ນິທານ ອຸຣັງຄະທາດ [ພາກ 1]
ນິທານ ອຸຣັງຄະທາດ
( ພຣະບໍຣະເມສວນຕັ້ງພະພານເປັນໃຫຍ່
)
ນະໂມ ຕັດສະ ພະຄະວະໂຕ
ອະຣະຫະໂຕ ສັມມາ ສັມພຸດທັດສະ ຯ
ສີສີ ສິດທິສະວັດສະດີ ບັດນີ້ຈັກກ່າວພື້ນເມືອງໃຫ່ຍມີມາ ເເຕ່ປະຖົມມະກັບ ອັນມີໃນນິທານອຸຣັງຄະນິທາດ ເພື່ອສະເເດງເເຈ້ງຄວາມເເກ່ຄົນທັງຫຼາຍສືບຕໍ່ໄປ ...
ເວລານັ້ນຍັງມີນາກສອງໂຕເປັນສ່ຽວຮັກເເພງກັນ
ໄດ້ອາໄສຢູ່ນໍາໜອງເເສ ໂຕໜຶ່ງຢູ່ຫົວໜອງຊື່ວ່າ ພິນທະໂຍ
ນາຄະວັດຕິ ອີໂຕໜຶ່ງຢູ່ທ້າຍໜອງຊື່ວ່າ
ທະນະມຸນລະນາກ ເເລະ ມີຫຼານຊື່ວ່າ ຊີວາຍະນາກ ຕໍ່ມາພະຍານາກທັງ ສອງກໍໃຫ້ສັດເເກ່ກັນວ່າ
ຖາ້ສັດໂຕໃດ້ມາຕົກລົງຫົວໜອງກໍຕາມທ້າຍໜອງກໍຕາມ ເຮົາທັງສອງມີຄວາມຮັກເເພງ ກັນ
ຈົງເເບ່ງມັນປັນສ່ວນກັນກິນລ້ຽງຊີວິດຕໍ່ໄປເເລ ໃຫ້ເອົາຫຼານຂອງເຮົາຊືວ່າ ຊີວຍະນກນີ້
ເປັນສັກຂີພະຍານເເກ່ ເຮົາທັງສອງໄວ້ນາກທັງສອງກໍປະຕິຍານເເກ່ກັນ
ເວລາຕໍ່ມາໃນວັນໜຶ່ງ ໃດ້ມີຊ້າງສານໂຕໜຶ່ງມາຕົກຕາຍຢູ່ທ້າຍ ໜອງ
ເຊິ່ງເປັນບ່ອນທະມຸນລະກອນອາໃສຢູ່
ທະນະມຸນລະນາກກໍເເບງພູດຊີ້ນຊ້າງນັ້ນສ່ວນໜຶ່ງໃຫ້ພິນທະໂຍຄະວັດຕິນາກກິນ
ຕໍ່ມາອີກສອງສາມວັນ ກໍ່ມີເຫັ້ມນໂຕໜຶ່ງມາຕົກກໍາຫົວໜອງ ເຊິ່ງເປັນບ່ອນພິນທະໂຍນາຄະວັດຕິຢູ່ອາໃສ
ພິນທະໂຍນາຄະວັດຕິກໍ່ເເບ່ງພູດຊີ້ນສ່ວນໜຶ່ງໄປເປັນການຕອບເເທນ
ທະນະມຸນລະນາກກໍ່ໄປເບິ່ບ່ວນເຫມັ້ນ ຕົກຕາຍນັ້ນເຫັນຂົນເຫມັ້ນຍາວຄ່າສອກ
ກໍເລີຍມີຄວາມຄຽດຊັງເເກ່ພິນທະໂຍຄະວັດຕິນາກເປັນການໃຫຍ່ ເເລ້ວເອົາ
ຂົນເຫມັ້ນນັ້ນມາເເຈ້ງເເກ່ຫຼານຜູ້ເປັນສັກຂີພະຍານ ໃຫ້ຮູ້ເຫັນນໍາ
