ຂໍ້ມູນກ່ຽວກັບແຂວງສະຫວັນນະເຂດ

0

 ແຂວງສະຫວັນນະເຂດ (ຄຳເຄົ້າ: ແຂວງສວັຣຄ໌ນເຂຕ[໑]) ເປັນແຂວງໜຶ່ງຂອງ ສ.ປ.ປ.ລາວ ຕັ້ງຢູ່ທາງພາກກາງ ທິດຕາເວັນອອກຕິດກັບປະເທດຫວຽດນາມ, ທິດຕາເວັນຕົກຕິດກັບປະເທດໄທ, ທິດເໜືອຕິດກັບແຂວງຄຳມ່ວນ, ທິດໃຕ້ຕິດກັບແຂວງສາລະວັນ ເປັນແຂວງ ໃຫຍ່ອັນດັບໜຶ່ງຂອງ ສ.ປ.ປ.ລາວ.
ສະຫວັນນະເຂດ ມີປະຊາກອນອາໄສຫລາຍທີ່ສຸດປະມານ 15% ຂອງປະຊາກອນທົ່ວປະເທດສ່ວນໃຫຍ່ເປັນລາວລຸ່ມ, ໄທດຳ... ເປັນແຂວງທີ່ມີພື້ນທີ່ກວ້າງໃຫຍ່ເປັນອັນດັບໜຶ່ງ ຂອງລາວ ສະຫວັນນະເຂດຫ່າງຈາກແຂວງຄຳມ່ວນມາທາງທິດໃຕ້ປະມານ 80 ກິໂລແມັດ ຢູ່ທາງທິດເຫນືອຂອງແຂວງສາລະວັນ ມີແມ່ນ້ຳຂອງເປັນຊາຍແດນທຳມະຊາດ.
ເມື່ອວັນທີ 20 ທັນວາ ຄ.ສ 2006 ໄດ້ມີພິທີເປີດຂົວມິດຕະພາບລາວ-ໄທ ແຫ່ງທີ 2 ຢ່າງເປັນທາງການ ເຊິ່ງຂົວນີ້ເປັນຂົວເຊື່ອມແລວທາງເສດຖະກິດຕາເວັກຕົກ - ຕາ ເວັນອອກ ລະຫວ່າງ ຫວຽດນາມ-ລາວ-ໄທ-ພະມ້າ ເຮັດໃຫ້ແຂວງສະຫວັນນະເຂດເປັນເສັ້ນທາງການຄ້າທີ່ສຳຄັນຂອງລາວ ແລະ ລັດຖະບານລາວຍັງໄດ້ ປະກາດສ້າງຕັ້ງ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເພື່ອເປັນການສົ່ງເສີມ ແລະ ດຶງດູດການລົງທຶນ.
ປະຫວັດແຂວງສະຫວັນນະເຂດ
         ປະຫວັດສາດຂອງສະຫວັນນະເຂດເລີ່ມໃນສະໄຫມຂອມ ເຮືອງອຳນາດ ເມືອງນີ້ຊື່ວ່າເມືອງສຸວັນນະພູມປະເທດເປັນເມືອງ ທີ່ອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດໃນປີ ຄສ 1577 ທ້າວຫລວງ ແລະ ນາງສິມໄດ້ອົບພະຍົກຜູ້ຄົນຈາກພາກເຫນືອລົງມາຕັ້ງຫມູ່ບ້ານຊື່ວ່າ ຫລວງໂພນເມືອງສິມຫ່າງຈາກຕົວເມືອງ ປະຈຸບັນປະມານ 18 ກິໂລແມັດ ເສັ້ນທາງດຽວ ກັບໄປພະທາດອີງຮັງ ເມື່ອເຖິງປີ ຄສ 1642 ທ້າວ ສິມພະລີ (ລູກຊາຍ) ໄດ້ພາຊາວບ້ານຫລາຍສິບຄອບຄົວແຍກອອກໄປຕັ້ງເມືອງໃຫມ່ ໃນເຂດສະຫວັນນະເຂດເອີ້ນວ່າບ້ານທ່າແຮ່ ເພາະອຸດົມສົມບູນດ້ວຍແຮ່ທາດຕ່າງໆ ຈົນເຖິງປີ ຄສ 1919 ເມື່ອລາວຕົກເປັນອານານິຄົມຝັ່ງໄດ້ຕັ້ງສຳນັກງານ ຜູ້ວ່າລາຊະການແຜ່ນດິນປະຈຳແຂວງຢູ່ ທ່າແຮ່ ແລະຕັ້ງຊື່ໃຫ້ໃຫມ່ເປັນ "ສະຫວັນນະເຂດ".
ທີ່ຕັ້ງ
ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16° 32 24 ເໜືອ ແລະ ເສັ້ນແວງທີ 105° 46 48 ຕາເວັນອອກ, ມີເນື້ອທີ່ 2,177,400 ເຮັກຕາ ແລະ ມີເຂດແດນຕິດຈອດກັບແຂວງ ແລະ ປະເທດໃກ້ຄຽງຄືດັ່ງນີ້ :
·        ທິດເໜືອຕິດກັບແຂວງຄຳມ່ວນ ຍາວເຖິງ 314 ກມ.
·        ທິດໃຕ້ຕິດກັບແຂວງສາລະວັນ ຍາວເຖິງ 259 ກມ.
·        ທິດຕາເວັນອອກຕິດກັບ ສ.ສ.ຫວຽດນາມ ຍາວ122 ກມ.
·        ທິດຕາເວັນຕົກຕິດກັບຣາຊະອານາຈັກໄທ ຍາວ 152 ກມ
ແຂວງສະຫວັນນະເຂດ ໄດ້ແບ່ງອອກເປັນສອງເຂດໃຫຍ່ຄື: ເຂດທົ່ງພຽງກວມ 59% ແລະ ເຂດພູພຽງກວມ 41%(ແບ່ງຕາມລະດັບສູງຈາກນ້ຳທະເລ). ເຂດທົ່ງພຽງແບ່ງອອກເປັນອີກສອງເຂດຄື:
ເຂດທົ່ງພຽງສ່ວນທີ່ລຽບຕາມລຳແມ່ນໍ້າຂອງ ກວມເອົາ 04 ເມືອງຄື: ເມືອງໄຊບູລີ, ເມືອງໄກສອນ ພົມວິຫານ,ເມືອງໄຊພູທອງ ແລະ ສອງຄອນ, ເປັນເຂດທີ່ອຸດົມສົມບູນດ້ວຍເຂົ້າປາອາຫານເປັນແຫລ່ງການຜະລິດເຂົ້າ, ພືດຕະກູນ ຖົ່ວແລະລ້ຽງສັດ(ສັດປີກ,ສັດໃຫຍ່ ແລະ ປາ) ເຊີ່ງມີຄວາມ ສູງຈາກລະດັບນ້ຳທະເລແຕ່ 140 ຫາ 180 ແມັດ.
ສ່ວນເຂດທົ່ງພຽງທີ່ຕັ້ງຢູ່ໃຈກາງລະຫວ່າງເຂດພູພຽງ ກັບທົ່ງພຽງລຽບນ້ຳຂອງນັ້ນ ກວມເອົາ 06 ເມືອງຄື: ເມືອງອຸທຸມພອນ, ອາດສະພັງທອງ, ພະລານໄຊ, ເມືອງຈຳພອນ,ຊົນນະບູລີ ແລະ ອາດສະພອນ, ເຂດນີ້ເປັນເຂດທີ່ປູກເຂົ້າ, ປູກພືດອຸດສາຫະກຳ ແລະ ລ້ຽງສັດໃຫຍ່(ງົວຄວາຍ) ເຊີ່ງມີຄວາມສູງຈາກລະດັບນ້ຳທະເລແຕ່ 180 ຫາ 200 ແມັດ.
ສ່ວນວ່າເຂດພູພຽງກວມເອົາ 05 ເມືອງປະກອບມີ: ເມືອງນອງ,ເຊໂປນ,ວິລະບູລີ, ພີນ ແລະ ທ່າປາງທອງ ເປັນເຂດລໍ່ລ້ຽງໃຫ້ຄວາມຊຸ່ມຊື່ນໃຫ້ເຂດທົ່ງພຽງ, ເໝາະສົມໃນການປູກ ໄມ້ໃຫ້ໝາກ, ພຶດອຸດສາຫະກຳ ແລະ ລ້ຽງສັດ ໃຫຍ່ທຸກໆປະເພດ, ເຂດນີ້ມີຄວາມສູງຈາກລະດັບໜ້ານ້ຳທະເລແຕ່ 200 ຫາ 1.000 ແມັດ.
ປ່າສະຫງວນ
   ປ່າສະຫງວນພາຍໃນແຂວງປະກອບມີ: ປ່າສະຫງວນແຫ່ງຊາດເຊບັ້ງນວນປ່າສະຫງວນແຫ່ງຊາດດົງພູວຽງ ແລະ ປ່າສະຫງວນແຫ່ງຊາດພູຊ້າງແຫ່. ພູຊ້າງແຫ່ເປັນສາຍພູຫີນ ແລະ ເປັນຖິ່ນອາໄສຂອງຊົນເຜົ່າຜູ້ໄທ. ດົງພູວຽງເປັນທີ່ຮູ້ຈັກກັນວ່າເປັນປ່າເກົ່າແກ່ທີ່ມີຕົ້ນໄມ້ສູງໃຫຍ່, ບຶງສັກສິດ ແລະ ພະທາດອີງຮັງ, ນອກຈາກນັ້ນຍັງມີສັດທີ່ໃກ້ສູນພັນເຊັ່ນ: ໂອ່ງຄ່າງເງິນ ແລະ ນົກແກງ ເຊິ່ງພົບເຫັນໄດ້ຍາກໃນປ່າສະຫງວນແຫ່ງອື່ນໆ

