ພິທີສູດສົມໂພດພຣະພຸດທະຮູບ

ພິທີສູດສົມໂພດພຣະພຸດທະຮູບ ຫຼື ພຸດທາພິເສກ
ພຸດທາພິເສກ ຄໍາວ່າ ອະພິເສກເປັນພາສາລາວ
ຄໍາບາລີ ແລະ ສັນສະກຣິດຕ໌ວ່າ ອະພິເສກ ຄຳນີ້ໝາຍຄຳວ່າ ການແຕ່ງຕັ້ງ ຫຼື ປຸກເສກ
ໃຫ້ເປັນພຣະພຸດທະ ເອີ້ນວ່າ ພຸດທາພິເສກ.
ພຣະພຸດທະຮູບ
ເປັນຮູບຈໍາລອງຂອງພຣະພຸດທະເຈົ້າ ສ້າງຂຶ້ນເປັນ ເທື່ອທໍາອິດເມື່ອປະມານ ພ. ສ. 600 – 700 ໂດຍມີກະສັດຂອງກຣີກ ຊື່ ເມນັນເດີຣ໌ ຊື່ໃນພຣະພຸດທະສາສນາ
ພຣະຍາມິລິນທຣ໌ ຫຼື ມິລິນທຣາຊາ
ເລື່ອມໃສໃນປະຕິພານຂອງພຣະນາກຄະເສນພຣະອົງຄ໌ຈຶ່ງຊົງຂໍອະນຸຍາດຄະນະສົງສ້າງຂຶ້ນເປັນພຸດທະບູຊາ
ເນື່ອງຈາກພຣະພຸດທະເຈົ້າປຣິນິພພານແລ້ວ
ເຫລືອແຕ່ພຣະທັມກັບພຣະສົງພ໌ເກີດມີຄວາມຮູ້ສຶກວ່າຄວາມມີທີ່ເພິງທາງໃຈບໍ່ຄົບ ພຣະສົງພ໌
ຈິ່ງມີສັງຄະມະຕິ ໃຫ້ພຣະຍາມິລິນທຣ໌ ຫຼື ກະສັຕຣິຍ໌ ສ້າງ ແລະ
ກໍ່ມີການສ້າງກັນສືບມາຕັ້ງແຕ່ບັຕນັ້ນເປັນຕົ້ນມາ
ເພື່ອໄວ້ສັກກາຣະບູຊາເປັນການເຕືອນຕາເຕືອນໃຈ ໃຫ້ຣະນຶກເຖິງຄຸນຂອງພຣະພຸດທະເຈົ້າຍິ່ງໆຂຶ້ນ.
ຈໍານວນພຣະທີ່ນິມົນຕ໌ມາສູຕຕ໌ພຸດທາພິເສກ
1. ຈະເຣີນພຸດທະມົນຕ໌ 19 ອົງຄ໌ ຫຼື
ອີງຕາມສັດທາຂອງເຈົ້າພາບນິຍົມ ນິມົນຕ໌ 45 ອົງຄ໌ 80 ອົງຄ໌ 108 ອົງຄ໌.
2. ພຣະສູດຕ໌ ພຸດທາພິເສກ 2 ຊຸດໆລະ 4 ອົງຄ໌ ຮວມ 8
ອົງຄ໌
3. ພຣະນັ່ງປົກ 2 ຊຸດໆລະ 4 ອົງຄ໌ ຮວມ 8 ອົງຄ໌
ເມື່ອໄດ້ເວລາ ເຈົ້າສັດທາ ຫຼື ປະທານໃນພິທີ ໄຕ້ທຽນ
ທູບ ບູຊາພຣະ ຣັດຕະນະໄຕຣທີ່ໂຕະໝູ່ ແລ້ວກ່າວສັກເຄ ອັງເຊີນເທວະດາ ແລ້ວພິທີກຣນ໌ນຳພາ
ໄຫວ້ພຣະຮັບສິລ 9 ແລ້ວອາຣາດທະນາສູດຕ໌ພຣະປຣິຕຣມົງຄົນ ພຣະສົງພ໌ຈະເຣີນພຣະພຸດທະມົນຕ໌
ສູດທັມມະຈັກເຈັດຕຳນານຈົນຈົບ ຈະເຣີນພຣະພຸດທະມົຕນ໌
ຈາກນັ້ນ ອາຣາທະນາພຣະນັ່ງປົກເຂົ້າປະຈໍາທີ່, ອາຣາດທະນາພຣະສົງພ໌ໃນພິທີ
ເຂົ້າປະຈໍາທີ່, ອາຣາທະນາປະທານພິທີໄຕ້ທຽນໄຊຍ໌, ທຽນມົງຄົນ, ທຽນພຸດທາພິເສກ ພຣະໃນທັມພິທີ 4
ອົງຄ໌ສູດຄາຖາທຽນໄຊຍ໌ ລໍາດັບນັ້ນພຣະສົງພ໌ທີ່ນິມົນມາສູດຕ໌ ພຸດທາພິເສກ
ກໍ່ຈະເຣີ່ມສູດພຸດທາພິເສກຈົນໄດ້ເວລາອັນສົມຄວນແລ້ວກໍ່ຢຸດ
ຊີພຣາມທີ່ມາຮ່ວມໃນພິທີກໍ່ເຣີ່ມສູດຕ໌ ພຸດທະຄຸນ ທັມມະຄຸນ ສັງຄະຄຸນ
ຈົນຄົບກໍາໜົດທີ່ສັນຍາກັນໄວ້ແລ້ວຈິ່ງຢຸດ ພຣະສູດພຸດທາພິເສກກໍ່ຈະສູດຕໍ່ໄປ
ສະລັບກັນກັບຊີພຣາມ ສໍາຫລັບພຣະຊຸດ ພຣະສູດ ພຸດທາພິເສກ ຈະແບ່ງການ ສູດເປັນຣະຍະໆ
ສ່ວນພຣະນັ່ງປົກຈະນັ່ງປົກຕະລອດຈົນແຈ້ງສວ່າງ ພໍເຖິງແຈ້ງສວ່າງກໍ່ສູດເບີກເນດ (ເບາະຕາ)
ແລ້ວຜູ້ເປັນປະທານຈະມອດທຽນໄຊຍ໌ ດ້ວຍໃບພູ 7 ໃບ ໃນຣະຫວ່າງມອດທຽນໄຊຍ໌ນັ້ນ
ໃຫ້ພຣະສູດພຸດທາພິເສກ ສູດຄາຖາມອດທຽນໄຊຍ໌, ຕັດຝ້າຍມົງຄົນ,ຕັດບ້ວງ, ຫວ່ານເຂົ້າຕອກ, ດອກໄມ້,
ຊີດນ້ຳພຸດທະມົນ ເປັນການວ່າສໍາເຣັດພິທີ.