ເມື່ອເປັນດັ່ງນີ້ເເລ້ວ ຄໍາປະຕິຍານຊື່ສັດຕໍ່ກັນ ລະຫວ່າງສັດທັງສອງ
ກໍຂາດສະບັ້ນລົງໃນບັດທັນໃດ ທະລະມຸນລະນາກກ່າວວ່າ ເມື່ອເຮົາໄດ້ຊ້າງສານໂຕໃຫຍ່ປານ
ນັ້ນເຮົາຍັງເເບ່ງປັນໃຫ້ກິນພໍອີ່ມ ເເຕ່ເຫມັນ້ນໂຕນີ້ກໍໃຫ່ກ່ວາຊ້າງສານ
ເຫດໃດຈຶງບໍ່ເເບ່ງໃຫ້ກິນພໍອີ່ມ ວ່າເຊັ່ນນັ້ນ ເເລ້ວພະຍານາກທັງສອງກໍຜິດຖຽງກັນ
ກ້ຽວພັນຂົບຕອດກັນໃນນໍ້າ ຈົນວ່ານໍ້າໜອງເເສ່ນຂຸ່ນຕົມ ສັດທັງຫຼາຍທີຢູ່
ໃນນໍ້າກໍລົມຕາຍຫລວງຫຼາຍ ພວກເທວະດາຜູ້ຮັກສາໜອງເເສ່ຫ້າມປານໃດ້ກໍ່ບໍ່ຟັງ
ເທວະດາຈຶ່ງຂຶ້ນເມືອໄຫ້ວພະຍາ ອິນ ເມື່ອພະຍາອິນຮູ້ເຫດເຊັ່ນນັ້ນ
ຈຶງໃຫ້ທ້າວຈະຕຸໂລກບານລົງມາໄລ່ນ່ໍາກທັງສອງນັ້ນໜີຈາກໜອງ ເເສ ນາກທັງ
ສາມເເຮງຊໍ້າພັນກັນອອກໜີດ້ວຍເອີກບຸດິນເປັນຄອງເລີກ
ຊີວາຍະນາກຄວັດເປັນຄອງເເມ່ນໍ້າມາດ້ວຍອົກຂອງຕົນ ເເຕ່ນັ້ນຈຶ່ງຊື່ວ່າອຸຣັງຄະນະທີ
ຄືເເມ່ນໍ້າອູໃນບັດນີ້ ພິນທະໂຍຄະວັດຕິນາກ ຈຶງຄວັດເປັນນໍ້າເມືອງຊຽງໃໝ່ ຈຶ່ງຊື່ວ່າ
ນໍ້າເເມ່ພິນ ເເລະ ໃສຊື່ເມືອງນັ້ນວ່າ ໂຍນາຄະວັດຕິນະຄອນ ຕາມຊື່ນາກນັ້ນ
ທະນະມຸນລະນາກເເລະ ຊີວາຍະ ນາກກໍຄວັດເປັນເເມ່ນໍ້າມາສູ່ຕີນດອກນັນທະກັງຣີ
ຈົນຮອນເມືອງສີໂຄດຕະບອງ ເເລະເເຕ່ອຸຣັງຄະນະທີມາຮອດທະນະມຸນລະນາກອາໃສຢູ່ນັ້ນ
ຊື່ວ່າທະນະມະນີເທວາ ຄືເເມ່ນໍ້າຂອງໃນບັດນີ້ ສ່ວນວ່ານໍ້າໜອງເເສນັ້ນ ສັດທັງຫຼາຍ ມີເເຂ້, ເເຫັ້ຽ, ເຕົ່າ, ເເລະເເລນ
ກໍລົ້ມຕາຍເປັນອັນມາກ ພວກຜີທັງຫຼາຍເຫັນກໍພາກັນໄປເອົາມາຊຸມກັນກິນ ເວລາ
