ຄໍາວ່າ ພຸດທາພິເສກ

0

ພິທີສູດສົມໂພດພຣະພຸດທະຮູບ ຫຼື ພຸດທາພິເສກ

     ພຸດທາພິເສກ ຄໍາວ່າ ອະພິເສກເປັນພາສາລາວ ຄໍາບາລີ ແລະ ສັນສະກຣິດຕ໌ວ່າ ອະພິເສກ ຄຳນີ້ໝາຍຄຳວ່າ ການແຕ່ງຕັ້ງ ຫຼື ປຸກເສກ ໃຫ້ເປັນພຣະພຸດທະ ເອີ້ນວ່າ ພຸດທາພິເສກ.
       ພຣະພຸດທະຮູບ ເປັນຮູບຈໍາລອງຂອງພຣະພຸດທະເຈົ້າ ສ້າງຂຶ້ນເປັນ ເທື່ອທໍາອິດເມື່ອປະມານ ພ. ສ. 600 – 700 ໂດຍມີກະສັດຂອງກຣີກ ຊື່ ເມນັນເດີຣ໌ ຊື່ໃນພຣະພຸດທະສາສນາ ພຣະຍາມິລິນທຣ໌ ຫຼື ມິລິນທຣາຊາ ເລື່ອມໃສໃນປະຕິພານຂອງພຣະນາກຄະເສນ ພຣະອົງຄ໌ຈຶ່ງຊົງຂໍອະນຸຍາດຄະນະສົງສ້າງຂຶ້ນເປັນພຸດທະບູຊາ ເນື່ອງຈາກພຣະພຸດທະເຈົ້າປຣິນິພພານແລ້ວ ເຫລືອແຕ່ພຣະທັມກັບພຣະສົງພ໌ ເກີດມີຄວາມຮູ້ສຶກວ່າຄວາມມີທີ່ເພິງທາງໃຈບໍ່ຄົບ ພຣະສົງພ໌ ຈິ່ງມີສັງຄະມະຕິ ໃຫ້ພຣະຍາມິລິນທຣ໌ ຫຼື ກະສັຕຣິຍ໌ ສ້າງ ແລະ ກໍ່ມີການສ້າງກັນສືບມາຕັ້ງແຕ່ບັຕນັ້ນເປັນຕົ້ນມາ ເພື່ອໄວ້ສັກກາຣະບູຊາເປັນການເຕືອນຕາເຕືອນໃຈ ໃຫ້ຣະນຶກເຖິງຄຸນຂອງພຣະພຸດທະເຈົ້າຍິ່ງໆຂຶ້ນ.

ຈໍານວນພຣະທີ່ນິມົນຕ໌ມາສູຕຕ໌ພຸດທາພິເສກ

1. ຈະເຣີນພຸດທະມົນຕ໌ 19 ອົງຄ໌ ຫຼື ອີງຕາມສັດທາຂອງເຈົ້າພາບນິຍົມ ນິມົນຕ໌ 45 ອົງຄ໌ 80 ອົງຄ໌ 108 ອົງຄ໌.
2. ພຣະສູດຕ໌ ພຸດທາພິເສກ 2 ຊຸດໆລະ 4 ອົງຄ໌ ຮວມ 8 ອົງຄ໌
3. ພຣະນັ່ງປົກ 2 ຊຸດໆລະ 4 ອົງຄ໌ ຮວມ 8 ອົງຄ໌
    ເມື່ອໄດ້ເວລາ ເຈົ້າສັດທາ ຫຼື ປະທານໃນພິທີ ໄຕ້ທຽນ ທູບ ບູຊາພຣະ ຣັດຕະນະໄຕຣທີ່ໂຕະໝູ່ ແລ້ວກ່າວສັກເຄ ອັງເຊີນເທວະດາ ແລ້ວພິທີກຣນ໌ນຳພາ ໄຫວ້ພຣະຮັບສິລ 9 ແລ້ວອາຣາດທະນາສູດຕ໌ພຣະປຣິຕຣມົງຄົນ ພຣະສົງພ໌ຈະເຣີນພຣະພຸດທະມົນຕ໌ ສູດທັມມະຈັກເຈັດຕຳນານຈົນຈົບ ຈະເຣີນພຣະພຸດທະມົຕນ໌ ຈາກນັ້ນ ອາຣາທະນາພຣະນັ່ງປົກເຂົ້າປະຈໍາທີ່, ອາຣາດທະນາພຣະສົງພ໌ໃນພິທີ ເຂົ້າປະຈໍາທີ່, ອາຣາທະນາປະທານພິທີໄຕ້ທຽນໄຊຍ໌, ທຽນມົງຄົນ, ທຽນພຸດທາພິເສກ ພຣະໃນທັມພິທີ 4 ອົງຄ໌ສູດຄາຖາທຽນໄຊຍ໌ ລໍາດັບນັ້ນພຣະສົງພ໌ທີ່ນິມົນມາສູດຕ໌ ພຸດທາພິເສກ ກໍ່ຈະເຣີ່ມສູດພຸດທາພິເສກຈົນໄດ້ເວລາອັນສົມຄວນແລ້ວກໍ່ຢຸດ ຊີພຣາມທີ່ມາຮ່ວມໃນພິທີກໍ່ເຣີ່ມສູດຕ໌ ພຸດທະຄຸນ ທັມມະຄຸນ ສັງຄະຄຸນ ຈົນຄົບກໍາໜົດທີ່ສັນຍາກັນໄວ້ແລ້ວຈິ່ງຢຸດ ພຣະສູດພຸດທາພິເສກກໍ່ຈະສູດຕໍ່ໄປ ສະລັບກັນກັບຊີພຣາມ ສໍາຫລັບພຣະຊຸດ ພຣະສູດ ພຸດທາພິເສກ ຈະແບ່ງການ ສູດເປັນຣະຍະໆ ສ່ວນພຣະນັ່ງປົກຈະນັ່ງປົກຕະລອດຈົນແຈ້ງສວ່າງ ພໍເຖິງແຈ້ງສວ່າງກໍ່ສູດເບີກເນດ (ເບາະຕາ) ແລ້ວຜູ້ເປັນປະທານຈະມອດທຽນໄຊຍ໌ ດ້ວຍໃບພູ 7 ໃບ ໃນຣະຫວ່າງມອດທຽນໄຊຍ໌ນັ້ນ ໃຫ້ພຣະສູດພຸດທາພິເສກ ສູດຄາຖາມອດທຽນໄຊຍ໌, ຕັດຝ້າຍມົງຄົນ,ຕັດບ້ວງ, ຫວ່ານເຂົ້າຕອກ, ດອກໄມ້, ຊີດນ້ຳພຸດທະມົນ ເປັນການວ່າສໍາເຣັດພິທີ.

