ນິທານ ອຸຣັງຄະທາດ [ພາກ 2]

0



ບັ້ນອຸຣັງຄະທາດນິທານ

             ບັ້ນນີ້ ຈັກກ່າວບັ້ນອຸຣັງຄະນິທານ ວະຈະນະລັກຂະນະນິທານ ນະຄະຣະນິທານ ອັນອໍຣະຫັນເຈົ້າທັງຫ້າ (5)ເເບ່ງໄວ້ໃຫ້ເເຈ້ງເເກ່ນັກປາດເຈົ້າທັງຫຼາຍ ເເຕ່ກອນນັ້ນ ນິທານນີ້ພຣະພຸດທະເຈົ້າໄດ້ສະເເດງໄວ້ໃຫ້ເເກ່ບຸກຄົນຜູ້ ມີປັນຍາໄດ້ອະທິບາຍຕໍ່ໄປ. 
                ເມື່ອພຣະພຸດທະເຈົ້າຍັງຊົນພະຊົນຢູ່ ເເລະ ໄດ້ສະເດັດປະທັບຢູ່ໃນວັດເຊຕະວັນ ເມື່ອເວລາໄກ້ຮຸ່ງ ພຣະອານົນ ເຖຣະເຈົ້າ ຜູ້ເປັນພຸດທະອຸບປະຖາກ ໄດ້ຈັດເເຈງໄມ້ສີຟັນ ເເລະ ນໍ້າສ່ວນໜ້າຖວາຍເເກ່ພຣະພຸດທະເຈົ້າ ເມື່ອພຣະ ພຸດທະເຈົ້າຊົງຊໍາຣະຮຽບຮ້ອຍເເລ້ວ ຊົງລິງເຫັນພຣະພຸດທະເຈົ້າສາມ(3)ພຣະອົງໃນອະດີດທີ່ຜ່ານມາ ພຣະ ພຸດທະເຈົ້າທັງສາມ (3) ພຣະອົງນັ້ນ ຍັງໄດ້ກໍ່ທາດໄວ້ໃນດອຍກັບປັນນະຄີຣີ ຢູ່ໃກ້ເມືອງສີໂຄດຕະບອງນັ້ນ ເມ່ືອລິງ ເຫັນຢ່າງນັ້ນເເລ້ວ ພຣະພຸດທະເຈົ້າກໍ່ຊົງຜ້າກໍາພົນສີເເດງ ເຊິ່ງນາງໂຄຕະມີໄດ້ຖວາຍເປັນທານ ຜ້າກໍາພົນຜີນນີ້ນີ້ມີ ປະຫວັດເລົ່າໄວ້ວ່າ ນາງໂຄຕະມີເມີ່ອຈະປູກຝ້າຍ ນາງໄດ້ເອົາຄໍາມາເຮັດອ່າງ ເເລ້ວຈຶງເອົາເເກ່ນຈັນເເດງ ພ້ອມທັງ ຄັນທະຣົດສາຂອງຫອມທັງມວນ ເເລ້ວເອົາຄໍາເປັນຝຸ່ນໃສ່ໃນອ່າງຄໍານັ້ນຄັນເເລ້ວຈຶງເອົາຝ່າຍມາປູກລົງທີ່ນັ້ນ ເຫດ ນັ້ນດ່ອຍຝ້າຍຈຶງເເດງ ດັງເເສງສຸຣິຍະພວມຂຶ້ນ ເມື່ອພຣະພຸດທະເຈົ້າຊົງຜ້າເເລ້ວ ເເລະ ຊົງບາດອ່າຍໜ້າສູ່ທ້ດຕະ ເວັນອອກ. ພຣະອານົນເຖຣະເຈົ້າຜູ້ເປັນສາລີລານໍາທາງອາກາດ(ເຫາະ) ເເລະ ໄດ້ສະເດັດມາປະທັບທີ່ດອນຄອນ ພຣະ ເນົານັງກ່ອນ ຈຶງມາປະທັບທີ່ເເຄມໜອງຄັນເເທຜີເສື້ນນໍ້າ ຂະນະນັ້ນ ພຣະພຸດທະອົງໄດ້ຊົງລິງເຫັນເເລນຄໍາໂຕໜຶ່ງ ເເລບລີ້ນຢູ່ທີ່ໂພນຈິກວຽງງົວໃຕ້ປາກຫ້ວຍຄຸກເມື່ອຊົງເຫັນດັ່ງນັ້ນເເລ້ວພຣະພຸດທະອົງກໍຊົງທໍາອາການເເຍ້ມຫົວໃຫ້ ເປັນນິມິດ ພຣະອານົນເຖຣະເຈົ້າເມື່ອຊົງເຫັນດັງນັ້ນ ຈຶງທູນຖາມຫາເຫດເເຍ້ມຫົວ ພຣະພຸດທະເຈົ້າຈຶງຕັດວ່າ ດູອາ ນົົນພຣະຕະຖາຄົດເຫັນເເລນຄໍາໂຕໜຶ່ງເເລບລິ້ນໃຫເປັນເຫດເເລ ເເລ້ວພຣະພຸດທະເຈົ້າຈຶງຊົງຕັດໄວ້ວ່າເມື່ອງ ສຸວັນນະພູມນີ ເປັນີ່ຢູ່ຂອງນາກທັງຫຼາຍ ມີສຸວັນນະນາກເປັນເຄົ້າ ພ້ອມທັງຜີເສື່ອບົກທັງຫຼາຍເເລ ໃນອະນາຄົດພາຍ ໜ້າຄົນທັງຫຼາຍ ທີ່ອາໃສຢູ່ເມືອງອັນນີ້ ເເມ່ນວ່າຮູກເເຕກສານໃນທັມຈອງຕະຖາຄດກໍດີຶຈັກເລືອກຫາຜູ້ມີສັດຈະຊື່ສັດ ສຸຈະຣິດ ນັ້ນຍາກເເທ້ເເລ ບ້ານເມອງຈັກຍ້າຍທີ່ຢູ່ອາໃສປຽນເເປງໄປມາ ເປັນຫຼາຍຊື່ຫຼາຍສຽງເເລ ບາງພ່ອງເຊື່ອ ໃນຄຸນເເກ້ວສາມປະການສ່ວນໜຶ່ງ ບາງພ່ອງນັ້ນ ບໍ່ມີຄວາມເຊື່ອໃນຄຸນເເກ້ວສາມປະການເລີຍ ບາງພ່ອງກໍມີຄວາມ ເຊື່ອທັງໝົດ ບາງພ່ອງນັ້ນສ່ວນໜຶ່ງເຊື່ອມິສາທິດຖິກໍມີ ບາງພ່ອງສອງສ່ວນເຊື່ອໃນມິດສາທິດຖິກໍມີ ບາງພ່ອງນັ້ນເຊື່ອໃນມິດສາທິດຖິໝົດກໍມີ ເຫດວ່າພຣະຕະຖາຄົດເຫັນເເລນເເລບລີ້ນສອງເເງ່ມເປັນນິມິດເເລ ຫາກເມື່ອໃດ້ຫາທ້າວພະຍາອົງເປັນໜໍ່ພຸດທັງກູນໄດ້ມາສະເວີຍຣາດບ້ານເມືອງ ພຣະພຸດທະສາສນາ ຂອງພຣະຕະຖາຄົດກໍຈັກ ຮຸ່ງເຮືອງ ເໝືອນດັງພຣະຕະຖາຄົດຍັງຄົງພະຊົນຢູ່ນັ້ນເເລ.