ນັ້ນນາກທັງຫຼາຍ ຄື ສຸວັນນະນາກ, ກຸດໂທປາປະນາກ, ປັບພາສະນາກ, ສຸກຂະຫັດຖີນາກ, ສີສັຕຕະນາກເເລະຄະ ຫັດຖີນາກເປັນຕົ້ນ
ຕະລອດມານາກທັງຫຼາຍຜູ້ເປັນບໍຣິວານທີ່ຢູ່ໃນໜອງເເສ ບໍ່ສາມາດອາໃສຢູ່ໄດ້
ເພາະວ່ານໍ້າໜອງເເສຂຸ່ນມົວເປັນຕົມຫມົດ ຈຶງພາກັນອອກມາຢູ່ເເມ່ນໍ້າ ເເລະ
ບົນບົກໃນທີ່ຕ່າງໆກັນ ພວກຜີທັງຫຼາຍຮູ້ວ່າ ພວກນາກຈັກມາຍາດຊິງນໍາ
ກໍເຮັດໃຫ້ນາກທັງຫຼາຍຕາຍ ບາງພ່ອງພະຍາຍາທັງຫຼາຍກໍຕາຍ ຕະລອດຮອດເງືອກງູ ກໍ ຕາມ
ເຊັ່ນວຽວກັນ ເເລ້ວຈຶງພາກັນອອກໜີຈາກເເຄນໜນອງເເສນັ້ນ
ມາກເເລະເຊືອກງູທັງຫຼາຍຢູ່ຕາມນໍ້າຂອງກໍຍອມມາເປັນບໍຣິວານຂອງພະຍານັນທະກັງຣີສຸວັນນະນາກ
ເເລະກໍພາກັນໄປອາໃສຢູ່ພູກູ່ວຽນ ພູນັ້ນຈຶ່ງໄດ້ຊື່ວ່າ ພູກູ່ ວຽນ
ສ່ວນພຸດໂທປາປະນາກຄວັດເເຕ່ພູກູວຽນຈົນເກິດເປັນໜອງໃຫຍ່ ມີຊື່ວ່າໜອງບົນບນໃນບັດນີ້
ເເຕ່ນັ້ນມານາກ ທັງຫຼາຍມັກໃຄ່ຢູ່ບ່ອນໃດກໍຢູ່ໄດ້ເເລ
ເງືອກງູທັງຫຼາຍອັນເປັນບໍຣິວານກໍໄປນໍາຊູ່ເເຫ່ງ ສ່ວນພາສະນາກກໍຄວັດໄປອາ
ໃສຢູ່ພູເຂົາລວງ ພະຍາເງືອກ
ພະຍາງູໂຕບໍ່ມັກຢາກຢູ່ດອມນາກທັງຫຼາຍຈຶງຄວັດອອກເປັນເເມ່ນໍ້າສາຍໜຶ່ງ ເອີ້ນວ່າ
ເເມ່ນໍ້າເງືອກງູ ພາຍລຸນມາຈຶງເອີ້ນວ່າເເມ່ນໍ້າງື່ມ ເທົາທຸກວັນນີ້ເເລ ສ່ນສຸກຂະຣະນາກ
ເເລະ ຫັດຖີນາກອາໃສຢູ່ ເວີນສຸກ ສ່ວນວ່າທະນະມຸນລະນາກຜູ້ອາໃສຢູ່ເມືອງສີໂຄດຕະບອງ
ກໍຄວັດຮ່ອງຈາກນັ້ນລົງໄປຮອດເມືອງອິນທະ ປັດຖະນະຄອນ ຈົນຮອດເເມ່ນໍ້າສມຸດ
ຮ່ອງນີ້ເອີ້ນວ່າ ນໍ້າຫຼີຜີນັ້ນເເລ ເເມ່ນໍ້າທີ່ເປັນບ່ອນຢູ່ຂອງທະນະມຸນລະນາກ
ນັ້ນກໍໄຫຼຖ້ວມເປັນເເກ່ວງ ດັງທະນະມຸນລະຈຶ່ງຄວັດໃຫ້ເປັນ
