ວິທີການສິດສອນຂອງພຣະພຸດທະເຈົ້າ. ບົດຄວາມໂດຍ: ພຣະ. ອຈ.ວົງເພັດ ພູມໜໍ່ສະຫວັນ
ວິທີການສິດສອນຂອງພຣະພຸດທະເຈົ້າ
ບົດຄວາມໂດຍ:
ພຣະອາຈານ ວົງເພັດ
ພູມໜໍ່ສະຫວັນ, ບົດຈົບຊັ້ນ ຫົວຂໍ້:
ບົດບາດ ແລະ ໜ້າທີ່ຂອງພຣະສົງ ໃນການເຜີຍແຜ່ສີລະທັມ.
===========================
ກ່ອນທີ່ພຣະອົງຈະສະແດງທັມໃຫ້ແກ່ບຸກຄົນໃດໜຶ່ງນັ້ນ
ຊົງພິຈາລະນະບຸກຄົນ 4 ປະເພດ
ເຊິ່ງໝາຍເຖິງບຸກຄົນທີ່ຈະຟັງທັມ ແລະ ໄດ້ຮັບຜົນດີຈາກການຟັງທັມນັ້ນ
ພຣະອົງຊົງຍົກເອົາດອກບົວ 4
ເຫຼົ່ານຳມາປຽບທຽບກັບບຸກຄົນ 4 ປະເພດຄື:
1. ອຸກຄະຕິຕັນຍູ: ໄດ້ແກ່ຜູ້ມີປັນຍາສຽບແຫຼມພຽງແຕ່ທ່ານຍົກຫົວຂໍ້ທັມຂຶ້ນມາສະແດງກໍສາມາດຮູ້
ແລະ ເຂົ້າໃຈໄດ້ທັນທີເຊິ່ງປຽບເໝືອນດອກບົວທີ່ພົ້ນນ້ຳ
ພໍໄດ້ຮັບແສງອາທິດກໍຈະເບັ່ງບານໄດ້ທັນທີ.
2. ວິປະຈິຕັນຍູ: ບຸກຄົນທີສາມາດເຂົ້າໃຈເມື່ອໄດ້ຟັງເຫດຜົນປະກອບຫົວຂໍ້ນັ້ນ
ເຊິ່ງປຽບເໝືອນດອກບົວທີ່ຢູ່ພຽງໜ້ານ້ຳ ເຊິ່ງຈະບານໃນມື້ອື່ນ.
3. ເນຍຍະ:
ບຸຄົນທີ່ຕ້ອງຄອຍໃຫ້ຄວາມຊ່ວຍເຫຼືອທັງການສອນ ແລະ ຍົກຕົວຢ່າງໃຫ້ເບິ່ງ
ປຽບເໝືອນດອກບົວຢູ່ໃນນ້ຳທີ່ລໍຖ້າແສງຕາເວັນ ແລະ ຈະບານໃນມື້ຕໍ່ໄປ.
4. ປະທະປະຣະມະ: ໄດ້ແກ່ຜູ້ບໍ່ມີປັນຍາ
ຫຼື ມີປັນຍາ ແຕ່ບໍ່ມີຄວາມເຊື່ອໃນຫຼັກຄຳສອນ ຂອງພຣະພຸດທະເຈົ້າ
ປຽບເໝືອນດອກບົວທີ່ຢູ່ພື້ນນ້ຳ ( ໃນຕົມ ) ມີໂອກາດເປັນອາຫານ ໃຫ້ແກ່ປາ
ເຕົ່າ ໄດ້ທຸກເວລາ.