ບັນດາເມືອງ

ແຜນທີ່
ລະຫັດ
ຊື່

13-01
ເມືອງໄກສອນ ພົມວິຫານ (ເມືອງຄັນທະບູລີໃນເມື່ອກ່ອນ)
13-02
13-03
13-04
13-05
13-06
13-07
13-08
13-09
13-10
13-11
13-12
13-13
13–14
13–15
ການຄົມມະນາຄົມ
ເສັ້ນທາງ​ຫມາຍ​ເລກ 9 ​ເປັນ​ເສັ້ນທາງ​​ເຊື່ອມ​ເສດຖະກິດ​ທິດຕາ​ເວັນ​ອອກ-ຕາ​ເວັນ​ຕົກ ຫລື EWEC.

·        ເສັ້ນທາງ​ຫມາຍ​ເລກທີ 13 ​ເປັນ​ເສັ້ນທາງ​ຕັດ​ຜ່ານ​ແຕ່​ເໜືອ​ຫາ​ໃຕ້.

​ເດີ່ນ​ບິນ

·        ມີ​ຖ້ຽວ​ບິນ ສະຫວັນນະ​ເຂດ ຫາ ນະຄອນຫຼວງວຽງ​ຈັນ
·        ມີຖ້ຽວບິນ ສະຫວັນນະເຂດ ຫາ ປາກເຊ
·        ສະຫວັນນະ​ເຂດ ຫາ ບາງກອກ ປະ​ເທດ​ ຣາຊະອານາຈັກໄທ
·        ສະຫວັນນະເຂດ ຫາ ດານັງ ປະເທດ ສສ ຫວຽດນາມ

ໂທລະ​ຄົມມະນາຄົມ

ມີ​ເຄືອ​ຂ່າຍ​ຕິດ​ຕໍ່​ໄດ້​ທຸກໆ​ເມືອງ​ໃນ 15 ຕົວ​ເມືອງ​ຂອງ​ແຂວງ​ສະຫວັນ​ນະ​ເຂດ.
ສະຖານທີ່ທ່ອງທ່ຽວ
·        ເຮືອນຫີນ
·        ພະທາດໂພ່ນ
·        ຫໍໄຕ
·        ວັດເຈົ້າ
·        ໜອງປາຝາ
·        ດົງລີງ
·        ເຊໂປນ