ແຕ່ງເຄື່ອງສູດພຸດທາພິເສກ ສົມໂພດພຣະພຸດທະຮູບ ມີດັ່ງນີ້

1. ທຽນໄຊ 1 ເຫຼັ້ມ ໜັກ 80 ບາດ ໄສ້ທຽນ 180 ເສັ້ນຝ້າຍ ສູງທໍ່ຕົວເຈົ້າສັດທາ.
2. ທຽນມຸງຄຸນ 1 ເຫຼັ້ມ ໜັກ 10 ບາດ ໄສ້ທຽນທໍ່ອາຍຸເຈົ້າສັດທາ ສູງພຽງພຣະປະທານ.
3. ທຽນສູດພຸດທາພິເສກ 2 ເຫຼັ້ມ ໜັກເຫຼັ້ມລະ 32 ບາດ ໄສ້ທຽນ 56 ເສັ້ນຝ້າຍ ສູງເຄິ່ງໜຶ່ງຂອງທຽນໄຊ.
4. ທຽນ 9 ເຫຼັ້ມ ໜັກເຫຼັ້ມລະ 2 ບາດ ໄສ້ທຽນ 9 ເສັ້ນຝ້າຍ.
5. ທຽນຕັ້ງໂຕະໝູ່ ບູຊາພຣະປະທານ 1 ຄູ່ ໜັກ 5 ບາດ ພ້ອມດ້ວຍທູບຫອມ 3 ເສັ້ນ.
6. ທຽນໜ້າພຣະສູດ ພຸດທາພິເສດ 1 ຄູ່ ໜັກ 5 ບາດ.
7. ທຽນ18 ເຫຼັ້ມ ໜັກເຫຼັ້ມລະ 1 ສະຫຼຶງ ໄສ້ທຽນ 9 ເສັ້ນຝ້າຍ.
8. ທຽນບູຊາພຣະລັດຕະນະໄຕຣ 108 ເຫຼັ້ມ ໜັກເຫຼັ້ມລະ 2 ສະຫຼຶງ ແລະ ທູບຫອມ 108ເສັ້ນ.
9. ທຽນພຣະວິປັດສິ 1 ເຫຼັ້ມ ໜັກ 12 ບາດ ໄສ້ທຽນ 32 ເສັ້ນຝ້າຍ.
10. ທຽນບູຊາ 45 ເຫຼັ້ມ.
11. ຕົ້ນທຽນ 4 ຕົ້ນ.
12. ໄຫນ້ຳມັນ 4 ໄຫ.
13. ຕົ້ນເສດຕະສັດ 4 ຕົ້ນ.
14. ຂັ້ນໝາກເບັງ 5 ອັນ.
15. ມັດຫຍ້າຄາ 1 ກຳ ຄາກາດ ສຳລັບຫົດນ້ຳມົນ.
16. ໃບພູ 7 ໃບສຳລັບມອດທຽນໄຊ.
17. ຝ້າຍມຸງຄຸນ ໃຫ້ຈັບເປັນ 9 ເສັ້ນ.
18. ທຸງຊໍ່ ທຸງໄຊ ທໍ່ອາຍຸເຈົ້າສັດທາ.
19. ຫມ້ຽງ ໝາກ ຢ່າງລະ 108 ຄໍາ.
20. ໜໍ່ໝາກ ແລະ ໜໍ່ພ້າວ ຢ່າງລະ 4 ໜໍ່
21. ຫີນແຮ່ ແລະ ຊາຍ ຢ່າງລະ 4 ຈອກ.
22. ເຂົ້າຕອກແຕກ 1 ກະບຸງ
23. ບົວ ແລະ ຈອກ ຢ່າງລະ 4 ເຫງົ້າ.
24. ຜ້າຂາວ ຜ້າແດງ ແລະ ຜ້າເຫຼືອງ ພໍ່ພຣະພຸດທະຮູບໃຫ້ຫຸ້ມທົວທັງອົງໄດ້.
25. ງ້າວ ຫຼື ມີດ 1 ດວງສຳລັບຕັດເສັ້ນຝ້າຍ ທີ່ມັດພຣະພຸດທະຮູບ.
26. ຕົ້ນເຄື່ອງຮ້ອຍ ເຄື່ອງພັນ.
27. ເຄື່ອງບູຊາ ມີພາຫວານ 1 ພາກ
28. ພາມຸງຄຸນ 1 ພາ.
ໂດຍ: ລົດສ໌ ໂພທິນັນທະ