາ ຕິດເສນະ ອຸປັດຊາເຍນະ. ຍັດສາຍັສມະໂຕ ຂະມະຕິ ນາຄັດສະ ອຸປະສັມປະທາ ອາຍັສມະຕາ ຕິດເສນະ ອຸປັດຊາເຍນະ ໂສ ຕຸນຫັດສະ ຍັດສະ ນະ ຂະມະຕິ ໂສ ພາເສຍຍະ 

ທຸຕິຍັມປິ ເອຕະມັດຖັງ ວະທາມິ. 

Ø ສຸນຕຸ ເມ ພັນເຕ ສັງໂຄ, ອະຍັງ ນາໂຄ ອາຍັສມະໂຕ ຕິດສັດສະ ອຸເປກໂຂ ປະຣິສຸດໂທ ອັນຕະຣາຍິເກ ທັມເມຫິ ປະຣິປຸນນັດສະ ປັດຕະຈີວະຣັງ ນາໂຄ ສັງຄັງ ອຸປະສັມປະທັງ ຍາຈະຕິ ອາຍັສມະຕາ ຕິດເສນະ ອຸປັດຊາເຍນະ ສັງໂຄ ນາຄັງ ອຸປະສັມປາເທຕິ ອາຍັສມະຕາ ຕິດເສນ ອຸປັດຊາຍະນະ ຍັດສາຍັສມະໂຕ ຂະມະຕິ ນາຄັດສະ ອຸປະສັມປະທາ ອາຍັສມະຕາ ຕິດເສນະ ອຸປັດຊາເຍນະ ໂສ ຕຸນຫັດສະ ນະ ຂະມະຕິ ໂສ ພາເສຍຍະ. 

ຕະຕິຍັມປິ ເອຕະມັດຖັງ ວະທາມິ. 

Ø ສຸນາຕຸ ເມ ພັນເຕ ສັງໂຄ. ອະຍັດສມະໂຕ ຕິສັດສະອຸປະສັມປະທາເປກໂຂ ປະຣິສຸດໂທ ອັນຕະຣາຍິເກຫິ ທັມເມຫິ ປະຣິປຸນນັດສະ ປັດຕະຈີວະຣັງ ນາໂຄ ສັງຄັງ ອຸປະສັມປະທັງ ຍາຈະຕິ ອາຍັສມະຕາ ຕິດເສນະ ອຸປັດຊາເຍນະ ສັງໂຄ ນາຄັງ ອຸປະສັມປາເທຕິ ອາຍັສມະຕາ ຕິດເສນະ ອຸປັດຊາເຍນະ ຍັດສາຍັສມະໂຕ ຂະມະຕິ ນາຄັດສະ ອຸປະສັມປະທາ ອາຍັສມະຕາ ຕິດເສນະ ອຸປັດຊາເຍນະ ໂສ ຕຸນຫັດສະ ຍັດສະ ນະ ຂະມະຕິ ໂສ ພາ ເສຍຍະ. 

Ø ອຸປະສັມປັນໂນ ສັງເຄນະ ນາໂຄ ອາຍັສມະຕາ ຕິດເສນະ ອຸປັດຊາເຍນະ ຂະມະຕິ ສັງຄັດສະ ຕັສມາ ຕຸນຫິ ເອວະເມຕັງ ທາຣະຍາມິ. 

( ບົດ ອຸປະສັມປັນໂນນີ້ ໃຫ້ວ່າ 3 ເທື່ອ ) 

ພຣະອາຈານ ເເລະ ນາກ ຂາບໄຫ້ວພຣະອຸປັດຊາຍະ 3 ເທື່ອເເລ້ວ ນັ່ງໃຫ້ສະບາຍ ດັງນັ້ນຄະນະສົງນັ້ນ ສ່ວນນາກ ຍໍມືໄຫ້ວນົບພັງພຣະອຸປັດຊາຍະບອກອະນຸສາດຕໍ່ໄປ. 

ລໍາດັບນັ້ນ ພຣະອຸປັດຊາຍະບອກ ອະນຸສາດຕໍ່ໄປ: 

Ø ຕາວະເທວະ ສາຍາ ເມຕັບພາ ທິວະສະພາໂຄ ອາຈິກຂິຕັບໂພ ອຸຕຸບ. ປະມານັງ ອາຈິກຂິຕັບພັງ ສັງຂິຕິ ອາຈິກຂິຕັບພາ ຈັດຕາໂຣ ນິດສາຍາ ອາຈິກຂິ ຕັບພາ ຈັດຕາຣິ ຈະ ອະກະສະຣະນິຍານິ. 

1) “ປິນທິຍາໂລປະໂພຊະນັງ ນິດສາຍະ ປັບພັດຊາ, ຕັດຖະ ເຕ ຍາວະຊີວັງ ອຸດສາໂທ ກະຣະນິໂຍ ອະຕິເລກະລາໂພ, ສັງຄະພັດຕັງ ອຸດເທສະພັດຕັງ ນິມັນຕະນັງ ສະລາກະພັດຕັງ ປັກຂິກັງ ອຸໂປສະຖິກັງ ປາຕິປະກັງ”. 

ພິກຂຸໃໝ່ຮັບວ່າ: ອາມະ ພັນເຕ” 

ພຣະອຸປັດຊາຍະບອກຕໍ່ໄປວ່າ: 

2) “ປັງສຸກຸລະຈີວະຣັງ ນິດສາຍະ ປັບພັດຊາ, ຕັດຖະ ເຕ ຍາວະຊີວັງ ອຸດສາຖຫ ກະຣະນິໂຍ ອະຕິເລກະລາຖພ, ໂຂມັງ ກັບປາສິກັງ ໂກເສຍຍັງ ກັມພະລັງ ສານັງ ພັງຄັງພິຂຸໃໝ່ຮັບວ່າ: ອາມະ ພັນເຕ” 

ພຣະອຸປັດຊາຍະບອກຕໍ່ໄປວ່າ 

3) “ຣຸກຂະມູລະເສນາສະນັງ ນິດສາຍະ ປັບພັດຊາ, ຕັດຖະເຕ ຍາວະຊີວັງ ອຸດສາໂຫ ກະຣະນິໂຍ ອະຕິເລກະລາໂພ, ວິຫາໂຣ ອັດທະໂຍໂຄ ປາສາໂທ ທັມມີຍັງ ຄຸຫາພິຂຸໃໝ່ວ່າ: ອາມະ ພັນເຕ” 

ພຣະອຸປັດຊາຍະບອກຕໍ່ໄປວ່າ 

4) “ປູຕິມຸດຕະເພສັດຊັງ ນິດສາຍະ ປັບພັດຊາ, ຕັດຖະ ເຕ ຍາວະຊີວັງ ອຸດສາໂທ ກະຣະນິໂຍ ອະຕິເຣກະລາໂພ, ສັບປິ ນະວະນິຕັງ ເຕລັງ ມະທຸ ຜານິຕັງພິກຂຸໃໝ່ຮັບວ່າ: ອາມະ ພັນເຕ” 

ພຣະອຸປັດຊາຍະບອກຕໍ່ໄປວ່າ: 

1) “ອຸປະສັມປັນເນນະ ພິກຂຸນາ ເມຖູໂນ ທັມໂມ ນະ ປະຕິເສວິຕັບໂພ ອັນຕະມະໂສ ຕິຣັດສານະຄະຕາຍະປິ”. 

