ວິທີປ້ອງກັນການຂ້າຕົວຕາຍ.

0

ວິທີປ້ອງກັນການຂ້າຕົວຕາຍ 
       ບັນຫາ ໃນສັງຄົມລາວທຸກມືນີ້ ມີຫຼາຍຢ່າງທີ່ກໍາລັງປະເຊີນຢູ່ ບໍ່ວ່າຈະເປັນບັນຫາຄ່າຄອງຊີບທີ່ສູງ ລາຍໄດ້ຕໍາ ບັນຫາການຫວ່າງງານຂອງຄົນໃນສັງຄົມ ບັນຫາຢາເສບຕິດ ຂີລັກຂະໂມຍ ບັນຫາຄອບຄົວ ແຕ່ຜູ້ຂຽນຢາກຈະກາວໃນທີ່ນີ້ຄື່ບັນຫາການຂ້າຕົວຕາຍ ໃນສັງຄົມທຸກມືນີ້ບັນຫາເລືອງການຂ້າຕົວຕາຍໃນລາວມີເປີເຊັ້ນຫຼາຍ ສັງເກດໄດ້ຈາກຊື່ອອ່ນລາຍໃນປະຈຸບັນ  ສາເຫດຂອງການຂ້າຕົວຕາຍນັ້ນມີຫຼາຍສາເຫດຍົກຕົວຢ່າງເຊັນ ຂ້າຕົວຕາຍເພາະຜິດຫວັງໃນຄວາມຮັກ (ຊວນຫຼາຍເປັນກັບໄວນຸມ) ບັນຫາຢາເສບຕິດ ເປັນຕົ້ນ ແລະ ຫຼັກໆແລ້ວບັນຫາການຂ້າຕົວຕາຍມີຢູ່ 5 ສາເຫດດ້ວຍກັນຄື 
ສາເຫດ5 ຢ່າງ
1. ເຫັນແຕ່ບັນຫາ ບໍ່ເຫັນທາງອອກ 
2. ຜິດຫວັງ, ໃນຄວາມຮັກ, ຊື້ມເສົ້າ, ທໍ້ແທ້ ກັບຊີວິດ 
3. ປ່ວຍເປັນໂລກຈິດ 
4. ຕິດເຫຼົ່າ, ຕິດຢ່າ ສິ່ງເສບຕິດ 
5. ມີຄວາມເຈັບປວດທາງ ກາຍ, ໃຈ 
         ທັງໝົດນີ້ແມ່ນສາເຫດຫຼັກຂອງການຂ້າຕົວຕາຍ ທີ່ຜູ້ຂຽນນໍາມາແນະນໍາໃຫ້ຮູ້ ແລະ ສໍາລັບໃນສັງຄົມລາວ ບັນຫາທີ 2 ແລະ ບັນຫາທີ່ 4 ຖືວ່າເຫັນຫຼາຍໃນສັງຄົມ ຍົກຕົວຢ່າງບັນຫາເລືອງຄວາມຮັກຂອງໄວນຸມທີ່ບໍ່ສົມຫວັງແລ້ວຕັດສິນໃຈຈົບຊີວິດຕົວເອງລົງ ແລະ ບັນຫາສິງເສບຕິດ ການຕິດຢາ (ຢາບ້າ) ມີຜົນຕໍພຶດຕິກັມການຂ້າຕົວຕາຍຫຼາຍແລະ ມັກພົບເຫັນໃນຄົນທຸກເພດໄວ ຫາທາງແກ້ໄຂຍາກ ເຖິ່ງຢາໃດ້ກໍຕາມເມືອມີບັນຫາຕ້ອງມີທາງແກ້ 


ວິທີ່ປ້ງກັນ 4 ຢ່າງ 
1. ບຸກຄົນທີ່ເຂົ້າໃຈ 
2. ກັນລະຍານະມິດ (ເພື່ອນແທ້) 
3. ທີ່່ປຶກສາ, ໃຜບາງຄົນເພື່ອລະບາຍຄວາມໃນໃຈ 
4. ຄວາມໃສໃຈ, ຄວາມອົບອຸນຈາກຄອບຄົວ 
---------------- 
ວິທີປ້ອງກັນໃນທາງພຸດທະສາດສະໜາ 
ພົມມະວິຫານ 4
1. ເມດຕາ ຄວາມຮັກ, ຄວາມເຂົ້າໃຈ
2.ກະລຸນາ ຄວາມສົງສານ ຊ່ວຍໃຫ້ພົນທຸກ
3. ມຸທິຕາ ຄວາມຍິນດີ, ຄວາມປາດຖະໜາໃຫ້ພົນທຸກ , ເນາະນໍາທາງດີ 
4. ອຸບເປກຂາ ຄວາມວາງໃຈເປັນກາງ, ໃຫ້ຄວາມເປັນທໍາ

