ການເຮັດບຸນແຈກເຂົ້າ

0

ການເຮັດບຸນແຈກເຂົ້າ
       ຊາວລາວມີຫລາຍຄວາມເຊື່ອຖືດ້ວຍກັນເຊັ່ນ: ເຊື່ອຖືສັນຍາລັກ, ເຊື່ອຖືຜີສາງນາງໄມ້,ເຊື່ອຖືລາງສັງຫອນ, ເຊື່ອຖືລຶກເກນ, ເຊື່ອສາສະໜາ (ເປັນຕົ້ນແມ່ນພຸດ) ເຊື່ອຖືປາກົດການທາງທຳມະຊາດ (ຫລັກເກນທາງວິທະຍາສາດ) ດັ່ງນີ້ເປັນຕົ້ນ.
          ຄວາມເຊື່ອເປັນວັດທະນະທຳຢ່າງໜຶ່ງທີ່ມີອິດທິພົນສູງ ແລະ ມີຄວາມສຳຄັນຕໍ່ການພັດທະນາມະນຸດ. ສັງຄົມລາວເຮົາເປັນສັງຄົມທີ່ມີອະລິຍະທຳ, ວັດທະນະທຳ ຮີດຄອງປະເພນີທີ່ບໍ່ນ້ອຍໜ້າໃຫ້ຊາດອື່ນໃດ. ຄວາມຫລາກຫລາຍທາງດ້ານວັດທະນະທຳແມ່ນມີຕັ້ງແຕ່ສະໄໝບູຮານນະການ.ໃນຍຸກປັດຈຸບັນເຖິງຈະເປັນຍຸກທີ່ມີຄວາມກ້າວໜ້າທາງດ້ານອຸດສາຫະກຳມີລະບົບເຕັກ ນິກວິທະຍາສາດທີ່ທັນສະໄໝກໍຕາມ, ແຕ່ສັງຄົມວັດທະນະທຳຮີດຄອງປະເພນີແລ້ວກໍຍັງມີຄຸນຄ່າສຳຄັນໃນການສ້າງສັງຄົມລາວໃຫ້ເປັນສັງຄົມທມີອະລິຍະທຳໜ້າເພິ່ງພໍໃຈເປັນສັງຄົມທີ່ດີມີອິດສະຫລະພາບໃນການກ້າວເດີນໄປຕາມທາງແຫ່ງຊີວິດ ປະຊາຊົນລາວກໍມີຄວາມເອກອ້າງທະນົງໃຈຍັງໃຫ້ຄວາມເຄົາລົບນັບຖືສືບຕໍ່ອະນຸລັກປະຕິບັດຕາມ ແລະ ເສີມຂະຫຍາຍມາຈົນເຖິງປັດຈຸບັນຍັງຈະກ້າວໄປສູ່ອະນາຄົດຢ່າງບໍ່ມີວັນຢຸດຢັ້ງ. ສິ່ງສຳຄັນໄປກວ່ານັ້ນກໍຄືວັດທະນະທຳ ໄດ້ກາຍເປັນປັດໄຈສຳຄັນໃນການພັດທະນາປະເທດຊາດຕື່ມອີກ.
            ວັດທະນະທຳແຫ່ງຄວາມເຊື່ອ ແມ່ນໄດ້ກຳເນີດມາຈາກແນວຄິດສະຕິປັນຍາຂອງຄົນເຮົາປະສົມປະສານກັບຄວາມເຊື່ອຖືກັນມາທີ່ມີມາຕັ້ງແຕ່ດົນນານຂອງບັນພະບູລຸດສິ່ງເຫລົ່ານີ້ຂະຫຍາຍຂອບເຂດ ແລະ ວິວັດທະນາການໄປຕາມຍຸກສະໄໝເພື່ອສ້າງສັງຄົມໃຫ້ມີຄວາມສີວິໄລທາງດ້ານວັດຖຸ ແລະ ຈິດໃຈໄປພ້ອມໆກັນ. ວັດທະນະທຳທາງດ້ານຈິດໃຈເປັນວັດທະນະທຳທີ່ເນັ້ນໃນແງ່ຂອງຄວາມເຊື່ອຖືຄວາມຄິດ, ຈິນຕະນາການວັດທະນະທຳຄວາມເຊື່ອຖືເປັນສ່ວນໜຶ່ງທີ່ມີຄວາມສຳຄັນ ແລະ ມີອິດທິພົນຫລາຍຕໍ່ສັງຄົມລາວບໍ່ວ່າໃນອະດີດກໍຄືປັດຈຸບັນ. ຄວາມເຊື່ອຖືຕ່າງໆນັ້ນມັນໄດ້ກຳເນີດ ແລະ ວິວັດທະນາການມາພ້ອມກັບການຂະຫຍາຍຕົວຂອງສັງຄົມລາວ. ໃນທີ່ນີ້ຈະເນັ້ນເຖິງຄວາມເຊື່ອຖືການເຮັດບຸນແຈກເຂົ້າ ທີ່ຊາວລາວບູຮານເຄີຍຢຶດຖືສືບທອດກັນມາເປັນເວລາຫລາຍຮ້ອຍກວ່າປີ.

  ການ​ເຊື່ອ​ຖື​ຕໍ່​ດວງ​ວິນ​ຍານ​ບັນພະ​ບູລຸດ 

           ສັງຄົມ​ມະນຸດ​ໄດ້​ກຳ​ເນີ​ດຂิ้ນ ​ແລະ ໄດ้ຜ່ານ​ໄລຍະ​ເວລາ​ແຫ່ງ​ການ​ຂະຫຍາຍຕົວ​ຂອງ​ສັງຄົມ​ແຕ່ລະ​ຂັ້ນແລ້ວ​ຈຶ່ງ​ມາ​ເຖິງ​ການຈັດ​ຕັ້ງ​ສັງຄົມ​ເປັນ​ກົກ, ​ເປັນ​ເຫລົ່າ, ​ເປັນ​ເຜົ່າ​ພັນ, ​ເປັນ​ເຊື້ອສາຍ​ວົງ​ຕະກູນ. ​ໃນ​ໜ່ວຍ​ວົງ​ຕະກູນ ​ແລะ ຄອບຄົວ​ຍ່ອມ​ມີ​ການ​ພົວພັນ​ກັນ​ຢ່າງ​ໃກ້ຊິດຕິດ​ແທດ, ມີ​ຄວາມ​ຮັກ​ແພງ ​ແລະ ຊ່ວຍ​​ເຫລືອ​ຊຶ່ງ​ກັນ ​ແລະ ​ກັນ​ເຊັ່ນ: ປູ່ຍ່າ, ຕາ​ຍາຍ, ພໍ່​ແມ່ອ້າ​ຍ ນ້ອງ, ລູກ​ຫລານ. ຍ້ອນ​ແນວ​ນັ້ນ​ສະມາຊິກ​ໃນ​ຕະກູນ ຫລື​ ໃນ​ຄອບຄົວ​ຜູ້​ໃດ​ຜູ້​ໜຶ່ງ​ລ່ວງ​ລັບ​ໄປ​ເຮັດ​ໃຫ້​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ມີ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ອາ​ໄລ​ອາວ​ອນຫາ, ຈຶ່ງ​ມີ​ການ​ແຈກ​ເຂົ້າ​ນ້ຳ​ຖວາຍ​ທານ​ສົ່ງ​ບຸນ​ກຸສົນ​ໄປ​ໃຫ້.

