ການເຮັດບນຸ ແຈກເຂົ້າ (ໂດຍ: ພຣະ ອຈ.ແສງມະນີ ເພັງພອນທິບ)
ການເຮັດບນຸ ແຈກເຂົ້າ
ບົດຄວາມໂດຍ: ພຣະ ອາຈານ
ແສງມະນີ ເພັງພອນທິບ ຈາກໜັງສືບົດຈົບຊັ້ນ ປໍຕີ ຫົວຂໍ້ ສຶກສາ“ການເຮັດບນຸ ແຈກເຂົ້າ”ຢູ່ບ້ານສີບຸນເຮືອງ
ເມືອງຈັນທະບູລີ
ນະຄອນຫລວງວຽງຈນັ
=============================
ການເຮັດບຸນແຈກເຂົ້າແມ່ນມີມາແຕ່ສະໄໝຄັ້ງພຸດທະການແລ້ວ
ໂດຍມີເລື່ອງທີ່ເລົ່າມາວ່າ: ໃນກະລະຄັ້ງນັ້ນ
ພຣະສຳມາສຳພຸດທະເຈົ້າໄດ້ສະເດັດປະທັບຢູ່ໃນປ່າເຊຕະວັນມະຫາວິ ຫານ ພ້ອມໝູ່ພຣະພິກຂຸສົງ
ຍັງມີພຣາມຜູ້ໜຶ່ງໃນເມືອງສາວັດຖີ ມີເຂົ້າຂອງເປັນອັນມາກເຖິງ 80 ໂກດ
ພຣາມຜູ້ນັ້ນມີລູກຊາຍຄົນໜຶ່ງເປັນທີ່ຮັກແພງຍິ່ງໜັກໜາພໍລ້ຽງມາອາຍຸໄດ້ 17 ປີກໍເກີດໂລຄາພະຍາດມາເຖິງຕົນ
ກໍຈົງມໍລະນະຕາຍຈາກພໍ່ແມ່ຂອງຕົນ
ສ່ວນພຣາມຜູ້ເປັນພໍ່ກໍເປັນທຸກຂະເວທະນາມັນກໍຮ້ອງໄຫ້ຫລາຍປະການ
ແລ້ວມັນກໍເອົາສົບລູກຊາຍທີ່ຕາຍໄປເຜົາໃນປ່າຊ້າຜີທີ່ນັ້ນ ກັບທັງເອົາເສື່ອສາດອາດສະນະ
(ເຄື່ອງທີໃຊ້ປູນັງສຳລັບພຣະສົງ) ໄປປູໄວ້ມີ ຜ້າກັ້ງ ແລະ
ເພດານໝາຍມີເຂົ້າຂອງທັງຫລາຍເປັນຕົ້ນວ່າ: ເງິນ, ຄຳ, ຊ້າງ, ມ້າ, ຂ້າຍິງຂ້າຊາຍແລ້ວແຕ່ງໃຫ້
ທາດເຮືອນຄົນໜຶ່ງໄປອຸປະຖາກຮັກສາໃນປ່າຊ້າຜີທີ່ນັ້ນ ເພື່ອຈະໄປສົ່ງເຂົ້າແລງ
ເຂົ້າງາຍແກ່ລູກຊາຍຂອງຕົນຢູ່ທຸກໆວັນບໍ່ໃຫ້ຂາດຈັກວັນ
ຂ້ອຍພຣາມກໍຮັບຕາມໄປສົ່ງຢູ່ສະເໝີໆຢູ່ມາວັນໜຶ່ງຝົນບັງເອີນຕົກລົງມານ້ຳກໍມາກຫລາຍເປັນອັນມືດມົນອົນທະການວ່າຈະຂ້າມລອຍກໍບໍ່ໄດ້