ທະນະມຸນລະນາກນັ້ນກໍໄຫຼຖ້ວມເປັນເເກ່ງ ດັງນັ້ນທະ ມຸນລະນາກຈຶງຄວັດໃຫ້ເປັນຈົບຮອດເມືອງກຸລຸນທະນະຄອນ
ຮອ່ງນໍ້ານີ້ມີ້ຊື່ວ່າ ມຸນລະນະທີ ຕາມຊືພະຍານາກໂຕ ນັ້ນເເລ ສ່ວນຊີວາຍະນາກ
ກໍຄວັດເເຕ່ມູນຈົນຮອດເມືອງພະຍາສຸຣະອຸທະກະ ຜູ້ປົກຄອງໜອງຫານຫວງ ພ້ອມທັງ
ເມືອງໃຫຍ່ນ້ອຍເຂດນະຄອນນັ້ນ ເເລະ
ຕະລອດຮອດເມືອງໜອງຫານນ້ອຍຕາມເທົ້າຮອດເມືອງກຸລຸນທະນະຄອນ
ເເຕ່ນັ້ນມານໍ້ານັ້ນຈຶງມີຊື່ວ່າ ຊີວາຍະນະທີຕາມຊື່ນາກໂຕນັ້ນ ເເລະ
ເເຕ່ກອນໜອງທັງສອງນັ້ນບໍ່ມີ ບັດນີ້ໜອງຫານ ຫລວງນັ້ນພະຍາມະຫາສຸທະກະອົງນັ້ນ
ມີຣິດທີຖືດາບໄປເທິງນໍ້າມຸດທະນະທີ ເເກວ່ງຢູ່ເທິງຫົວທະນະມຸນລະນາກໆ ນັ້ນກໍຄຽດເເກ່ພະຍາໆ
ກໍມາກະເກນເອົາບ້ານເມືອງ ຄົນທັງຫຼາຍພາກັນຫຼີກໜີຈາກນໍ້ານັ້ນ ມາຢູ່ເເຄມໜອງ ຈຶງຊື່ວ່າ
ໜອງຫານຫລວງຕາມຊື່ພະຍາອົງນັ້ນເເລ ໜອງຫານນ້ອຍເເຕ່ກອນບໍ່ມີ
ເເຕ່ກໍວ່າເມືອງຂອມຂອບນະຄອນເປັນນ້ອງ ພະຍາສຸລະອຸນທະກະປາງນັ້ນ
ພະຍານາກໂຕໜຶ່ງຊື່ວ່າກຸນໂທປາປະນາກ ຢູ່ໜອງບົວບານ ມີລູກໂຕໜຶ່ງຊື່ວ່າພັງຄີ
ສຸວັນນະນາກພັງຄີສຸວັນນະນາກໄປຄວັດຮອດເມືອງຂອມຂອບນະຄອນ
ພັງຄີສຸວັນນະນາກນິລະມິດເປັນກະຮອກ ດ່ອນຂື່ນຄອຍຖ້າຢູ່ຕົ້ນງິ້ວ
ນາຍພານເມືອງຂອບຂອບນະຄອນເຫັນ ຈຶງຍິງຖືກພັງຄີສຸວັນນະນາກຕາຍ ເເລ້ວເກິດ
ເປັນພັງຄີກະຮອກດ່ອນໂຕໃຫຍ່ ເເລ້ວນາຍພານຈຶງບອກພະຍາຂອມຂອບນະຄອນໄປເອົາມາກິນທົວເມືອງນີ້
ກຸດໂທ ປາປະນາກຄຽດຈຶງເອົາໝູ່ນາກທັງຫຼາຍ ຕະລອດເງືອກງູເກນກັນມາໄປເພພັງບ້ານເມືອງທັງໝົດ
ຄົນຝູງໃດໄດ້ກິນ ກະຮອກດ່ອນນັ້ນ ເງືອກງູກໍກິນຄົນຝູງນັ້ນຕາຍໝົດ.