ການ​ເຊື່ອ​ຖື​ຕາມ​ສາສະໜາ​ພຸດ 

​           ແຕ່​ກາງ​ສະຕະວັດ​ທີ​ XIV ​ເປັນ​ຕົ້ນ​ມາ​ໂດຍ​ສະ​ເພາະ​ນັບ​ແຕ່​ກະສັດເຈົ້າຟ້າ​ງຸ່ມ​ມະຫາ ລາດ​ໄດ້​ນຳ​ເອົາ​ພຸດທະ​ສາສະໜາພ້ອມ​ທັງ​ຄຳ​ພີພຣະ​ໄຕຣປີດົກ, ພຣະສົງ​ສາມະ​ເນນ​ມາ​ແຕ່​ປະເທດຂະເໝນ​ເມື່ອ​ ຄ.ສ 1359 ສາສະໜາ​ພຸດ-ຫິນະ​ຍານ​ໄດ້​ມີ​ບົດບາດ ​ແລະ ມີ​ອິດ​ທິພົນ​ຕໍ່​ວັດທະນະທຳ, ຮີດຄອງ​ປະ​ເພນີ​ລາວ​ຢ່າງ​ເປັນໝາກ​ເປັນ​ຜົນ. ​ແຕ່​ມາ​ຮອດ​ສະ​ໄໝ​ຂອງ​ພະ​ເຈົ້າ​ໂພທິສາລະ​ລາດ ປີ ຄ.ສ 1527 ຈ.ສ 889 ພຣະອົງ​ໄດ້​ມີ​ພຣະລາຊະ​ອາດຍາ​ປະກາດ​ໃຫ້​ບ່າວ​ໄພ່​ພົນລະ​ເມືອງ​ເລີກ​ນັບຖື​ຜີຟ້າ​ແຖນ​ອັນ​ເຄີຍ​ຖື​ມາ​ແຕ່​ບູຮານ​ນັ້ນ​ເສຍ​ໝົດ ບັນດາ​ຫໍ​ໂຮງ ກ້ວນ​ສານ​ກໍ​ໄດ້​ຮື້​ຖອນ​ອອກ​ຖິ້ມ​ໝົດ​ ​ແລ້ວ​ຈຶ່ງ​ສ້າງ​ພຣະອາຣາມ​ຂນ​ແທນ​ບ່ອນ​ຫໍ ເອົາ​ທຳ​ມະ​ເຂົ້າ​ຈິດ​ໃຈ​ຂອງ​ມວນ​ຊົນ​ແທນ ແຕ່​ນັ້ນ​ມາ​ການ​ເຮັດບຸນ​ສີນ​ກິນ​ທານ​ຈຶ່ງ​ມີ​ມາ​ໂດຍ​ສະ​ເພາະ​ແມ່ນ​ບຸນ​ແຈກ​ເຂົ້າ. (ຄັດ​ມາ​ຈາກການ​ເຮັດບຸນ​ຫໍ່​ເຂົ້າປະດັບ​ດິນ ​ບົດ​ຈົບ​ຊັ້ນ​ປະລິນຍາ​ຕີຄະນະ​ ອັກ​ສອນ​ສາດ, ພາກ​ວິຊາ​ພາສາ​ລາວ-ວັນນະ​ຄະດີ. 2002:8-10).

