ການກຳເນີດພຣະພຸດທະສາດສະໜາໃນປະເທດລາວ (ແບບຫຍໍ້).
ການກຳເນີດພຣະພຸດທະສາດສະໜາໃນປະເທດລາວ
ບົດຄວາມໂດຍ: ພຣະອາຈານ ວົງເພັດ ພູມໜໍ່ສະຫວັນ, ບົດຈົບຊັ້ນ ຫົວຂໍ້: ບົດບາດ ແລະ
ໜ້າທີ່ຂອງພຣະສົງ ໃນການເຜີຍແຜ່ສີລະທັມ.
==============================
ສາດສະໜາພຸດ
ກຳເນີດມາຈາກເຈົ້າຊາຍອົງໜຶ່ງ ຊຶ່ງມີນາມວ່າ “ ເຈົ້າຊາຍສີທັດຖະ ’’ ແຫ່ງເມືອງກະບິນລະພັດ ປະເທດອິນເດຍ ເຈົ້າຊາຍໄດ້ສົມຣົດ (
ແຕ່ງງານ ) ກັບນາງພິມພາ ຕອນອາຍຸ 17 ພັນສາ ( ປີ ).
ຕໍ່ມາອາຍຸໄດ້ 29 ປີ
ຈຶ່ງອອກບວດເປັນສຳມະນະເພື່ອສະແຫວງຫາໂມກຂະທຳ ໃຊ້ເວລາໃນການສຶກສາໂມກຂະທຳເປັນເວລາ
6 ພັນສາ ( ປີ )
ຈຶ່ງຕັດສະຮູ້ເປັນພຣະພຸດທະເຈົ້າ ແລ້ວຈຶ່ງປະກາດສາດສະໜາພຸດຂຶ້ນ
ພຣະພຸດທະເຈົ້າປະກາດສາດສະໜາໄດ້ 45 ພັນສາ ( ປີ ) ຈຶ່ງປະຣິນິພພານ ( ມໍລະນາພາບ )
ລວມອາຍຸສາໄດ້ 80 ພັນສາ.
ການກຳເນີດຂຶ້ນຂອງພຣະພຸດທະເຈົ້າ ແລະ ພຣະພຸດທະສາດສະໜານັ້ນ
ນຳມາຊຶ່ງສັນຕິສຸກແກ່ຊາວໂລກທັງມວນ
ອຸດົມການຂອງພຣະພຸດທະສາດສະໜາກໍ່ເປັນໄປເພື່ອສ້າງສັນຕິສຸກໃຫ້ແກ່ຊາວມະນຸດຊາດ
ດັ່ງພຸດທະວາຈານະທີ່ຕັດສອນພຣະອໍຣະຫັນສາວົກຈຳນວນ 50 ຮູບ ( ອົງ )
ເມື່ອຄາວສົ່ງພຣະສາວົກໄປປະກາດພຣະສາດສະໜາ “ ພວກທ່ານຈົ່ງເດີນທາງໄປເພື່ອປະໂຫຍດ ເພື່ອຄວາມ
ສຸກແກ່ຄົນຈຳນວນຫຼາຍ ເພື່ອອະນຸເຄາະຊາວໂລກ ເພື່ອປະໂຫຍດ
ເພື່ອຄວາມສຸກແກ່ມະນຸດທັງຫຼາຍ” ນັບຕັ້ງແຕ່ຄັ້ງພຸດທະການ
ພຣະພຸດທະສາດສະໜາໄດ້ເຜີຍແຜ່ຈາກຊົມພູທະວີບ ( ອິນເດຍ ) ໄປສູ່ດິນແດນຕ່າງໆ
ເຊິ່ງຢູ່ໃກ້ຄຽງກ່ອນ ຫຼັງຈາກນັ້ນກໍ່ເຜີຍແຜ່ໄປສູ່ພູມມີພາກຕ່າງໆທົ່ວໂລກ
ໂດຍຫຼັກທັມຄຳສັງສອນຂອງພຣະພຸດທະສາດສະໜາໄດ້ຮັບການຍອມຮັບວ່າເປັນຫຼັກສາກົນ
ບໍ່ແບ່ງແຍກເຊື້ອຊາດ ສີຜີວ. ຖ້າບຸກຄົນໃດມີຄວາມເຊື່ອໝັ້ນສັດທາ ແລະ ປະຕິບັດຕາມຫຼັກຄຳສອນແລ້ວ
ຍ່ອມຈະເຂົ້າເຖິງຄວາມສຸກທີ່ແທ້ຈິງຂອງຊີວິດໄດ້ເຊັ່ນກັນ.
