ສມາທິ (ສະມາທິ)ຄືການທີ່ຈິດຕັ້ງໝັ້ນ
ບໍ່ຫວັນໄຫວໄປກັບອາຣົມພາຍນອກທີ່ມາກະທົບ ຈະຢູ່ນິ້ງກັບສິ່ງໃດ ສິ່ງໜຶ່ງ ເຊັ່ນ
ອ່ານໜັງສື ຈິດຈະນິ້ງຢູ່ກັບໜັງສື ຮຽກວ່າອ່ານໜັງສືຢ່າງມີສະມາທິ ໃນທີ່ນີ້ຈໍາແນ່ກເປັນ 2 ຄື:
ອຸປຈາຣສມາທິ: ສະມາທິເປັນໄປສຽດໆ
ອັປປນາສມາທິ: ສະມາທິອັນແນ່ວແນ່
1.ອຸປຈາຣສມາທິ ສະມາທິໃກ້ຄວາມສະຫງົບເຂົ້າໄປ ຄື ຈິດຂອງ
ບຸກຄົນເລື່ອນລອຍໄປມາໃນອາຣົມຕ່າງໆ ແຕ່ພໍມາຈະເຣີນສະມະຖະກັມມະຖານ
ພິຈາຣະນາທັມເປັນອາຣົມພໍເຖິງຈຸດໜຶ່ງຈິດຈະສະຫງົບແນ່ວແນ່ຢູ່ກັບອາຣົມທີ່ກໍານົດ
ອາດຈະເປັນເວລາ 3 ນາທີ ຫຼື 4 ນາທີ ໃນທີ່ສຸດຈິດກໍອອກໄປຮັບອາຣົມພາຍນອກອີກໃນຊ່ວງທີ່ຈິດສະຫງົບຢູ່ນັ້ນ
ຖືວ່າເປັນອຸປຈາຣສມາທິ ຄືສຽດໃກ້ຄວາມສະຫງົບເຂົ້າໄປຍັງບໍ່ດິ່ງລົງໄປທີດຽວ ເປັນແຕ່ສຽດໆ
2.ອັປປນາສມາທິ ຄື ຄວາມສະຫງົບອັນແນ່ວແນ່ລຸມເລິກລົງໄປ ຈົນຕັດ ອາລົມພາຍນອກໄດ້
ແມ່ນສຽງຈະຜ່ານເຂົ້າມາທາງຫູກໍບໍ່ຮັບຮູ້ຄວາມສະຫງົບນີ້ແນ່ວແນ່ໄປຈົນເຖິງຊານທັງ 4 ປະການ ເຊັ່ນນັ່ງກໍາມະຖານ 1 ຊົ່ວໂມງ ແຕ່ໃຈສະຫງົບໄດ້ເຖິງ 20ນາທີ ຫລື 30 ນາທີກໍຖືວ່າເຂົ້າຂັ້ນເຖິງອັປປນາສມາທິຈິດຕັ້ງໝັ້ນແນ່ວແນ່
ດິ່ງລົງໄປໃນອາລົມນັ້ນໂດຍບໍ່ສັ່ນຄອນລະອຽດສຸຂຸມຍິ່ງກວ່າ ອຸປຈຮສມາທິ
ເວົ້າອີກຢ່າງໝຶ່ງວ່າຈິດເປັນເອກັຄຄຕາ.
ສມາທິທັງ 2 ປະເພດນີ້ມີປະໂຫຍດແກ່ບຸກຄົນຜູ້ປະກອບການ ງານທຸກຢ່າງແຕ່ວ່າ
ອຸປຈາຣສມາທິ ຍ່ອມບໍ່ອໍານວຍປະໂຫຍດໄດ້ເຕັມທີ່ຈັດເປັນຕົວສະມາທິຢ່າງແທ້ຈິງບໍ່ໄດ້
ສ່ວນອັປປນາສມາທິ ບາງແຫ່ງທານກ່າວວ່າເປັນຕົວຊານ ສາມາດໃຫ້ບຸກຄົນປະກອບການງານໄດ້ຜົນເຕັມທີ່
ທັງທາງຄະດີໂລກ ຄະດີທັມ
ຖາມ: ສະມາທິ ກັບ ວິມຸດຕິ ມີຄວາມກ່ຽວກັບຢ່າງໃດ ?