ດ້ານການປະຕິບັດ
ສະມາທິ (ສະຕິປັດຖານສີ 4 ) ຊວຍປ້ອງກັນການຂ້າຕົວຕາຍ ສະມາທິ ສາມາດປ້ອງກັນການຂ້າຕົວຕາຍໄດ້ດີ ອ່ານຕໍ່ທີ່ນີ້..
-----
ໝາຍເຫດ: ການຂ້າຕົວຕາຍບໍ່ແມ່ນທາງອອກຊີວິດທີ່ແທ້ຈິ່ງ ຫາກແຕ່ຈະເປັນບາບກໍາ ແລະ ຄວາມທຸກທໍລະມານຂອງຕົນເອງ(ເຖິງຈະຕາຍແລ້ວວິກບາກກັມກໍຈະຕາມຕົວໄປໃຫ້ໄດ້ຄວາມທຸກທໍລະມານ ຫຍິ່ງກວ່າຕອນຍັງມີຊີວິດຢູ່) ແລະ ບຸກຄົນໃນຄອບຄົວ, ຍາດມິດ ການຂາຕົນໃຫ້ຕາຍນັ້ນໃນທາງພຸດທະສາດສະໜາຖືວ່າເປັນບາບໜັກ ຈະໃຫ້ຄົນອືນຂ້າຫຼື ຂ້າເອງກໍຕາມ ເປັນວິບາກກັມໜັກເພາະຄົນເຮົາ 1. ແສນຍາກທີ່ຈະໄດ້ເກີດເປັນຄົນ 2. ແສນຍາກທີ່ຈະໄດ້ດໍາລົງຊີວິດຢູ່ 3. ແສນຍາກທີຈະໄດ້ເກີດມາໃນຍຸກແຫ່ງພຸດທະສາສະໜາ 4. ແສນຍາກທີ່ທີ່ຈະໄດ້ພັງທັມຂອງພຣະພຸດທະເຈົ້າ. 

       ສະນັ້ນແລ້ວຜູ້ທີ່ຄິດຢາກຈະຂ້າຕົວຕາຍ ຈົງຢຸດເຊົາຄວາມຄິດນັນເສຍ, ດັງຄໍາທີ່ວ່າ ທຸກບັນຫາມີທາງແກ້ ເຮົາຈົງເຫັນຄຸນຄ່າຊີວິດຂອງເຮົາ ຖ້າເຮົາບໍ່ເຫັນຄຸນຄ່ານັ້ນເສຍແລ້ວໃຜລະຈະເຫັນ 

ອະນັນຕະຣິຍະກັມ 5 
ມາຕຸຄາດ:  ຂ້າມານດາ 
ປິຕຸຄາຕ:    ຂ້າບິດາ 
ອະຣະຫັນຕະຄາດ: ຂ້າພຣະອະຣະຫັນ 
ໂຣຫິຕຸປບາດ: ປອງຮ້າຍພຣະພຸດທະເຈົ້າ ຈົນພຣະໂລຫິດຫໍ້ຂຶ້ນໄປ 
ສັງຄະເພທະ:  ເຮັດໃຫ້ສົງແຕກຈາກກັນ 
ຄຳອະທິບາຍ: ອະນັນຕະຣິຍະກັມແປວ່າ ກັມໃຫ້ຜົນໃນພົບເປັນລຳດັບ ແລະ ກັມ 5 ຢ່າງນີ້ເປັນບາບອັນໜັກທີ່ສຸດ ຫ້າມສະຫວັນ ຫ້າມນິພານ ຕົກຢູ່ໃນຖານປາຣາຊຶກຂອງຜູ້ນັບຖືສາສນາ ຫ້າມບໍ່ໃຫ້ເຮັດເປັນເດັດຂາດ.

ກຸສົນກັມມະບົດ 10 ຢ່າງ 
1. ປານາຕິປາຕາ ເວຣະມະນີ: ເວັ້ນຈາກການຂ້າສັດໃຫ້ຕາຍ 
2. ອະທິນນາທານາ ເວຣະມະນີ: ເວັ້ນຈາກການລັກເອົາສິ່ງຂອງໆ ຜູ້ອື່ນ 
3. ກາເມສຸ ມິດສາຈາຣາ ເວຣະມະນີ: ເວັ້ນຈາກການປະພຶດຜິດໃນກາມ 
4. ມຸສາວາທາ ເວຣະມະນີ: ເວັ້ນຈາກການເວົ້າຕົວະ 
5. ປິສຸນາຍະ ວາຈາຍະ ເວຣະມະນີ: ເວັ້ນຈາກການເວົ້າຄຳສັບສໍ່ 
6. ຜາຣຸສາຍະ ວາຈາຍະ ເວຣະມະນີ: ເວັ້ນຈາກການເວົ້າຄໍາຫຍາບ 
7. ສັມຜັປປະລາປາ ເວຣະມະນີ: ເວັ້ນຈາກຄໍາບໍ່ເປັນສາຣະປະໂຍດ 
8. ອະນະພິຊຊາ: ບໍ່ໂລບຢາກໄດ້ຂອງຄົນອື້ນມາເປັນຂອງໂຕ 
9. ອະພະຍາປາທະ: ບໍ່ພະຍາຍາບາດປອງຮ້າຍຄົນອື້ນ 
10. ສັມມາທິດຖິ: ມີຄວາມເຫັນຖືກຕ້ອງຕາມຄອງທັມ

ຄໍາອະທິບາຍ: ກຸສົນກັມມະບົດ 10 ຢ່າງນີ້ ບາງກໍຊື່ວ່າ “ມະນຸສທັມ” ແລະ ເປັນທັມຂອງບັນດິນພະຊິດ ແລະ ຄະຫັດ ຈະຕ້ອງປະຕິບັດ ເພື່ອໃຫ້ເກິດຄວາມສຸກ ຄວາມຈະເຣີນ, ອີກປະການນຶ່ງ ຊື່ວ່າ ອາຄາຣະຍະວິນັຍ ເພາະເປັນວິນັຍຂອງຜູ້ຄອງເຮືອນຄື ພວກຄະຫັດທັງຫຼາຍ ຈະຕ້ອງປະຕິບັດ ເປັນປະຈໍາຕະລອດຊີວິດ ຈຶ່ງຈະຊື່ວ່າເປັນຜູ້ມີຄວາມດີ ຢູ່ໃນການຄອງເຮືອນ ຖ້າຫາກວ່າ ຜູ້ຢູ່ຄອງເຮືອນທັງຫຼາຍເປັນຜູ້ລ່ວງລະເມິດ ໃນກັມມະບົດຂໍ້ໃດຂໍ້ໜຶ່ງແລ້ວ ກໍ່ວ່າ ເປັນຜູ້ມີຄວາມບົກຜ່ອງ ໃນພາກປະຕິບັດ ຈະເປັນຜູ້ໄດ້ຊື່ວ່າ ມີລະບຽບວິນັຍດີຢູ່ໃນໂລກນີ້ບໍ່ໄດ້.

ຄໍາຄົມ

© ຄວາມເຈັບປວດຂອງມື້ວານ   ຈະກາຍເປັນຄວາມເຂັ້ມແຂງໃນວັນນີ້
© ຊີວິດນັ້ນຄືການພົບປະຄົນໃໝ່ໆ ແລະ ສ້າງສິ່ງດີໆຮ່ວມກັນ   ເຮົາຈຶ່ງຄວນອອກໄປໃຊ້ເວລາກັບໃຜສັກຄົນ
ເພາະຊີວິດນັ້ນສັ້ນເກີນກວ່າຈະຢູ່ກັບມັນຕາມລຳພັງ
© ບ່າງຄັ້ງຄວາມຜິດຜາດກໍ່ເປັນຄວາມຊົງຈຳທີ່ດີຢ່າງໜຶ່ງໃນຊີວິດ

                                                                                                                         ໂດຍ: ໂພທິນັນທະ