ຫຼັກທັມຄຳສັງສອນຂອງພຣະພຸດທະສາດສະໜາ
ນອກຈາກສອນເນັ້ນເລື່ອງການພັດທະນາຕົນແລ້ວ
ຍັງສອນໃຫ້ຮູ້ຈັກການສ້າງປະໂຫຍດສຸກແກ່ຜູ້ອື່ນ ຂະນະດຽວກັນກໍ່ຍັງມີສ່ວນຊ່ວຍສ້າງອະຣິຍະທັມ
ແລະ ສ້າງຄວາມສຸກໃຫ້ແກ່ໂລກອີກດ້ວຍ.
ປະຊາຊົນໃນອານາຈັກລາວລ້ານຊ້າງກ່ອນພະເຈົ້າຟ້າງຸ່ມ
ຄືກ່ອນ ຄ.ສ 1359 ນັບຖືພຣະພຸດ
ທະສາດສະໜາມະຫາຍານນິກາຍຕັນຕຣິກ ຕາມຢ່າງຂອມ ຫຼື
ຂະເໝນບູຮານຄຽງຄູ່ກັບລັດທິແຖນຟ້າ ຫຼື ຜີໄທ້ ໂດຍສະເພາະນະຄອນຊຽງທອງ
ລັດທິແຖນຟ້າເປັນສາດສະໜາປະຈຳສຳນັກ ຈົນມີຂໍ້ກຳນົດໄວ້ວ່າ
ກະສັດທຸກອົງແຫ່ງວົງຂຸນລໍຕ້ອງທຳພິທີລ້ຽງຜີໄທ້ຜີແຖນ
ຖ້າຝ່າຝື່ນບໍ່ເຮັດແລ້ວ ບ້ານເມືອງບໍ່ຢູ່ເຢັນເປັນສຸກຈະຫຼົ້ມຈົມ
ພຸດທະສາດສະໜາມະຫາຍານນິກາຍຕັນຕຣິກ ຫຼື ມັນຕະຍານ
ສົ່ງເສີມໃຫ້ເຄົາລົບສິ່ງສັກສິດຢູ່ແລ້ວ
ດັ່ງນັ້ນລັດທິແຖນຟ້າຈຶ່ງເຂົ້າກັນໄດ້ດີກັບສາດສະໜານິກາຍນີ້
ຫຼັກຖານສະແດງວ່າ ປະຊາຊົນໃນອານາຈັກລາວລ້ານຊ້າງກ່ອນເຈົ້າຟ້າງຸ່ມ
ນັບຖືພຣະພຸດທະສາດສະໜານັ້ນ.
ມູນເຫດທີ່ພຣະພຸດທະສາດສະໜາລັດທິຫິນະຍານລັງກາວົງ
ມີອິດທິພົນຕໍ່ຊາວແຫຼມອີນດູຈີນໃນສັດຕະວັດທີ 13 ນັ້ນ ເລື່ອງມີຢູ່ວ່າ ປະມານປີ ຄ.ສ 1153
ພະເຈົ້າປະຣັກກຣົມພາທຸກກະສັດຂອງປະເທດລັງກາ
ໄດ້ຟື້ນຟູພຣະພຸດທະສາດສະໜາເປັນການໃຫຍ່ ໂດຍນິມົນພຣະມະຫາກັສປະເຖຣະເປັນປະທານທຳສັງຄະຍະນາເທື່ອທີ
7 ຂອງຝ່າຍໄຕ້
ແລ້ວຈັດວາງລະບຽບຂໍ້ກຳນົດຢ່າງເຄັ່ງຄັດໃຫ້ພຣະພິກສຸສາມາເນນປະພຶດປະຕິບັດທົ່ວປະເທດລັງກາ
ກິດຕິສັບ ( ສຽງລືຊາ ຍ້ອງຍໍສັນລະເສີນ, ສຽງຊາລື )
ວ່າພຣະສົງລັງກາເຄັ່ງຄັດຕໍ່ພຣະວິໃນເປັນພຣະບໍລິສຸດແທ້
ແຜ່ກະຈາຍໄປສູ່ປະເທດຕ່າງໆ ແຫຼມອິນດູຈີນມີປະເທດພະມ້າ, ໄທ, ລາວ ແລະ ຂະເໝນ
ພຣະສົງຊາວປະເທດເຫຼົ່ານີ້ໄດ້ໄປສຶກສາຮ່ຳຮຽນທີ່ປະເທດລັງກາ
ແລ້ວນຳເອົາແນວຄວາມຄິດຂອງພຣະສົງລັງກາມາເຜີຍແຜ່ໃນປະເທດຂອງຕົນກໍ່ມີຫຼາຍຮູບ
ແລະ
ພຣະສົງຊາວລັງກາເອງກໍ່ມັກເດີນທາງໄປ-ມາເພື່ອເຜີຍແຜ່ພຣະພຸດທະສາດສະໜາໃນປະເທດເຫຼົ່ານີ້.