ຂ້ອຍພຣາມຜູ້ນັ້ນຈິງກັບຄືນມາພົບເຈົ້າພິກຂຸຕົນໜຶ່ງມາບິນທະບາດ ມັນກໍເລີຍເອົາເຂົ້າໃສ່ບາດໃຫ້ເປັນທານແກ່ພິກຂຸຕົນນັ້ນແລ້ວມັນກໍຫລັ່ງລົງຢາດນ້ຳໝາຍທານສົ່ງບຸນໄປຫາລູກຊາຍ
ພຣາມຜູ້ຕາຍໄປນັ້ນມັນຈິງມານິມິດຄວາມຝັນໃຫ້ພຣາມຜູ້ເປັນພໍ່ຮູ້ແຈ້ງວ່າຂ້າຕາຍຈາກພໍ່ແມ່ກໍໄດ້ໜຶ່ງປີແລ້ວກໍບໍ່ໄດ້ກິນເຂົ້າສັກວັນເລີຍກໍໄດ້ມາກິນແຕ່ທໍ່ວັນດຽວເທົ່ານີ້ແລຄັນລູກຊາຍຂອງພຣາມມານິມິດຄວາມຝັນໃຫ້ພຣາມຜູ້ເປັນພໍ່ຮູ້ດັ່ງນີ້ແລ້ວ
ພຣາມກໍສັ່ງໃຫ້ຄົນໄປຕາມຂ້າຊາຍຜູ້ໄປອຸປະຖາກນັ້ນມາຖາມເບິ່ງ
ກູກໍແຕ່ງໃຫ້ມຶງໄປສົ່ງເຂົ້າປາອາຫານໃຫ້ລູກຊາຍຂອງກູທຸກວັນໆເຫດໃດ
ລູກຊາຍຂອງກູຈຶງບໍ່ໄດ້ກິນເຂົ້າສັກວັນເລີຍ ຈິງໄດ້ມາກິນເຂົ້າແຕ່ທໍ່ວັນດຽວນີ້ຈາ
ຄັນຂ້າຊາຍຜູ້ນັ້ນໄດ້ຍິນ ແລ້ວກໍກ່າວຕອບວ່າ:
ຂ້າກໍໄປສົ່ງເຂົ້າງາຍເຂົ້າແລງແກ່ລູກຊາຍຂອງທ່ານຢູ່ທຸກວັນໆແຕ່ວັນວານນີ້ໄປບໍ່ໄດ້
ເພາະຝົນຕົກນ້ຳມາກຫລາຍ ຂ້າຈິງໄດ້ກັບມາເຖິງກາງທາງກໍເລີຍພົບພຣະພິກຂຸເຈົ້າໄປບິນທະບາດ
ຂ້າຈິງໄດ້ເອົາເຂົ້າໃສ່ບາດພຣະພິກຂຸແລ້ວຈິງອຸທິດຢາດນ້ຳໝາຍທານໄປຫາລູກຊາຍຂອງທ່ານ ແລ້ວລູກຊາຍຂອງທ່ານຈິງໄດ້ມາກິນເຂົ້າແຕ່ທໍ່ວັນດຽວນີ້ແລ
ຄັນພຣາມຜູ້ເປັນພໍ່ຊາບຄວາມແລ້ວກໍຄິດຄະນິງຢູ່ໃນໃຈວ່າ:
ຄວນຈະໄປໄຫວ້ພຣະພຸດທະເຈົ້າເສຍກ່ອນວ່າດັ່ງນັ້ນແລ້ວ
ພຣາມຜູ້ນັ້ນກໍຖືເອົາປະທູບປະທີບດອກໄມ້ຄັນທະຣົດຂອງຫອມ
(ດອກໄມ້ສີເຫລືອງມີກິນຫອມເພືອນຳໄປບູຊາ) ແລ້ວກໍເຂົ້າໄປຫາສຳນັກຂອງພຣະພຸດທະເຈົ້າ
ແລ້ວກໍບູຊາດ້ວຍດອກໄມ້ຄັນທະຣົດຂອງຫອມນິສິດທິກໍຈິງນັ່ງໃນທີ່ຄວນແຫ່ງຕົນແລ້ວກໍໄຫວ້ຖາມພຣະພຸດທະເຈົ້າວ່າ:
ພັນເຕພະຄະວາ “ຂ້າຂໍໄຫວ້ພຣະພຸດທະເຈົ້ານໍລະຍິງຊາຍໃນໂລກນີ້