ມູນເຫດຄວາມເຊື່ອຖືໃນການເຮັດບຸນແຈກເຂົ້າ 
             
ການເຮັດບຸນແຈກເຂົ້າແມ່ນມີມາແຕ່ສະໄໝຄັ້ງພຸດທະການແລ້ວ ໂດຍມີເລື່ອງທີ່ເລົ່າມາວ່າ: ໃນກະລະຄັ້ງນັ້ນ ພຣະສຳມາສຳພຸດທະເຈົ້າໄດ້ສະເດັດປະທັບຢູ່ໃນປ່າເຊຕະວັນມະຫາວິ ຫານ ພ້ອມໝູ່ພຣະພິກຂຸສົງ ຍັງມີພຣາມຜູ້ໜຶ່ງໃນເມືອງສາວັດຖີ ມີເຂົ້າຂອງເປັນອັນມາກເຖິງ 80 ໂກດ ພຣາມຜູ້ນັ້ນມີລູກຊາຍຄົນໜຶ່ງເປັນທີ່ຮັກແພງຍິ່ງໜັກໜາພໍລ້ຽງມາອາຍຸໄດ້ 17 ປີກໍເກີດໂລຄາພະຍາດມາເຖິງຕົນ ກໍຈງມໍລະນະຕາຍຈາກພໍ່ແມ່ຂອງຕົນ ສ່ວນພຣາມຜູ້ເປັນພໍ່ກໍເປັນທຸກຂະເວທະນາມັນກໍຮ້ອງໄຫ້ຫລາຍປະການ ແລ້ວມັນກໍເອົາສົບລູກຊາຍທີ່ຕາຍໄປເຜົາໃນປ່າຊ້າຜີທີ່ນັ້ນ ກັບທັງເອົາເສື່ອສາດອາດສະນະ (ເຄື່ອງທີໃຊ້ປູນອງສຳລັບພຣະສົງ) ໄປປູໄວ້ມີ ຜ້າກັ້ງ ແລະ ເພດານໝາຍມີເຂົ້າຂອງທັງຫລາຍເປັນຕົ້ນວ່າ: ເງິນ, ຄຳ, ຊ້າງ, ມ້າ, ຂ້າຍິງຂ້າຊາຍແລ້ວແຕ່ງໃຫ້ ທາດເຮືອນຄົນໜຶ່ງໄປອຸປະຖາກຮັກສາໃນປ່າຊ້າຜີທີ່ນັ້ນ ເພື່ອຈະໄປສົ່ງເຂົ້າແລງ ເຂົ້າງາຍແກ່ລູກຊາຍຂອງຕົນຢູ່ທຸກໆວັນບໍ່ໃຫ້ຂາດຈັກວັນ ຂ້ອຍພຣາມກໍຮັບຕາມໄປສົ່ງຢູ່ສະເໝີໆຢູ່ມາວັນໜຶ່ງຝົນບັງເອີນຕົກລົງມານ້ຳກໍມາກຫລາຍເປັນອັນມືດມົນອົນທະການວ່າຈະຂ້າມລອຍກໍບໍ່ໄດ້ ຂ້ອຍພຣາມຜູ້ນັ້ນຈຶ່ງກັບຄືນມາພົບເຈົ້າພິກຂຸຕົນໜຶ່ງມາບິນທະບາດ ມັນກໍເລີຍເອົາເຂົ້າໃສ່ບາດໃຫ້ເປັນທານແກ່ພິກຂຸຕົນນັ້ນແລ້ວມັນກໍຫລັ່ງລົງຢາດນ້ຳໝາຍທານສົ່ງບຸນໄປຫາລູກຊາຍ ພຣາມຜູ້ຕາຍໄປນັ້ນມັນຈຶ່ງມານິມິດຄວາມຝັນໃຫ້ພຣາມຜູ້ເປັນພໍ່ຮູ້ແຈ້ງວ່າຂ້າຕາຍຈາກພໍ່ແມ່ກໍໄດ້ໜຶ່ງປີແລ້ວກໍບໍ່ໄດ້ກິນເຂົ້າສັກວັນເລີຍກໍໄດ້ມາກິນແຕ່ທໍ່ວັນດຽວເທົ່ານີ້ແລຄັນລູກຊາຍຂອງພຣາມມານິມິດຄວາມຝັນໃຫ້ພຣາມຜູ້ເປັນພໍ່ຮູ້ດັ່ງນີ້ແລ້ວ ພຣາມກໍສັ່ງໃຫ້ຄົນໄປຕາມຂ້າຊາຍຜູ້ໄປອຸປະຖາກນັ້ນມາຖາມເບິ່ງ ກູກໍແຕ່ງໃຫ້ມຶງໄປສົ່ງເຂົ້າປາອາຫານໃຫ້ລູກຊາຍຂອງກູທຸກວັນໆເຫດໃດ ລູກຊາຍຂອງກູຈຶ່ງບໍ່ໄດ້ກິນເຂົ້າສັກວັນເລີຍ ຈຶ່ງໄດ້ມາກິນເຂົ້າແຕ່ທໍ່ວັນດຽວນີ້ຈາ ຄັນຂ້າຊາຍຜູ້ນັ້ນໄດ້ຍິນ ແລ້ວກໍກ່າວຕອບວ່າ: ຂ້າກໍໄປສົ່ງເຂົ້າງາຍເຂົ້າແລງແກ່ລູກຊາຍຂອງທ່ານຢູ່ທຸກວັນໆແຕ່ວັນວານນີ້ໄປບໍ່ໄດ້ ເພາະຝົນຕົກນ້ຳມາກຫລາຍ ຂ້າຈຶ່ງໄດ້ກັບມາເຖິງກາງທາງກໍເລີຍພົບພຣະພິກຂຸເຈົ້າໄປບິນທະບາດ ຂ້າຈຶ່ງໄດ້ເອົາເຂົ້າໃສ່ບາດພຣະພິກຂຸແລ້ວຈຶ່ງອຸທິດຢາດນ້ຳໝາຍທານໄປຫາລູກຊາຍຂອງທ່ານ ແລ້ວລູກຊາຍຂອງທ່ານຈຶ່ງໄດ້ມາກິນເຂົ້າແຕ່ທໍ່ວັນດຽວນີ້ແລ ຄັນພຣາມຜູ້ເປັນພໍ່ຊາບຄວາມແລ້ວກໍຄິດຄະນິງຢູ່ໃນໃຈວ່າ: ຄວນຈະໄປໄຫວ້ພຣະພຸດທະເຈົ້າເສຍກ່ອນວ່າດັ່ງນັ້ນແລ້ວ ພຣາມຜູ້ນັ້ນກໍຖືເອົາປະທູບປະທີບດອກໄມ້ຄັນທະຣົດຂອງຫອມ (ດອກໄມ້ສີເຫລືອງມີກິນຫອມເພຶ່ອນຳໄປບູຊາ) ແລ້ວກໍເຂົ້າໄປຫາສຳນັກຂອງພຣະພຸດທະເຈົ້າ ແລ້ວກໍບູຊາດ້ວຍດອກໄມ້ຄັນທະຣົດຂອງຫອມນິສິດທິກໍຈຶ່ງນັ່ງໃນທີ່ຄວນແຫ່ງຕົນແລ້ວກໍໄຫວ້ຖາມພຣະພຸດທະເຈົ້າວ່າ: ພັນເຕພະຄະວາ “ຂ້າຂໍໄຫວ້ພຣະພຸດທະເຈົ້ານໍລະຍິງຊາຍໃນໂລກນີ້ ຄັນເຂົາຕາຍໄປສູ່ປະຣະໂລກເບື້ອງໜ້າແລ້ວຜູ້ຢູ່ພາຍຫລັງໄດ້ແຕ່ງຂ້ອຍຂ້າຊາຍຍິງໄປອຸປະຖາກຮັກສາ ແລະ ແປງບັນນະສາລາໄວ້ໃນປ່າຊ້າເອົາເສື່ອສາດອາດສະໜາ ເງິນຄຳຊ້າງມ້າງົວຄວາຍໄປໄວ້ໃນທີ່ນັ້ນມີທັງຜ້າກັ້ງ ແລະ ເພດານກໍຈັກມີຜະລະອານິສົງແກ່ເຂົາຜູ້ຕາຍນັ້ນດັ່ງລືກໍຂ້າຈາ ພະຄະວາ ອັນວ່າ ພຣະພຸດທະເຈົ້າກໍເທສະໜາໃຫ້ແກ່ພຣາມວ່າ: ດູລາທ່ານພຣາມຜູ້ມີເຂົ້າຂອງເປັນອັນມາກຜິວ່າຈະໃຫ້ເປັນຜະລະອານິສົງແກ່ຜູ້ຕາຍໄປນັ້ນ ກໍຄວນກະທຳບຸນໃຫ້ທານແກ່ສັງຄະເຈົ້າທັງຫລາຍໝາຍມີຕົນວ່າອຸທິດສ່ວນບຸນໄປຫາເຂົາຝູງຕາຍໄປນັ້ນ ຈຶ່ງເປັນຜະລະອານິສົງຍິ່ງໃຫຍ່ນັ້ນແລ ສ່ວນເຂົາຝູງຕາຍໄປນັ້ນຄັນໄດ້ຮັບສ່ວນບຸນກຸສົນອັນນັ້ນແລ້ວ ກໍຈະໄດ້ພົ້ນຈາກພາວະອັນເປັນທຸກທັງມວນນັ້ນແລ ເມື່ອນັ້ນພຣາມກໍໄດ້ຟັງທຳມະເທສະໜາແລ້ວ ກໍມີຈິດໃຈຊົມຊື່ນຍິນດີມັນກໍຍໍມືໄຫວ້ ອາຣາທະນາພຣະພຸດທະເຈົ້າກັບທັງຊາວເຈົ້າພິກຂຸທັງຫລາຍອັນໄດ້ 500 ຮູບ ເຂົ້າໄປສູ່ເຮືອນແຫ່ງຕົນເມື່ອນັ້ນພຣາມກໍຕົກແຕ່ງເຂົ້ານ້ຳໂພຊະນະອາຫານເອົາມາຕັ້ງໄວ້ຊ່ອງໜ້າສັງຄະເຈົ້າທັງຫລາຍແລ້ວ ພຣາມກໍກ່າວຄຳຖວາຍວ່າ: “ອິມັດສະມິງ ເຄເຫ ອິມານິ ພິກຂານິ ສະຣູປັບພະຍັນຊະນະນານິ ສະອຸທະການິ ສະຕຳພະລານິ ສະຈິດຕະມະຣະນານິ ສັບພະໂພຊະນະອະຫາຣານິ ສະຄິລະນະເພສັດຊານິ ສະພັນດານິ ພຸດທະ ທຳມະ ສັງຄະ ໂພທິຣຸຂະປູຊານັດຖາຍະ ສັງຄັດສະ ເທມະ” ວ່າ 3 ເທື່ອດັ່ງນີ້ແລ້ວພຣະພຸດທະເຈົ້າກັບທັງຊາວເຈົ້າພິກຂຸທັງຫລາຍ ກໍສັນໂພຊະນະອາຫານສຳເລັດແລ້ວພຣາມກໍຖວາຍປັດໃຈທັງ 4 ມີອະຖະບໍຣິຂານເປັນທານແກ່ສັງຄະເຈົ້າທັງຫລາຍກໍມີແລ. ພຣາມຜູ້ນັ້ນມັນກໍຢັ່ງລົງອຸທະກັງຢາດນ້ຳໝາຍທານອຸທິດສົ່ງບຸນກຸສົນໄປຫາລູກຊາຍຂອງຕົນອັນຕາຍໄປນັ້ນແລ ໃນກາລະຄັ້ງນັ້ນພຣະພຸດທະເຈົ້າກໍສະແດງທຳມະເທສະໜາໃຫ້ແກ່ກິຣະພຣາມວ່າ: ດູກ່ອນທ່ານພຣາມຕັ້ງ ແຕ່ນີ້ເມືອໜ້າທ່ານທັງຫລາຍຢ່າໄດ້ໄປອຸປະຖາກຮັກສາຢູ່ໃນປ່າຊ້າຜີທີ່ນັ້ນເທີ້ນ ທ່ານຈົ່ງຮັກສາສິນພາວະນາຢ່າໄດ້ຂາດ ລູກຊາຍຂອງທ່ານອັນຕາຍໄປນັ້ນກໍຈະພົ້ນຈາກ ພາວະອັນເປັນທຸກຂຶ້ນໄປສະເຫວີຍສຸກຢູ່ສະຫວັນຊັ້ນດາວະດິງສາມີຜາສາດທອງຄຳສູງໄດ້ 12 ໂຍດ ມີນາງຟ້າທັງຫລາຍພັນໜຶ່ງເປັນບໍລິວານ ຄັນພຣາມຜູ້ເປັນພໍ່ນັ້ນ ໄດ້ຟັງທຳມະເທສະໜາຂອງພຣະພຸດທະເຈົ້າແລ້ວ ກໍຕັ້ງຢູ່ໃນສິນ 5 ສິນ 8 ຕາບເຖົ້າສິ້ນຊີວິດຂອງຕົນແລ້ວກໍໄດ້ໄປບັງເກີດເທິງສະຫວັນຊັ້ນດາວະດິງສາມີຜາສາດທອງຄຳຫລັງໜຶ່ງທຽມກັນກັບຜາສາດຂອງລູກ ມີນາງຟ້າທັງຫລາຍໜືນໜຶ່ງເປັນບໍລິວານນີ້ແລ ທ່ານພຸດທະບໍລິສັດທັງຫລາຍ ເມື່ອຮູ້ຜະລະອານິສົງດວງວິເສດຂອງພຣະພຸດທະເຈົ້າແຈ່ມແຈ້ງແລ້ວ ຈົ່ງຊົມຊື່ນຍິນດີໃນກອງກຸສົນທີ່ທ່ານໄດ້ສະຫລະທານໃນວັນນີ້ທຸກປະການ. ນັ້ນຄືເລື່ອງລາວທີ່ເປັນມູນເຫດໃນການເຮັດບຸນແຈກເຂົ້າ ໃຫ້ຍາດຕິພີ່ນ້ອງກໍຄື: ສັບພະສັດທັງຫລາຍຕະຫລອດເຖິງເຈົ້າກຳນາຍເວນທຸກທົ່ວໜ້າ.