ແຕ່ງເຄື່ອງສູດພຸດທາພິເສກ ສົມໂພດພຣະພຸດທະຮູບ
ມີດັ່ງນີ້
1. ທຽນໄຊ 1 ເຫຼັ້ມ ໜັກ 80 ບາດ ໄສ້ທຽນ 180 ເສັ້ນຝ້າຍ
ສູງທໍ່ຕົວເຈົ້າສັດທາ.
2. ທຽນມຸງຄຸນ 1 ເຫຼັ້ມ ໜັກ 10 ບາດ
ໄສ້ທຽນທໍ່ອາຍຸເຈົ້າສັດທາ ສູງພຽງພຣະປະທານ.
3. ທຽນສູດພຸດທາພິເສກ 2 ເຫຼັ້ມ ໜັກເຫຼັ້ມລະ 32 ບາດ
ໄສ້ທຽນ 56 ເສັ້ນຝ້າຍ ສູງເຄິ່ງໜຶ່ງຂອງທຽນໄຊ.
4. ທຽນ 9 ເຫຼັ້ມ ໜັກເຫຼັ້ມລະ 2 ບາດ
ໄສ້ທຽນ 9 ເສັ້ນຝ້າຍ.
5. ທຽນຕັ້ງໂຕະໝູ່ ບູຊາພຣະປະທານ 1 ຄູ່ ໜັກ 5 ບາດ
ພ້ອມດ້ວຍທູບຫອມ 3 ເສັ້ນ.
6. ທຽນໜ້າພຣະສູດ ພຸດທາພິເສດ 1 ຄູ່ ໜັກ 5 ບາດ.
7. ທຽນ18 ເຫຼັ້ມ ໜັກເຫຼັ້ມລະ 1 ສະຫຼຶງ ໄສ້ທຽນ 9 ເສັ້ນຝ້າຍ.
8. ທຽນບູຊາພຣະລັດຕະນະໄຕຣ 108 ເຫຼັ້ມ ໜັກເຫຼັ້ມລະ 2 ສະຫຼຶງ ແລະ ທູບຫອມ 108ເສັ້ນ.
9. ທຽນພຣະວິປັດສິ 1 ເຫຼັ້ມ ໜັກ 12 ບາດ ໄສ້ທຽນ 32 ເສັ້ນຝ້າຍ.
10. ທຽນບູຊາ 45 ເຫຼັ້ມ.
11. ຕົ້ນທຽນ 4 ຕົ້ນ.
12. ໄຫນ້ຳມັນ 4 ໄຫ.
13. ຕົ້ນເສດຕະສັດ 4 ຕົ້ນ.
14. ຂັ້ນໝາກເບັງ 5 ອັນ.
15. ມັດຫຍ້າຄາ 1 ກຳ ຄາກາດ ສຳລັບຫົດນ້ຳມົນ.
16. ໃບພູ 7 ໃບສຳລັບມອດທຽນໄຊ.
17. ຝ້າຍມຸງຄຸນ ໃຫ້ຈັບເປັນ 9 ເສັ້ນ.
18. ທຸງຊໍ່ ທຸງໄຊ ທໍ່ອາຍຸເຈົ້າສັດທາ.
19. ຫມ້ຽງ ໝາກ ຢ່າງລະ 108 ຄໍາ.
20. ໜໍ່ໝາກ ແລະ ໜໍ່ພ້າວ ຢ່າງລະ 4 ໜໍ່
21. ຫີນແຮ່ ແລະ ຊາຍ ຢ່າງລະ 4 ຈອກ.
22. ເຂົ້າຕອກແຕກ 1 ກະບຸງ
23. ບົວ ແລະ ຈອກ ຢ່າງລະ 4 ເຫງົ້າ.
24. ຜ້າຂາວ ຜ້າແດງ ແລະ ຜ້າເຫຼືອງ
ພໍ່ພຣະພຸດທະຮູບໃຫ້ຫຸ້ມທົວທັງອົງໄດ້.
25. ງ້າວ ຫຼື ມີດ 1 ດວງສຳລັບຕັດເສັ້ນຝ້າຍ
ທີ່ມັດພຣະພຸດທະຮູບ.
26. ຕົ້ນເຄື່ອງຮ້ອຍ ເຄື່ອງພັນ.
27. ເຄື່ອງບູຊາ ມີພາຫວານ 1 ພາກ
28. ພາມຸງຄຸນ 1 ພາ.