ໂຍ ພິກຂຸ ເມຖູນັງ ທັມມັງ ປະຕິເສວະຕິ, ອັດສະມະໂນ ໂຫຕິ ອະສັກຣະພັນທະເນນະ ຊີວິຕຸງ ເອວະ ພິກຂຸ ເມຖຸນັງ ທັມມັງ ປະຕິເສວິຕວາ

ອັດສະມະໂນ ໂຫຕິ ອະສັກຍະປຸຕິດໂຍ, ຕັນເຕ ຍາວະຊີວັງ ອະກະຣະນິຍັງ. ພິກຂຸໃໝ່ຮັບວ່າ: ອາມະ ພັນເຕ” 

ພຣະອຸປັດຊາຍະບອກຕໍ່ໄປວ່າ: 

2) ອຸປະສັມປັນເນນະ ພິກຂຸນາ ອະທິນນາ ອະທິນນັງ ເຖຍຍະສັງຂາຕັງ 

ນະ ອາທາຕັບ ອັນຕະມະໂສ ຕິນະສະລາກັງ ອຸປາທາຍະ. 

ໂຍ ພິຂຸ ປາທັງ ວາ ປາທາຣະຫັງ ວາ ອະທິເຣກະປາທັງ ວາ ອະທິນນັງ ເຖຍຍະສັງຂາຕັງ ອາສັດສະມະໂນ ໂຫຕິ ອະສັກຍະປຸດຕິໂຍ. ເສຍຍະຖາປິ ນາມະ ປັນທຸປະລາໂສ ພັນທະນາ ປະມຸດໂຕ ອະພັບໂພ ຫະຣິຕັບຕາຍະ. ເອວະເມວະ ພິກຂຸ ປາທັງ ວາ ປະທາຣະຫັງ ວາ ອະຕິເຣກະປາທັງ ວາ ອະທິນນັງ ເຖຍຍຍະສັງຂາຕັງ ອາທິຍິຕະວາ ອັດສະມະໂນ ໂຫຕິ ອະສັກຍະປຸດຕິໂຍ. ຕັນເຕ ຍາວະຊີວັງ ອະກະຣະນິຍັງ. 

ພິກຂຸໃໝ່ຮັບວ່າ: ອາມະ ພັນເຕ” 

ພຣະອຸປັດຊາຍະບອກຕໍ່ໄປວ່າ: 

3) “ອຸປະສັມປັນເນນະ ພິກຂຸນາ ສັນຈິດຈະ ປາໂນ ຊີວິຕາ ນະໂວໂຣ ເປ 

ຕັບໂພ, ອັນຕະມະໂສ ກຸນຖະກິປິນລິກັງ ອຸປາທາຍະ. ໂຍ ພິກຂຸ ສັນຈິດຈະ ມະນຸດສະວິກຄະຫັງ ຊີວິຕາໂວໂຣເປຕິ, ອັນຕະມະໂສ ຄັບພະປາຕະນັງ ອຸປາທາຍະ, ອັນສະມະໂນ ໂຫຕິ ອະສັກຍະປຸດຕິໂຍ. 

ເສຍຍະຖາປິ ນາມະ ປຸຖຸສິລາ ທະວິທາ ພິນນາ ອັບປະຕິສັນທິກາ ໂຫຕິ 

ມະນຸດສະວິກຄະຫັງ ຊີວິຕາ ໂວໂຣເປຕະວາ ອັດສະມະໂນ ໂຫຕິ ອະສັນຍະປຸດຕິໂຍ. ຕັນເຕ ຍາວະຊີວັງ ອະກະຣະນິຍັງພິກຂຸໃໝ່ຮັບວ່າ: ອາມະ ພັນເຕ”. 

ພຣະອຸປັດຊາຍະບອກວ່າ: 

4) ອຸປະສັມປັນເນນະ ພິກຂຸນາ ອຸດຕະຣິມະນຸດສະທັມໂມ ນະ ອຸນລະ ປິ 

ຕັບໂພ. ອັນຕະມະໂສ ສຸນຍາຄາເຣ ອະພິຣະມາມິຕິ. ໂຍ ພິກຂຸ ປາປິດໂສ ອິດສາປະກະໂຕ ອະສັນຕັງ ອະພູຕັງ ອຸດຕະຣິຣະມານຸດສະທັມມັງ ອຸນລະປະຕິ, ຊານັງ ວາ ວິໂມກຂັງ ວາ ສະມາທິງ ວາ ສະມາປັດຕິງ ວາ ມັກຄັງ ວາ ຜະລັງວາ, ອັດສະມະໂນ ໂຫຕິ ອະສັກຍະປຸດຕິໂຍ. 

ເສຍຍະຖາປິ ນາມະ ຕາໂລ ມັດຖະກັດສິນໂນ ອະພັບໂພ ປຸນະ ວິຣຸລຫິຍາ,ເອວະເມວະ ພິກຂຸ ປາປິດໂສ ອິດສາປະກະໂຕ ອະສັນຕັງ ອະພູຕັງ ອຸດຕະຣິມະນຸດສະທັມມັງ ອຸນລະປິຕະວາ ອັດສະມະໂນ ໂຫຕິ ອະສັກຍະປຸດຕິໂຍ. ຕັນເຕຍາວະຂີວັງ ອະກະຣະນິຍັງພິກຂຸໃໝ່ຮັບວ່າ: ອາມະ ພັນເຕ” 

ຕໍ່ຈາກນັ້ນ ພຣະອຸປັດຊາຍະເເປ ເເລະອະທິບາຍອະນຸສາດ ທີບອກໄປ 

ເເລ້ວນັ້ນທັງໝົດ ພ້ອມທັງພັງຄໍາສັງສອນອື່ນໆ ເມື່ອສຸດເເລ້ວພິກຂຸໃໝ່ອູ້ມບາດຍົກໄວ້ ວ່າຄໍາອະທິຖານຕໍ່ໄປນີ້: 

ນະໂມ ຈັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ” (3 ເທື່ອ) 

ອິມັງ ອະຍະປັດຕັງ ອະທິດຖາມິ” (3 ເທື່ອ) ຫຼື ອະຍັງ ອະຍະປັດໂຕ ເມ ນາໂຖ ອະທິດຖາມິ. 

ຕໍ່ເເຕ່ນັ້ນໄປ ພຣະພິກຂຸໃໝ່ຂາບພຣະອຸປັດຊາຍະ 3 ເທື່ອ ເເລ້ວອຸ້ມເອົາບາດຂອງຕົນລຸກໄປນັງຢູ່ທ້າຍເເຖວສົງ ເມື່ອເຂົາເອົາໄທຍະທານມາມອບໃຫ້ກໍເພິ່ງຮັບໄປຖວາຍພຣະອຸປັດຊາຍະ ເຄນພຣະອາຈານ ເເລະ ພິຂຸນອກນັ້ນ ຕາມລໍາດັບທົວກັນເເລ້ວ ຄົນເອງກໍ່ອອກໄປຮັບໄທຍະທານຂອງຍາດໂຍມ ຖ້າຜູ້ຊາຍກໍໃຫ້ເອົາມືຮັບເອົາ ຫຼື ໃຊ້ຄັນຕາລະບັດຮັບເອົາກໍໄດ້ ຖ້າເເມ່ຍິງຖວາຍ ໃຫ້ປູຜ້າເເພມົນຕົນເອງຈັບໄວ້ໜຶ່ງຮັບເອົາ ຫຼື ໃຊ້ຄັນຕາລະບັດຮັບເອົາກໍ່ໄດ້ ການໃຊ້ປູຜ້າເເພມົນຮັບ ຫຼື ໃຊ້ຄັນຕາລະບັດຮັບນີ້ ຢ່າໃຫ້ຫ່າງໄກເກິນໄປ 1 ສອກຄັນຮັບໝົດເເລ້ວ ໃຫ້ເຂົ້າມານັ່ງທ້າຍເເຖວສົງຕາມເດິມ. 