ຕອບ: ສະມາທິເປັນເຫດແຫ່ງຄວາມຫລຸດພົ້ນທີ່ຮຽກວ່າ ວິມຸດຕິ ແລະ
ວິມຸດຕິເປັນຜົນຂອງສະມາທິທັງ 2 ປະເພດຕ່າງກໍເປັນອັນຍະມັນຍະປັດຈັຍແຫ່ງກັນ ແລະ ກັນ.
ຖາມ: ສະມາທິ 2 ຢ່າງໆໃດ ຍ່ອມມີໃນເມື່ອອະຣິຍະມັກເກີດຂຶ້ນ ຈົງອ້າງຫລັກໃນທີ່
ຮຽກກັນມາແລ້ວ ?
ຕອບ: ອັປປນາສມາທິ ຍ່ອມມີໃນເມື່ອອຣິຍມັກເກີດຂຶ້ນ ມີສັມມາທິ
ໃນອັດຖັງຄິກມັຄເປັນຫລັກສ້າງ.
ຖາມ: ສະມາທິ ມີຄຸນຢ່າງໃດ ທີ່ສຳເຣັດເປັນຮູປຊານ 4 ມີອາຣົມ ປະນີດກວ່າກັນຢ່າງໃດ?
ຕອບ: ມີຄຸນ ຄື ເປັນເຄື່ອງທຳຈິດໃຈໃຫ້ໝັນຄົງ ສາມາດໃນການງານ
ອຸດໜຸນກຳລັງໃຈໃຫ້ເກີດປັນຍາຢ່າງສຸຂຸມ ຄື ຮູ້ແຈ້ງຕາມເປັນຈິງ
ເພາະການທຳໃຈໃຫ້ນິ້ງຈົນມີອາຣົມດຽວ ເຊັ່ນມີອາຣົມທີ່ຈະເພິ່ງຄິດພລ່ານໄປໃຫ້ເປັນໜຶ່ງດຽວ
ປຽບດ້ວຍນ້ຳທີ່ໄຫລໄປທາງດຽວ ຍ່ອມແຮງກວ່າທີ່ໄຫລບ່າໄປຫລາຍທາງ ທີ່ສຳເຣັດຮູປຊານ 4 ມີອາຣົມປະນີດກວ່າກັນຢ່າງນີ້ປະຖະມະຊານມີອົງຄ໌
5 ຄື ວິຕົກ ວິຈານ ປີຕິ ສຸ
ເອກັຄຄຕາ ທຸຕິຍຊານ ມີອົງຄ໌ 3 ຄື ລະ ວິຕົກ ວິຈານ ເສັຍໄດ້ຄົງຢູ່ແຕ່ ປິຕິ ສຸຂ ເອກັຄຄະຕາ
ຕະຕິຍະຊານ ລະສຸຂ ແລະ ເອກັຄຄະຕາ ໄດ້ ຈະຕຸຕຖະຊານມີອົງຄ໌ 2 ເໝືອນກັນ ລະສຸກເສັຍໄດ້ກາຍເປັນອຸເບກຂາ
ກັບເອກັຄຄະຕາ.
ຖາມ: ສະມາທິ (ສະມາທິ)ກັບສມາບັດ ຕ່າງກັນ ຫຼື ເໝືອນກັນຢ່າງໃດ ?
ຕອບ: ສມາທິ (ສະມາທິ) ຄວາມໝາຍກວ້າງກວ່າສະມາບັດຕິ ຄື
ຈິດທີ່ຢັ່ງລົງໝັ່ນໃນອາຣົມອັນໜຶ່ງ ບໍ່ເຖິງນັຍວ່າຊານກໍດີ ເຖິງຊານສະມາບັດກໍດີ ຮຽກວ່າ
ສະມາທິແຕ່ ສະມາບັດນັ້ນ ໝາຍເອົາສະເພາະ ຮູປຊານ 4 ອະຣູປຊານ 4 ທີ່ເປັນສ່ວນລະອຽດ.
==================
ເອກະສານອ້າງອີງ
สมัครสมาชิก:
ส่งความคิดเห็น (Atom)