ຄັນເຂົາຕາຍໄປສູ່ປະຣະໂລກເບື້ອງໜ້າແລ້ວຜູ້ຢູ່ພາຍຫລັງໄດ້ແຕ່ງຂ້ອຍຂ້າຊາຍຍິງໄປອຸປະຖາກຮັກສາ
ແລະ ແປງບັນນະສາລາໄວ້ໃນປ່າຊ້າເອົາເສື່ອສາດອາດສະໜາ
ເງິນຄຳຊ້າງມ້າງົວຄວາຍໄປໄວ້ໃນທີ່ນັ້ນມີທັງຜ້າກັ້ງ ແລະ
ເພດານກໍຈັກມີຜະລະອານິສົງແກ່ເຂົາຜູ້ຕາຍນັ້ນດັ່ງລືກໍຂ້າຈາ ພະຄະວາ ອັນວ່າ
ພຣະພຸດທະເຈົ້າກໍເທສະໜາໃຫ້ແກ່ພຣາມວ່າ:
ດູລາທ່ານພຣາມຜູ້ມີເຂົ້າຂອງເປັນອັນມາກຜິວ່າຈະໃຫ້ເປັນຜະລະອານິສົງແກ່ຜູ້ຕາຍໄປນັ້ນ
ກໍຄວນກະທຳບຸນໃຫ້ທານແກ່ສັງຄະເຈົ້າທັງຫລາຍໝາຍມີຕົນວ່າອຸທິດສ່ວນບຸນໄປຫາເຂົາຝູງຕາຍໄປນັ້ນ
ຈົງເປັນຜະລະອານິສົງຍິ່ງໃຫຍ່ນັ້ນແລ
ສ່ວນເຂົາຝູງຕາຍໄປນັ້ນຄັນໄດ້ຮັບສ່ວນບຸນກຸສົນອັນນັ້ນແລ້ວ
ກໍຈະໄດ້ພົ້ນຈາກພາວະອັນເປັນທຸກທັງມວນນັ້ນແລ ເມື່ອນັ້ນພຣາມກໍໄດ້ຟັງທຳມະເທສະໜາແລ້ວ ກໍມີຈິດໃຈຊົມຊື່ນຍິນດີມັນກໍຍໍມືໄຫວ້
ອາຣາທະນາພຣະພຸດທະເຈົ້າກັບທັງຊາວເຈົ້າພິກຂຸທັງຫລາຍອັນໄດ້ 500 ຮູບ
ເຂົ້າໄປສູ່ເຮືອນແຫ່ງຕົນເມື່ອນັ້ນພຣາມກໍຕົກແຕ່ງເຂົ້ານ້ຳໂພຊະນະອາຫານເອົາມາຕັ້ງໄວ້ຊ່ອງໜ້າສັງຄະເຈົ້າທັງຫລາຍແລ້ວ
ພຣາມກໍກ່າວຄຳຖວາຍວ່າ: “ອິມັດສະມິງ ເຄເຫ ອິມານິ
ພິກຂານິ ສະຣູປັບພະຍັນຊະນະນານິ ສະອຸທະການິ ສະຕຳພະລານິ ສະຈິດຕະມະຣະນານິ
ສັບພະໂພຊະນະອະຫາຣານິ ສະຄິລະນະເພສັດຊານິ ສະພັນດານິ ພຸດທະ ທຳມະ ສັງຄະ
ໂພທິຣຸຂະປູຊານັດຖາຍະ ສັງຄັດສະ ເທມະ” ວ່າ 3
ເທື່ອດັ່ງນີ້ແລ້ວພຣະພຸດທະເຈົ້າກັບທັງຊາວເຈົ້າພິກຂຸທັງຫລາຍ
ກໍສັນໂພຊະນະອາຫານສຳເລັດແລ້ວພຣາມກໍຖວາຍປັດໃຈທັງ 4
ມີອະຖະບໍຣິຂານເປັນທານແກ່ສັງຄະເຈົ້າທັງຫລາຍກໍມີແລ.