ນອກຈາກນີ້ແລ້ວ
ພຣະພຸດທະອົງຊົງມີພຸດທະວິທີໃນການສອນ
ເຊິ່ງໃຊ້ຮູບແບບທີ່ຕ່າງກັນເພື່ອຄວາມສະດວກຕໍ່ການທຳຄວາມເຂົ້າໃຈ
ກ່ຽວກັບຫລັກການສອນພຸດທະທັມ ຂອງພຣະພຸດ ທະອົງ
ເບື້ອງຕົ້ນໄດ້ຊົ່ງກຳນົດຮູ້ຈາກຕົວຂອງບຸກຄົນ ທີ່ກຳລັງຮັບຟັງການສອນ
ຖ້າຫາກວ່າບຸກຄົນມີລະດັບສະຕິປັນຍານ້ອຍ
ພຣະອົງກໍ່ຈະໃຊ້ວິທີສອນທັມອີກຮູບແບບໜຶ່ງ
ຖ້າຜູ້ມີສະຕິປັນຍາແກ່ກ້າແລ້ວ ກໍຈະປັບໃຊ້ອີກວິທີ ແລະ
ສະຫລຸບວິທີການສອນພຣະພຸດທະອົງໂດຍແບ່ງອອກເປັນ 4 ວິທີ ດັ່ງລາຍອຽດຕໍ່ໄປນີ້:
1). ແບບສາກັຈສາ
ການສອນໂດຍໃຊ້ວິທີການຖາມຄູ່ສົນທະນາ
ເພື່ອນຳໃຫ້ເກີດຄວາມພໍໃຈຫລັກທັມ
ອັນຈະນຳໃຫ້ເກີດຄວາມເຫລື້ອມໃສສັດທາ
ວິທີການສອນແບບນີ້ຈະເຫັນໄດ້ຈາກທີ່ພຣະອົງໃຊ້ໂຜດບຸກຄົນໃນກຸ່ມທີ່ມີຈຳນວນຈຳກັດ
ທີ່ສາມາດສົນທະນາຕອບໂຕ້ກັນໄດ້ ການສອນແບບນີ້
ມີປາກົດໃນໜັງສື່ພຣະໄຕຣປີດົກ ໃນການສອນແບບສາກັຈສາ
ມີການຖາມລາຍລະອຽດໄດ້ຫລາຍກວ່າກາຍສອນແບບທົ່ວໄປ ແລະ
ເປັນການໃຫ້ຂໍ້ມູນຕໍ່ກຸ່ມຄົນທີ່ມີຈຳນວນຈຳກັດ
ໂດຍພຣະພຸດທະອົງສະແດງທັມ
ຈົບຜູ້ຟັງຈະໄດ້ຮັບຄຸນວິເສດຈາກການຟັງດ້ວຍວິທີນີ້ຢູ່ສະເໝີ.
2). ແບບບັນລະຍາຍ
ການສອນທີ່ພຣະພຸດທະອົງຊົ່ງໃຊ້ໃນທີ່ປະຊຸມໃຫຍ່
ໃນການສະແດງທັມປະຈຳວັນ ເຊິ່ງມີປະ ຊາຊົນ ແລະ ພຣະສາວົກເປັນຈຳນວນຫລວງຫລາຍ
ຄອຍຮັບຟັງຈັດເປັນວິທີສອນທີ່ພຣະພຸດທະເຈົ້າໃຊ້ຫລາຍທີ່ສຸດໃນການສະແດງທັມ
ເພາະມີທັງການສະແດງທັມເຊິ່ງມີໃຈຄວາມຍາວ ແລະ ມີໃຈຄວາມແບບສັ້ນໆ
ທັງນີ້ແລ້ວແຕ່ລັກສະນະການທີ່ເຫັນວ່າເໝາະສົມ.
3). ແບບຕອບບັນຫາ
ພຣະພຸດທະອົງຊົ່ງສອນໃຫ້ພິຈາລະນະເບິ່ງລັກສະນະຂອງບັນຫາ
ແລະ ໃຊ້ວິທີຕອບໃຫ້ເໝາະສົມ ສຳລັບໃນການຕອບບັນຫາຂອງພຣະອົງນັ້ນ
ຈະຊົ່ງພິຈາລະນາຈາກຄວາມເໝາະສົມຕາມລຳດັບ
ແຫ່ງພູມຄວາມຮູ້ຂອງຜູ້ຖາມເປັນສຳຄັນ.