ເມື່ອພຣະສູດອະນຸໂມທະນາໃຫ້ພອນ ພິກຂຸໃໝ່ຄວນຢາດນໍ້າ ອຸດທິດສວ່ນບຸນກຸສົນການບວດນີ້ໃຫ້ເເກ່ພໍ່ເເມ່ ເເລະ ຍາດພີ່ນ້ອງມິດສະຫາຍ ຫຼື ຜູ້ມີຄຸນ ອຸປະກາຣະຄຸນອື່ນໆ ຫຼື ຜູ້ທີ່ລ່ວງລັບໄປເເລ້ວກໍດີ ຕາມປະເພນີນິຍົມເພື່ອໃຫ້ທ່ານເຫລົ່ານັ້ນໄດ້ຮັບສ່ວນບຸນ ໃນສຸກຄະຕິທີ່ໄປເເລ້ວ ຫຼື ໃຫ້ທ່ານມີ ອາຍຸວັນນະ ສຸຂະ ພະລະ ຈະເຣີນຮຸ່ງເຮືອງຍິ່ງໆຂຶ້ນໄປ. 

ຕໍ່ຈາກນັ້ນ ພຣະອຸປັດຊາຍະນໍາພາຄະນະສົງໄຫ້ວພຣະ ເເລ້ວພຣະອາຈານສູດນໍາພາຄະນະສົງໄຫ້ວພຣະອຸປັດຊາຍະ ເເລ້ວກໍເປັນການອັນຈົບພິທີບວດເປັນພິກຂຸພຽງທໍ່ນີ້. 

(ຈົບ) 
ຄຳອະທິຖານຜ້າ 
       ບໍຣິຂານບາງຢ່າງທີຊົງອະນຸຍາດໃຫ້ມີສຳຫລັບພິຂຸ ແລະ ບໍ່ໃຫ້ເກີນວັນທີ່ກຳໜົດໄວ້ ບໍຣິຂານທີ່ກ່າວນີ້ ພິຂຸຈະເອົາໄວ້ສຳຫລັບຕົວຕ້ອງອະທິຖານແປວ່າ: ຕັ້ງເອົາໄວ້ ຖ້າບໍ່ປະຕິບັດຕາມ ປັບອາບັດນິດສັກຄີ ປາຈິດຕິ ໃຫ້ສະລະຂອງນັ້ນເສັຍກ່ອນ ຈິ່ງສະແດງອາບັດຕົກ ບໍຣິຂານໃຫ້ທຳອະທິຖານມີຫຼາຍຢ່າງຄື ອະທິຖານໄດ້ຜຶນດຽວ ດັ່ງນີ້: 

1. ອິມັງ ສັງຄາຕິງ ອະທິຖາມິ (ຜ້າສັງຄາຕີ) 

ອະທິຖານໄດ້ຜືນດຽວ 

2. ອິມັງ ອຸດຕະຣາສັງຄັງ ອະທິຖາມິ (ຜ້າຄຸ້ມ) 

ອະທິຖານໄດ້ຜືນດຽວ 

3. ອິມັງ ອັນຕະຣະວະສະກັງ ອະທິຖາມິ (ຜ້າສະບົງ) 

ອະທິຖານໄດ້ຜືນດຽວ 

4. ອິມັງ ປັດຕັງ ອະທິຖາມິ (ບາດ) 

ອະທິຖານໄດ້ໜ່ວຍດຽວ 

5. ອິມັງ ນິສີທະນັງ ອະທິຖາມິ (ຜ້າປູນັ່ງ) 

ອະທິຖານໄດ້ຜືນດຽວ 

6. ອິມັງ ປັນຈັກຖະຣະນັງ ອະທິຖາມິ (ຜ້າປູນອນ) 

ອະທິຖານໄດ້ຜືນດຽວ 

7. ອິມັງ ມຸຂະປຸນນະໂຈລັງ ອະທິຖາມິ (ຜ້າເຊັດໜ້າ) 

ອະທິຖານໄດ້ຜືນດຽວ 

8. ອິມັງ ປະຣິກຂາຣະໂຈລັງ ອະທິຖາມິ (ຜ້າເປັນບໍຣິຂານ) 

ອະທິຖານໄດ້ຫຼາຍຜືນ 

9. ອິມັງ ວັດສິກະສາຕິກັງ ອະທິຖາມິ (ຜ້າອາບນໍ້າຝົນ) 

ອະທິຖານໄດ້ໃນລະດູຝົນ ເມື່ອໝົດເຂດແລ້ວຕ້ອງຖອນເສັຍ 

10. ອິມັງ ກັນທຸປະຕິສາທິງ ອະທິຖາມິ (ຜ້າປິດຝີ) 

ໃນຄວາມເປັນບາດແຜ ອະທິຖານໄວ້ໃຊ້ ຜືນນຶ່ງຖ້າດີແລ້ວໃຫ້ຖອນເສຍ. 

11. ອິມານິ ປະຣິກຂາຣະໂຈລານິ ອະທິຖາມິ (ຖ້າຫຼາຍຜືນ) 

ໝາຍ: ໃຫ້ວ່າ 3 ເທື່ອທຸກຢ່າງ 
ຄຳຖອນອະທິຖານຜ້າ 

ເມື່ອຕ້ອງການຈະປ່ຽນໃໝ່ ຕ້ອງຖອນຂອງເດີມເສັຍກ່ອນ ເອີ້ນວ່າຖອນອະທິຖານ ເຊັ່ນຜ້າສັງຄາຕິ, ຜ້າຄຸມ, ຜ້າສະບົງ ເປັນຕົ້ນ. 

ຕົວຢ່າງ: ອິມັງ ສັງຄາຕິງ ປັນຈຸທະຣາມິ (ວ່າ 3 ເທື່ອ) 

ໝາຍເຫດ: ເຮົາເລີກຖອນຜ້າສັງຄາຕິຜືນີ້ ຕາມລະບຽບວິທີເຮັດນັ້ນເອົາຜ້າຜືນເກົ່າ ອະທິຖານມືລູບເຂົ້າ ຜ້າເປັນບໍຣິຂານທີ່ຈະໃຊ້ນຸ່ງຫົ່ມ ເພິງຍ້ອມໃຫ້ໄດ້ສີ ແລະ ທຳພິນທຸກັບປະຕາມແບບດັ່ງກ່າວແລ້ວ ຈຶ່ງອະທິຖານ. 
ຄອງຜ້າ 

ເປັນພາລະກິດຂອງພິຂຸທຸກໆອົງທີ່ຈະຕ້ອງປະຕິບັດດັ່ງນີ້: 

ກ່ອນຈະຄຸມຜ້າໄຫວ້ພຣະສູດມົນ ມົນເຊົ້າ-ແລງ ໃຫ້ອຸ້ມຜ້າໄຕຣ ນັ່ງຄຸເຂົ້າແລ້ວວ່າ: 