ຄົນຝູງໃດບໍ່ໄດ້ກິນນາກກໍໃຫ້ປ່ອຍພົ້ນຈາກຄວາມຕາຍ
ຄົນຝູງຍັງມີຊີວິດຢູ່ຈຶງຕັ້ງເປັນບ້ານເມືອງ ເງືອກງູທັງຫຼາຍ ຈຶງເອົາເຂົ້າຂອງຝູງຄົນຜູ້ຕາຍນັ້ນມາໃຫ້ສ້າງບ້ານເເປງເຮືອນຢູ່ຕາມສະບາຍ
ຈຶງວ່າໜອງຫານນ້ອຍມາບັດນີ້ ພື້ນ ນິທານເເມ່ເມືອງໜອງຫານທັງສອງ ເເຕ່ປະຖົມກັບພຸ້ນ
ເມືອພະກຸກກຸສັນໂທ ຈັກເກິດມາດັ່ງນີ້ເເລ ຍັງມີນິທານອັນໜຶ່ງເເດ່ພະເຈົ້າໂຄຕະມະເຮົານີ້
ຍັງມີພະຍານາກໂຕໜຶ່ງຊື່ວ່າ ສຸວັນນະນາກ ເກິດເປັນຄໍາທັງໝັດໂຕ ນາກໂຕນັ້ນຢູ່
ບ່ອນໃດກໍຕາມ ເເມ່ນວ່າເເຕ່ເກັດຫລົ່ນຕົກລົງບ່ອນໃດເປັນຄໍາໃນບ່ອນນັ້ນ ພະຍານາກໂຕນັ້ນ
ໄດ້ມີລິດທານຸພາບ ເຊັ່ນນີ້ ຈຶງໄດ້ໃຫຍ່ເມືອງສຸວັນນະພູມດັ່ງນັ້ນ ເມືອງນີ້
ຈຶງໄດ້ຊື່ວ່າສຸວັນນະພູມ ຕາມຊື່ນາກໂຕນັ້ນເເລ ເວລານັ້ນພຣະ
ບໍຣໍເມສວນມາຈາກເມືອງອິນທະປັນຖະນະຄອນ ໄດ້ມາເປັນໃຫຍ່ໃນບ້ານເມືອງເເຖບນີ້
ເເຕ່ບໍ່ໄດ້ສັກກາຣະບູຊາ ລ້ຽງດ ພະຍານາກໂຕຊື່ວ່າສຸວັນນະນາກນັ້ນ ພະຍາສຸວັນນະນາກຈຶງຄຽດ
ບັນດານໃຫ້ນໍ້າຖ້ວມບ້ານຖ້ວມເມືອງ ເມື່ອ ເປັນດັງນັ້ນເເລ້ວ ຄົນທັງຫຼາຍຈຶງໄປໄຫວ້ພະບໍຣະເມສວນໃຫ້ຮູ້ເຫດ
ພຣະບໍຣະເມສວນຈຶງໃຊໃຫ້ຄົນຜູ້ມີຣິດທີ່ໄປວ່າ ກ່າວຕໍ່ພະຍານາກວ່າເມືອງອັນນີ້ພຣະບໍຣະເມສວນຫາກເປັນໃຫຍ່ປົກຄອງໝົດເເລ້ວ
ຈັກໃຫ້ເປັນພຣະພານເເ້ວ ວ່າ ດັງນີ້ ພະຍານາກກໍຄຽດ ຈຶງເວົ້າຕໍ່ພຣະບໍຣະເມສວນວ່າ
ມຶງບໍ່ຮູ້ຈັກກູບໍ້ ? ໂຕກູບໍ່ຕາຍມາກຸມມຄໍາຖາກເກັດນໍ
ຖ້າ ຢາກໃດ້ເມືອງກໍໃຫ້ມາຮົບກັບກູກ່ອນ ຄັນກູເເພ້ມືງບໍ່ດີເເລ ຄັນເເພ້ກູໆ ກູກໍຈະມາມອບເມືອງໃຫ້
ກູຈະວຽນເປັນກົງ ດ້ອຍອ້ອມໄວ້ໃຫ້ມຶງພຣະພານນັ້ນເເລ ເມື່ອພະຍານາກກ່າວດັ່ງນີ້ເເລ້ວ