ຄວາມໝາຍຂອງການຕາຍ 

  ຄວາມຕາຍອາດມີຄວາມໝາຍໄດ້ຫລາຍແງ່ມູມ ທຸກຂະແໜ່ງກໍໃຫ້ນິຍາມແຕກຕ່າງກັນອອກໄປເຊັ່ນ: ຄວາມຕາຍທາງສາສະໜາ, ຄວາມຕາຍທາງການແພດ, ຄວາມຕາຍທາງກົດ ໝາຍ, ຄວາມຕາຍທາງດ້ານປະຊາກອນສາດເຫລົ່ານີ້ເປັນຕົ້ນ, ແຕ່ພວກເຮົາຈະຂໍຍົກແຕ່ລະແງ່ມູມມາເພື່ອໃຫ້ເຫັນຄວາມສົມບູນຍິ່ງຂຶ້ນ. 
     ການຕາຍໃນວັດຈະນານຸກົມນັກຮຽນຝ່າຍໜັງສືສົ່ງເສີມເຍົາວະຊົນກ່າວວ່າ “ຄວາມຕາຍ” ແປວ່າ: ສິ້ນໃຈ, ສິ້ນຊີວິດ, ບໍ່ເປັນຢູ່ຕໍ່ໄປ, ສິ້ນສະພາບຂອງການມີຊີວິດເປັນຕົ້ນ. 
    ໃນພຣະພຸດທະສາສະໜາເຊື່ອວ່າ: ຊີວິດມີຢູ່ເປັນຢູ່ເພາະມີປັດໄຈຕ່າງໆເໝາະສົມ ແລະ ປັດໄຈສຳຄັນກໍຄືຂັນ 5 ເຊັ່ນ: ຮູບຂັນ, ເວທະນາຂັນ, ສັນຍາຂັນ, ສັງຂານຂັນ ແລະ ວິນຍານຂັນຕາມຄວາມເຊື່ອນີ້ຕາມຄວາມໝາຍ ແມ່ນໝາຍເຖິງຄວາມສິ້ນໄປແຫ່ງປັດໄຈຄື: ຄວາມຕາຍທາງຮ່າງກາຍກັບຄວາມຕາຍທີ່ຍັງບໍ່ສິ້ນລົມຫາຍໃຈເປັນຄວາມຕາຍທາງຈິດໃຈ ທ່ານພຸດທະທາດພິກຂຸມັກເອີ້ນວ່າເປັນການຕາຍກ່ອນຕາຍ. 
    ຄວາມຕາຍຕາມປຶ້ມວັດທະນະທຳລາວໝາຍເຖິງກົດເກນທຳມະຊາດທົ່ວໄປຂອງສັບພະສັດລວມທັງສິ່ງທີ່ມີຊີວິດທຸກຢ່າງເມື່ອເກີດກໍຕ້ອງມີຄວາມສິ້ນໄປຊຶ່ງບໍ່ມີໃຜຫລີກເວັ້ນໄດ້. 
   ຄວາມຕາຍໃນທາງການແພດນັ້ນມັກຈະປະກອບມີ 3 ປະການຄື: ຄົນໆນັ້ນຕ້ອງຢຸດຫາຍໃຈ, ຫົວໃຈຂອງຄົນໆນັ້ນຕ້ອງຢຸດເຕັ້ນ ແລະ ສະໝອງຂອງຄົນໆຕ້ອງຢຸດເຮັດວຽກໂດຍສິ້ນເຊີງ. 
  ຄວາມຕາຍໃນປະຊາກອນສາດນັ້ນໝາຍເຖິງ ປະຊາກອນທີ່ເກີດຂຶ້ນແລ້ວຕາຍໄປອົງການອະນາໄມໂລກ ແລະ ສະຫະປະຊາຊາດໄດ້ໃຫ້ຄຳນິຍາມຂອງ “ການຕາຍ” ວ່າເປັນການສູນສິ້ນຢ່າງຖາວອນຂອງຫລັກຖານທັງມວນກ່ຽວກັບການມີຊີວິດໃນຂະນະໃດຂະນະໜຶ່ງໃນທີ່ນີ້ໝາຍ ເຖິງການຢຸດດເຮັດວຽກຢ່າງຖາວອນຂອງລະບົບປະສາດສ່ວນກາງ, ລະບົບໄຫລວຽນຂອງເລືອດ ແລະ ລະບົບຫາຍໃຈ.

ປະ​ເພດ​ຂອງ​ການ​ຕາຍ ​ແລະ ​ໄລ​ຍະ​ເວລາ​ຂອງ​ການ​ເຮັດ​ບຸນ​ແຈກ​ເຂົ້າ
ປະ​ເພດ​ຂອງ​ການ​ຕາຍ

​​         ໃນ​ປະ​ເພດ​ຂອງ​ການ​ຕາຍ​ນີ້ ​ພວກ​ຄະນະ​ຜູ້​ສຶກສາ​ໄດ້​ຍົກ​ມາ 2 ດ້ານ​ຄື: ທາງ​ພຸດທະສາສະໜາ ​ແລະ ດ້ານ​ວັດທະນະທຳ​ລາວ​ເຫລົ່າ​ນີ້​ເປັນ​ຕົ້ນ.
ຄວາມ​ຕາຍທາງ​ພຸດທະ​ສາສະໜາ​ຈະ​ມີ​ຢູ່ 4 ປະ​ເພດ​ຄື:
        1) ຕາຍ​ໝົດ​ອາຍຸ: ​ຊຶ່ງ​ເປັນ​ໄປ​ຕາມ​ກົດ​ທຳ​ມະ​ຊາດ​ຂອງ​ທຸກໆ​ສິ່ງ​ທີ່​ເກີດ​ມາຕ້ອງ​ຕົກ​ຢູ່​ໃນກົດ​ແຫ່ງ​ການ​ເກີດຂຶ້ນ, ດຳລົງ​ຢູ່ ​ແລະ ດັບ​ໄປ​ຊີວິດ​ຂອງ​ມະນຸດ​ທີ່​ເກີດ​ມາ​ນັ້ນ ​ເຖິງ​ຈະ​ບໍ່​ມີ​ໂລກ​ໄພຫລື ​ເຫດ​ອື່ນ​ທີ່​ເຮັດ​ໃຫ້​ເສຍ​ຊີວິດ​ໄປ​ກ່ອນ​ໄວອັນ​ຄວນ, ການ​ດຳ​ເນີນ​ຊີວິດ​ຢູ່​ໄດ້​ຊົ່ວ​ໄລຍະ​ເວລາໜຶ່ງ​ເທົ່າ​ນັ້ນ ນີ້​ຄື​ອາຍຸ​ໄຂ​ທີ່​ຈຳກັດ​ ນອກຈາກ​ນີ້​ອາຍຸ​ໄຂ​ຂອງ​ຄົນ​ເຮົາ​ຍັງ​ບໍ່​ຄື​ກັນ​ອີກ​ດ້ວຍ.
        2) ໝົດ​ກຳ: ຄື​ຕາຍ​ເພາະ​ໝົດ​ກຳ ກຳ​ນັ້ນ​ຄື​ການ​ກະທຳ​ທີ່​ມີ​ຜົນ​ສືບ​ເນື່ອງ​ກັນ​ມາອາດ​ເປັນ​ກຳ​ທີ່​ເຮັດ​ໄວ້​ໃນ​ອະ​ດີດ​ຊຶ່ງອາດ​ໄກ​ອອກ​ໄປ​ໃນ​ອະ​ດີດຕະຊາດ ຫລື​ ອາດ​ເປັນ​ກຳ​ທີ່​ເຮັດ​ໄວ້​ໃນ​ປັດຈະ​ບັນ, ອາດ​ເປັນ​ກຸສົນກຳ ຫລື ​ອະກຸສົນ​ກຳ​ກໍ​ໄດ້​ຂຶ້ນ​ຢູ່​ກັບ​ການ​ກະທຳ​ທີ່​ເຮັດ​ລົ​ງ​ໄປ​ນັ້ນ ເປັນ​ຝ່າຍ​ດີຫລື ​ຝ່າຍ​ບໍ່​ດີ​ກຳ​ທີ່​ເຮັດ​ໄວ້​ນັ້ນ​ມີໜ້າ​ທີ່​ຊ່ວຍ​ສະໜັບສະໜູນ​ຮູບ ​ແລະ ນາມ (ຊີວິດ) ​ໃນ​ພົບ​ທີ່​ເຮົາ​ເກີດ​ມາ ​ເມື່ອ​ຜົນ​ກຳ​ສິ້ນ​ໄປ​ຊີວິດ​ກໍ​ສິ້ນ​ໄປ.
       3) ໝົດ​ທັງ​ອາຍຸ ​ແລະ ກຳ: ​ອາຍຸ ​ແລະ​ ກຳ​ໝົດ​ໄປ​ໃນ​ເວລາ​ດຽວກັນການ​ຕາຍ​ໃນ​ກໍລະນີ້​ແບບ​ນີ້ຈະ​ເຫັນ​ໄດ້​ຄື​ການ​ຕາຍ​ຂອງ​ຜູ້​ສູງ​ອາຍຸທີ່​ເຖົ້າ​ທັງ​ຮູບ ​ແລະ ​ນາມ​ມະ​ທຳ (ຮ່າງກາຍ ​ແລະຈິດ​ໃຈ) ໝົດ​ສະພາບ ການ​ກະທຳ​ທີ່​ຈະ​ມີ​ແຮງ​ສະໜັບ​ສະ​ໜູນ​ໃຫ້​ຮູບ ​ແລະ ​ນາມ​ເຮັດ​ໜ້າ​ທີ່​ຂອງ​ມັນ​ກໍ​ໝົດ​ໄປ ປຽບ​ເໝືອຕະກຽງ​ທີ່​ນ້ຳມັນ ​ແລະ ​ໄສ້​ຕະກຽງ​ໝົດ​ໄປ​ພ້ອມ​ກັນ.
       4) ມີ​ເຫດ ຫລື ​ກຳ​ຢ່າງ​ອື່ນ​ມາ​ຕັດ​ຮອນ: ​ເຮັດ​ໃຫຊີວິດ​ໝົດ​ໄປ​ກະທັນຫັນທັ້ງທີ່​ນ່າຈະ​ຢູ່​ຕໍ່​ໄປ​ໄດ້ ​ໃນ​ກໍລະນີ​ນີ້​ທັງ​ອາຍຸ ​ແລະ ​ກຳ​ຍັງ​ບໍ່​ໝົດ​​ແຕ່​ເກີດ​ເຫດ​ເຮັດ​ໃຫ້​ເສຍ​ຊີວິດ​ກະທັນຫັນ​ເຊັ່ນ: ການ​ຕາຍ​ດ້ວຍ​ອຸປະຕິ​ເຫດໆ​ລໆ. ​ເໝືອນກັບ​ຕະກຽງ ​ແລະ ນ້ຳມັນ​ຍັງ​ມີ​ຢູ່​ແຕ່​ໄຟ​ດັບ​ໄປ​ເພາະ​ເຫດອື່ນ​ເຊ່ັນ: ມີ​ລົມ​ພັດ​ມາ​ແຮງ (​ເຫດ​ພາຍ​ນອກ) ຈົນ​ເຮັດ​ໃຫ້​ແປວ​ໄຟ​ດັບ​ໄປ.