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດໂທ ( 3ເທື່ອ ) 

- ມັງ ສັງຄາຕິງ ອະທິຖາມິ (ວ່າ 3ເທື່ອ) 

- ອິມັງ ອຸດຕະຣາສັງຄັງ ອະທິຖາມິ (ວ່າ 3ເທື່ອ) 

- ອິມັງ ອັນຕະຣະວະສະກັງ ອະທິຖາມິ (ວ່າ 3ເທື່ອ) 

ແລ້ວວ່າ: ພຸດທະຄຸນນັງ ທັມມະຄຸນນັງ ສັງຄະຄຸນນັງ ພຸດໂທເມນາໂຖ ທັມໂມເມນາໂຖ ສັງໂຄເມນາໂຖ ຣັດຕະນັກຕະຍັງ ສະຣະນັງ ຄັດສາມິ ສັງວິທາ ປຸກະຍະປະ ອາປາມະຈຸປະ ທິມະສັງອັງຂຸງ ສະຣະນັງ ຄັດສາມິ. 
ວິທີຂໍນິສັຍຈາກອາຈານ 

              ພິຂຸຜູ້ບວດແລ້ວ ຖ້າບໍ່ໄດ້ຢູ່ໃນວັດກັບອຸບປັດຊາ ກໍ່ຕ້ອງຖືນິສັຍໃນອາຈານ ຫຼື ເຈົ້າອາວາດວັດທີ່ຕົນອາໃສຢູ່ນັ້ນ ໃຫ້ຄຸ້ມຜ້າຜ້າປົກບ່າຂວ່າມີດອກໄມ້ທູບທຽນ ເຂົ້າໄປຫາເພິ່ນແລ້ວຂາບໄຫວ້ 3 ເທື່ອ ນັ່ງຄູເຂົ່າມືນົບກ່າວວ່າດັ່ງນີ້: 

ວັນທາມິ ພັນເຕ ຯລຯ ສາທຸສາທຸ ອະນຸໂມທາມິ ແລ້ວວ່າ: 

ອະຫັງ ພັນເຕ ນິສະຍັງ ຍາຈາມິ. 

ອາຈາຣິໂຍ ເມ ພັນເຕ ໂຫຫິ ອາຍັນມະໂຕ ນິສາຍະ ວັດສາມິວ່າ3 ເທື່ອ 

ເມື່ອເພີ່ນວ່າ: ປະຕິຣູປັງ” 3 ເທື່ອແລ້ວ ພຣະພິຂຸໃໝ່ຮັບວ່າ: ສາທຸພັນເຕ” 

ແລ້ວເພິ່ງກ່າວຮັບເປັນທຸລະສືບຕໍ່ໄປວ່າດັ່ງນີ້: 

ອັດຊະຕັດເຄທານິ ເຖໂຣ ມັຍຫັງ ພາໂຣ, ອະຫັມປິ ເຖຣັດສະ ພາໂຣ” 3 ເທື່ອ ແລ້ວຂາບລົງ 3 ເທື່ອ ກໍ່ເປັນອັນວ່າໄດ້ຖືນິສັຍໃນອາຈານ 

ເພິ່ງຢູ່ອາສັຍເພິ່ນແທນອຸປັດຊາຕໍ່ໄປ ຖ້າພິຂຸກໃດຢູ່ໂດຍບໍ່ຖື ນິສັຍ ເພິ່ນປັບອາບັດ ທຸກົດແກ່ພິຂຸອົງນັ້ນແລ່. 
ຄຳຊັກຜ້າບັງສະກຸນທີ່ເຂົ້າທອນຖີ້ມໄວ້ 

ອິທັງ ວັດຖັງ ອະສາມິກັງ ປັງສະກຸນລະຈີວະຣັງ ມັຍຫັງ ປາປຸນາຕິ 
ຄຳຊັກຜ້າບັງສະກຸນທີ່ເຈົ້າຂອງຄອຍຮັບພອນ 

ອິທັງ ວັດຖັງ ສະສາມິກັງ ບັງສະກຸລະຈີວະຣັງ ມັຍຫັງ ປຸນາຕິ 
ວິທີເສຍສະລະຜ້າທີ່ເປັນນິສັກຄີ 

ຜ້າທີ່ເປັນນິສສັກຄີ ຍັງບໍ່ໄດ້ເສຍສະລະບໍລິໂພກ ນຸງຫົ່ມຕ້ອງອາບັດຕິທຸກກົດ ສະລະແລ້ວໄດ້ຄືນມາ ບໍຣິໂພກໄດ້. 

ຄໍາເສຍສະລະຜ້າທີ່ປາດສະຈາກພຽງຄືນໜຶ່ງ ແກ່ບຸກຄົນວ່າດັງນີ້: 

- ອິທັງ ເມ ພັນເຕ ຈີວະລັງ ຣັຕຕິ ວິປປະວຸຕຖັງ ອັນລະຕະຣະ ພິກຂຸ ສັມມະຕິຍາ ນິສສັກຄິຍັງ ອິມາຫັງ ອາຍັສ໌ມະະໂຕ ນິສສັດຊາມິ (ຖ້າ2ຜືນວ່າ ທະວິຈີວະຣັງ ຖ້າທັງ5ຜືນວ່າ ຕິຈີວະຣັງ) 

ຄໍາເສສະລະຜ້າທີ່ເກັບໄວ້ເກີນ10ມື້ ແກ່ບຸກຄົນວ່າ: 

- ອິທັງ ເມ ພັນເຕ ຈີວະຣັງ ທະສາຫາຕິກກັນຕັງ ນິສສັຄຄີຍັງ ອິມາຫັງ ອາຍັສ໌ມະໂຕ ນິສສັຊຊາມິ (ຖ້າຜູ້ສະລະແກ່ວັດສາກວ່າ ໃຫ້ວ່າ (ອາວຸ ໂສ) ແທນ (ພັນເຕ) ຖ້າຫຼາຍແຕ່: 2 ຜືນຂື້ນໄປສະລະລວມພ້ອມດຽວກັນກໍ່ໄດ້ ໃຊ້ຄໍາວ່າ (ອິມາຫັງ ອາຍັດສະມະໂຕ ນິດສັກຊາມິ) 

ຄໍາເສຍສະລະບາດ ເກັບໄວ້ເກີນ10ມື້ ໜ່ວຍດຽວວ່າ: 

- ອະຍັງ ເມ ພັນເຕ ປັຕໂຕ ທະສາຫາຕິກັນໂຕ ນິສສັຄຄິໂຍ ອິມາຫັງ ອາຍັສ໌ມະໂຕ ນິດສັຊຊາມິ 

ບາດຫຼາຍໜ່ວຍວ່າ: ອິເມ ພັນເຕ ປັດຕາ ທະສາຫາຕິກກັນຕາ ນິດສັຕຄີຍາ ອິມາຫັງ ອາຍັສ໌ມະໂຕ ນິດສັຊຊາມິ (ຈີວຣ ກໍ່ຄືກັນກັບບາດ ຕ່າງແຕ່ວ່າຈີວຣ(ຈີວອນ)ເທົານັ້ນ) 

ຄໍາເສັຍສະລະຂອງເປັນນິດສັກຄີ ທີ່ແລກປ່ຽນກັບຄະຣຶຫັດວ່າ: 