ພຣາມຜູ້ນັ້ນມັນກໍຢັ່ງລົງອຸທະກັງຢາດນ້ຳໝາຍທານອຸທິດສົ່ງບຸນກຸສົນໄປຫາລູກຊາຍຂອງຕົນອັນຕາຍໄປນັ້ນແລ
ໃນກາລະຄັ້ງນັ້ນພຣະພຸດທະເຈົ້າກໍສະແດງທຳມະເທສະໜາໃຫ້ແກ່ກິຣະພຣາມວ່າ:
ດູກ່ອນທ່ານພຣາມຕັ້ງ ແຕ່ນີ້ເມືອໜ້າທ່ານທັງຫລາຍຢ່າໄດ້ໄປອຸປະຖາກຮັກສາຢູ່ໃນປ່າຊ້າຜີທີ່ນັ້ນເທີ້ນ
ທ່ານຈົ່ງຮັກສາສິນພາວະນາຢ່າໄດ້ຂາດ ລູກຊາຍຂອງທ່ານອັນຕາຍໄປນັ້ນກໍຈະພົ້ນຈາກ
ພາວະອັນເປັນທຸກຂຶ້ນໄປສະເຫວີຍສຸກຢູ່ສະຫວັນຊັ້ນດາວະດິງສາມີຜາສາດທອງຄຳສູງໄດ້ 12 ໂຍດ ມີນາງຟ້າທັງຫລາຍພັນໜຶ່ງເປັນບໍລິວານ
ຄັນພຣາມຜູ້ເປັນພໍ່ນັ້ນ ໄດ້ຟັງທຳມະເທສະໜາຂອງພຣະພຸດທະເຈົ້າແລ້ວ ກໍຕັ້ງຢູ່ໃນສິນ 5 ສິນ 8
ຕາບເຖົ້າສິ້ນຊີວິດຂອງຕົນແລ້ວກໍໄດ້ໄປບັງເກີດເທິງສະຫວັນຊັ້ນດາວະດິງສາມີຜາສາດທອງຄຳຫລັງໜຶ່ງທຽມກັນກັບຜາສາດຂອງລູກ
ມີນາງຟ້າທັງຫລາຍໜືນໜຶ່ງເປັນບໍລິວານນີ້ແລ ທ່ານພຸດທະບໍລິສັດທັງຫລາຍ
ເມື່ອຮູ້ຜະລະອານິສົງດວງວິເສດຂອງພຣະພຸດທະເຈົ້າແຈ່ມແຈ້ງແລ້ວ
ຈົ່ງຊົມຊື່ນຍິນດີໃນກອງກຸສົນທີ່ທ່ານໄດ້ສະຫລະທານໃນວັນນີ້ທຸກປະການ.
ນັ້ນຄືເລື່ອງລາວທີ່ເປັນມູນເຫດໃນການເຮັດບຸນແຈກເຂົ້າ
ໃຫ້ຍາດຕິພີ່ນ້ອງກໍຄື:
ສັບພະສັດທັງຫລາຍຕະຫລອດເຖິງເຈົ້າກຳນາຍເວນທຸກທົ່ວໜ້າ.
ໄລຍະເວລາຂອງການເຮັດບຸນແຈກເຂົ້າ
ການເຮັດບຸນແຈກເຂົ້າຈະມີເວລາທີ່ແຕກຕ່າງກັນອອກໄປ
ແລະ ຈະບໍ່ເໝືອນກັບຮີດ 12
ເດືອນທີ່ຮອດກຳນົດແລ້ວຕ້ອງໄດ້ເຮັດບຸນນັ້ນໆ.
ບຸນແຈກເຂົ້າສາມາດເຮັດເວລາໃດກໍໄດ້ພາຍໃນ 12 ເດືອນ ຈະເຮັດກໍຕໍ່ເມື່ອຄົນໃນຄອບຄົວ, ຍາດພີ່ນ້ອງ, ເພື່ອນສະນິດມິດໃກ້ຄຽງລວມໄປເຖິງຜູ້ບໍ່ແມ່ນຍາດທີ່ໄດ້ເສຍຊີວິດລົງຈຶ່ງໄດ້ເຮັດບຸນແຈກເຂົ້າໄປຫາ.
ຕາມຄວາມເຊື່ອຂອງຄົນລາວບູຮານບອກວ່າ:ເມື່ອຕາຍໄປຈາກໂລກມະນຸດໄປສູ່ພົບພູມອື່ນຈະບໍ່ມີເຂົ້າປາອາຫານການກິນ, ບໍ່ມີການເຮັດໄຮ່ເຮັດນາຈຶ່ງບໍ່ມີເຂົ້າກິນ.
ສະນັ້ນ,ຍາດໃນໂລກມະນຸດຈຶ່ງໄດ້ເຮັດບຸນແຈກເຂົ້າໄປຫາເໝືອນກັບມູນເຫດຂອງເລື່ອງການເຮັດບຸນແຈກເຂົ້າ.
ຕາມເຖົ້າແກ່ກ່າວໄວ້ວ່າ:ການເຮັດບຸນແຈກເຂົ້າໃນເມື່ອຜູ້ຕາຍໄປດ້ວຍການເຈັບໄຂ້ໄດ້ປ່ວຍ, ການຕາຍເຖົ້າແກ່ນັ້ນເພິ່ນຈະຈຳແນກການເຮັດບຸນແຈກເຂົ້າອອກໄປຄື:
ໃນໄລຍະ 3 -50 ມື້, ແຕ່ຖ້າເປັນປະເພດຕາຍມີແຮງເອີ້ນກັນວ່າ:
(ຕາຍຫູງ) ຈະເຮັດບຸນແຈກເຂົ້າໄປຫາ 3
ປີຂຶ້ນໄປ ສິ່ງທີກ່າວມານັ້ນຜູ້ເຖົ້າເພິ່ນໄດ້ໃຫ້ເປັນມູລະຄະຕິໃຫ້ຄົ້ນຄິດຫາເຫດຜົນທີ່ທ່ານໄດ້ກຳນົດໄວ້ຕາມຄວາມເຊື່ອຂອງຄົນບູຮານ, ອັນໜຶ່ງກໍເພື່ອອີງໃສ່ສະພາບແວດລ້ອມຂອງຄວາມເປັນຢູ່, ອີງໃສ່ເວລາ, ຖານະໆລໆ.
ແຕ່ຖ້າເປັນປະເພດຕາຍມີແຮງຈະໃຊ້ໄລຍະເວລາດົນກໍເພາະວ່າ:
ຖ້າເຮັດບຸນອຸທິດໄປໃຫ້ໄວເກີນໄປຈະເຂັດຂວງ ຫລື
ຂະລຳຕໍ່ບ້ານເມືອງຕາມຄວາມເຊື່ອມາເຖິງປັດຈຸບັນຈຳຕ້ອງໄດ້ອີງໃສ່ສະພາບແວດລ້ອມອື່ນໆເຊັ່ນ:ໃນຕົວເມືອງຈະເຮັດບຸນແຈກເຂົ້າໄວກວ່າໃນເຂດບ້ານນອກ.
ພິທີຂອງເຮັດບຸນແຈກເຂົ້າ
ບຸນນີ້ເປັນມັງຄະລະມັງຄະລະກຳຄືເປັນທັງມຸງຄຸນ
ແລະ ບໍ່ແມ່ນມຸງຄຸນປະສົມກັນ ກຳນົດຈຳນວນສົງບໍ່ຈຳກັດຄູ່ກໍໄດ້ຄີກກໍໄດ້
ບຸນນີ້ຖ້າເຈົ້າພາບເຮັດກອງອັດຖະ, ກະຖິນ, ທຳມາດ ຫລື
ພຣະໄຕຣປີດົກຢ່າງໃດຢ່າງໜຶ່ງອຸທິດນຳ
ຕັ້ງກອງບຸນຢູ່ເຮືອນເຖິງເຂົາຈະເອົາໂຖກະດູກພໍ່ແມ່ຜູ້ທີ່ເຂົາເຮັດບຸນໃຫ້ນັ້ນມາຕັ້ງໄວ້ແຕ່ບໍ່ຄວນສູດອະພິທຳ
ຫລື ບົດສູດທີ່ກ່ຽວຂ້ອງກັບສົບທັງໝົດ
ຄວນສູດປະລິດຕະມຸງຄຸນທຳມະດາໃນຕອນເຊົ້າເຂົາຕັກບາດ
ຈຶ່ງຄ່ອຍສູດຖວາຍພອນພຣະທັງຊຸດ, ແຕ່ຖ້າເຂົາມີເວລາດຽວໃຫ້ສູດປະລິດຕະມຸງຄຸນທັງໝົດ
ແລ້ວສູດຖວາຍພອນພຣະໃຫ້ເຂົາຕັກ
ບາດຕໍ່ພຣະສັນເຂົ້າແລ້ວຈຶ່ງເອົາໂຖກະດູກມາຕັ້ງ
ເອົາຟ້າຍບັງສະກຸນໃຊ້ອັນດຽວກັບສູດປະລິດ
ຕະມຸງຄຸນດຶງເອົາໄປຍັງພິກຂຸທຸກອົງແລ້ວວ່າຄຳບັງສະກຸນຕາຍ 3 ຈົບ.