ປະ​ເພດ​ຄວາມ​ຕາຍ​ໃນ​ແງ່​ວັດທະນະທຳ​ລາວ​ມີ 3 ປະ​ເພດ​ຄື:

        1) ຕາຍ​ຍ້ອນ​ການ​ເຈັບ​ໄຂ້​ໄດ້​ປ່ວຍການ​ຕາຍ​ປະ​ເພດ​ນີ້​ບໍ່​ວ່າ​ຜູ້​ນ້ອຍ ​ແລະ ​ຜູ້​ໃຫຍ່​ກໍ​ມີ​ຄື​ກັນ
        2) ການ​ຕາຍ​ມີ​ແຮງ​ເອີ້ນ​ກັນ​ວ່າ: (ຕາຍຫູງ) ການ​ຕາຍແບບນີ້​ ແມ່ນ​ການ​ຕາຍ​ອຸປະຕິ​ເຫດ
        3) ການ​ຕາຍ​ເຖົ້າ​ແມ່ນ​ການ​ຕາຍ​ທົ່ວ​ໄປ​ຈຳນວນ​ຫລາຍໂດຍ​ສະ​ເພາະ​ແມ່ນ​ຜູ້​ມີ​ອາຍຸ​ແກ່​​ເຖົ້າ

​ໄລຍະ​ເວລາຂອງ​ການ​ເຮັດບຸນ​ແຈກ​ເຂົ້າ 

         ການ​ເຮັດບຸນ​ແຈກ​ເຂົ້າ​ຈະມີ​ເວລາ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ ​ແລະ ຈະ​ບໍ່​ເໝືອນ​ກັບ​ຮີດ 12 ​ເດືອນ​ທີ່​ຮອດ​ກຳນົດ​ແລ້ວ​ຕ້ອງ​ໄດ້​ເຮັດບຸນ​ນັ້ນໆ. ບຸນ​ແຈກ​ເຂົ້າສາມາດ​ເຮັດ​​ເວລາ​ໃດ​ກໍ​ໄດ້​ພາຍ​ໃນ 12 ​ເດືອນ ​ຈະ​ເຮັດ​ກໍ​ຕໍ່​ເມື່ອ​ຄົນ​ໃນ​ຄອບຄົວ, ຍາດ​ພີ່ນ້ອງ, ​ເພື່ອນ​ສະ​ນິດ​ມິດ​ໃກ້​ຄຽງລວມ​ໄປ​ເຖິງ​ຜູ້​ບໍ່​ແມ່ນ​ຍາດທີ່​ໄດ້​ເສຍ​ຊີວິດ​ລົງ​ຈຶ່ງ​ໄດ້​ເຮັດບຸນ​ແຈກ​ເຂົ້າ​ໄປ​ຫາ. 
     ຕາມ​ຄວາມ​ເຊື່ອ​ຂອງ​ຄົນລາວ​ບູຮານ​ບອກ​ວ່າ:​ເມື່ອ​ຕາຍ​​ໄປ​ຈາກ​ໂລກ​ມະນຸດ​​ໄປ​ສູ່​ພົບ​ພູມ​ອື່ນ​​ຈະ​ບໍ່​ມີ​ເຂົ້າປາ​ອາຫານ​ການ​ກິນ, ບໍ່​ມີ​ການ​ເຮັດ​ໄຮ່​ເຮັດ​ນາ​ຈຶ່ງ​ບໍ່​ມີ​ເຂົ້າ​ກິນ. ສະ​ນັ້ນ,ຍາດ​ໃນ​ໂລກ​ມະນຸດ​ຈຶ່ງ​ໄດ້​ເຮັດບຸນ​ແຈກ​ເຂົ້າ​ໄປ​ຫາ​ເໝືອນ​ກັບ​ມູນ​ເຫດ​ຂອງ​ເລື່ອງ​ການ​ເຮັດບຸນ​ແຈກ​ເຂົ້າ. ຕາມ​​ເຖົ້າ​ແກ່​ກ່າວ​ໄວ້​ວ່າ:ການ​ເຮັດບຸນ​ແຈກ​ເຂົ້າ​ໃນ​ເມື່ອ​ຜູ້​ຕາຍ​ໄປດ້ວຍການ​ເຈັບ​ໄຂ້​ໄດ້​ປ່ວຍ, ການ​ຕາຍ​ເຖົ້າ​​ແກ່​ນັ້ນ​ເພິ່ນ​ຈະ​ຈຳ​ແນ​ກການ​ເຮັດບຸນ​ແຈກ​ເຂົ້າ​ອອກ​ໄປ​ຄື: ​ໃນ​ໄລຍະ 3 -50 ມື້, ​ແຕ່​ຖ້າ​ເປັນ​ປະ​ເພດ​ຕາຍ​ມີ​ແຮງ​ເອີ້ນ​ກັນ​ວ່າ: (ຕາຍຫູງ) ຈະ​​ເຮັດ​ບຸນ​ແຈກ​ເຂົ້າ​ໄປ​ຫາ 3 ປີ​ຂຶ້ນ​ໄປ ສິ່ງ​ທີກ່າວ​ມາ​ນັ້ນ​ຜູ້​ເຖົ້າ​ເພິ່ນ​ໄດ້​ໃຫ້​ເປັນ​ມູລະຄະຕິ​ໃຫ້ຄົ້ນ​ຄິດ​ຫາ​ເຫດຜົນ​ທີ່​ທ່ານ​ໄດ້​ກຳນົດ​ໄວ້ຕາມ​ຄວາມ​ເຊື່ອ​ຂອງ​ຄົນ​ບູຮານ, ອັນ​ໜຶ່ງ​ກໍ​ເພື່ອ​ອີງ​ໃສ່​ສະພາບ​ແວດ​ລ້ອມ​ຂອງ​ຄວາມ​ເປັນ​ຢູ່, ອີງ​ໃສ່​ເວລາ, ຖານະໆ​ລໆ. ​ແຕ່ຖ້າ​ເປັນ​ປະ​ເພດ​ຕາຍ​ມີ​ແຮງຈະ​ໃຊ້​ໄລຍະ​ເວລາ​ດົນ​ກໍ​ເພາະວ່າ​: ຖ້າ​ເຮັດບຸນ​ອຸທິດ​ໄປ​​ໃຫ້​ໄວ​ເກີນ​ໄປ​ຈະ​​ເຂັດ​ຂວງ​ ຫລື ​ຂະ​ລຳຕໍ່​ບ້ານ​ເມືອງ​ຕາມ​ຄວາມ​ເຊື່ອ​ມາ​ເຖິງ​ປັດຈຸບັນຈຳ​ຕ້ອງ​ໄດ້​ອີງ​ໃສ່​ສະພາບ​ແວດ​ລ້ອມອື່ນໆ​ເຊັ່ນ:​ໃນ​ຕົວ​ເມືອງ​ຈະ​ເຮັດບຸນ​ແຈກ​ເຂົ້າ​ໄວກວ່າ​ໃນ​ເຂດ​ບ້ານນອກ.