4). ແບບວາງກົດຂໍ້ບັງຄັບ
ເປັນການກຳນົດຫລັກເກນ
ຂໍ້ບັງຄັບໃຫ້ພຣະສາວົກ ຫລື ພຣະສົງປະຕິບັດດ້ວຍຄວາມເຫັນຊອບພ້ອມກັນ
ວິທີການນີ້ເປັນລັກສະນະຂອງການອອກຄຳສັ່ງໃຫ້ຜູ້ສຶກສາປະຕິບັດຕາມ
ເປັນການສອນໂດຍການວາງກົດລະບຽບຂໍ້ບັງຄັບໃຫ້ປະຕິບັດຮ່ວມກັນ
ເພື່ອນຳມາເຊິ່ງຄວາມສະຫງົບສຸກແກ່ໝູ່ຄະນະ
ດັ່ງຈະເຫັນໄດ້ຈາກພຣະອົງຊົ່ງບັນຍັດພຣະວິໄນ ໂດຍເປັນຂໍ້ບັງຄັບໃຫພຣະສົງ
ໄດ້ປະຕິບັດຕາມ ແລະ ທີ່ສຳຄັນກົດຂໍ້ບັງຄັບທີ່ພຣະອົງຊົ່ງບັນຍັດນັ້ນ
ເປັນຕົວແທນຂອງພຣະອົງໄດ້ດ້ວຍ ແລະ ມີຄວາມສະເໝີພາບກັນທັງໝົດ ບໍ່ມີຂໍ້ຍົກເວັ້ນໃຫ້ແກ່ບຸກຄົນໃດເປັນກໍລະນີພິເສດ
ພຣະອົງຊົງ ຕຣັດກ່ອນຈະປະຣິນິພພານວ່າ “ທັມມະ
ແລະ ວິນັຍ ທີ່ເຮົາສະແດງແລ້ວ ບັນຍັດແລ້ວແກ່ທ່ານທັງຫລາຍ
ຫລັງຈາກເຮົາຕະຖາຄົດປະຣິນິພພານແລ້ວ ທັມມະ ແລະ ວິນັຍ
ຈະເປັນສາດສະດາຂອງທ່ານທັງຫລາຍ”
=====================
ເອກະສານອ້າງອີງ
1. ເອກະສານອ້າງອີງຈາກ ບົດສະຫຼຸບໂຄງການບັນພະຊາສາມະເນນທົ່ວປະເທດປະຈຳປີ
ພ.ສ 2553.
2. ເອກະສານອ້າງອີງຈາກ ປຶ້ມທັມມະເພີ່ມພະລັງຊີວິດ
ຈັດພິມໂດຍໜ່ວຍງານເຜີຍແຜ່ສີລະທັມນະຄອນຫຼວງ ທີລະນຶກໃນວັນສະເຫຼີມສະຫຼອງວຽງຈັນເປັນນະຄອນຫຼວງ
450 ປີ ແລະ ງານບຸນນະມັດສະການພະທາດຫຼວງ ປະຈຳປີ ພ.ສ 2553 ( ໜ້າ 79 - 87 )
3. ເອກະສານອ້າງອີງຈາກ ບົດລາຍງານ ພຣະ ອານຸສອນ (
ຄ.ສ 2010 ) ສຶກສາກ່ຽວກັບບັນຫາການຂະຫຍາຍຕົວຂອງຮ້ານບັນເທີງໃນຕົວເມືອງວຽງຈັນ
ແລະ ການມົ້ວສຸມຂອງນັກຮຽນມັດທະຍົມປາຍ.
4. ເອກະສານອ້າງອີງຈາກ ບົດວິທະຍານິພົນ ພຣະມະຫາ
ນະຣົງສັກດີ ໂສພະນະສິດທິ ( ໂສພາ ) ( ພ.ສ 2548, ຄ.ສ 2005 ) ສຶກສາກ່ຽວກັບ
ບົດບາດການເຜີຍແຜ່ພຸດທະທັມຂອງພຣະທັມປະຣິຍັດເວທີ.
5. ເອກະສານອ້າງອີງຈາກ ບົດວິທະຍານິພົນ ພຣະ
ບັນຈົບ ທິຣະວັງໂສ ( ສີແພງມະນະ ) ( ພ.ສ 2549, ຄ.ສ 2006 ) ສຶກສາກ່ຽວກັບ ບົດບາດ ແລະ ຜົນງານການເຜີຍແຜ່ພຣະພຸດທະສາດສະໜາ
ຂອງພຣະມະຫາ ພິມພາ ທິນນະທັມໂມ.
6. ເອກະສານອ້າງອີງຈາກ ວັດຈະນານຸກົມ ພາສາລາວ
ເຊິ່ງຄົ້ນຄ້ວາ ຮິບໂຮມ ຮຽບຮຽງ ຂຽນໂດຍ: ສີວຽງແຂກ ກອນນິວົງ ( ກົມພິມຈ່ຳໜ່າຍ
ນະຄອນຫຼວງວຽງຈັນ 2005 ).