   ເເຕ່ກ່ອນເມືອງອັນນີ້ກໍເປັນທີ່ທຽວໄປມາຂອງພຣະໂພທິສັດເຈົ້າ ດ້ອຍເຫດຈັກນໍ້າມາສົງຜະລະເປັນພຣະພຸດທະເຈົ້າ ຍາມນັ້ນເເລ ຍາມເມື່ອພຣະຕະຖາຄົດໄດ້ເປັນທ້າວສຸດທະນູມາພັກເຊົາໃນສາລາທີ່ນີ້ ຈຶງໄດ້ພັດພາກນາງເຈັຍນັ້ນເເລ ເເລະ ເມື່ອຕອນເມື່ອໄດ້ເປັນທ້າວພຸດທະເສນນັ້ນ ກໍໄດ້ມາເປັນເຈົ້າໃນທີ່ນີ້ ຍັງມີຣືສີຕົນໜຶ່ງ ຊື່ວ່າຣືສີສັງຫອນ ອາໃສ ຢູ່ໃນປ່າທີ່ນີ້ ຈຶງອົນຕາຍຈາກຍັກເເລ ດູຣາອານົນເມື່ອຕະຖາຄົດນິພພານໄປເເລ້ວ ພຣະນາກກໍເເຮກເປັນເມືອງຕັ້ງ ໄວ້ເເຄມເເມ່ນໍ້າພຽງຫາດນັ້ນເເລ ຍັງມີພະຍາອົງໜຶ່ງຊື່ວ່າສຸມິດຕາທັມມະວົງສາເວີຍຣາຊສະເວີຍຣາເໃນເມືອງມະຣຸກ ຂະນະຄອນ ຈັກໃຫ້ນໍາເອົາເຄືອງປັນຈະກຸດຕະພັນຫ້າ(5)ປະການ ມາຫົດສົງພໍ່ນາຜູ້ໜຶ່ງກັບລູກສາວຜູ້ມືຕະກູນຜູ້ໃຫຍ່ ໃນເມື່ອງສຸວັນນະພູມມ ໃຫ້ເປັນພະຍາຈັນທະບຸຣີ ປະຣະສິດທິສັກກະເທວະ ພະຍາອົງນັ້ນກໍຈັກໄດ້ຍັງພຣະພຸດທະ ສາສນາທີ່ຈັນທະບຸຣີນັ້ນເເລ ພະຍາຈັນທະບູຣີປະຣະສິດທິເທວະອົງນັ້ນ ເເມ່ນພະຍາປັດເສດຖິໂກສົນຣາຊານັ້ນເເລ ໄດ້ມາເກິດເປັນທ້ອງໃຫຍ່ ພະຍາອົງນັ້ນກໍໄດ້ຕັ້ງສາສນາ ເປັນປະຖົມຫົວທີເເລ ອັນໜຶ່ງກັມອັນກະສັດໄດ້ທໍາໄວ້ເເຕ່ ກ່ອນພາຍລຸນມາ ໄດ້ມາສະນອງໃຫ້ເປັນທ້ອງໃຫຍານັ້ນ ຄືພະຍາດໄດ້ຝ່າຝືນຕໍ່ອໍານາດມາຕຸຄາມຊື່ວ່າ ມາລິກາ ພະຍາດໄດ້ລົງມາຈາກຜາສາດໄປສູສ້ອມອາບນໍ້າຂອງນາງມາລິກາ ເເລ້ວໄດ້ລ່ວງເກີນຕໍ່ນາງມາລິກາ ເຫດນັ້ນ ຈຶງ ໄດ້ມາເກິດໃນຕະກູນພໍ່ນາ ລູກສາວຕະກູນວົງສານັິນ ເເມ່ນາງມາລິກາມາເກິດໄຊ້ກັມເວນ ເຊິງຜົນບາບເເຕ່ກອນນາງ ໄດ້ໄຫ້ໝາເສບສົມກັນເເລ ນາງໄດ້ໄປຕົກນາງຮົກຢູ່ເຈັດວັນ (7ວັນ) ເມື່ອພົ້ນຈາກບາບກັມນັິນເເລ້ວ ກັມອັນນັ້ນ ກໍຈຶງ ມາສົງຜົນໃຫ້ພໍ່ນາເປັນຜົວນັ້ນເເລ ເເມ່ນວ່ານາງບໍ່ໄດ້ເປັນເມັຍໂພທິສັດ ເເຕ່ນາງຍັງຈັກໄດ້ປະວັດຕິວິບາກຊໍ້າກວ່ານີ້ ອີກເຫດວ່ານາງໄດ້ຕົກນາຮົກເຈັດວັນ (7ວັນ) ເພາະນາງໄດ້ໃຫ້ໝາເສບສົບນັ້ນເເລ ເປັນຊາດຖ່ອຍບາບນັ້ນຍັງເບົາ ເເລ ສ່ວນນາງໄດ້ດ່າວ່າພະຍາເສບສົບເເມ່ແກະນັ້ນ ບໍ່ເປັນເຫດວ່າ ຜົວເມຍບໍ່ບໍ່ໃສໂທດເເກ່ກັນ ເຫດດັ່ງນັ້ນພຣະ ຕະຖາຄົດ ຈຶງຕັດວ່າ ເມື່ອງສຸວັນະພູມນີ້ມີກໍາຫ້ອຍນໍາມາ ຕະຖາຄົດຈຶງກາວວ່າ ເປັນບອນໃຊ້ກັມໃຊ້ເວນຂອງພຣະ ໂພທິສັດ ເຊິງນໍາມາໃຊ້ນັ້ນເເລ ພໍ່ນາຜູ້ນັ້ນຄັນໄດ້ເປັນພະຍາແລ້ວມີພຣະອໍຣະຫັນຕາສອງອົງໃນເມືອງສຸວັນນະພູມ ພຣະອໍຣະຫັນທັງສອງອົງນີ້ ຈັກໄດ້ເອົາທາດອໍຣະຫັນຕາ ອົງເປັນວົງສາພຣະຕະຖາຄົດມາໄວ້ໃນປ່າເເຄມນໍ້າບຶງນັ້ນ ພະຍາອົງນັ້ນຈັກໄດ້ກໍ່ກວມທາດອໍຣະຫັນຕາໄວ້ທີ່ນັ້ນ ນັ້ນເເລ ພຣະອໍຣະຫັນອີຫ້າພຣະອົງ (5ພຣະອົງ) ຈັກນໍາເອົາທາດພຣະຕະຖາຄົດມາໄວ້ທີ່ພູເຂົາຫລວງນັ້ນ ເເລະ ພຣະຍາຈັນທະບູຣີພ້ອມທັງພຣະອໍຣະຫັນກໍຈັກໄດ້ສະຖານ ປັນນາໄວ້ທີ່ນັ້ນ ເມື່ອສຸດສະໄໝ່ຂອງພຣະອໍຣະຫັນເເລ້ວ ພຣະຍາຈັນທະບຸຣີກໍຈະຈຸດຕິມາເກິດເປັນພະຍາຈັນທະ ພານິດເເລ້ວຕັ້ງເມືອງຢູ່ດົງໜອງຄັນເເທຜີເສື້ອນໍ້ານັ້ນເເລ ດູຣາອານົນ ພຣະອໍຣະຫັນທັງສອງອົງນັ້ນ ຈັກໄດ້ຈໍາກັດ ພວກຜີເຊື້ອເຫົ່ລານີ້ ສ່ວນພຣະຍາສີທັມມະໂສກ ກໍຈັກໄດ້ເອົາທາດພຣະຕະຖາຄົດສົງມາສະຖານປັນມາໄວ້ຫິນບ່ອນ ໜຶ່ງ ທີ່ໜອງຄັນເເທນັ້ນ ເມື່ອນັ້ນຍັງມີຣືສີອົງໜຶ່ງ ຊື່ວ່າ ຖິຕະກຸນປີ ຢູ່ປ່າຫິນມະພານ ມີອາຍຸງໄດ້ສອງກັບ ຈະມາ ເອົາພຣະຍາສອງພະອົງເຊິງປົກຄອງເມືອງກຸລຸນທະນະຄອນນັ້ນ ໄປບວດເປັນຣືສີຊື່ວ່າ ອະມະຣະຣືສີອົົງໜຶ່ງ, ອີກອົງໜຶ່ງຊື່ວ່າ ໂຍທິກະຣືສີ ສ່ວນພະຍາສຸມິດຕະທັມມະວົງສາຜູ້ມາຫົດສົງພໍ່ນາໃຫ້ເປັນພະຍານັ້ນ ຄັນຕາຍໄປເເລ້ວໄດ້ ໄປເກິດໃນເມືອງພະຣານະສີ ບວດເປັນຣືສີໄດ້ອາໄສ້ຢູ່ບ່ອນດຽວກັນກັບພຣະອະມະຣືສີເເລະໂຍທິກະຣືສີ ເເລ້ວກໍຈັກ ໄວ້ດອຍນັນທະກັງຣີເມືອງນີ້ໃຫ້ຊື່ວ່າ ເມືອງສີສັດຕະນາ ເພາະເຫັນນາກໂຕໜຶ່ງມີເຈັດຫົົວ (7ຫົວ) ເເຕ່ນັ້ນມາບ້ານ ເມືອງພ້ອມທັງພຣະພຸດພຸດທະສາສນາ ກໍຈັກຕັ້ງໝັ້ມຢູ່ທີ່ນັ້ນສືບໆໄປ ສ່ວນໂຍທິກະຣືສີໄດ້ຈຸດຕິໄປເກີດໃນເມືອງ ອິນທະປັນຖະນະຄອນ ເເລະ ໄດ້ບວດເປັນພຣະມະຫາເຖນຢູ່ທີ່ນັ້ນ ສໍາລັບອະມະຣະຣືສີນັ້ນ ໄດ້ມາເກີດໃນເມືອງສີ ສັດຕະນາກ ເມື່ອຊາດກ່ຶນກຸມມານຜູ້ນີ້ ໄດ້ເອົາລຸກເເມວໄປຖິ້ມ ໄຫຼນໍ້າຕາຍ ເວນອັນນັ້ນ ໄດ້ມາຕາມສະໜອງ ກຸມມານ ເມື່ອໃຫຍ່ມາຈຶງຖືກໄຫລນໍ້າຄືກັນ ໄຫຼໄປຮອດມະຫາເຖນ ເມື່ອມະຫາເຖນນັ້ນເຫັນຈຶງໄດ້ເອົາມາລ້ຽງໄວ້ຈົນ ໃຫຍ່ໂຕ ມະຫາເຖນກໍ່ໄດ້ສັ່ງສອນກຸມມານຜູ້ນັ້ນ ເເລະ ກຸມມານນັ້ນກໍ່ໄດ້ໃຫ້ສັດຈະຕໍ່ມະຫາເຖນວ່າຕົນ ຈັກຕັ້ງຢູ່ ໃນຄໍາສັ່ງສອນຂອງະຣະມະຫາເຖນນັ້ນເເລ ເມື່ອດັງນີ້ເເລ້ວ ພາຍລຸນມາມີຄວາມຮູ້ຄວາມສາມາດ ສະຫລາດຫຼາຍ ເເລ້ວ ກໍມາຮົບເຣວເອົາບ້ານເອົາເມືອງໃຫຍ່ ຕັ້ງເປັນບ້ານເມືອງໃຫຍ່ໂຕ ແລ້ວກໍໄດ້ຕັ້ງພຸດທະສາສນາໄວ້ໃນດອຍ ນັນທະຣີສີສັດຕະນາກນັ້ນເເລ ຖັດນັ້ນມາ ສຸມິດຕະທັມມະວົງສາຣືສີ ກໍໄດ້ຈຸດຕິມາເກີດໃນເມືອງສີສັດຕະນາກ ພວນ ເທບເທວະດາໄດ້ຮັກສາພຣະຍາທຸກຄະຕະຜູ້ຖືກໄຫລນໍ້ານັ້ນ ເຊິ່ງມີຄໍາປາຖະໜາເປັນພຸດທະບິດານັ້ນແລ ແຕ່ວ່າມັກ ປະພຶດໃນທາງມິດສາຈານຫຼາຍ ຄັນວ່າສ້ຽງບຸນແລ້ວ ເພາະເຫດມີຈິດຕັ້ງໝັ້ນບໍ່ຫວັ່ນໄຫວ ໄດ້ໄປເກິດໃນເມືອງພາລາ ນະສີ ອອກບວດເປັນຣືສີຊື່ວ່າ ທຸກຄະຕະຣືສີ ອາໃສຢູ່ບ່ອນເກົ່ານັ້ນແລ ສ່ວນຜົວນາງປາຍະເທວີຈັກໄດ້ສະເວີຍຣາຊ  ພຣະພຸດທະສາສນາແລະ ບ້ານເມືອງກໍຈະເຣີນຮຸ່ງເຮືອງ ພຣະຍາອົງນັ້ນຈະໄດ້ເປັນອາມາດຂອງພຣະຍາສຸມິຕຕະ ທັມມະວົງສາ ຄັນຈຸຕິໍຈັກໄດ້ເກິດເປັນສຸກຂະເທວະດາ, ພູມະເທວະດາຮັກສາບ້ານເມືອງ ກັບດ້ວຍເທວະດາທັງຫຼາຍ ເວລານັ້ນນາງປາຍະເທວີ ໄດ້ເປັນໃຫຍ່ ຈັກກະທໍາຄວາມຫມົ່ນໝອງແກ່ພຣະສາສນາ ແລະ ບ້ານເມືອງ ພຣະຍາສຸກ ຂະເທວະດາ ແລະ ພູມະເທວະດາທັງຫຼາຍຄຽດຫຼາຍຢ້ານເປັນອັນຕະລາຍແກ່ພຣະຍາສາສນາ ຈຶງພ້ອມກັນບັນດົນ ໃຈກຸມານແລະ ເສນາອໍາມາດ ໃຫ້ທໍາອັນຕະລາຍແກ່ນາງເທວີຈົນເຖິງແກ່ຄວາມຕາຍ ຄັນຕາຍໄປແລ້ວໄດ້ຕົກນະຮົກ ເວລາຕໍ່ມາພວກພຣະສົງຄະເຈົ້າ ພ້ອມດ້ອຍເສນາອາມາດທັງຫຼາຍກໍພ້ອມກັນຣາຊາພິເສດກຸມມານນັ້ນໃຫ້ເປັນພຣະ ຍາໄຊຍະຈັກ ເພາະເຫດກຸມມານໄດ້ປາບປາມມານທັງຫຼາຍ ພ້ອມທັງນາງເທວີຜູ້ໃຈບາບແພ້ ພຣະຍາໄຊຍະຈັກອົງ ນັ້ນ ຈັກໄດ້ບໍາຣຸງສືບຕໍ່ພຣະພຸດທະສາສນາຕໍ່ມາແລ້ວ ຈຶງໄດ້ມາສ້າງພຸດທະສາສນາໃນເມືອງຈັນທະບຸຣີ ເຊິ່ງພະຍາ ນາກໄດ້ໃຫ້ຄວາມສຸກສະຫວັດດີແຕ່ກອນໄວແລ້ວ ພຣະຍາອິທະຈັກໃຫ້ພົມມະເທວະບຸດ ລົງມາຊ່ວຍພຣະຍາໄຊຍະ ຈັກ ທີ່ແຄມນໍ້າຫ້ວຍມັງຄະລະນັ້ນ ເວລານັ້ນພຣະຍາສຸກຕະຈຸນລະນີ ກໍໄດ້ມາເກິດ ມີຊື່ວ່າ ເອກະຈັກຂຸກຸມານ ພຣະ ຍາໄຊຍະຈັກອົງນັ້ນໄດ້ເກິດໃນເມືອງພາຣານະສີ ແລະ ໄດ້ອອກບວດເປັນຣືສີ ຊື່ວ່າ ໄຊຍະຣືສີ ອາໄສ້ຢູ່ບວນເກົ່າ ນັ້ນແລ ເອກະຈັກຂຸກຸມານໄດ້ເປັນພຣະຍາໃນເມືອງສີສັດຕະນາກ ເວລານັ້ນມີນາງອັກມະເຫສີຜູ້ໜຶ່ງ ເທວະດານິມິດ ໃຫ້ຝັນເຫັນໄມ້ຮັງລ້ອມໄມ້ສີມະຫາໂພ ເມືອງນາງນິມິດຝັນເຫັນດັ່ງນັ້ນແລ້ວ ຈຶງໄປໄຫວ້ສາຕໍ່ພຣະສົງເຈົ້າທັງຫຼາຍ ໃຫ້ທວາຍຄວາມຝັນນັ້ນໃຫ້ ພວກພຣະສົງຄະເຈົ້າທັງຫຼາຍ ຈຶງປະຊຸມກັນແກ້ນິມິດທີ່ນາງຝັນນັ້ນ ພຣະສົງຄະເຈົ້າຈຶງ ທວາຍວ່າ ຕໍ່ໄປນາງຈັກປະສູດກຸມມານຜູ້ໜຶ່ງ ເຊິ່ງເປັນພທບິດາ ກຸມມານຜູ້ນັ້ນຈະມີລຸກຜູ້ໜຶ່ງ ເຊິ່ງເປັນໜໍ່ແນວພຸດ ທັງຫຼາຍແນ່ແທ້ ເມື່ອພຣະສົງຄະເຈົ້າທັງຫຼາຍໄດ້ທໍານາຍທວາຍໄວ້ດັ່ງນັ້ນ ຕໍ່ມາກໍມີທຸກຄະຕະຣືສີ ໄດ້ຈຸດຕິລົງມາຖື ປະຕິສົນທິໃນທ້ອງນາງແລ້ວກໍປະສູດອອກມາ ພວກພຣະສົງຄະເຈົ້າ ຈຶ່ງໃສ່ຊື່ວ່າ ສາລະໂພທິຣາດຊະກຸມານໆ ເມືອງຈະເຣີນໃຫຍ່ຂຶ້ນມາກໍໄດ້ສະເວີຍຣາດບ້ານເມືອງ ຕໍ່ມາກໍໄດ້ອະພິເສກສົມຣົດກັບນາງແກ້ວປັນສິມາຣີ ເຊິ່ງ ເປັນຣາດຊະເທວີປາງກ່ອນ ມາເປັນເທວີດັງເກົ່າ.  ອ່ານຕໍ່ສະບັບໜ້າ.....