ສຳລັບປະເທດລາວເຮົາ
ໄດ້ພຣະສົງຊາວລັງກາ ແລະ ພຣະເຖຣະຖືລັດທິລັງກາວົງມາຈາກປະເທດກຳປູເຈຍ
ດັ່ງມີເລື່ອງກ່າວໄວ້ດັ່ງນີ້:
ພະນາງແກ້ວເກງຢາ
ພະອັກຄະມະເຫສີຂອງພະຍາເຈົ້າຟ້າງຸ່ມ ປະທັບຢູ່ນະຄອນຊຽງທອງ
ທອດພະເນດເຫັນໄພ່ຟ້າຂ້າແຜ່ນດິນ
ເຄົາລົບນັບຖືຜີຟ້າຜີແຖນກໍ່ເກີດການສັງເວດພະໄທ
ເພາະນາງເຫຼື້ອມໃສໃນພຣະພຸດທະສາດສະໜາລັດທິຫິນະຍານແບບລັງກາວົງ
ເມື່ອມາຢູ່ຊຽງທອງບໍ່ມີໂອກາດໄດ້ທຳບຸນໃຫ້ທານ ຮັກສາສີນ ຟັງເທດເລີຍ
ເຖິງແມ່ນວ່າປະຊາຊົນຈະນັບຖືພຣະພຸດທະ ສາດສະໜາ ກໍ່ເປັນລັດທິມະຫາຍານນິກາຍຕັນຕຣິກ
ສົ່ງເສີມແຕ່ໃຫ້ໄຫວ້ນົບສິ່ງສັກສິດທັງຫຼາຍ ເຊິ່ງຜິດຕໍ່ລັດທິຫິນະຍານແບບລັງກາວົງ
ເຊິ່ງສົ່ງເສີມໃຫ້ປະພຶດປະຕິບັດຕາມຫຼັກທຳອັນແທ້ຈິງ ພະນາງ ຈຶ່ງສະເໜີແນະ
ພະຍາເຈົ້າຟ້າງຸ່ມໃຫ້ສົ່ງຄະນະທູດໄປຂໍເອົາພຣະພຸດທະສາດສະໜາ ລັງກາວົງມາຈາກນະຄອນທົມ ທີ່
ປະເທດກຳປູເຈຍ ພະຍາເຈົ້າຟ້າງຸ່ມຈຶ່ງໄດສົ່ງຄະນະທູດຄົນໜຶ່ງໄປເຊີນ ໂດຍມີພະລາຊາສານ ແລະ
ເຄື່ອງບັນນາການ ມີເງິນສາມແສນ, ຄຳສາມໝື່ນ ແລະ
ແກ້ວນ້ຳຄັ່ງ ແກ້ວຈອມເພັດໄປຖວາຍພະເຈົ້ານະຄອນທົມ
ຜູ້ເປັນພໍ່ເຖົ້າພະເຈົ້ານະຄອນກຳປູເຈຍ
ຊົງຮັບຂ່າວໃນພະລາຊາສານຂອງພະຍາຟ້າງຸ່ມ
ກໍ່ໍຊົງດີພະໄທເປັນອັນຍິ່ງຈຶ່ງແຕ່ງຕັ້ງຄະນະທຳມະທູດນຳເອົາພຣະໄຕຣປີດົກ
ແລະ ພຣະບາງຂຶ້ນມານະຄອນລ້ານຊ້າງ ຄະນະທຳມະທູດປະກອບດ້ວຍທ່ານເຫຼົ່ານີ້:
1. ພຣະມະຫາ ປາສມັນ ເປັນປະທານ
2. ພຣະມະຫາ ພະລະລັງກາ
3. ພຣະມະຫາ ເທພລັງກາ
4. ພຣະມະຫາ ນົມປັນຍາ
ທີ່ມາພ້ອມພຣະພິກຂຸທັງ
4 ນີ້ມີ
Ø ພຣະພິກຂຸເຖົ້າ 5 ອົງພ້ອມດ້ວຍ:
Ø ທ່ານ ສາຣະຄອນ
Ø ທ່ານ ຊຽງເພົາ
Ø ທ່ານ ລາຫຸນ
Ø ທ່ານ ໂພທາ
Ø ອາຈານ ຍານນ້ອຍ
Ø ອາຈານ ສຸເມທາ
Ø ອາຈານ ທຳມະຈູງວາ
Ø ອາຈານ ສຸເພທາ
Ø ທ່ານ ນໍຣະສິງ
Ø ທ່ານ ນໍຣະສານ
Ø ທ່ານ ນໍຣະນາຣາຍ
Ø ທ່ານ ນໍຣະເດດ
ທ່ານທັງ 4
ທີ່ກ່າວມາຂ້າງຫຼັງນີ້ຄື ນໍຣະສິງ, ນໍຣະສານ, ນໍຣະນາຣາຍ ແລະ ນໍຣະເດດ
ເປັນນັກປາດປະຈຳລາຊາສຳນັກແຫ່ງນະຄອນກຳປູເຈຍ
ທີ່ພະເຈົ້ານະຄອນກຳປູເຈຍສົ່ງມາປະຈຳໂຕ ພຣະນາງແກ້ວເກງຢາ
ພ້ອມດ້ວຍບໍລິວານ ຄົນລະ 1.000 ລວມກັນເປັນ 4.000 ຄົນ.
