ແນວທາງການເຜີຍແຜ່ພຣະພຸດທະສາສະໜາ.

ແນວທາງການເຜີຍແຜ່ພຣະພຸດທະສາດສະໜາ
ບົດຄວາມໂດຍ: ພຣະອາຈານ ວົງເພັດ ພູມໜໍ່ສະຫວັນ, ບົດຈົບຊັ້ນ ຫົວຂໍ້: ບົດບາດ
ແລະ ໜ້າທີ່ຂອງພຣະສົງ ໃນການເຜີຍແຜ່ສີລະທັມ.
===========================
ແນວທາງການເຜີຍແຜ່ພຣະພຸດທະສາສະໜາໃນສະໄໝບູຮານ
ການເຜີຍແຜ່
ໝາຍເຖິງການນຳເອົາຄຳສອນຂອງພຣະສາດສະດາ ໄປເຜີຍແຜ່ໂດຍນຳໃຊ້ວິທີການຕ່າງໆ
ໃນການເຜີຍແຜ່ເຊັ່ນ: ການເທດສະໜາ, ການຈັດງານປາຖະຄາຖາ, ການຈັດກິດຈະກຳ, ການສົນທະນາທັມ… ໃຫ້ປຸຖຸຊົນໄດ້ຮັບຮູ້ເຂົ້າໃຈແລ້ວນຳໄປປະຕິບັດໃຫ້ເກີດຄວາມສຸກທາງກາຍ
ແລະ ທາງໃຈເປັນຕົ້ນ.
ໃນຄຳສັງສອນຂອງພຣະພຸດທະເຈົ້າທີ່ສະແດງໄວ້ນັ້ນລວມທັງໝົດມີ 84.000 ພຣະທັມມະຂັນ ຮຽກວ່າ ພຣະໄຕຣປີດົກ
ເຊິ່ງບັນຈຸຄຳສອນ ແລະ ເລື່ອງລາວຂອງພຣະພຸດທະສາດສະໜາ ໄວ້ໂດຍລະອຽດ ແບ່ງອອກເປັນ 3 ໝວດຄື:
1. ພຣະວິນັຍປີດົກ 21.000 ພຣະທັມມະຂັນ
2. ພຣະສຸດຕັນຕະປີດົກ 21.000 ພຣະທັມມະຂັນ
3. ພຣະອະພິທັມປີດົກ 42.000 ພຣະທັມມະຂັນ
ໃນສະໄໝບູຮານນັ້ນ
ຖ້າກະສັດອົງໃດຊົງມີສັດທາເຫລື້ອມໃສໃນພຣະພຸດທະສາສະໜາ ກໍ່ຈະຖື່ເອົາການທະນຸບຳລຸງພຣະພຸດທະສາສະໜາເປັນພຣະຣາຊະກໍຣະນີຍະກິດ
( ກິດຈະວັດ ) ທີ່ສຳ
ຄັນອັນໜຶ່ງເຊັ່ນຊົງຮັບເປັນອົງປະຖຳການສັງຄະຍານາພຣະທັມວິໃນ, ສ້າງວັດ ວິຫານ ຫຼື ດຳເນີນ
ການຈັດສົ່ງພຣະທຳມະທູດເດີນທາງໄປເຜີຍແຜ່ພຣະພຸດທະສາສະໜາຍັງດິນແດນຕ່າງໆ
ເປັນຕົ້ນໃນປາຍພຸດທະ ສັດຕະວັດທີ 3
ສະໄໝພະເຈົ້າອະໂສກ ມະຫາຣາດ ໄດ້ແຕ່ງຕັ້ງພຣະທຳມະທູດຈຳນວນ 4 ຄະນະ ໄປເຜີຍແຜ່
ພຣະພຸດທະສາສະໜານິກາຍເຖຣາວາດ ( ຫິນະຍານ ) ໄປແຄວ້ນຕ່າງໆຂອງປະເທດອິນເດຍ ແລະ
ປະເທດໃກ້ຄຽງເຊັ່ນ ອັບກະນິສະຖານ, ອີລານ, ເນປານ, ສີລັງກາ ແລະ
ປະເທດແຖບພູມີພາກອາຊີຕາເວັນອອກສຽງໄຕ້ ໃນພຸດທະສັດຕະວັດທີ 5 ພະເຈົ້າກະນິດກະ
ເຊິ່ງເປັນກະສັດທີ່ຊົງອຳນາດ ອີກອົງໜື່ງຂອງອິນເດຍ
ໄດ້ສົ່ງພຣະທຳມະທຸດໄປເຜີຍແຜ່ພຣະພຸດທະສາສະໜາທີ່ປະເທດຈີນ ແລະ
ຕີເບດເປັນຕົ້ນ.
