ຄຳອະທິຖານຜ້າ
ບໍຣິຂານບາງຢ່າງທີຊົງອະນຸຍາດໃຫ້ມີສຳຫລັບພິຂຸ
ແລະ ບໍ່ໃຫ້ເກີນວັນທີ່ກຳໜົດໄວ້ ບໍຣິຂານທີ່ກ່າວນີ້
ພິຂຸຈະເອົາໄວ້ສຳຫລັບຕົວຕ້ອງອະທິຖານແປວ່າ: ຕັ້ງເອົາໄວ້ ຖ້າບໍ່ປະຕິບັດຕາມ
ປັບອາບັດນິດສັກຄີ ປາຈິດຕິ ໃຫ້ສະລະຂອງນັ້ນເສັຍກ່ອນ ຈິ່ງສະແດງອາບັດຕົກ
ບໍຣິຂານໃຫ້ທຳອະທິຖານມີຫຼາຍຢ່າງຄື ອະທິຖານໄດ້ຜຶນດຽວ ດັ່ງນີ້:
1. ອິມັງ ສັງຄາຕິງ ອະທິຖາມິ
(ຜ້າສັງຄາຕີ)
ອະທິຖານໄດ້ຜືນດຽວ
2. ອິມັງ ອຸດຕະຣາສັງຄັງ
ອະທິຖາມິ
(ຜ້າຄຸ້ມ)
ອະທິຖານໄດ້ຜືນດຽວ
3. ອິມັງ ອັນຕະຣະວະສະກັງ
ອະທິຖາມິ (ຜ້າສະບົງ)
ອະທິຖານໄດ້ຜືນດຽວ
4. ອິມັງ ປັດຕັງ ອະທິຖາມິ
(ບາດ)
ອະທິຖານໄດ້ໜ່ວຍດຽວ
5. ອິມັງ ນິສີທະນັງ ອະທິຖາມິ
(ຜ້າປູນັ່ງ)
ອະທິຖານໄດ້ຜືນດຽວ
6. ອິມັງ ປັນຈັກຖະຣະນັງ
ອະທິຖາມິ (ຜ້າປູນອນ)
ອະທິຖານໄດ້ຜືນດຽວ
7. ອິມັງ ມຸຂະປຸນນະໂຈລັງ
ອະທິຖາມິ
(ຜ້າເຊັດໜ້າ)
ອະທິຖານໄດ້ຜືນດຽວ
8. ອິມັງ ປະຣິກຂາຣະໂຈລັງ ອະທິຖາມິ
(ຜ້າເປັນບໍຣິຂານ)
ອະທິຖານໄດ້ຫຼາຍຜືນ
9. ອິມັງ ວັດສິກະສາຕິກັງ ອະທິຖາມິ (ຜ້າອາບນໍ້າຝົນ)
ອະທິຖານໄດ້ໃນລະດູຝົນ
ເມື່ອໝົດເຂດແລ້ວຕ້ອງຖອນເສັຍ
1. ອິມັງ ກັນທຸປະຕິສາທິງ
ອະທິຖາມິ
(ຜ້າປິດຝີ)
ໃນຄວາມເປັນບາດແຜ
ອະທິຖານໄວ້ໃຊ້ ຜືນນຶ່ງຖ້າດີແລ້ວໃຫ້ຖອນເສຍ.
11. ອິມານິ ປະຣິກຂາຣະໂຈລານິ
ອະທິຖາມິ
(ຖ້າຫຼາຍຜືນ)
ໝາຍ: ໃຫ້ວ່າ 3
ເທື່ອທຸກຢ່າງ
ເມື່ອຕ້ອງການຈະປ່ຽນໃໝ່
ຕ້ອງຖອນຂອງເດີມເສັຍກ່ອນ ເອີ້ນວ່າຖອນອະທິຖານ ເຊັ່ນຜ້າສັງຄາຕິ, ຜ້າຄຸມ, ຜ້າສະບົງ ເປັນຕົ້ນ.
ຕົວຢ່າງ:
ອິມັງ ສັງຄາຕິງ ປັນຈຸທະຣາມິ (ວ່າ 3 ເທື່ອ)
ໝາຍເຫດ: ເຮົາເລີກຖອນຜ້າສັງຄາຕິຜືນີ້
ຕາມລະບຽບວິທີເຮັດນັ້ນເອົາຜ້າຜືນເກົ່າ ອະທິຖານມືລູບເຂົ້າ
ຜ້າເປັນບໍຣິຂານທີ່ຈະໃຊ້ນຸ່ງຫົ່ມ ເພິງຍ້ອມໃຫ້ໄດ້ສີ ແລະ
ທຳພິນທຸກັບປະຕາມແບບດັ່ງກ່າວແລ້ວ ຈຶ່ງອະທິຖານ.
ເປັນພາລະກິດຂອງພິຂຸທຸກໆອົງທີ່ຈະຕ້ອງປະຕິບັດດັ່ງນີ້:
ກ່ອນຈະຄຸມຜ້າໄຫວ້ພຣະສູດມົນ
ມົນເຊົ້າ-ແລງ ໃຫ້ອຸ້ມຜ້າໄຕຣ
ນັ່ງຄຸເຂົ້າແລ້ວວ່າ:
ນະໂມ ຕັດສະ ພະຄະວະໂຕ
ອະຣະຫະໂຕ ສຳມາສຳພຸດໂທ ( 3ເທື່ອ )
- ມັງ ສັງຄາຕິງ ອະທິຖາມິ
(ວ່າ 3ເທື່ອ)
- ອິມັງ ອຸດຕະຣາສັງຄັງ
ອະທິຖາມິ
(ວ່າ 3ເທື່ອ)
- ອິມັງ ອັນຕະຣະວະສະກັງ
ອະທິຖາມິ
(ວ່າ 3ເທື່ອ) ແລ້ວວ່າ: ພຸດທະຄຸນນັງ
ທັມມະຄຸນນັງ ສັງຄະຄຸນນັງ ພຸດໂທເມນາໂຖ ທັມໂມເມນາໂຖ ສັງໂຄເມນາໂຖ ຣັດຕະນັກຕະຍັງ
ສະຣະນັງ ຄັດສາມິ ສັງວິທາ ປຸກະຍະປະ ອາປາມະຈຸປະ ທິມະສັງອັງຂຸງ ສະຣະນັງ ຄັດສາມິ.
-__________
ເອກກະສານອ້າງອີງ
1. ປື້ມຄູ່ມືການບັນພະຊາ ແລະ
ອຸບປະສົມບົດ
2. ປື້ມ ພຣະປາຕິໂມກບາລີ-ແປໂດຍຍົກສັບ ແລະ ຄູ່ມືສັງຄະກັມ ພິທີຕ່າງໆ
ຂອງລາວ20ມີນາ ພ.ສ. 2545
3. ປື້ມວິນັຍພາກສອງ
4. ປື້ມ ວັດທະນະທຳ ແລະ
ປະເພນີບູຮານລາວ/ຮຽບຮຽງໂດຍ: ຄໍາຜຸນ ພິລາວົງສ໌
ໜັງສືຄູ່ມື
ພຸດທະມະກະ 15 ພຶດສະພາ
ພ.ສ. 2547 / ສະຫວັນນະເຂດ
ມໍຣະດົກວັດທະນະທັມລາວລ້ານຊ້າງ
ຮວບຮວມ ຮຽບຮຽງໂດຍ: ມະຫາທອງຄໍາ ຫລ່ຽມບຸນເຮືອງ ປ.ຣຽນ. B.A. 10 ມີນາ 2546