ຄົນໄຊ້ກໍນໍາຄໍາພະຍານາກນັ້ນໄປບອກກ່າວ ຕໍ່ພຣະບໍຣະເມສວນໃຫ້ຮູ້ ເຫດ
ເເລວພຣະບໍຣະເມສວນຈຶງຖາມພະຍານາກວ່າ ພວກເຮົາຈັກຮົບກັນຢູ່ບອນໃດ ພະຍານາກຕອບວ່າ
ຮົບກັນຢູ່ເທິງອາກາດພຸ້ນເເລ້ວທວ່າດັ່ງນັ້ນເເລ້ວພະຍານາກກໍບໍ່ໃດ້ຂຶ້ນໄປ
ຮົບຢູ່ເທິງອາກາດເເຕ່ ຢ່າງໃດ ພໍເເຕ່ທໍາຣິດທີໄປຮົບຕາງທໍ່ນັ້ນ
ພຣະບໍລະເມສວນກໍຖືເອົາຄັນໄຊຟັນຫົວພະຍານາກອອກເປັນສີ(4)ຫົວ ຕັດ ສີ(4)ຫົວຂາດອອກເຈັດ(7)ຫົວ ເເລະຂາດເປັນຮ້ອຍຫົວພັນຫົວນັ້ນເເລ
ເວລານັ້ນພຣະບໍຣະເມສວນເມຶ່ຍອຫິວຫຼາຍ ຈຶງລົງມານັ່ງຢູ່ຕໍ່ຈາກນັ້ນ
ຍັງມີຫລານພະຍານາກໂຕໜຶງ ຊື່ວ່າຄຸດໂທທະປາປະນາກ
ເປັນຜູ້ມັກໂກດເກືອນເພພັງບ້ານເມືອງຂອງຄົນທັງຫຼາຍ ເສຍຫາຍໝົດ
ໄດ້ຜິດກັບສຸວັນນະນາກເເຕ່ກອນເເລ ມັນຈຶງບອກເເກ່ພຣະບໍຣະເມສວນວ່າ
ສຸວັນນະນາກຮົບເທິງອາກາດນັ້ນ ເເມ່ນຮົບກັນດ້ວຍຣິດເດເເລ
ໂຕມັນນີລະມິດເປັນງູນ້ອຍໂຕໜຶ່ງຢູ່ລຸມ ເເມ່ນວ່າຮົບເລວເທົ່າໃດໆ ກໍ່ບໍ່ເເພ້ທ່ານເເລ
ຄັນຫາກເເມ່ນວ່າເເພ້ງູນ້ອຍຢູ່ລຸມພີ້ ຣິດທານຸພາບຢູ່ເທິງອາກາດພຸ້ນ
ກໍຣະງັບກັບຫາຍໝົດເເລ ພຣະບໍຣະເມສວນເເຈ້ງຄວາມບັບດັ່ງນີ້ເເລ້ວ
ຈຶງເອົາຈອນພອນດ່ອນມາເສກມົນໃສ່ເເລ້ວຈຶງຂຶ້ນເມືອຣົບເຮວກັນເທິງອາກາດດ້ວຍຣິດທີ
ສ່ວນໂຕພຣະບໍຣະເມສວນເອງ ໄດ້ຜົກລີ້ຢູ່ລຸ່ມບອນໜຶງ
ຈຶງເຫັນສຸວັນນະນາກນີຣະມິດເປັນງູນ້ອຍໂຕໜຶງ ກົງຫລັງຢູ່ຫວ່າງພູນັິນເເລ
ພຣະບໍຣະເມສວນຈຶງຖືຄັນໄຊສີເຂົ້າໄປຫາ ເມື່ອສຸວັນນະ ນາກໃດ້ເຫັນ
ກໍທໍາວ່າພຣະບໍຣະເມສວນເເພ້ເເລ້ວ ຈຶງເເປງເພດເປັນງູນ້ອຍ
ເເລ້ວເຂົ້າມາຍອມໄຫ້ວນົບພຣະບໍຣະເມສວນພຣະເມສວນກໍເເກວງດາບເຂົ້າໄປຫາພະຍານາກ
ສຽງດາບດັ່ງກູວຽນໆ ດັ່ງນີ້ ພະຍານາກຈຶງຮອງຄໍາວ່າ ກູ ວຽນໃຫ້ເປັນພູ ເປັນດອຍໄວ້ດັ່ງນີ້