ພິທີຂອງ​ເຮັດບຸນແຈກເຂົ້າ 

            ບຸນ​ນີ້​ເປັນ​ມັງຄະລະ​ມັງ​ຄະ​ລະກຳຄື​ເປັນ​ທັງ​ມຸງຄຸນ ​ແລະ ບໍ່​ແມ່​ນມຸງຄຸນ​ປະສົມກັນ ກຳນົດ​ຈຳນວນ​ສົງ​ບໍ່​ຈຳ​ກັດ​ຄູ່​ກໍ​ໄດ້ຄີກກໍ​ໄດ້​ ບຸນ​ນີ້​ຖ້າ​ເຈົ້າພາບ​ເຮັດ​ກອງ​ອັດຖະ, ​ກະຖິນ, ທຳ​ມາດ ຫລື ​ພຣະ​ໄຕຣປີດົກ​ຢ່າງ​ໃດ​ຢ່າງ​ໜຶ່ງ​ອຸທິດ​ນຳ ຕັ້ງກອງ​ບຸນ​ຢູ່​ເຮືອນ​ເຖິງ​ເຂົາ​ຈະ​ເອົາ​ໂຖ​ກະດູກ​ພໍ່​ແມ່​ຜູ້​ທີ່ເຂົາ​ເຮັດບຸນ​ໃຫ້ນັ້ນ​ມາ​ຕັ້ງ​ໄວ້​ແຕ່​ບໍ່​ຄວນ​ສູດ​ອະພິທຳ ຫລື​ ບົດ​ສູດ​ທີ່​ກ່ຽວຂ້ອງ​ກັບ​ສົບ​ທັງ​ໝົດ ຄວນ​ສູດ​ປະລິດຕະມຸງຄຸນ​ທຳ​ມະ​ດາໃນ​ຕອນ​ເຊົ້າ​ເຂົາ​ຕັກບາດ​ ຈຶ່ງ​ຄ່ອຍ​ສູດຖວາຍ​ພອນ​ພຣະທັງ​ຊຸດ, ​ແຕ່​ຖ້າ​ເຂົາ​ມີ​ເວລາ​ດຽວ​ໃຫ້​ສູດ​ປະລິດຕະມຸງຄຸນ​ທັງ​ໝົດ ​ແລ້ວ​ສູດ​ຖວາຍ​ພອນ​ພຣະ​ໃຫ້​ເຂົາ​ຕັກ ບາດ​ຕໍ່​ພຣະສັນ​ເຂົ້າ​ແລ້ວ​ຈຶ່ງ​ເອົາ​ໂຖ​ກະດູກ​ມາ​ຕັ້ງ​ ​ເອົາ​ຟ້າ​ຍບັງ​ສະກຸນ​ໃຊ້​ອັນ​ດຽວ​ກັບ​ສູດ​ປະລິດ ຕະມຸງຄຸນດຶງ​ເອົາ​ໄປ​ຍັງ​ພິກຂຸ​ທຸກ​ອົງ​ແລ້ວ​ວ່າ​ຄຳ​ບັງ​ສະກຸນ​ຕາຍ 3 ຈົບ. 
          ສຳ​ລັບ​ຄາ​ລະວາ​ດນັ້ນ​ຖ້າ​ຜູ້​ທີ່​ເຮົາ​ຈະ​ເຮັດບຸນ​ອຸທິດ​ໃຫ້ມີ​ໂຖ​ກະດູກ​ຊຶ່ງ​ເກັບ​ໄວ້​ມີ​ຢູ່​ກໍ​ໃຫ້​ເອົາ​ຕັ້ງ​ໄວ້​ຂ້າງ​ໜ້າ​ໂຕະ​ໝູ່​ພິທີຫ້າມ​ເອົາ​ຂຶ້ນ​ຕັ້ງ​ເທິງ​ໂຕະ​ໝູ່​ບູຊາ ​ແລະ ​ຫ້າມ​ເອົາ​ໃສ່​ຂັນ​ບູຊາ​ພຣະປະລິດຕະມຸງຄຸນ​ເວລາ​ພຣະຈະ​ຊັກ​ບັງ​ສະກຸນ​ຈຶ່ງ​ເອົາ​ມາ​ຖວາຍ​ພຣະ​ ເມື່ອ​ເອົາ​ຟ້າ​ຍບັງ​ສະກຸນ​ຜູກ ຖ້າ​ບໍ່​ມີ​ໂຖ​ກະ​ດູກແຕ່​ມີ​ກະດູກ​ຢູ່ວັດ​ໃຫ້​ນິມົນ​ພຣະ​ໄປ​ສູດ​ມາ​ຕິ​ກາ ​ແລະ ບັງ​ສະກຸນ​ກະດູກ​ໃນ​ວັດ​ກ່ອນ​ຈຶ່ງ​ຄ່ອຍ​ມາ​ສູດ​ມຸງຄຸນ​ຢູ່​ເຮືອນ. 

              ​ແຕ່​ຖ້າ​ບໍ່​ມີ​ກະດູກ​ເລີຍຄື​ເຄີຍ​ເອົາ​ມາ​ເກັບ​ໄວ້​ຢູ່​ວັດແຕ່​ຈື່​ບ່ອນ​ໄວ້​ບໍ່​ໄດ້ ຫລື​ ຈະ​ສາ​ເຫດ​ໃດ​ກໍ​ຕາມ ກໍ​ໃຫ້​ຂຽນ​ຊື່​ຜູ້​ຕາຍ​ທີ່​ເຮົາຈະ​ອຸທິດ​ບຸນ​ໃຫ້​ນັ້ນລົງ​ໃນ​ເຈ້ຍ​ຢາກ​ສົ່ງ​ບຸນ​ໃຫ້​​ໃຜ​ກໍ​ຂຽນ​ລົງ​ໄປແລ້ວໃສ່​ລົງ​ໃນ​ຂັນ​ຖວາຍ​ພຣະປະທານ​ສົງທ່ານ​ຈະ​ອ່ານ​ຊື່ ​ແລະ ​ປະກາດ​ໃຫ້​ມາ​ຮັບ​ສ່ວນ​ບຸນ​ເອງ​ຈາກ​ທີ່​ອ່ານ​ຊື່ ​ແລະ ປະກາດ​ແລ້ວ​ທ່ານ​ຈະ​ເອົາ​ຟ້າ​ຍບັງ​ສະກຸນ​ຜູກ​ລາຍ​ຊື່​ນັ້ນ​ວາງ​ລົງ​ໃນ​ຂັນ​ແລ້ວ​ນຳ​ລົງ​ສູດຊັກ​ບັງ​ສະກຸນ​ຕາຍ. ​ເມື່ອ​ພຣະສົງ​ສູດ​ບັງ​ສະກຸນ​ສຳ​ເລັດ​ໃຫ້​ເອົາ​ຊອງ​ປະວາລະນາ ​ແລະ ເຄື່ອງ​ໄທຍະທານ​ອື່ນໆ​ຖວາຍ​ພຣະສົງ​ສາມະ​ເນນ​ ​ໃຫ້​ຄົບ​ທຸກ​ອົງ​ແລ້ວ​ປະທານ​ສົງ​ທ່ານ​ຈະ​ຖື​ເຈ້ຍ​ລາຍ​ຊື່​ຜູ້​ຈະ​ຮັບ​ສ່ວນ​ບຸນ​ນັ້ນ​ຂຶ້ນ​ໃຫ້​ເຈົ້າພາບ​ເອົາ​ໄປ​ຈູດ​ຫ້າມ​ເອົາ​ໄຟ​ທຽນ​ໃນ​ພິທີ​ຈູດ​ເດັດຂາດ;ໃຫ້​ ຂີດກັບ​ໄຟ​ຈູດ​ເລີຍ​ຈູດ​ແລ້ວ​ທ່ານ​ຈະ​ສົ່ງ​ຂັນ​ຊື່​ທີ່​ຖືກ​ຈູດ​ສົ່ງ​ຄືນ​ໃຫ້​ເຈົ້າພາບ​ ເພື່ອຢາດ​ນ້ຳ​ໃສ່​ໃນ​ຂັນ​ນັ້ນ​ຕອນ​ທ່ານ​ປະທານ​ສົງ​ນັ້ນ​ສູດ​ຍະຖາໆ​ລໆ.