- ອະຫັງ ພັນເຕ ນານັປປະກາຣະກັງ ກະຍະວິກກະຍັງ ສະມາປັນຊິງ ອິທັງ ເມ ນິດສັກຄີຍັງ, ອິມາຫັງ ອາຍັສ໌ມະໂຕ ນິສສັຊຊາມິ 

ຄໍາຄືນຂອງເປັນນິສສັຄຄີຍ໌ໃຫ້ຜູ້ສະລະຄືນຜ້າຜືນດຽວວ່າ: 

- ອິມັງ ຈີວະຣັງ ອາຍັສ໌ມະໂຕ ທັມມິ (ຫຼາຍຜືນວ່າ: ອິມານິ ຈີວະຣານິ, ບາດຫຼາຍໜ່ວຍວ່າ: ອິມັງ ປັຕຕັງ ອາຍັສ໌ມະໂຕ ທັມມິ) 
ວິທີສະແດງອາບັດ 

ວີທີສະແດງອາບັດມີສອງແບບຄື: 

ຕົນອ່ອນສະແດງກັບຕົນແກ່ 

- ຕົນອ່ອນວ່າ: ສັພພາ ຕາ ອາປັຕຕິໂຍ ອາໂຣເຈມິ (ວ່າ 3 ເທື່ອ) 

ສັພພາ ຄະຣຸລະຫຸກາ ຕາ ອາປັຕຕິໂຍ ອາໂຣເຈມິ (ວ່າ 3 ເທື່ອ) 

ອະຫັງ ພັນເຕ ສັມພະຫຸລາ ນານາວັຕຖຸກາໂຍ ຕາ ອາປັຕຕິໂຍ ອາປັຊຊິງ ຕາ ຕຸມ໌ຫະ ມູເລ ປະຕິເທເສມິ. 

- ຕົນແກ່ຮັບວ່າ: ປັສສະສິ ອາວຸໂສ ຕາ ອາປັຕຕິໂຍ 

- ຕົນອ່ອນຮັບວ່າ: ອຸກາສະ ອາມະ ພັນເຕ ປັສສາມິ 

- ຕົນແກ່ຮັບວ່າ: ອາຍະຕິງ ອາວຸໂສ ສັງວະເຣຍຍາສິ 

- ຕົນອ່ອນຮັບວ່າ: ສາທຸ ສຸຖຸ ພັນເຕ ສັງວະຣິສາມິ 

ທຸຕິຍັມປິ ສາທຸ ສຸທຸ ພັນເຕ ສັງວະຣິສສາມິ 

ຕະຕິຍັມປິ ສາທຸ ສຸຖຸ ພັນເຕ ສັງວະຣິສາມິ 

ນະ ປຸເນວັງ ກະຣິສສາມິ 

ນະ ປຸເນວັງ ພາສິສສາມິ 

ນະປຸເນວັງ ຈິນຕະຍິສສາມິ 

- ຕົນແກ່ຮັບວ່າ: ສາທຸ 

ຕົນແກ່ສະແດງກັບຕົນອ່ອນ 

- ຕົນແກ່ວ່າ: ສັພພາ ຕາ ອາປັຕຕິໂຍ ອາໂຣເຈມິ (ວ່າ 3 ເທື່ອ) 

ສັພພາ ຄະຣຸລະຫຸກາ ຕາ ອາປັຕຕິໂຍ ອາໂຣເຈມິ (ວ່າ 3 ເທື່ອ) 

ອະຫັງ ອາວຸໂສ ສັມພະຫຸລາ ນານາວັຕຖຸກາໂຍ ຕາ ອາປັຕຕິໂຍ ອາປັຊຊິງ ຕາ ຕຸມ໌ຫະ ມູເລ ປະຕິເທເສມິ. 

- ຕົນອ່ອນຮັບວ່າ: ອຸກາສະ ປັສສະຖະ ພັນເຕ ຕາ ອາປັຕຕິໂ 

- ຕົນແກ່ຮັບວ່າ: ອາມະ ອາວຸໂສ ປັສສາມິ 

- ຕົນອ່ອນຮັບວ່າ: ອາຍະຕິ ພັນເຕ ສັງວະເຣຍຍາຖະ 

- ຕົນແກ່ຮັບວ່າ: : ສາທຸ ສຸຖຸ ອາວຸໂສ ສັງວະຣິສາມິ 

ທຸຕິຍັມປິ ສາທຸ ສຸທຸ ພັນເຕ ສັງວະຣິສສາມິ 

ຕະຕິຍັມປິ ສາທຸ ສຸຖຸ ພັນເຕ ສັງວະຣິສາມິ 

ນະ ປຸເນວັງ ກະຣິສສາມິ 

ນະ ປຸເນວັງ ພາສິສສາມິ 

ນະປຸເນວັງ ຈິນຕະຍິສສາມິ 

- ຕົນອ່ອນຮັບວ່າ: ສາທຸ 


ພິຂຸບໍ່ຄວນສັນມັງສັງ10ຢ່າງ 
1. ຊີ້ນ ມະນຸດ 

2. ຊີ້ນ ຊ້າງ 

3. ຊີ້ນ ມ້າ 

4. ຊີ້ນ ສຸນັກ 

5. ຊີ້ນ ງູ 

6. ຊີ້ນ ຣາຊະສີ 

7. ຊີ້ນ ໝີ 

8. ຊີ້ນ ເສືອໂຄ່ງ 

9. ຊີ້ນ ເສືອດາວ 

10. ຊີ້ນ ເສືອເຫຼືອງ 

ມັງສັງ10ຢ່າງນີ້ ຫ້າມສັນ ແລະ ຫ້າມຮັບປະເຄນ 

ອະໂຄຈອນ
ບຸກຄົນກໍ່ດີ ສະຖານທີ່ກໍ່ດີ ອັນພິຂຸບໍ່ຄວນໄປສູ່ເອີ້ນວ່າ ອະໂຄຈອນມີ6ປະເພດ ຄື: 
1. ຍິງນັກເລງ 

2. ຍິງແມ່ຮ້າງ, ແມ່ໝ້າຍ 

3. ສາວແກ່ 

4. ພິຂຸນີ 

5. ຄົນມອງ 

6. ໂຮງເຫລົ້າ 

ອົງແຫ່ງພິຂຸບວດໃໝ່ 5 ຢ່າງ:
1. ສຳລວມໃນພຣະປາຕິໂມກ ຄື: ເວັ້ນຂໍ້ທີ່ພຣະພຸດທະເຈົ້າຫ້າມເຮັດຕາມຂໍ້ທີ່ອະນຸຍາດ

2. ສຳຮວມອິນຊີ 6 ຄື: ລະວັງ ຕາ ຫູ ດັງ ລີ້ນ ກາຍ ໃຈ ບໍ່ໃຫ້ຄວາມຍິນດີ ຍິນຮ້າຍຄອບງຳໄດ້ ໃນເວລາທີ່ເຫັນຮູບດ້ວຍ ຕາເປັນຕົ້ນ