ຫຼັງຈາກທີ່ປະເທດເຫຼົ່ານີ້ໄດ້ຍອມຮັບນັບຖືພຣະພຸດທະສາສະໜາແລ້ວ
ໄລຍະຕໍ່ມາບາງປະເທດກໍ່ເປັນສູນກາງທີ່ສຳຄັນ
ໃນການເຜີຍແຜ່ພຣະພຸດທະສາສະໜາໃຫ້ແພ່ຫຼາຍໄປຍັງປະເທດໃກ້ຄຽງເຊັ່ນ
ຈີນເຜີຍແຜ່ພຣະພຸດທະສາສະໜາເຂົ້າໄປໃນປະເທດເກົ້າຫຼີ ແລະ ຍີ່ປຸ່ນຕາມລຳດັບ
ຫຼື ສີລັງກາເຜີຍແຜ່ພຣະພຸດທະສາສະໜາໃນປະເທດອິນໂດເນເຊຍ, ພະມ້າ ແລະ ໄທເປັນຕົ້ນ.
ສະຫຼຸບແລ້ວການເຜີຍແຜ່ພຣະພຸດທະສາສະໜາສະໄໝບູຮານຂຶ້ນຢູ່ກັບພະມະຫາກະສັດເປັນສຳຄັນຄື
ຖ້າຊ່ວງໃດພຣະມະຫາກະສັດມີສັດທາຕໍ່ພຣະພຸດທະສາສະໜາຢ່າງເລິກເຊິ່ງ ການເຜີຍແຜ່ພຣະພຸດທະສາສະໜາກໍ່ຈະດຳເນີນໄປຢ່າງກວ້າງຂວາງ
ແລະ ໄດ້ຮັບຜົນສຳເລັດດ້ວຍດີ.
ແນວທາງການເຜີຍແຜ່ພຣະພຸດທະສາດສະໜາໃນປັດຈຸບັນ
ໃນປັດຈຸບັນນັບວ່າມີການຈະເລີນກ້າວໜ້າຫຼາຍທາງດ້ານເຕັກໂນໂລຢີ
ການສື່ສານມວນຊົນ ເພື່ອໃຫ້ການເຜີຍແຜ່ຫຼັກພຸດທະທຳມີປະສິດທິພາບສູງສຸດ
ຫຼືໄດ້ຜົນຢ່າງໜ້າພໍໃຈ ສະນັ້ນແນວ ທາງ
ການເທດສະໜາເຜີຍແຜ່ໃນປັດຈຸບັນນິຍົມໃຊ້ 2
ແນວທາງຄື: 1). ການອ່ານຄຳພີ
ເພື່ອປະຕິບັດຕາມທຳນຽມເດີມ ແລະ 2). ການເທດປະຕິພານ ຫຼື ການສະແດງທັມ ໂດຍໃຊ້ໂວຫານ
ຄວາມສາມາດ ມີທັງ ເທດດຽວ, ເທດຄູ່
ໂດຍຢຶດຫຼັກທຳນຽມປະຕິບັດໃນການສົມມຸດເຕັມຮູບແບບ ຫຼື
ຕາມຄວາມເໝາະສົມແກ່ໂອກາດ, ສະຖານທີ່, ບຸກຄົນ ສ່ວນຮູບແບບທີ່ໄດ້ປັບປະຍຸກ
ຕາມກາລະສະໄໝ ມີດັ່ງຕໍ່ໄປນີ້:
1) ການປາຖະກະຖາຄື ການສະແດງທັມໂດຍການຢືນ
ຫຼື ນັ່ງກໍ່ໄດ້ແຕ່ບໍ່ໄດ້ອ່ານຄຳພີ
2) ການອະພິປາຍຄື
ການຈັດສະແດງຄວາມຄິດເຫັນໃນເລື່ອງດຽວກັນແຕ່ຕ່າງທັດສະນະ
ໂດຍມີຜູ້ຄວບຄຸມການອະພິປາຍ
3) ການສົນທະນາຄື
ລາຍການທາງສື່ມວນຊົນທີ່ຈັດໃນຮູບແບບໃຫ້ພຣະພິກຂຸ ສາມາດເທດ ສະໜາກັບຄະລືຫັດ
ເພື່ອສອບຖາມປະເດັນຕ່າງໆທີ່ເກີດຂຶ້ນໃນສັງຄົມ
4) ພິທີກອນລາຍການຄື
ເປັນຜູ້ຮັບດຳເນີນລາຍການຢ່າງໃດຢ່າງໜຶ່ງ ເພື່ອເຜີຍແຜ່ທັມ ແລະ
ສາມາດທົດສອບແທກຫຼັກທັມມະໄດ້ທຸກຂັ້ນຕອນ
5) ຜູ້ບັນລະຍາຍຄື