ສຳລັບຄາລະວາດນັ້ນຖ້າຜູ້ທີ່ເຮົາຈະເຮັດບຸນອຸທິດໃຫ້ມີໂຖກະດູກຊຶ່ງເກັບໄວ້ມີຢູ່ກໍໃຫ້ເອົາຕັ້ງໄວ້ຂ້າງໜ້າໂຕະໝູ່ພິທີຫ້າມເອົາຂຶ້ນຕັ້ງເທິງໂຕະໝູ່ບູຊາແລະ
ຫ້າມເອົາໃສ່ຂັນບູຊາພຣະປະລິດຕະມຸງຄຸນເວລາພຣະຈະຊັກບັງສະກຸນຈຶ່ງເອົາມາຖວາຍພຣະ
ເມື່ອເອົາຟ້າຍບັງສະກຸນຜູກ ຖ້າບໍ່ມີໂຖກະດູກແຕ່ມີກະດູກຢູ່ວັດໃຫ້ນິມົນພຣະໄປສູດມາຕິກາ
ແລະ ບັງສະກຸນກະດູກໃນວັດກ່ອນຈຶ່ງຄ່ອຍມາສູດມຸງຄຸນຢູ່ເຮືອນ.
ແຕ່ຖ້າບໍ່ມີກະດູກເລີຍຄືເຄີຍເອົາມາເກັບໄວ້ຢູ່ວັດແຕ່ຈື່ບ່ອນໄວ້ບໍ່ໄດ້
ຫລື ຈະສາເຫດໃດກໍຕາມ ກໍໃຫ້ຂຽນຊື່ຜູ້ຕາຍທີ່ເຮົາຈະອຸທິດບຸນໃຫ້ນັ້ນລົງໃນເຈ້ຍຢາກສົ່ງບຸນໃຫ້ໃຜກໍຂຽນລົງໄປແລ້ວໃສ່ລົງໃນຂັນຖວາຍພຣະປະທານສົງທ່ານຈະອ່ານຊື່
ແລະ ປະກາດໃຫ້ມາຮັບສ່ວນບຸນເອງຈາກທີ່ອ່ານຊື່ ແລະ
ປະກາດແລ້ວທ່ານຈະເອົາຟ້າຍບັງສະກຸນຜູກລາຍຊື່ນັ້ນວາງລົງໃນຂັນແລ້ວນຳລົງສູດຊັກບັງສະກຸນຕາຍ.
ເມື່ອພຣະສົງສູດບັງສະກຸນສຳເລັດໃຫ້ເອົາຊອງປະວາລະນາ ແລະ
ເຄື່ອງໄທຍະທານອື່ນໆຖວາຍພຣະສົງສາມະເນນ
ໃຫ້ຄົບທຸກອົງແລ້ວປະທານສົງທ່ານຈະຖືເຈ້ຍລາຍຊື່ຜູ້ຈະຮັບສ່ວນບຸນນັ້ນຂຶ້ນໃຫ້ເຈົ້າພາບເອົາໄປຈູດຫ້າມເອົາໄຟທຽນໃນພິທີຈູດເດັດຂາດ;ໃຫ້
ຂີດກັບໄຟຈູດເລີຍຈູດແລ້ວທ່ານຈະສົ່ງຂັນຊື່ທີ່ຖືກຈູດສົ່ງຄືນໃຫ້ເຈົ້າພາບ
ເພື່ອຢາດນ້ຳໃສ່ໃນຂັນນັ້ນຕອນທ່ານປະທານສົງນັ້ນສູດຍະຖາໆລໆ.