ເເຕ່ເຄົ້າມາ
ຈຶງມາວຽນດ້ວຍຣິດທິອະທິຖານໃຫ້ເປັນພູອອ້ມເມືອງສຸວັນນະພູມເປັນທາງໄວ້ນັ້ນເເລ
ພູໜວ່ຍນັ້ນຈຶງຊື່ວ່າ ພູກູວຽນນັ້ນເເລ ຄໍາອັນວ່າ ບໍ່ຮູ້ຈັກກູບໍ່
ໂຕກູບໍ່ຕາຍມາກຸມຄໍຖາກເກັດສັງນໍ ຄໍານີ້ກໍເວົ້າສືບມາເທົ່າທຸກວັນນີ້ເເລ
ເເຕ່ນິ້ນພຣະບໍຣະເມສວນ ເເລະ ພະຍານາກພ້ອມດ້ວຍນາຣັດທະຣັດສີ
ຈຶງເເຕ່ຕັ້ງພຣະພານໃຫ້ເປັນໃຫຼາຍທີ່ເມືອງສຸວັນນະພຸມນັນເເລ
ບາງເມື່ອທ້າວບາຣົດມາໄດ້ນາງອຸດສາເປັນເມັຍ
ພະພານໃຫ້ຕັ້ງກົດເສິກພຽງກະດານຫິນໄວ້ທ້າຍເບື້ອງໃຕ້ນັ້ນເເລ ເເລ້ວໃຫ້ທ້າວບາຣົດໄປບອກພຣະກິນນາລາຍ
ຕັ້ງພົນເສິກເເຄມນໍ້າບ່ວນທີ່ຢູ່ຂອງຕົນ ເເລະ
ໃຫ້ພຣະກິນນາລາຍຂື້ນໄປເທິ່ງພູກູວຽນຢັ້ງພົນໄວ້ ຢ່າຖອຍໃຫ້ຕັ້ງໝັ້ມຢູ່ກໍຈະມີໄຊ ເເລະ
ໃຫ້ນາກຂຶ້ນມາຊ່ວຍພຣະຍາພານໂດຍທາງລັດເເລ ພຣະກິນນາລາຍກໍທໍາຕາມ
ເມື່ອພະພານຖືກຍິງກະເດັນຕົກຈາກຣົດທ້າວບາຣົດຈຶງປິນໄປເອົາພະຍາພານຫ້ອຍທ້າຍຣົດໄວ້
ບ່ອນນັ້ນ ຈຶງມີຊື່ວ່າ ເເກ້ງຊາກມາເທົ່າກາລະບັດນີ້ເເລ ນໍ້າບອນສຸວັນນະນາກຢູ່
ຈຶ່ງໃດ້ຊື່ວ່າ ກູວຽນດ້ວຍເຫດນັ້ນເເລ ພຣະບໍຣະເມສວນທພຣະນາຣັດທະຣັດສີ
ຈຶງວ່າບ່ວນນີ້ເປັນສະຖານອັນປະເສີດ ຜິວ່າຕັ້ງເມືອງຢູ່ທີ່ນີ້
ເເມ່ນມີຮ້ອຍເອັດເມືອງມາຕີເເຕກເເລ. ເເມ່ນວ່າພຣະພານບໍ່ເປັນຣາດຊະວົງສາບໍຣະເມສວນ
ສຸວັນນະນາກກໍຈັກຊ່ອຍໃຫ້ເເພ້ພຣະກິນນະລາຍ ມືສີ
ອັນໜຶ່ງຜິດວ່າພຣະພານບໍ່ອອກນອກວຽນມາຮົບເລວຕາມຄວາມສຸວັນນະນາກວ່າເເຕ່ເຮົາຕັ້ງຢູ່ວຽນບ່ອນເເຫນັ້ນເເກ່ເເລ້ວ
ພຣະກິນນາລາຍກໍບໍ່ອາດເເພ້ໄດ້.
ເລື່ອງພຣະບໍຣະເມສວນຕັ້ງພະພານເປັນໃຫຍ່
(ຈົບ)
ອ່ານພາກຕໍ່ສະບັບໜ້າ.....
ໂດຍ: ລົດສ໌ ໂພທິນັນທະ