ເປັນຜູ້ຮັບດຳເນີນລາຍການທາງສື່ມວນຊົນ ເພື່ອບັນລະຍາຍໃນລາຍການ
ທາງວິທະຍຸ ຫຼື ໂທລະທັດ
6) ການຂຽນບົດຄວາມທາງວິທະຍຸ ແລະ
ໂທລະທັດຄື ການເຜີຍແຜ່ແນວຄວາມຄິດຂໍ້ທັມມະ ຜ່ານບົດຄວາມ
ໂດຍຜູ້ດຳເນີນລາຍການໂທລະທັດ ອາດຈະນຳບົດນັ້ນໄປສ້າງເປັນໜັງກໍ່ ໄດ້
7) ການຂຽນບົດຄວາມລົງວາລະສານ ຫຼື
ໜັງສືພິມ ແລະ ສິ່ງພິມທຸກສະນິດ
8) ມັກຄຸເທດຄື ຜູ້ນຳຊົມພຸດທະສາສະໜາສະຖານ
ແລະ ປູ່ສະນິຍະສະຖ່ານທາງດ້ານປະ ຫວັດສາດ
9) ຄູອາຈານ ຫຼື
ວິທະຍາກອນໄດ້ແກ່ບຸກຄົນທີ່ໄດ້ເຊີນໃຫ້ໄປສອນໃນສະຖານທີ່ສຶກສາ
ການຈັດລາຍການວິທະຍຸ
ແລະ ໂທລະທັດ ໄດ້ແກ່ການດຳເນີນລາຍການທາງສື່ມວນຊົນ ໂດຍໃຊ້ຫຼາຍວິທີ
=====================
ເອກະສານອ້າງອີງ
1. ເອກະສານອ້າງອີງຈາກ ບົດສະຫຼຸບໂຄງການບັນພະຊາສາມະເນນທົ່ວປະເທດປະຈຳປີ
ພ.ສ 2553.
2. ເອກະສານອ້າງອີງຈາກ ປຶ້ມທັມມະເພີ່ມພະລັງຊີວິດ
ຈັດພິມໂດຍໜ່ວຍງານເຜີຍແຜ່ສີລະທັມນະຄອນຫຼວງ ທີລະນຶກໃນວັນສະເຫຼີມສະຫຼອງວຽງຈັນເປັນນະຄອນຫຼວງ
450 ປີ ແລະ
ງານບຸນນະມັດສະການພະທາດຫຼວງ ປະຈຳປີ ພ.ສ 2553 ( ໜ້າ 79 -
87 )
3. ເອກະສານອ້າງອີງຈາກ ບົດລາຍງານ ພຣະ ອານຸສອນ (
ຄ.ສ 2010 ) ສຶກສາກ່ຽວກັບບັນຫາການຂະຫຍາຍຕົວຂອງຮ້ານບັນເທີງໃນຕົວເມືອງວຽງຈັນ
ແລະ ການມົ້ວສຸມຂອງນັກຮຽນມັດທະຍົມປາຍ.
4. ເອກະສານອ້າງອີງຈາກ ບົດວິທະຍານິພົນ ພຣະມະຫາ
ນະຣົງສັກດີ ໂສພະນະສິດທິ ( ໂສພາ ) ( ພ.ສ 2548, ຄ.ສ 2005 ) ສຶກສາກ່ຽວກັບ
ບົດບາດການເຜີຍແຜ່ພຸດທະທັມຂອງພຣະທັມປະຣິຍັດເວທີ.
5. ເອກະສານອ້າງອີງຈາກ ບົດວິທະຍານິພົນ ພຣະ
ບັນຈົບ ທິຣະວັງໂສ ( ສີແພງມະນະ ) ( ພ.ສ 2549, ຄ.ສ 2006 ) ສຶກສາກ່ຽວກັບ ບົດບາດ ແລະ
ຜົນງານການເຜີຍແຜ່ພຣະພຸດທະສາດສະໜາ ຂອງພຣະມະຫາ ພິມພາ ທິນນະທັມໂມ.
6. ເອກະສານອ້າງອີງຈາກ ວັດຈະນານຸກົມ ພາສາລາວ
ເຊິ່ງຄົ້ນຄ້ວາ ຮິບໂຮມ ຮຽບຮຽງ ຂຽນໂດຍ: ສີວຽງແຂກ ກອນນິວົງ ( ກົມພິມຈ່ຳໜ່າຍ
ນະຄອນຫຼວງວຽງຈັນ 2005 ).
