ຫໍຫຼັກເມືອງວຽງຈັນ

ຫໍຫຼັກເມືອງວຽງຈັນ
ໃນຈຳນວນເສມາ 473 ຫຼັກນີ້, ມີຫຼັກໜຶ່ງມີ ຄຳຈາລຶກ ເຊິ່ງຊີ້ບອກເຖິງ ຂອບເຂດປູຊະນິຍະສະຖານແຫ່ງນີ້ ແລະ ອີກຫຼັກໜຶ່ງ ມີດວງຊະຕາບັນທຶກ ວັນເວລາ ຕັງເສມາ ເຫຼົ່ານີ້. ຜ່ານການຄົ້ນຄ້ວາວິໄຈ ທາງດາລາສາດ ຂໍ້ມູນທີ່ໄດ້ຈາລຶກຕ່າງໆ ຂອງດວງຊາຕານັ້ນ ໄດ້ອະທິບາຍວ່າ: ພິທີກຳ ຄັ້ງນັ້ນໄດ້ຈັດຂຶ້ນ ໃນມື້ເດືອນ 3 ແຮມ 10 ຄໍ່າ ປີກຸນ ຫຼື ປີກັດໃຄ້ຈຸນລະ ສັງກາດ 901 ເຊິ່ງກົງກັບ ວັນຈັນ ວັນທີ 16 ກຸມພາ ຄຣິດຕະສັງກາດ 1540. ເມື່ອກວດເບິ່ງ ອານາຈັກລາວລ້ານຊ້າງແລ້ວ ພວກເຮົາຈະເຫັນວ່າ ມີບາງເຫດການທີ່ສຳຄັນ ແລະ ຊ່ວຍອະທິບາຍ ການຈັດພິທີສະຫຼອງ ເມືອງວຽງຈັນ ໃນປີ ຄສ 1540 ໄດ້ດັ່ງນີ້:
ປີ ຄສ 1520-1550 ແມ່ນລາຊະການ ຂອງເຈົ້າໂພທິສະລາດ, ພະອົງເປັນລາຊະບຸດ ຂອງເຈົ້າວິຊຸນນະລາດ ແລະ ເປັນພະບິດາ ຂອງເຈົ້າໄຊຍະເສດຖາທິລາດ. ຄສ 1527 ເຈົ້າໂພທິສະລາດ ໄດ້ອອກພະລາຊະອົງການ ໃຫ້ລົບລ້າງຄວາມເຊື່ອ ເລື່ອງຜີສາງ ແລະ ຍົກເລີກຫໍຜີຕ່າງໆ ເພື່ອເປັນແບບຢ່າງ ພະອົງ ໄດ້ສັ່ງມ້າງຫໍຜີ ແລະ ສ້າງວັດສັງຄະໂລກ ຂຶ້ນແທນທີ່ ເມືອງຊຽງດົງ ຊຽງທອງ ກໍ່ຄື ຫຼວງພະບາງ ໃນປະຈຸບັນ. ປີ ຄສ 1533 ເຈົ້າໂພທິສະລາດ ໄດ້ສະເດັດມາປະທັບຢູ່ ເມືອງວຽງຈັນ ແລະ ໄດ້ລົງມື ປັບປຸງຂະຫຍາຍ ໂຄງລ່າງພື້ນຖານ ຂອງຕົວເມືອງວຽງຈັນ ໃນສະໄໝນັ້ນ ໃຫ້ກ້ວາງຂວາງອອກ.
ປີ ຄສ 1536 ເຈົ້າໂພທິສະລາດ ສາມາດຕີ ເອົາຊະນະສົງຄາມ ແຊກແຊງ ຂອງສັກດີນາອາຍຸດທະຍາ ທີ່ໄດ້ບຸກລຸກເຂົ້າມາດິນແດນລ້ານຊ້າງ ໃນສະໄໝນັ້ນ. ຕໍ່ໄຊຊະນະ ດັ່ງກ່າວນີ້ ປະທານໄກສອນ ພົມວິຫານ ໄດ້ກ່າວໄວ້ໃນປຶ້ມ: “ບາງບົດຮຽນຕົ້ນຕໍ ແລະ ບາງບັນຫາ ກ່ຽວກັບທິດທາງໃໝ່ ຂອງການປະຕິວັດລາວ” ທີ່ພິມໃນປີ 1979 ວ່າ: “ປະຊາຊົນເຮົາ ໄດ້ດຳເນີນ ສົງຄາມປົກປັກຮັກສາ ປິຕຸພູມ ແລະ ລຸກຮືຂຶ້ນຕໍ່ສູ້ ຍາດເອົາອະທິປະໄຕ ແຫ່ງຊາດ ຕ້ານການຮຸກຮານ ແລະ ການຄອບຄອງ ຂອງບັນດາ ສັກດີນາສະຫຍາມ ແລະ ພະມ້າ ຕັ້ງຫຼາຍຄັ້ງຕໍ່ເນື່ອງກັນ. ອັນເດັ່ນ ແມ່ນໄຊຊະນະ ທີ່ເມືອງວຽງຄຸກ ປີ 1536 ໃນລາຊະການ ເຈົ້າໂພທິສະລາດ ທີ່ໄດ້ທັບມ້າງກົນອຸບາຍ ແຜ່ຂະຫຍາຍອຳນາດ ຂອງເຈົ້າຈັກກະພັດອາຍຸດທະຍາ ໃຫ້ມຸ່ນທະລາຍໄປ…’’ ພາຍຫຼັງໄຊຊະນະ ອັນຍິ່ງໃຫ່ຍນັ້ນ ເຈົ້າໂພທິສະລາດ ອາດຈະຍາດເອົາຖ່ວງທ່າອັນດີ ເພື່ອເພີ່ມທະວີຄວາມເຂັ້ມແຂງ ດ້ານການປ້ອງກັນຊາດ ດ້ວຍການບູລະນະ ຕົວເມືອງວຽງຈັນ ໃຫ້ກາຍເປັນປ້ອມໝັ້ນ ແລະ ເປັນຕົວເມືອງທີ່ຈະເລີນຮຸ່ງເຮືອງ. ການເຕົ້າໂຮມກຳລັງ ມະຫາຊົນ ທີ່ແນ່ໃສ່ຂະຫຍາຍ ຄວາມສາມັກຄີອັນມະຫາສານນັ້ນ ຈຶ່ງຕ້ອງປຸກລະດົມ ປະຊາຊົນໃນຂອບເຂດກ້ວາງຂວາງ ແລະ ນຳເອົາວັດຖຸມິ່ງຂວັນ ຂອງບ້ານເມືອງ ເຊິ່ງແມ່ນ ເສົາຫີນນັ້ນມາເຮັດພິທີຮ່ວມກັນ ເພື່ອເຕົ້າໂຮມ ຄວາມເປັນເອກະພາບ ແລະ ເດັດດ່ຽວ, ປະຕິບັດຕາມຄຳສັ່ງ ຂອງຜູ້ເປັນເຈົ້າຊີວິດ ປົກຄອງແຜ່ນດິນໃນເວລານັ້ນ.