3. ຄວາມບໍ່ເປັນຄົນບໍ່ເອີກກະເຣີກເຮຮາ

4. ຢູ່ໃນເສນາສະນະອັນສະງັດ

5. ມີຄວາມເຫັນຖືຕ້ອງ

ໝາຍເຫດ: ພິຂຸຄວນຕັ້ງຢູ່ໃນທັມ 5 ຢ່າງນີ້ 

ພິຂຸຜູ້ເປັນທີ່ຮັກປະກອບດ້ວຍທັມ8ປະການ:
1. ນະ ລາພະກາໂມ ບໍ່ເປັນມຸງຄຸນລາບ

2. ນະ ສັກກາຣະກາໂມ ບໍ່ເປັນຜູ້ມຸ່ງສັກກາຣະ

3. ນະ ອະນະວັນລັນຕິກາໂມ ບໍ່ເປັນມຸ່ງດູໝິ່ນ

4. ກາລັນລູ ເປັນຜູ້ຮູ້ຈັກເວລາ

5. ມັດຕັນລູ ເປັນຜູ້ຮູ້ຈັກປະມານ

6. ສຸຈິ ເປັນຜູ້ສະອາດ

7. ນະ ພະຫຸພະຫິ ບໍ່ເປັນຜູ້ເວົ້າຫຼາຍ

8. ອະນັນໂກສະກະປະຣິພາສະໂກ ບໍ່ດ່າວ່າສຽດສີ ເພື່ອພົມມະຈັນ

ພິຂຸຜູ້ປະກອບດ້ວຍທັມ 8 ປະການນີ້ ເປັນທີ່ຮັກ ເປັນທີ່ຊອບໃຈ ເປັນທີ່ເຄົ່າລົບ ເປັນທີ່ ສັນຣະເສີນຂອງເພື່ອນພົມມະຈັນແລ່


ກິດຈະວັດ10ຢ່າງ
1. ລົງອຸໂປສົດສັງຄະກັມ ( ສູດພຣະປາຕິໂມກ 5 ມື້ )

2. ບິນທະບາດລ້ຽງຊີບ

3. ໄຫ້ວພຣະສູດມົນ

4. ກວາດວັດວາອາຮາມວິຫານລານພຣະເຈດີ ມີສິມເປັນຕົ້ນ

5. ຮັກສາຜ້າຄ້ອງ

6. ຢູ່ປະຣິວາສະກັມ ຄື ເຂົ້າກັມ ເວລາຕ້ອງອາບັດສັງທິເສດ

7. ແຖຜົມແຖໜວດ ແລະ ຕັດເລັບ

8. ສຶກສາຮໍ່າຮຽນພຣະທັມວິນັຍ ແລະ ປະຕິບັດຄູບາອາຈານ

9. ສະແດງອາບັດ

10. ພິຈາຣະນາປັດຈະເວກຂະນະທັງ 4 ມີ: ຈີວອນ, ບິນທະບາດ, ເສນາສະນະ, ແລະ ຄິລານະເພສັດ ຄື ຢາຮັກສາພະຍາດເປັນຕົ້ນ.

ຄຸນສົມບັດ 6 ຢ່າງຂອງພິຂຸຜູ້ຄວນເປັນອຸປັດຊາ

    ພິຂຸຜູ້ປະກອບດ້ວຍອົງຄ໌ 6 ອື່ນອີກ ຄວນໃຫ້ອຸປະສົມບົດ ( ຄວນເປັນອຸປັດຊາຍະ) ຄວນໃຫ້ນິສສັຍ(ປົກຄອງ ພິຂຸອື່ນ) ຄວນນມີ ສາມະເນນຮັບໃຊ້ຄື: 

1. ສາມາດໃຫ້ອັນເຕວະສິກ ຫຼື ສັດທິວິຫາຣິກສຶກສາໃນອະພິສະມາຈາຣິກາສິກຂາ (ຕືສຶກສາ ໃນມາຣະຍາດອັນດີງາມ).

2. ສາມາຕ໌ແນະນຳໃນສິກຂາ ອັນເປັນເບຶ້ອງຕົ້ນແຫ່ງພຣົມມະຈັນ (ຄືຂໍ້ສຳຄັນ ຯ ທີີ່ຈໍາເປັນຈະຮູ້ສຳ ຫລັບຜູ້ບວດ)

3. ສາມດ ແນະນຳໃນ ອະພິທັມ (ທັມຊັ້ນສູງ)

4. ສາມາດ ແນະນໍາໃນ ອະພິວິນັຍ(ວິນັຍຊັ້ນສູງ)

5. ສາມາດຖ່າຍຖອນຄວາມເຫັນຜິດທີ່ເກີດຂື້ນໄດ້ໂດຍທັມ.

6. ມີພັນສາຄົບ10 ຫຼື ເກີນກວ່າ10

ຄຸນສົມບັດອີກ 6 ຢ່າງຂອງພິຂຸຜູ້ຄວນເປັນອຸປັດຊາ

    ພິຂຸຜູ້ປະກອບດ້ວຍອົງຄ໌ 6 ອື່ນອີກ ຄວນໃຫ້ອຸປະສົມບົດ ( ຄວນເປັນອຸປັດຊາຍະ) ຄວນໃຫ້ນິສສັຍ(ປົກຄອງ ພິຂຸອື່ນ) ຄວນນມີ ສາມະເນນຮັບໃຊ້ຄື: 

1. ຮູ້ຈັກປະຕິບັດ

2. ຮູ້ຈັກອະນາບັດຕິ (ບໍ່ແມ່ນອາບັດ)

3. ຮູ້ຈັກອາບັດເບົາ

4. ຮູ້ຈັກອາບັດຕິໜັກ

5. ຊົງຈຳໄດ້ ໄຈ້ແຍກໄດ້ ສູດໄດ້ ວິນິສັຍໄດ້ດີ ຊຶ່ງປາຕິໂມກຂ໌ທັງສອງ ຄື: ປາຕິໂມກຂ໌ຂອງພິຂຸ ແລະ ພິຂຸນີ (ໂດຍຫລັກການ) ໂດຍອະນຸພະຍັນຊະນະ ( ໂດຍລາຍ ລະອຽດ)

6. ມີພັນສາຄົບ 10 ຫຼື ເກີນ 10 (ວິນັຍປີດົກ 8/337-339)
ບຸກຄົນທີ່ພຣະວິນັຍຫ້າມບວດເດັດຂາດມີ 11 ຢ່າງຄື

1. ກະເທີ່ຍ ຄື: ຄົນທີ່ບໍ່ປາກົດວ່າເປັນຍິງ ຫຼື ຊາຍຄັກແນ່ ຫຼືເປັນກະເທີ່ຍໂດຍກຳເນີດ

2. ຄົນລັກເພດ ຄື: ຄົນທີ່ບວດເອົາເອງໂດຍບໍ່ຖືຕ້ອງ ດ້ວຍຕັ້ງໃຈວ່າຈະປອມເຂົ້າໃນໝູ່ໃນພິຂຸ

3. ຄົນຜູ້ໄປເຂົ້າຮີດເດັຍຣະຖີ ( ຮີດພາຍນອກ ສາສນາພຸດ)

4. ສັດເດັຍຣະສານ ( ເຄັຍມີພຣະຍານາກ ແປງກາຍມາບວດໃນຄັ້ງພຸດທະການ)

5. ຜູ້ຂາບິດາ (ຂ້າພໍ່)

6. ຜູ້ຂ້າມາຣດາ ( ຂ້າແມ່)

7. ຜູ້ຂ້າພຣະອໍຣະຫັນຕ໌

8. ຜູ້ຂົ່ມຂືນນາງພິຂຸນີ

9. ຜູ້ທຳການຍຸແຍ່ໃຫ້ສົງແຕກກັນ

10. ຜູ້ປະທຸສະຮ້າຍພຣະພຸດທະເຈົ້າ ເຖິງເຮັດໃຫ້ຫໍ້ເລືອດ

11. ຄົນມີ 2 ເພດ ຄື: ເປັນຊາຍກໍ່ໄດ້ ເປັນຍິງກໍ່ໄດ້ ( ອຸພະໂຕ ພະຍັນຊະນົກ) ຄົນທັງ 11 ຢ່າງນີ້ ຖ້າບວດໃຫ້ແລ້ວໂດຍບໍ່ຮູ້ ແຕ່ມາຮູ້ເອົາພາຍຫຼັງຕ້ອງໃຫ້ສິກໄປເສຍ.


ລັກສະນະຄົນທີ່ບໍ່ສົມຄວນບວດເປັນສາມະເນນມີ 32 ຢ່າງ

1. ຄົນມີມືຂາດ

2. ຄົນມີຕີນຂາດ

3. ຄົນມີທັງມື ແລະຕີນຂາດ

4. ຄົນມີຫູຂາດ

5. ຄົນມີດັງຂາດ ຫຼື ດັງແຫວ່ງ

6. ຄົນມີທັງຫູຂາດ ຫຼື ດັງແຫວ່ງ

7. ຄົນມີນິ້ວມື ນິ້ວຕີນຂາດ

8. ຄົນມີນິ້ວຫົວແມ່ມືຂາດ

9. ຄົນມີເອັນຂາດ

10. ຄົນມີມືເປັນແຜ່ນ ຄືນິ້ວມື ບໍ່ໄດ້ຈັກເປັນງ່າມ ມີໜັງຕິດກັນ

11. ຄົນມີຫລັງກ່ອມ

12. ຄົນຕຳເກີນໄປ ຫຼື ສູງເກີນໄປ 

13. ຄົນຄໍໂຕ້ ຫຼື ຄໍໜຽງ

14. ຄົນທີ່ຖືກລົງໂທດໃນການນາບດ້ວຍເຫລັກແດງຈົນເສິຍຮູບຮ່າງ

15. ຄົນທີ່ຖືກຕີດ້ວຍແສ້ ມີຮ້ອຍບາດແຜ

16. ຄົນທີ່ຖືກໝາຍຈັບໃຫ້ຂ້າ ເມື່ອຖືກພົບເຫັນ

17. ຄົນທີ່ມີຝາຕີນແຄງ ຫຼື ແຫຍ່ງ

18. ຄົນທີ່ເປັນໂຣຄ໌ຊຳເຮື້ອຕ່າງໆ ເຊັນ ໂຣຄ໌ຂີ້ກາກ, ໂຣຄ໌ຝີ ເປັນຕົ້ນ

19. ຄົນປະທຸກສະຮ້າຍບໍຣິສັດ 

20. ຄົນຕາບອດຂ້າງດຽວ ຫຼື ສອງຂ້າງ

21. ຄົນກະຈອກ ( ມີຕີນພິການ ຍ່າງດ້ວຍຫຼັງຕີນ ເປັນຕົ້ນ)

22. ຄົນເປັນງ່ອຍ ຄື ມີຕີນ ຫງິກງໍ ຫຼື ມີນິ້ວມື ນີ້ວຕີນ ຫງິກງໍ

23. ຄົນເປັນອຳມະພາດ ( ມີຮ່າງກາຍຕາຍໄປແລ້ວຊີກໜຶ່ງ)

24. ຄົນເປັ້ຍ ຄືຄົນມີອິຣິຍາບົດຂາດ

25. ຄົນຊະຣາ ມີຮ່າງກາຍບໍ່ສົມປະກອບ

26. ຄົນຕາບອດມາແຕ່ກຳເນີດ ຫຼື ຄົນຕາບອດຕາໃສ

27. ຄົນໃບ້

28. ຄົນຫູໜວກ

29. ຄົນທັງບອດ ທັງໃບ້

30. ຄົນທັງບອດ ທັງໜວກ

31. ຄົນທັງໃບ້ ທັງໜວກ

32. ຄົນທັງໃບ້ ທັງບອດ ທັງໜວກ

ບຸກຄົນທັງ 32 ຢ່າງນີ້ ຜູ້ບວດໃຫ້ຕ້ອງອາບັດທຸກກົດ ຈຶ່ງກຳນົດຂໍ້ຫ້າມບໍ່ໃຫ້ບຸກຄົນ 32 ຢ່າງນີ້ ບວດເປັນສາມະເນນ ແລະ ບວດເປັນພຣະພິຂຸກດ້ວຍ.
ລັກສະນະຄົນທີ່ບໍ່ຄວນໃຫ້ບວດເປັນພຣະພິຂຸກ 10 ຢ່າງ

1. ຜູ້ບໍ່ມີອຸບປັດຊາ

2. ຜູ້ມີອຸບປັດຊາ ເປັນພຣະພິຂຸອົງຄ໌ດຽວ ບໍ່ມີຫຼາຍອົງຄ໌

3. ຜູ້ມີອຸບປັດຊາຍ໌ເປັນຄະນະຄື: 2-3-4ອົງຄ໌ ບໍ່ຄົບຄ໌ກຳນົດຂອງສົງຄ໌

4. ຜູ້ມີອຸປັດຊາຍ໌ເປັນກະເທີອຍ ( ກະເທີອຍ) 

5. ຜູ້ມີອຸປັດຊາຍ໌ເປັນຄົນລັກເພດຄື ບວດເອົາເອງ

6. ຜູ້ມີອຸປັດຊາຍ໌ ໄປເຂົ້າເດັຍລະຖີ

7. ຜູ້ມີອຸບປັດຊາຍ໌ ເປັນສັດເດັຍລະສານ (ມີເລື່ອງ ເລົ່າມາມີພຣະຍານາກປອບຕົວມາບວດເປັນຕົ້ນ.

8. ຜູ້ມີອຸບປັດຊາຍ໌ເປັນຜູ້ຂ້າບິດາ 

9. ຜູ້ມີອຸບປັດຊາຍ໌ຜູ້ຂ້າມາຣດາ

10. ຜູ້ມີອຸບປັດຊາຍ໌ ເປັນຜູ້ຂ້າພຣະອໍຣະຫັນຕ໌

11. ຜູ້ມອຸປັດຊາຍ໌ຂົ່ມຂືນນາງພິຂຸນີ

12. ຜູ້ເປັນອຸປັດຊາຍ໌ ຍຸແຍ່ສົງໃຫ້ແຕກກັນ

13. ຜູ້ເປັນອຸປັດຊາຍ໌ ປະທຸກສະຮ້າຍພຣະພຸດທະເຈົ້າ

14. ຜູ້ເປັນອຸບປັດຊາຍ໌ ເປັນຄົນ 2 ເພດ

15. ຜູ້ບໍ່ມີບາດ

16. ຜູ້ບໍ່ມີຈີວອນ

17. ຜູ້ບໍ່ມີທັງບາດ ແລະ ຈີວອນ

18. ຜູ້ຂໍຢືມບາດເຂົາມາບວດ

19. ຜູ້ຂໍຢືມຈີວອນເຂົາມາບວດ

20. ຜູ້ຂໍຢືມທັງບາດ ແລະ ຈີວອນເຂົ້າມາບວດ

ຄົນທັງ 20 ຈຳພວກນີ້ ຖ້າສົງຄ໌ບວດໃຫ້ຕ້ອງອາບັດທຸກົດ ການທີ່ພຣະວິນັຍຫ້າມບຸກຄົນທັງ 2 ລັກສະນະທີ່ກ່າວມາຂ້າງເທິງນີ້ເພື່ອບໍ່ໃຫ້ພຣະພຸດທະສາສນາເປັນເໝືອນກັບຖັງຂີເຫຍື່ອ ຫຼື ສະຖານທີ່ຮັບຄົນເຊິ່ງທາງໂລກເຂົາບໍ່ຕ້ອງການແລ້ວ ສະນັ້ນຈຶ່ງຫ້າມໄວ້ບໍ່ໃຫ້ບວດ.
ຄົນມີຂໍ້ຜູ້ພັນກ່ຽວຂ້ອງ 4 ຢ່າງຄື:

1. ຄົນຜູ້ທີ່ບິດາ ມາຣດາ ບໍ່ໄດ້ອະນຸຍາດໃຫ້ບວດ

2. ຄົນເປັນຣາຊະພັດ ຄື ຂ້າຣັດຖະການຢູ່ໃນຕຳແໜ່ງ

3. ຄົນມີໜີ້ສິນ

4. ຄົນເປັນທາດ ຄື ຄົນມີທີ່ຮັບໃຊ້ວຽກງານຂອງຄົນອື່ນ.
ກິດຂອງການບວດມີ2ຢ່າງຄື

1. ບຸບພະກິດ (ກິດເບື້ອງຕົ້ນ) ຂອງການອຸປະສົມບົດມີ 9 ຢ່າງຄື:

1. ໃຫ້ບັນພະຊາ

2. ໃຫ້ຂໍນິສັຍ

3. ໃຫ້ຖືອຸປັດຊາຍ໌

4. ຕັ້ງຊື່ເປັນພາສາມຄທະ ໃຫແກ່ຜູ້ຈະບວດ ( ໂດຍທົວໄປນິຍົມໃຊ້ ນາຄະ ພຣະອຸປັດຊາຍ໌ໃຊ້ ຕິສສະ)

5. ບອກບາດ ແລະ ຈີວອນ ການບອກບາດ ແລະ ຈີວອນນີ້ ພຣະອຸປັດຊາບອກກໍ່ໄດ້ ພຣະກັມມະວາຈາຈາຣຍ໌ບອກກໍ່ໄດ້

6. ສັ່ງໃຫ້ຜູ້ອຸປະສົມບົດ ອອກໄປຢືນຂ້າງນອກ ໃຫ້ຫ່າງຈາກທ້າຍຫັດຖະບາດ 12 ສອກ ເປັນຢ່າງນ້ອຍ ພາຍໃນຣະຍະ 12ສອກ ເປັນອຸປະຈາຣະແຫ່ງສົງຄ໌

7. ສົມມຸດຕິຕົນເອງວ່າ ຫຼື ພິຂຸອື່ນໃຫ້ເປັນຜູ້ຊັກຊ້ອມ ອັນຕຣາຍຍິກະທັມ ແກ່ຜູ້ອຸປະສົມບົດ (ອາຈາຣຍ໌ສູດ 2 ອົງຄ໌ ) ສູດອົງຄ໌ດຽວ ອາດຈະມີຜິດພາດ ແລະ ຕົກຫລົ່ນ ຖ້າອຸປະສົມບົດຫຼາຍອົງ໌ ຊົງອະນຸຍາດໃຊ້ອຸປະສົມບົດພ້ອມກັນໄດ້ເທື່ອລະ 2 ອົງຄ໌ 3 ອົງຄ໌ ແຕ່ໃຫ້ມີອຸປັດຊາຍ໌ດຽວກັນ ບໍ່ຊົງອະນຸຍາດຫຼາຍກວ່າ 3 ອົງຄ໌ ເພາະຕັ້ງແຕ່ 4 ອົງຄ໌ຂື້ນໄປເທົ່າກັບຈຳນວນສົງຄ໌

8. ຮຽກນາກເຂົ້າມາ ໃຫ້ຂໍ້ອຸປະສົມບົດ

9. ສົມມຸຕິຕົນເອງ ຫຼື ພິຂຸອື່ນໃຫ້ເປັນຜູ້ສອບຖາມອັນຕະຣາຍິກະທັມແກ່ຜູ້ອຸປະສົມບົດມນທ່າມກາງສົງຄ໌

2. ປັຈສິຈ ( ກິດສຸດທ້າຍ ) ຂອງການອຸບປະສົມບົດມີ 6 ຢ່າງຄື:

1. ວັດແທກເງົາແດດເບິ່ງເວລາໃນທັນໃດ ປັນຈຸບັນນີ້ກຳນົດເວລາດ້ວຍນາລິກາ ແທນການວັດແທກເງົາແດດ.

2. ບອກປະມານແຫ່ງຣະດູຄື ບອກເດືອນ ປັກຂະ ແລະ ດິຖີແຫ່ງຣະດູໃນບັດນີ້ ບອກພຸດທະສັກຣາຊດ້ວຍ

3. ສ່ວນບອກແຫ່ງວັນໄດ້ແກ່ການບອກຍາມ ແຕ່ໃນບັດນີ້ ບໍ່ໄດ້ບອກກັນແລ້ວ

4. ບອກສັງຄີຕິ (ຄືປະມວນນັບຄະນະສົງຄ໌) ກິດຂໍ້ນີ້ ອຸປັດຊາຍ໌ ເພິງຈົດລົງໃນພັບ ຫຼື ເອກະສານໃຫ້ໄວ້ເອີ້ນວ່າ ໃບສາຍາ

5. ບອກນິສັຍ 4 ຄື ບອກກິດທີ່ຄວນເຮັດ 4

6. ບອກອະກະຣນິກິດ 4 ຄື ກິດທີ່ບໍ່ຄວນເຮັດ 4

ກິດທັງ 2 ຢ່າງນີ້ລວມເຂົ້າກັນເອີ້ນວ່າ ບອກອະນຸສານ ການບອກອະນຸສານນີ້ຕ້ອງບອກໃນ ລຳດັບແຫ່ງການອຸບປະສົມບົດແລ້ວ ພຣະອຸບປັດຊາບອກເອງກໍ່ໄດ້ ໃຫ້ພຣະກັມມະວາຈາບອກກໍ່ໄດ້.


ເອກກະສານອ້າງອີງ 

1.
ປື້ມຄູ່ມືການບັນພະຊາ ແລະ ອຸບປະສົມບົດ 

2.
ປື້ມ ພຣະປາຕິໂມກບາລີ-ແປໂດຍຍົກສັບ ແລະ ຄູ່ມືສັງຄະກັມ ພິທີຕ່າງໆ ຂອງລາວ20ມີນາ ພ.ສ. 2545 

3.
ປື້ມວິນັຍພາກສອງ 

4.
ປື້ມ ວັດທະນະທຳ ແລະ ປະເພນີບູຮານລາວ/ຮຽບຮຽງໂດຍ: ຄໍາຜຸນ ພິລາວົງສ໌ 
ໜັງສືຄູ່ມື ພຸດທະມະກະ 15 ພຶດສະພາ ພ.ສ. 2547 / ສະຫວັນນະເຂດ 

6.
ມໍຣະດົກວັດທະນະທັມລາວລ້ານຊ້າງ ຮວບຮວມ ຮຽບຮຽງໂດຍ: ມະຫາທອງຄໍາ ຫລ່ຽມບຸນເຮືອງ ປ.ຣຽນ. B.A. 10 ມີນາ 2546