================
ເອກະສານອ້າງອີງ
ກ. ເອກະສານ
1. ບດົ ໂຄງການບົດຈົບຊັ້ນ ຄະນະສຶກສາສາດ, ສ້າງຄູພາສາລາວ-ວັນນະຄະດີ ຮຸ້ນທີ I, ສົກສຶກສາ ຄ ສ 2011 – 2012.
2. ພຣະອາຈານມະຫາສາລີ ອານຸຈາໂຣ, ໜງັ ສືເທສະໜາສະຫລອງຕ່າງໆ 50 ກນັ ,ພສ
2533. ປາກປາສກັ ການພິມ.
3. ອາຈານຄໍຳຈປາແກ້ວມະນີ, ປະຫວດັ ພຸດທະສາສະໜາໃນລາວ, ພ ສ 2513, ກອງຕຳລາ ການພິມ.
4. ມະຫາທອງຄາໍ ຫລ່ຽມບຸນເຮືອງ, ມໍລະດົດວັດທະນະທັມລາວຊາ້ ງ, ພ ສ 2546.
5. ຫມຸ ພັນລັດ ຕະນະວົງ, ຊາດລາວ ແລະ ວັດທະນະທຳລາວ, ຄ ສ 2008, ໂຮງ ພິມແຫງ່ ລັດ.
6. ພຣະອາຈານບຸນເຮືອງ ປັນຍາສິດ, ວດັ ທະນະທຳລາວ, ຄ ສ 2008-2009.
7. ເພັດສະໝອນ ພອນວິໄລສັກ : ວິທີເຮັດບຸນ: ພ ສ 2549:ສະມາຄົມນັກປະພັນລາວ ແຂວງຄຳມ່ວນ.
8. ມະຫາສີລາວິຣະວົງ: ວັດຈະນານຸກົມ ພາສາລາວ: ພ ສ
2549: ດອກເກດຈດັ ພິມ.
9. ຝ່າຍໜງັສືສົງເສີມເຍົາວະຊນົ : ວັດຈະນານກຸ
ມນັກຮຽນສະໄຫມ່ໃໝ່ : ພສ 2544: ຊີເອສການພິມ.
10.ຫໍສະໝຸດ ແຫ່ງຊາດ: ພິທີກຳພຸດທະສາສະໜາ: 2008: ດວງມາການພິມ.
11.ຂໍ້ມນູນຈາກການສາໍ ພາດ ຍາທ່ານ ດຣ. ມະຫາ ເວດ
ມະເສໄນ ຜູ້ປະຈຳການ ອພສ ສູນກາງ.
12.ຂໍ້ມູນຈາກການສາໍ ພາດ ພຣະອາຈານ ບນຸ ສີ ເທບບວົ
ລີ ເຈົ້າອະທິການວດັ ວດັ ສີບຸນ ເຮືອງ ເມືອ ຈັນທະບູລີ ນະຄອນຫລວງວຽງຈນັ .
13.ຂໍ້ມນູນຈາກການສຳພາດ ພໍ່ຕູ້ຈານທອງພົມມະຮັກສາ
ສາລະວັດບ້ານສີບນຸ ເຮືອງ ເມືອງຈັນ ທະບູລີ ນະຄອນຫລວງວຽງຈນັ .
- Website
14.
http://www.ipsr.mahidol.ac.th/IPSR/AnnualConference/ConferenceII/Article/Artic
le05.htm
15.http://www.dopa.go.th/xstat/tran/dstat.htm
16.
http://theethee231231.blogspot.com/2012/10/blog-post.html