ຂັ້ນຕອນ​ຂອງ​ການ​ເຮັດບຸນ​ແຈກ​ເຂົ້າ 
 ຂັ້ນຕອນ​ກຽມ​ງານ ຫລື ການຫ່າງ​ຫາ​ກະກຽມ 

        ກ່ອນ​ອື່ນ​ໝົດ​ຜູ້ທີ່​ຈະ​ເຮັດບຸນ​ແຈກ​ເຂົ້າຕ້ອງ​ໄດ້​ກຳນົດ​ເຮັດ​ມື້ບຸນ​ໃຫ້​ລະອຽດຄັກ​ແນ່​ກ່ອນ.​ແລ້ວ​ຈຶ່ງ​ໄປ​ບອກ​ຂ່າວ​ບຸນ​ໃຫ້​ຍາດ​ພີ່ນ້ອງ​, ເພື່ອນ​ມິດ​ສະຫາຍ​ມາ​ຮ່ວມ​ໃນ​ງານ​ບຸນ​ແຈກ​ເຂົ້າ​ໄປ​ຫາ​ຜູ້​ຕາຍ ​ແລະ ຈະ​ຕ້ອງ​ໄປ​ນິມົນ​ພຣະສົງ​ໄວ້​ກ່ອນ​ຮອດ​ມື້ບຸນ. 
        ເມື່ອ​ຮອດ​ມື້​ເຮັດບຸນ​ຍາດ​ພີ່ນ້ອງ ​ແລະ​ ເພື່ອນ​ມິດ​ສະຫາຍ​ກໍ​ຈະ​ພາກັນ​ມາ​ຊ່ວຍ​ວຽກ​ງານ​ໃນ​ການຈັດ​ແຈງ​ຕົບ​ແຕ່ງ​ສະຖານ​ທີ່​ຕ່າງໆ​ ເຈົ້າພາບ​ຕ້ອງ​ຕົກ​ແຕ່ງເຄື່ອງ​ກິຍາ​ບູຊາ​ມີດ​ອກ​ໄມ້​, ທູ​ບ, ທຽນ​ເປັນ​ຕົ້ນ.
1. ຕ້ອງ​ໃຊ້​ທຽນ​ວຽນ​ຫົວ ຄ່າ​ຄີງ, ຄ່າ​ສອກ​ຂອງ​ເຈົ້າພາບ ​ແລະ ລູກ​ຫລານ.
2. ຈັດ​ຕັ້ງ​ຂັນ​ນ້ຳມົນ​ໄວ້ໃສ່​ໝາກ​ສົ້ມປ່ອຍ, ຂີ້​ໝິ້ນ, ໝາກ​ຂີ້ຫູດ, ​ໃບ​ຫວ້ານ​ຊົນ ​ແລະ ​ນ້ຳ​ຫອມ​ແດ່ກໍ​ໄດ້​ໃສ່​ນ້ຳ​ພໍ​ສົມຄວນ.
3. ​ໃຫ້​ແຕ່ງ​ຂັນ 5 ຂັນ 8 ຂັນໝາກ​ເບັງ, ພາ​ມຸງ​ຄຸນ​ໄວ້​ເປັນ​ເຄື່ອງ​ສັກກາລະ​ບູຊາ.
4. ​ໃຫ້​ຜູກ​ສົ້ນ​ຝ້າຍ​ມຸງຄຸນ​ໃສ່​ແທ່ນພຣະພຸດທະ​ຮູບ ຫລື ຜູກ​ພາ​ມຸງຄຸນ​ແລ້ວ​ວຽນ​ຂວາ​ຮອບ​​ເຮືອນ​ແລ້ວ​ຈຶ່ງ​ເນັ່ງ​ມາ​ວຽນ​ເຄື່ອງ​ສັກກາລະ​ບູຊາ ​ແລະ ພາ​ມຸງຄຸນ 3 ຮອບ​ແລ້ວ​ຈຶ່ງ​ມອບ​ເຄນ​ໃຫ້​ພຣະສົງ​ຈັບ​ສູດ​ປະລິດຕະມຸງຄຸນ​ຕາມ​ເວລາ.
5. ນິມົນ​ພຣະສົງ​ຕັ້ງ​ແຕ່ 3-5-7-9 ອົງ​ຂຶ້ນ​ໄປ​ມາ​ສູດ​ມຸງຄຸນ​ແລ້ວ​ຈຶ່ງ​ນິມົນ​ພຣະສົງ​ເທດ​ສະ ໜາ​ຕາມ​ສັດທາ.
6. ຕັ້ງ​ກອງ​ອັດຖະ, ​ເຮັດ​ຫໍຜາສາດ ຫລື​ ເຮັດ​ເຮືອນ​ຜ້າ, ທຸງ​ໄຊ, ດອກ​ໄມ້​ທູບ​ທຽນ, ເສື່ອ​ສາດ​ອາສະນະ, ມີ​ການ​ຫໍ່​ເຂົ້າຕົ້ມ​ເຂົ້າ​ໜົມ ​ແລະ​ ມີ​ການ​ກະກຽມ​ພັດ​ຕາ​ຫານ, ​ເຄື່ອງ​ໄທຍະທານ​ຕ່າງໆອາດ​ຈະ​ມີ​ຕົ້ນ​ເງິນ​ຕົ້ນ​ຄຳ ແລະ​ ເຄື່ອງ​ບໍລິວານ​ອື່ນໆທີ່​ຈະ​ອຸທິດ​ໄປ​ໃຫ້​ແກ່​ຜູ້​ຕາຍ.

ຂັ້ນຕອນນິມົນພຣະສົງສູດມຸງຄຸນ 

             
ການນິມົນພຣະສົງໝາຍເຖິງການເຊີນ ຫລື ການຂໍໃຫ້ພຣະໄປປະກອບພິທີຕ່າງໆໃນການນິມົນນີ້ອາດທຳດ້ວຍວາຈາ ຫລື ໜັງສືກໍໄດ້ໂດຍມີຂັນ 5 ໄປນິມົນຄັກແນ່, ການນິມົນນີ້ຈະຕ້ອງໄດ້ເວົ້າລະອຽດເປັນຕົ້ນວ່າ:ຈຳນວນພຣະສົງສາມະເນນ, ສະຖານທີ່ຈັດງານ, ຫາກມີຈຸດປະສົງ ໃຫ້ພຣະສົງບິນທະບາດຕອນເຊົ້າກໍຄວນບອກເພິ່ນນຳເອົາບາດໄປພ້ອມ, ຫາກເຈົ້າພາບມີລົດຮັບສົ່ງກໍໃຫ້ບອກໄວ້ພ້ອມ. ຖ້າເປັນວັດດຽວກັນບໍ່ຈຳເປັນຕ້ອງນິມົນເປັນແຕ່ລະອົງ, ພຽງແຕ່ບອກຈຳ ນວນທີ່ຕ້ອງການໃຫ້ເຈົ້າອະທິການວັດ ຫລື ພຣະຜູ້ໃຫຍ່ໃນວັດຮູ້ກໍພໍແລ້ວ. 
             ຕອນແລງຈະໄດ້ມີການສູດປະລິດຕະມຸງຄຸນ ແລະ ຟັງເທດສະໜາຈາກຄູບາອາຈານທີ່ໄດ້ນິມົນມາ, ໃນເມື່ອຟັງຟັງເທດສະໜາຈົບແລ້ວກໍຈະໄດ້ຖວາຍປັດໄຈ (ບ້າງ) ໃຫ້ພຣະສົງແລ້ວກໍຄາລະວະຮັບພອນຢາດນ້ຳອຸທິດສ່ວນກຸສົນໄປຫາຜູ້ຕາຍ. ຕອນກາງຄືນແມ່ນມີການຄົບງັນຕາມປະເພນີພື້ນບ້ານ ແລະ ຕອນເຊົ້າຈະມີການຕັກບາດຖວາຍເຄື່ອງໄທຍະທານຕ່າງໆເພື່ອອຸທິດສ່ວນບຸນກຸສົນໄປຫາຜູ້ຕາຍ. 

