ລັກສະນະຄົນທີ່ບໍ່ຄວນໃຫ້ບວດເປັນພຣະພິຂຸກ 20 ຢ່າງ
1. ຜູ້ບໍ່ມີອຸບປັດຊາ
2. ຜູ້ມີອຸບປັດຊາ ເປັນພຣະພິຂຸອົງຄ໌ດຽວ ບໍ່ມີຫຼາຍອົງຄ໌
3. ຜູ້ມີອຸບປັດຊາຍ໌ເປັນຄະນະຄື: 2-3-4ອົງຄ໌ ບໍ່ຄົບຄ໌ກຳນົດຂອງສົງຄ໌
4. ຜູ້ມີອຸປັດຊາຍ໌ເປັນກະເທີອຍ ( ກະເທີອຍ)
5. ຜູ້ມີອຸປັດຊາຍ໌ເປັນຄົນລັກເພດຄື ບວດເອົາເອງ
6. ຜູ້ມີອຸປັດຊາຍ໌ ໄປເຂົ້າເດັຍລະຖີ
7. ຜູ້ມີອຸບປັດຊາຍ໌ ເປັນສັດເດັຍລະສານ (ມີເລື່ອງ ເລົ່າມາມີພຣະຍານາກປອບຕົວມາບວດເປັນຕົ້ນ.
8. ຜູ້ມີອຸບປັດຊາຍ໌ເປັນຜູ້ຂ້າບິດາ
9. ຜູ້ມີອຸບປັດຊາຍ໌ຜູ້ຂ້າມາຣດາ
10. ຜູ້ມີອຸບປັດຊາຍ໌ ເປັນຜູ້ຂ້າພຣະອໍຣະຫັນຕ໌
11. ຜູ້ມອຸປັດຊາຍ໌ຂົ່ມຂືນນາງພິຂຸນີ
12. ຜູ້ເປັນອຸປັດຊາຍ໌ ຍຸແຍ່ສົງໃຫ້ແຕກກັນ
13. ຜູ້ເປັນອຸປັດຊາຍ໌ ປະທຸກສະຮ້າຍພຣະພຸດທະເຈົ້າ
14. ຜູ້ເປັນອຸບປັດຊາຍ໌ ເປັນຄົນ 2 ເພດ
15. ຜູ້ບໍ່ມີບາດ
16. ຜູ້ບໍ່ມີຈີວອນ
17. ຜູ້ບໍ່ມີທັງບາດ ແລະ ຈີວອນ
18. ຜູ້ຂໍຢືມບາດເຂົາມາບວດ
19. ຜູ້ຂໍຢືມຈີວອນເຂົາມາບວດ
20. ຜູ້ຂໍຢືມທັງບາດ ແລະ ຈີວອນເຂົ້າມາບວດ
ຄົນທັງ 20 ຈຳພວກນີ້ ຖ້າສົງຄ໌ບວດໃຫ້ຕ້ອງອາບັດທຸກົດ
ການທີ່ພຣະວິນັຍຫ້າມບຸກຄົນທັງ 2
ລັກສະນະທີ່ກ່າວມາຂ້າງເທິງນີ້ເພື່ອບໍ່ໃຫ້ພຣະພຸດທະສາສນາເປັນເໝືອນກັບຖັງຂີເຫຍື່ອ ຫຼື
ສະຖານທີ່ຮັບຄົນເຊິ່ງທາງໂລກເຂົາບໍ່ຕ້ອງການແລ້ວ ສະນັ້ນຈຶ່ງຫ້າມໄວ້ບໍ່ໃຫ້ບວດ.