ພະເຈົ້າຟ້າງຸ່ມ ມະຫາຣາຊ
ໄດ້ທ້ອນໂຮມອານາຈັກລາວລ້ານຊ້າງໃນປີ ຄ.ສ 1353 ( ພ.ສ 1896 )
ຫລັງຈາກທ້ອນໂຮມອານາຈັກລາວລ້ານຊ້າງເປັນເວລາ
4
ປີແລ້ວກໍໄດ້ນຳເອົາພຣະພຸດທະສາດສະໜາເຂົ້າມາສູ່ລາວໃນປີ ຄ.ສ 1357 ( ພ.ສ 1900 )
ບົດຄວາມໂດຍ: ພຣະອາຈານ ວົງເພັດ ພູມໜໍ່ສະຫວັນ
===============================
ເອກະສານອ້າງອີງ
1. ເອກະສານອ້າງອີງຈາກ ບົດສະຫຼຸບໂຄງການບັນພະຊາສາມະເນນທົ່ວປະເທດປະຈຳປີ
ພ.ສ 2553.
2. ເອກະສານອ້າງອີງຈາກ ປຶ້ມທັມມະເພີ່ມພະລັງຊີວິດ
ຈັດພິມໂດຍໜ່ວຍງານເຜີຍແຜ່ສີລະທັມນະຄອນຫຼວງ ທີລະນຶກໃນວັນສະເຫຼີມສະຫຼອງວຽງຈັນເປັນນະຄອນຫຼວງ
450 ປີ ແລະ
ງານບຸນນະມັດສະການພະທາດຫຼວງ ປະຈຳປີ ພ.ສ 2553 ( ໜ້າ 79 -
87 )
3. ເອກະສານອ້າງອີງຈາກ ບົດລາຍງານ ພຣະ ອານຸສອນ (
ຄ.ສ 2010 ) ສຶກສາກ່ຽວກັບບັນຫາການຂະຫຍາຍຕົວຂອງຮ້ານບັນເທີງໃນຕົວເມືອງວຽງຈັນ
ແລະ ການມົ້ວສຸມຂອງນັກຮຽນມັດທະຍົມປາຍ.
4. ເອກະສານອ້າງອີງຈາກ ບົດວິທະຍານິພົນ ພຣະມະຫາ
ນະຣົງສັກດີ ໂສພະນະສິດທິ ( ໂສພາ ) ( ພ.ສ 2548, ຄ.ສ 2005 ) ສຶກສາກ່ຽວກັບ
ບົດບາດການເຜີຍແຜ່ພຸດທະທັມຂອງພຣະທັມປະຣິຍັດເວທີ.
5. ເອກະສານອ້າງອີງຈາກ ບົດວິທະຍານິພົນ ພຣະ
ບັນຈົບ ທິຣະວັງໂສ ( ສີແພງມະນະ ) ( ພ.ສ 2549, ຄ.ສ 2006 ) ສຶກສາກ່ຽວກັບ ບົດບາດ ແລະ
ຜົນງານການເຜີຍແຜ່ພຣະພຸດທະສາດສະໜາ ຂອງພຣະມະຫາ ພິມພາ ທິນນະທັມໂມ.
6. ເອກະສານອ້າງອີງຈາກ ວັດຈະນານຸກົມ ພາສາລາວ
ເຊິ່ງຄົ້ນຄ້ວາ ຮິບໂຮມ ຮຽບຮຽງ ຂຽນໂດຍ: ສີວຽງແຂກ ກອນນິວົງ ( ກົມພິມຈ່ຳໜ່າຍ
ນະຄອນຫຼວງວຽງຈັນ 2005 ).