ຂັ້ນຕອນນິມົນພຣະສົງສູດມຸງຄຸນ 

          ການນິມົນພຣະສົງໝາຍເຖິງການເຊີນ ຫລື ການຂໍໃຫ້ພຣະໄປປະກອບພິທີຕ່າງໆໃນການນິມົນນີ້ອາດທຳດ້ວຍວາຈາ ຫລື ໜັງສືກໍໄດ້ໂດຍມີຂັນ 5 ໄປນິມົນຄັກແນ່, ການນິມົນນີ້ຈະຕ້ອງໄດ້ເວົ້າລະອຽດເປັນຕົ້ນວ່າ:ຈຳນວນພຣະສົງສາມະເນນ, ສະຖານທີ່ຈັດງານ, ຫາກມີຈຸດປະສົງ ໃຫ້ພຣະສົງບິນທະບາດຕອນເຊົ້າກໍຄວນບອກເພິ່ນນຳເອົາບາດໄປພ້ອມ, ຫາກເຈົ້າພາບມີລົດຮັບສົ່ງກໍໃຫ້ບອກໄວ້ພ້ອມ. ຖ້າເປັນວັດດຽວກັນບໍ່ຈຳເປັນຕ້ອງນິມົນເປັນແຕ່ລະອົງ, ພຽງແຕ່ບອກຈຳ ນວນທີ່ຕ້ອງການໃຫ້ເຈົ້າອະທິການວັດ ຫລື ພຣະຜູ້ໃຫຍ່ໃນວັດຮູ້ກໍພໍແລ້ວ. 
              ຕອນແລງຈະໄດ້ມີການສູດປະລິດຕະມຸງຄຸນ ແລະ ຟັງເທດສະໜາຈາກຄູບາອາຈານທີ່ໄດ້ນິມົນມາ, ໃນເມື່ອຟັງຟັງເທດສະໜາຈົບແລ້ວກໍຈະໄດ້ຖວາຍປັດໄຈ (ບ້າງ) ໃຫ້ພຣະສົງແລ້ວກໍຄາລະວະຮັບພອນຢາດນ້ຳອຸທິດສ່ວນກຸສົນໄປຫາຜູ້ຕາຍ. ຕອນກາງຄືນແມ່ນມີການຄົບງັນຕາມປະເພນີພື້ນບ້ານ ແລະ ຕອນເຊົ້າຈະມີການຕັກບາດຖວາຍເຄື່ອງໄທຍະທານຕ່າງໆເພື່ອອຸທິດສ່ວນບຸນກຸສົນໄປຫາຜູ້ຕາຍ. 

ຂັ້ນຕອນໃນການຕັກບາດຖວາຍເຄຶ່ອງໄທຍະທານ 

             
ຂັ້ນຕອນນີ້ຖືວ່າເປັນຂັ້ນຕອນສຸດທ້າຍຂອງການເຮັດບຸນແຈກເຂົ້າ. ສະນັ້ນ, ເຈົ້າພາບເຈົ້າສັດທາຈະຕ້ອງໄດ້ຫ້າງຫາກະກຽມເຄື່ອງໃສ່ບາດ, ພັດຕາຫານພ້ອມກັບເຄື່ອງບໍລິວານຕ່າງໆເພື່ອຈະອຸທິດໄປຫາຜູ້ຕາຍ;ຖ້າວ່າໃຜມາແລ້ວບໍ່ໄດ້ກຽມຫຍັງມາທາງເຈົ້າພາບກໍຈະກຽມເຄື່ອງ ຫລືເຂົ້າຕົ້ມເຂົ້າໜົມໄວ້ໃຫ້ທຸກໆຄົນທີ່ມາໃນງານບຸນແຈກເຂົ້າທາງເຈົ້າພາບກໍຈະເກັບເຂົ້າຕົ້ມເຂົ້າໜົມໄວ້ສ່ວນໜຶ່ງເພື່ອແຈກໃຫ້ຍາດພີ່ນ້ອງ, ມິດສະຫາຍທີ່ມາເພື່ອເປັນຂອງຕ້ອນໃນຕອນກັບ ແລະນ້ອມຖວາຍໃຫ້ແກ່ພຣະພິກຂຸທີ່ນິມົນມາໃນງານ ແລ້ວກໍຄາລະວະໃຫ້ພອນຢາດນ້ຳອຸທິດສ່ວນບຸນໄປຫາຜູ້ຕາຍ. 
            ຜູ້ນຳພາຈະເລິມຕົ້ນໄຫວ້ພຣະ, ອາລາທະນາສີນ, ພຣະສົງໃຫ້ສີນ, ອອກຕົນຍາດໂຍມສະ ມາທານສີນຈາກນັ້ນຜູ້ນຳພາກໍອາລາທະນາທຳເພຶອໃຫ້ພຣະສົງສູດ ຄືເລີມແຕ່ອະນຸດສະຣະນະປາຖະຄືບົດສູດຖວາຍພອນຂອງພຣະເມື່ອພຣະສົງສູດເຖິງຄຳວ່າ “ ສຸປະຕິປັນໂນ…” ໃຫ້ເປີດຝາບາດ ແລະ ເມຶອພຣະສົງກ່າວເຖິງຄຳວ່າ “ພາຫຸງສະຫັດສະ…” ໃຫ້ໃສ້ບົດ. ແຕ່,ດີແທ້ອອກຕົນຍາດໂຍມຄວນຕ້ອງໃຈຟັງພຣະສົງສູດຈົບເສຍກ່ອນ ແລ້ວຄ່ອຍໃສ້ບາດຕາມທີຫລັງຄືວ່າ:ຟັງສູດເອົາກຸສົນແລ້ວຄ່ອຍຕັກບາດເອົາບຸນຕາມທີຫລັງດັງຈະກ່າວລຳດັບຕໍໄປນີ້: 
- ວ່າຄຳບູຊາດອກໄມ້ທູບທຽນ 
- ຄຳໄຫວ້ພຣະຣັດຕະນະໄຕຣ 
- ວ່າ ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດ ທັດສະ 3 ຈົບ 
- ຄຳໄຫວ້ພຣະໄຕຣສະຣະນະຄົມ 
- ເຊີນເທວະດາລົງມາຄື:ສັກເຄ ກາເມ... 
- ອາລາດທະນາສິນ 
- ພຣະໃຫ້ສິນ 
- ຄາລະວາດສະມາທານສິນ 
- ຜູ້ນຳພາກ່າວຄຳວັດຖຸທານ, ອາລາດທະນາທຳອອກຕົນຍາດໂຍມທັງຫລາຍມາຮ່ວມງານເພືອຕັກບາດກໍຍໍຂັນທີ່ມີເຄື່ອງໃສ້ບາດນັ້ນຂຶນເໜືອຫົວ. 
     
ເມື່ອໃສ້ບາດເປັນທີຮຽບຮ່ອຍແລ້ວກໍນຳເອົາບາດໄປປະເຄນໃຫ້ພຣະແລ້ວພຣະກໍສັນພັດຕາຫານເມືອສຳເລັດແລ້ວກໍກ່າວຄຳຄາລະວະຈົບ ປະທານສົງກໍຈະກ່າວຄຳຢາດນໍ້າເພື່ອໃຫ້ອອກຕົນຍາດໂຍມໄດ້ຢາດນໍ້າ. ກ່ອນນັ້ນໄດ້ກະກຽມຈອກ ຫລື ນໍ້າສະອາດທຳມະດາ ແລະ ສອງທີ່ຮອງຮັບນໍ້າທີ່ຢາດລົງນັ້ນ (ຫ້າມບໍ່ໃຫ້ໃຊ້ງງຽງ ຫລື ສອງເປືອນເປິເປັນທີ່ຮອງຮັບນໍ້າຢາດ) ເພາະຖືກັນວ່າເປັນນໍ້າສັກສິດ. ເມຶ່ອພຣະປະທານກ່າວວ່າ:ຍະຖາວາຣິວະຫາ…ແມ່ນໃຫ້ເລີມຢາດນໍ້າຢາດໄປເລີອຍໆຈົນເຖິງຄຳວ່າ: ມະນີໂຊຕິຣະໂສ ຍະຖາ…ແລ້ວຢາດນໍາໃນຈອກ ຫລື ແກ້ວໃຫ້ໝົດເມີອພຣະສົງກ່າວຄຳວ່າ: ສັບພີ ຕີໂຍ ວິວັດຊັນຕຸ…ໃຫ້ນົບມືຮັບພອນຈາກພຣະ ຈົນເຖິງຄຳວ່າ: ສະຖາ ໂສດຖີ ພະວັນຕຸ ເຕ ໃຫ້ເຂົ້າໃຈວ່າຊ່ວງຍະຖາເປັນຊ່ວງອຸທິດ ສັບພີເປັນຊ່ວງໃຫ້ພອນ ຫລື ຈຳງ່າຍໆວ່າ ຍະຖາໃຫ້ຜີ ສັບພີໃຫ້ຄົນ.

ບົດຄວາມໂດຍ: ແສງມະນີ